ຄູ່ເລກ 95
ເລກດີ
ຄູ່ເລກແຫ່ງຄວາມໂຊກດີ ດາວພະຫັດ ເລກ5 ດາວແຫ່ງຄວາມເປັນຄູ ຄວາມຮູ້ ສິນລະປະວິທະຍາການ ເມື່ອໂຄຈອນມາຢູ່ກັບດາວພະເກດ ເລກ9 ດາວສິ່ງສັກສິດ ດາວລຶກລັບ ດາວມະຫັດສະຈັນ ດາວປ່ຽນຮ້າຍກາຍເປັນດີ ແລະ ເຮັດໃຫ້ດີເພີ່ມທະວີຄູນ ເປັນຄົນມີຄວາມສະຫຼາດສະຫຼຽວ ທັນຄົນ ມີຈິດໃຈເຢືອກເຢັນ ມີສະຕິມີປັນຍາ ມີຄວາມກ້າວໜ້າໃນຊີວິດ ແລະ ການງານ ມີຄວາມສາມາດພິເສດ ຮູ້ສິ່ງໃດແລ້ວຮູ້ຈິງເຖິງແກ່ນແທ້ ຮູ້ເລິກຮູ້ຮອບ ເມື່ອໃຊ້ໄປເປັນເວລາຍາວນານ ມັກໄດ້ເປັນນັກປາດເມທີ ຜູ້ມີຄວາມຮູ້ ຄວາມສາມາດໃຫ້ຄວາມນັບຖື ຈິດໃຈໜັກນິ້ງ ໝັ້ນຄົງ ສຸຂຸມ ເຢືອກເຢັນ ຕັ້ງໝັ້ນ ແລະ ມີສະມາທິ ເປັນຜູ້ມີສໍານຶກລະອຽດອ່ອນ ມີເຊັ້ນສ໌, ມີລາງສັງຫອນແມ້ນຍໍາ ເປັນຄົນຈິດໃຈດີ ໂອບອ້ອມອາລີ ມີນໍ້າໃຈງົດງາມ ມີຄວາມຖະໜັດ ແລະ ສົນໃຈໃນເລື່ອງໂຫລາສາດ ປັດຊະຍາ ສາສະໜາ ພິທີກໍາ ແລະ ໃນມູມໜຶ່ງຂອງຊີວິດກໍເປັນຄົນຫົວກ້າວໜ້າ ທັນເທັກໂນໂລຢີ ນໍາສະໄໝ ມີເກນໄດ້ເດີນທາງໄກ ໄປຕ່າງປະເທດ ຫຼື ຄົບຄ້າສະມາຄົມກັບຕ່າງປະເທດ ຫຼື ໝູ່ເພື່ອນຕ່າງຖິ່ນຕ່າງທີ່ ເຂົ້າກັບຜູ້ອື່ນໄດ້ງ່າຍ ດ້ວຍຄວາມມີນໍ້າໃຈ ເປັນຜູ້ໃຫ້ ເປັນຜູ້ເສຍສະຫຼະ ມີແຕ່ຄົນຮັກ ມີແຕ່ຄົນຊື່ນຊົມນັບໜ້າຖືຕາ ເຂົ້າຫາຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ກໍເມດຕາອຸປະຖໍາຄໍ້າຊູເບິ່ງແຍງດີຫຼາຍ ເມື່ອເດີນທາງໄກມັກຈະມີໂຊກ ເດີນທາງໄກ ໄປຕ່າງທີ່ແລ້ວຈະໄດ້ດີ ມີໂຊກລາບລອຍມາແບບແປກໆ ພົບເຈີສິ່ງດີງາມມະຫັດສະຈັນໃນຊີວິດ ໄດ້ພົບເຈີຄູບາອາຈານທີ່ດີ ແລະ ເປັນຜູ້ທໍາບຸນແລ້ວເຫັນຜົນໄວທັນຕາ ວາດສະໜາດີ ດວງດີ ລວມເຖິງສຸກກາຍສຸຂະພາບໃຈດີແຂງແຮງອີກດ້ວຍ ໃຊ້ໄດ້ທຸກເພດທຸກໄວ ຄູ, ໝໍ, ແພດໝໍ ພະຍາບານ, ລາດຊະການໃຊ້ໄດ້ດີ ນັກຮຽນນັກສຶກສາຄວນໃຊ້ໃຫ້ຫຼຸດຄວາມຄຶກຄະນອງ ແລະ ມີເຫດຜົນໃນການໃຊ້ຊີວິດຫຼາຍຂຶ້ນ ໄຕ່ຕອງຫຼາຍຂຶ້ນ ພຣະ ຄູບາ ຫຼື ຜູ້ປະຕິບັດທໍາ ຄົນທໍາບຸນກໍຄວນໃຊ້ ແລະ ເໝາະສົມ ພໍ່ຄ້າ ແມ່ຄ້າ ນັກລົງທຶນກໍໃຊ້ໄດ້ດີຫຼາຍ ມີໂຊກເຮັງຕະຫຼອດ ພຽງແຕ່ຈັດຕໍາແໜ່ງໃຫ້ຖືກຕ້ອງ ທີ່ສໍາຄັນເໝາະກັບພໍ່ແມ່ຂອງເຮົາ ຄົນໄວກະສຽນໄວເຊົາເຮັດວຽກແລ້ວ ຫຼື ຜູ້ສູງອາຍຸ ເບີນີ້ກ່ຽວໃນເລື່ອງຂອງຄວາມໃຈເຢັນ ມີເຫດຜົນ ທີ່ສໍາຄັນຄືເຂົ້າວັດປະຕິບັດທໍາ ບໍ່ໂວຍວາຍດ່າລູກຫຼານ ໃຈເຢັນ ລວມເຖິງມີສຸຂະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນຄົນແກ່ປາກຈັດ ເບີນີ້ໂດຍພາບລວມແລ້ວຈຶ່ງເປັນເລກດີຫຼາຍ ມີພະລັງງານດ້ານໂຊກຫຼາຍ ຫຍັງດີໆ ເຮັງໆ ຈະເຂົ້າມາໃນຊີວິດຫຼາຍຂຶ້ນເລື້ອຍໆ ໃນໄລຍະທີ່ຍັງໃຊ້ເບີນີ້ເປັນປະຈໍາ ຊີວິດມີການກ້າວໜ້າພັດທະນາຕົນເອງຢູ່ສະເໝີ ມີປັນຍາລະອຽດເລິກເຊິ່ງ ເມື່ອສຶກສາສິ່ງໃດມັກລົງເລິກເຖິງແກ່ນແທ້ ທໍາບຸນເຫັນຜົນໄວທັນຕາ ສຸຂະພາບແຂງແຮງທັງກາຍ ແລະ ໃຈ ບັ້ນປາຍຊີວິດຈະສຶກສາທໍາສະແຫວງຫາຄວາມວິນເວກຫຼຸດພົ້ນສັດຈະທໍາຂອງຊີວິດ
ຄວາມໝາຍສະເພາະດ້ານ
- ບຸກຄະລິກພາບ
- ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່
- ການງານ
- ຊະຕາຊີວິດສົດໃສ ການງານກ້າວໜ້າ ເຮັດສິ່ງໃດກໍຈະເລີນງອກງາມ
- ການເງິນ
- ຊີວິດປະສົບຜົນສໍາເລັດຢ່າງໝັ້ນຄົງ
- ຄວາມຮັກ
- ໄດ້ຮັບຄວາມເມດຕາຈາກຜູ້ໃຫຍ່ຢູ່ເລື້ອຍໆ
- ໂຊກລາບ / ສຸຂະພາບ
- ມີໂຊກລາບແບບບໍ່ຄາດຄິດເຂົ້າມາສະເໝີ ບາງຄົນຄືມີເທບຄຸ້ມຄອງ ຖ້າປະຕິບັດທໍາຈະມີສະມາທິຊັ້ນສູງໄດ້ງ່າຍ