ໃສ່ເບີທີ່ຕ້ອງການທຳນາຍ
ພິມເບີໂທລະສັບ ແລ້ວກົດ “ທຳນາຍເບີ”
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ຜູ້ໃຊ້ມີບຸກຄະລິກເປັນຜູ້ໃຫຍ່ ເວົ້າຈາມີເຫດຜົນ ຟັງເບິ່ງໜ້າເຊື່ອຖື ຜູ້ໃຊ້ມີຄວາມໜ້າຮັກອ່ອນຫວານ ຊ່າງເຈລະຈາ ໃຈດີ ເອື້ອເຟື້ອ ມະນຸດສຳພັນດີ ມັກເຂົ້າສັງຄົມ ເປັນຄົນໃຈຄໍກວ້າງຂວາງ ຕົງໄປຕົງມາ ເປີດເຜີຍ ຮັກອິດສະຫຼະ ມີໝັ້ນໃຈ ແລະ ກ້າຕັດສິນໃຈ ເບິ່ງແຍງບໍລິວານເກັ່ງ ໃຈກວ້າງໃຈເຖິງ ເວລາຊ່ວຍໃຜມັກຈະຊ່ວຍເຕັມທີ່ ຜູ້ໃຊ້ມີສະຕິປັນຍາດີ ຂະຫຍັນຫາຄວາມຮູ້ເພີ່ມຕື່ມຢູ່ສະເໝີ ຈິດໃຈໝັ້ນຄົງ ເປັນຄົນມີບາລະມີ ເປັນທີ່ເຄົາລົບຂອງຄົນທົ່ວໄປ
ການງານ
ຈະສົ່ງຜົນໃຫ້ ສະຫຼາດສະຫຼຽວຮອບຮູ້ ສະຕິປັນຍາດີ ສຸຂຸມຮອບຄອບ ຮຽນຮູ້ໄວ ຂະຫຍັນຫາຄວາມຮູ້ໃສ່ຕົນເອງເພີ່ມເຕີມຢູ່ສະເໝີ ມີໂຊກໃນດ້ານວຽກງານດີຫຼາຍ ຍອດນັກເຈລະຈາດີ ຜູ້ຄົນຕ່າງຫຼົງໃຫຼຕິດໃຈໃນການການເຈລະຈາວຽກງານ ການຕິດຕໍ່ປະສານງານດີເລີດ ມີຄວາມມຸ່ງໝັ້ນຂະຫຍັນຫາລາຍໄດ້ຫາວຽກ ຂະຫຍັນທຳມາຫາກິນ ມີຫຼັກເກນແບບແຜນຂອງຕົນເອງຢ່າງຊັດເຈນ ເປັນຄົນສູ້ວຽກ ລູກນ້ອງຈະເຄົາລົບ ແລະ ຍຳເກງໃນບາລະມີ ວຽກງານຈະເລີນກ້າວໜ້າ ເລື່ອນຂັ້ນເລື່ອນຕໍາແໜ່ງໄວ ເຈົ້ານາຍເຫັນຜົນງານ ມີວຽກໝັ້ນຄົງ ມີປະສົບການໃນຊີວິດສູງ ຈຶ່ງມີມຸມມອງຫຼາກຫຼາຍ ແກ້ໄຂບັນຫາເກັ່ງ ບໍລິຫານເງິນກ້ອນໃຫຍ່ເກັ່ງ ເປັນນັກບໍລິຫານຄວາມສ່ຽງ ກ້າໄດ້ກ້າເສຍ ຈັດການກັບຄວາມສ່ຽງໄດ້ດີ ເງິນເຂົ້າດີຫຼາຍ ກະແສເງິນສະພັດ ມີເງິນໝູນຕະຫຼອດ ມີຄົນຢຳເກງ ມີບາລະມີ ມີບໍລິວານລູກນ້ອງເຊື່ອຟັງເຄົາລົບ ຄຸມຄົນໄດ້ດີ ມີຄວາມເຊື່ອໝັ້ນໃນຕົນເອງສູງ ມີແບັກດີ ພັກພວກຄອຍໃຫ້ຄວາມຊ່ວຍເຫຼືອໜູນຫຼັງເປັນຢ່າງດີ
ການເງິນ
ຈະສົ່ງຜົນໃຫ້ ວາງແຜນບໍລິຫານຈັດການເລື່ອງການເງິນໄດ້ຢ່າງລົງຕົວ ມີປັນຍາແລະຄວາມສະຫຼາດໃນການຫາເງິນ ບໍ່ອຶດຕາຍ ຜູ້ໃຊ້ເວົ້າແລ້ວຄົນເມດຕາ ຫາເງິນຄຳເກັ່ງ ລາຍໄດ້ເຂົ້າຄືດີຫຼາຍ ມັກມີໂຊກກ່ຽວກັບເງິນຄຳ ຮູ້ຊ່ອງທາງທຳມາຫາກິນ ຢິບຈັບຫຍັງກໍເປັນເງິນເປັນຄຳ ມີຄາລົມເຈລະຈາດີໃນການຫາເງິນ ມີຄວາມໝັ້ນຄົງທາງການເງິນຈາກການສະໜັບສະໜູນຂອງຜູ້ໃຫຍ່ ລາຍໄດ້ດີຈາກຄວາມສາມາດຂອງຕົນເອງ ແລະ ມີປະສົບການໃນຊີວິດສູງ ຜູ້ຍິງຈະເມດຕາຊ່ວຍເຫຼືອເລື່ອງການງານດີ ໄດ້ລາບຈາກຜູ້ຍິງ ບໍລິຫານເງິນເກັ່ງ ກ້າໄດ້ກ້າເສຍ ຈັດການກັບຄວາມສ່ຽງໄດ້ດີ ເງິນດີຫຼາຍ ມີເງິນໝູນຕະຫຼອດ
ຄວາມຮັກ
ຈະສົ່ງຜົນໃຫ້ ຮັກແບບມີສະຕິ ຮັກແບບມີເຫດຜົນ ບໍ່ໃຊ້ອາລົມຢູ່ເໜືອເຫດຜົນ ດັບຄວາມເຈົ້າຊູ້ໄດ້ດີ ຜູ້ໃຫຍ່ເອັນດູ ເປັນທີ່ຮັກຂອງມິດສະຫາຍ ຄວາມຮັກດີ, ຄົນຮັກເອົາອົກເອົາໃຈ ໄດ້ຄູ່ຄອງດີໜ້າຮັກ ເຮັດຫຍັງກໍມີຄົນຄອຍຊ່ວຍເຫຼືອສະເໝີ ໃຫ້ໄດ້ຮັບອະພິສິດ ແລະ ການອຸປະຖໍາຈາກຜູ້ໃຫຍ່ຢູ່ສະເໝີ ມີສະເໜ່ໃນສາຍຕາຂອງຄົນຮັກ ມີລູກນ້ອງຮັກ ແລະ ນັບຖື
ໂຊກລາບ
ຈະສົ່ງຜົນໃຫ້ ມີໂຊກຈາກການໃຊ້ປັນຍາ ແລະ ການສະໜັບສະໜູນ ມີໂຊກຈາກການສະໜັບສະໜູນ ແລະ ໂອກາດທາງການງານ ເປັນຄົນດວງແຂງແຄ້ວຄາດປອດໄພ ມີໂຊກລາບແບບຟຸກໆສະເໝີ ມີສິ່ງສັກສິດຄຸ້ມຄອງ
ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
45/54 ເປັນຄູ່ເລກແຫ່ງສະຕິປັນຍາ ຜູ້ໃຊ້ຈະເປັນຄົນມີວິຊາຄວາມຮູ້ຫຼາຍ ເດັ່ນດ້ານວິຊາການ ມີເຫດມີຜົນ ສະແຫວງຫາຄວາມຮູ້ດ້ານຕ່າງໆຢູ່ສະເໝີ ມີຄວາມຮູ້ຄວາມສາມາດຫຼາຍ ມີວາຈາທີ່ເປັນເຫດຜົນ ໜ້າເຊື່ອຖື ມີມາດເບິ່ງເປັນຜູ້ໃຫຍ່ ມີຄວາມສຸຂຸມລຸ່ມເລິກ ມີຄວາມຮູ້ໜັກແໜ້ນ ຜູ້ໃຫຍ່ຮັກໄຄ່ເມດຕາ ນິຍົມຊົມຊອບ ມີຄວາມສາມາດໃນການແບ່ງປັນຄວາມຮູ້ ເວົ້າໃຫ້ຄວາມຮູ້ ເວົ້າແລ້ວໜ້າເຊື່ອຖື ມີເຊັ້ນສ໌ແມ່ນຍໍາ ມີຈິດກ້າແຂງ ສະມາທິດີ ມີຄວາມເຂົ້າໃຈໃນທາງສາສະໜາ ມີສະຕິປັນຍາ ເຮັດການຄ້າກໍດີ ເປັນນັກເວົ້າກໍເໝາະສົມ ເຮັດອາຊີບຫຍັງກໍໄດ້ ເພາະເປັນຄົນສະຫຼາດຫຼັກແຫຼມ ເປັນເລກດີເລກປັນຍາ ສະຫຼາດທຳມາຫາກິນ ແລະ ມີຄວາມຮູ້ໃນດ້ານວຽກທີ່ເຮັດ ສະຫຼາດທຳມາຫາກິນ ເຮັດການຄ້າດີ ມີສະຕິ ມີເຫດຜົນ ຄູ່ເລກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 2
ເປັນເລກຄູ່ມິດ ຄູ່ເລກເມດຕາມະຫານິຍົມ ພະລັງງານດ້ານບວກສູງ ຜູ້ໃຊ້ມີສະເໜ່ອ່ອນຫວານ ໜ້າຮັກອ່ອນໂຍນ ຊ່າງເຈລະຈາ ສາມາດໃຊ້ຄຳເວົ້າຜູກມິດກັບຄົນທົ່ວໄປໄດ້ດີ ເປັນທີ່ຮັກຂອງຄົນທຸກກຸ່ມ ໃຈດີ ມັກຊ່ວຍເຫຼືອຄົນ ມີມະນຸດສຳພັນທີ່ດີຫຼາຍ ນອບນ້ອມມີກິລິຍາດີ ຮັກເພື່ອນ ແລະ ທຸກຄົນທີ່ຢູ່ອ້ອມຕົວຫາເງິນເກັ່ງ ເຮັດວຽກເກັ່ງ ລາຍໄດ້ດີຕໍ່ເນື່ອງ ມີຄົນຄອຍຊ່ວຍເຫຼືອຕະຫຼອດ ສາມາດເຮັດວຽກທີ່ກ່ຽວຂ້ອງກັບການເຈລະຈາໄດ້ດີຢ່າງດີຍອດຢ້ຽມ ເວົ້າຈູງໃຈຄົນເກັ່ງ ຖ້າຜູ້ຊາຍໃຊ້ກໍຈະໄດ້ຜູ້ຍິງຊ່ວຍເຫຼືອ ຊ່ວຍສົ່ງເສີມ ຖ້າຜູ້ຍິງໃຊ້ກໍຈະໄດ້ຜູ້ຊາຍອຸປະຖຳ ເປັນລັກສະນະຂອງຄູ່ມິດ ບໍ່ແມ່ນຄູ່ຊູ້ສາວ ສາມາດເປັນນັກເວົ້າສ້າງແຮງບັນດານໃຈໃຫ້ຕົນເອງ ແລະ ຜູ້ອື່ນໄດ້ ເວົ້າເພາະປາກຫວານມີສະເໜ່ ດ້ານຄວາມຮັກດີຫຼາຍ ຄົນຮັກເອົາອົກເອົາໃຈດີຫຼາຍ ຄູ່ຄອງດີ ສະຫຼຸບຄົນໃຊ້ເລກຄູ່ນີ້ບໍ່ຕ້ອງເພິ່ງຂອງຂັງ ຫຼື ຄາຖາເມດຕາມະຫານິຍົມເລີຍ ເໝາະກັບວຽກຕິດຕໍ່, ຄ້າຂາຍ, ລວມທັງການເຈລະຈາທຸກປະກາ
ຄວາມໝາຍຄູ່ເລກຊຸດທີ 3
ເປັນຄູ່ເລກມະຫາສະເໜ່ ເລກທີ່ບາງຕຳລາຍອມຮັບ ແລະ ບາງຕຳລາບໍ່ຮັບ ວ່າເປັນຄູ່ມຸງຄຸນ ສະນັ້ນເລກຄູ່ນີ້ຕ້ອງອາໄສການຈັດລຽງຕຳແແໜ່ງທີ່ດີຈຶ່ງເກີດປະໂຫຍດທາງໂລກ ເນັ້ນສະເໜ່ເມດຕາ ສໍາລັບບາງອາຊີບ ບາງຄົນທີ່ຄວນໃຊ້ເທົ່ານັ້ນ ເນື່ອງຈາກເປັນເລກທີ່ສະເໜ່ແຮງຫຼາຍ ຈຶ່ງມີຂໍ້ຈຳກັດໃນການໃຊ້ ຄ້າຂາຍດີຫຼາຍ ມີສະເໜ່ຢ່າງມະຫາສານ ມີພະລັງດຶງດູດ ເມື່ອເລກ 2 ຄື ດວງຈັນ ກັບ ເລກ 3 ຄື ດາວອັງຄານ ມາຮວມຕົວຫັນ ກາຍເປັນເລກ "ສະເໜ່ເລົ້າຮ້ອນຊວນຫຼົງໄຫຼ" "ມະຫາສະເໜ່ ດັ່ງຕ້ອງມົນນໍ້າມັນພາຍ" ໃຜເຫັນເປັນຕ້ອງຫຼຽວຫຼັງ. ຍິ່ງໄດ້ເວົ້າລົມກັບເຈົ້າຂອງເລກ 23 32 ຈະຍິ່ງຕິດໃຈໃນລູກຫຼິ້ນ ໃນຄາລົມຄົມຄາຍ ປັບຕົວເຂົ້າກັບຄົນອ້ອມຂ້າງໄດ້ງ່າຍຫຼາຍ ມະນຸດສຳພັນດີເລີດ ເຮັດໃຫ້ເປັນຈຸດເດັ່ນ ເປັນທີ່ສົນໃຈຂອງຄົນທີ່ໄດ້ພົບເຈີໄດ້ສະເໝີ ເຊັ່ນ: ອາຊີບດາລານັກສະແດງ ບລັອກເກີ ເພາະສະນັ້ນ ຄົນທີ່ມີບຸກຄະລິກເຊັ່ນນີ້ ຈຶ່ງເປັນທີ່ຊື່ນຊອບຂອງຄົນທົ່ວໄປ ທັງຮູບຮ່າງໜ້າຕາ, ທ່າທາງ, ການເວົ້າການຈາ, ເບິ່ງແລ້ວດີມີສະເໜ່ ໃຊ້ຊີວິດຕິດຄວາມຫູຫຼາ, ເປັນສະເໜ່ດຶງດູດແກ່ຄົນອ້ອມຂ້າງຫຼາຍຫຼັກແຫຼມສະຫຼາດໃນການເຮັດວຽກ ຫາເງິນຄຳເກັ່ງຫຼາຍ ເປັນຄົນເປີດເຜີຍຈິງໃຈ ຂະຫຍັນ ມັກລຸຍ ແກ້ໄຂວຽກສະເພາະໜ້າເກັ່ງ ມີໄຫວພິບດີ ສາມາດເຮັດວຽກໄດ້ຢ່າງສຳເລັດໂດຍງ່າຍບໍ່ຕ້ອງອອກແຮງ (ແຕ່ຖ້າເລກ 23 32 ວາງຕິດເລກເສຍ ຄວາມໝາຍຈະປ່ຽນທັນທີ ສົ່ງຜົນດ້ານລົບ ເຊັ່ນ: ຫວັ່ນໄຫວງ່າຍ, ບໍ່ແນ່ນອນທາງອາລົມ ແລະ ການຕັດສິນໃຈ ຈະມີບັນຫາຄວາມຮັກເພາະສະເໜ່ແຮງຫຼາຍໄປ ມີຮັກຊ້ອນຊ່ອນເງື່ອນ, ຄວາມຮັກຊ້ອນ, ມີກິກ, ມືທີ່ສາມ ທັງຕົນເອງ ແລະ ຄູ່ຄອງ ຜິດສິນທຳໄດ້ງ່າຍ ຕົກຕ່ຳເພາະກາມ ຫ້າມໃຈຕົນເອງບໍ່ໄດ້ ມີຂ່າວເສຍຫາຍເລື່ອງເພດກົງກັນຂ້າມ ຄວນວາງເລກແຮງໆແບບນີ້ໃຫ້ຖືກຕຳແໜ່ງ ແລະ ຫ້າມຕິດເລກເສຍ)
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ແຫ່ງການເລື່ອນຂັ້ນ 35 53 ຄູ່ເລກສົມພົນ ເລກນີ້ເປັນຄູ່ພະລັງງານທີ່ມີອໍານາດ ວາດສະໜາເດັ່ນດັງ ເຂັ້ມແຂງທັງກາຍ ແລະ ໃຈ ມີບາລະມີ ມີລາສີ ມີຄວາມເປັນຜູ້ນໍາ ວຽກງານຈະເລີນກ້າວໜ້າ ເສັ້ນໃຫຍ່ ມີແບັກດີ ມີຄົນໜູນຫຼັງ ມີຜູ້ໃຫຍ່ໜູນດີ ມີສາຍສໍາພັນດີ ເຮັດວຽກອັນໃດມັກເຂົ້າຕາຜູ້ໃຫຍ່ສະເໝີ ຈຶ່ງເປັນເຫດໃຫ້ໄດ້ຮັບອະພິສິດກ່ອນຄົນອື່ນ ສາຍສໍາພັນດີ ນາຍຮັກ ຮັກເພື່ອນຝູງ ທັງຍັງສົ່ງຜົນໃຫ້ຜູ້ໃຊ້ມີຄວາມຂະຫຍັນໝັ່ນພຽນ ໂດດເດັ່ນ ມີມາດຂຶມ ເປັນຕົວຂອງຕົນເອງ ອອກຄໍາສັ່ງລູກນ້ອງໄດ້ ໝັ້ນໃຈໃນຕົນເອງ ລູກນ້ອງເຄົາລົບຍຳເກງເຊື່ອຟັງ ເລກນີ້ເໝາະສົມສໍາລັບຄົນທີ່ຕ້ອງການຄວາມເດັດຂາດ ສຽບຄົມ ຄວາມກ້າໃນການຕັດສິນໃຈ ຄົນທີ່ໂລເລຄວນຫາເລກນີ້ມາໃຊ້ງານ ແລະ ເໝາະສົມຢ່າງຍິ່ງກັບວຽກຂ້າລາດຊະການ, ທະຫານ, ຕໍາຫຼວດ, ເຈົ້າຂອງກິດຈະການ, ຜູ້ບໍລິຫານ, ວິສະວະກອນ, ຫົວໜ້າໜ່ວຍງານຕ່າງໆ, ຜູ້ທີ່ມີລູກນ້ອງ, ສະຖາປະນິກ, ຂາຍລົດຍົນ, ວຽກກ່ຽວກັບຍານພາຫະນະ, ນັກວິຊາການ
ຄວາມໝາຍຄູ່ເລກຊຸດທີ 5 ⚠️
ຄູ່ເລກນາລີອຸປະຖຳ 25 52 ເໝາະກັບຜູ້ຊາຍ (ເພດທີ່ສາມສາມາດໃຊ້ໄດ້) ຖ້າໂສດໃຊ້ເລກນີ້ແລ້ວມັກຈະໄດ້ແຟນ ຫຼື ມີເພດຍິງຄອຍດູແລຊ່ວຍເຫຼືອ ອຸປະຖຳໃນດ້ານຕ່າງໆ ຊ່ວຍເຫຼືອໃນກິດຈະການງານທັງປວງ ຫຼື ໄດ້ພັນລະຍາດີ ມີຄວາມກ້າວໜ້າໃນຊີວິດ ພູມໃຈໃນຕົນເອງ ມີທັດສະນະຄະຕິທີ່ດີ ມີຄວາມຮູ້ສະຕິປັນຍາດີ ແກ້ໄຂບັນຫາເກັ່ງ ເດັ່ນເລື່ອງນາລີອຸປະຖຳ ມີທັດສະນະຄະຕິດີ ມີປະສົບການໃນຊີວິດຫຼາຍ ມັກພົບເຈີຫຍັງໃນຊີວິດຫຼາຍກວ່າຊາວບ້ານຊາວຊ່ອງ ແຕ່ຖ້າເພດຍິງໃຊ້ ກາຍເປັນເລກເສຍ ວິກິດຊີວິດ ລຳບາກລຳບົນ ຕ້ອງຄອຍຕາມແກ້ໄຂບັນຫາໃຫ້ກັບຄົນໃນບ້ານ ກາຍເປັນເສົາຫຼັກຄອບຄົວ ເປັນເລກເສຍສຳລັບຜູ້ຍິງ ເພດຍິງຫ້າມໃຊ້ເບີນີ້ເດັດຂາດ (ຖ້າເປັນເພດຍິງໃຊ້ຈະເປັນຝ່າຍເສຍປຽບ ຄອຍຕາມງໍ້ງອນເສຍທຸກເລື່ອງ ຫຼື ອຸປະຖຳຜູ້ຊາຍທຸກຢ່າງ)
ຄວາມໝາຍຄູ່ເລກຊຸດທີ 6
ເປັນຄູ່ເລກນັກບໍລິຫານເງິນກ້ອນ ເປັນຄົນໃຈກວ້າງໃຈໃຫຍ່ ມີກິນມີໃຊ້ ຫາເງິນເກັ່ງ ບໍລິຫານເງິນກ້ອນເກັ່ງໃຈກວ້າງ ມີອໍານາດ ທະເຍີທະຍານ ມີບຸກຄະລິກໜ້າເກງຂາມ ໜ້ານັບຖື ຄົນຢໍາເກງ ມັກລຸຍສູ້ວຽກ ເຮັດວຽກທີ່ທ້າທາຍມີຄວາມສ່ຽງໄດ້ດີ ສາມາດພັດທະນາຕົນເອງສ້າງຝັນທີ່ເປັນຈິງໄດ້ ສາມາດບຸກເບີກ ຫຼື ເຮັດທຸລະກິດໃໝ່ໆໄດ້ດີ ມີຫົວຄິດນັກພັດທະນາ ໃຈໃຫຍ່ ໃຈເດັດ ໃຈກ້າ ເໝາະກັບອາຊີບທີ່ກ່ຽວຂ້ອງກັບເງິນຫຼາຍໆ ເຊັ່ນ: ປ່ອຍເງິນກູ້, ວຽກທີ່ມີຄວາມສ່ຽງທ້າທາຍ, ທຸລະກິດໃໝ່ໆ, ເຈົ້າຂອງກິດຈະການ, ເຈົ້າມືຫວຍ, ນັກຄ້າຮຸ້ນ, ນັກເກັງກໍາໄລ, ສິ່ງປະດິດ, ນະວັດຕະກໍາ, ວຽກສາຍສໍາພັນ, ວຽກລົງທຶນ ຫຼືການໝຸນເງິນຈໍານວນຫຼາຍໆ. ເລກຄູ່ນີ້ເໝາະກັບຄົນທີ່ມີຄວາມຄິດກວ້າງໄກ, ວຽກໃຫຍ່
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ
ໝາຍເຫດ: ເບີນີ້ບໍ່ຈັດເປັນເບີມຸງຄຸນ ເພາະມີຄູ່ເລກເສຍຢູ່ນຳ ທຳນາຍຕາມສາດພະລັງຕົວເລກສາດໄທ ແລະ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.