Nhập số muốn bói
Nhập số điện thoại rồi bấm “Bói số”
Ý nghĩa theo từng mặt
Tính cách bên ngoài
Sẽ mang lại ມີນິໄສໃຈດີ ໃຈເຢັນ ມີເມດຕາ ສະຕິປັນຍາດີ ມີເຫດຜົນ ອົບອຸ່ນຈິງໃຈ ມີໝັ້ນໃຈ ແລະ ກ້າຕັດສິນໃຈ ເບິ່ງແຍງບໍລິວານເກັ່ງ ໃຈກວ້າງໃຈເຖິງ ເວລາຊ່ວຍໃຜມັກຈະຊ່ວຍເຕັມທີ່ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ອັດທະຍາໄສດີຫຼາຍ ມີໝູ່ເພື່ອນຫຼາຍ ຊ່າງເວົ້າ ແລະ ຈໍາຄໍາເວົ້າຄົນອື່ນໄດ້ແມ້ນຍຳ ເປັນຕົວກາງໃນການຕິດຕໍ່ ເຂົ້າກັບຄົນງ່າຍ ແຖມຍັງທັນຄົນ ທັນເກມ ເພາະມີໄຫວພິບດີ ຮຽນຮູ້ໄວ ເວົ້າເກັ່ງ ເວົ້າແລ້ວຄົນອື່ນເຊື່ອ ສະຫຼາດ ແກ້ໄຂບັນຫາເກັ່ງ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ
Công việc
Sẽ mang lại ຊີວິດວຽກງານມີຄວາມຈະເລີນກ້າວໜ້າດີຂຶ້ນເລື້ອຍໆ ລູກນ້ອງຈະເຄົາລົບ ແລະ ຍຳເກງໃນບາລະມີ ວຽກງານຈະເລີນກ້າວໜ້າ ເລື່ອນຂັ້ນເລື່ອນຕໍາແໜ່ງໄວ ເຈົ້ານາຍເຫັນຜົນງານ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນໂລກທຸລະກິດຈະມີໂຊກດ້ານການເຮັດວຽກໄດ້ເງິນຫຼາຍ ແລະ ມັກໄດ້ຮັບໄຊຊະນະ ມີສະຕິປັນຍາ ແລະ ໄຫວພິບດີ ຮຽນຮູ້ໄວ ເຮັດວຽກໄວຈົນຄົນອື່ນຕາມບໍ່ທັນ ເຮັດທຸລະກິດນໍາເຂົ້າສົ່ງອອກ ຫຼື ຂາຍສິນຄ້າອອລາຍ ຫຼື ຂາຍໃນເນັດເກັ່ງ ສະຫຼາດມີໄຫວພິບດີເລີດ ມັກວາງແຜນ ຄິດບໍ່ຊໍ້າໃຜ ເຮັດວຽກເກັ່ງ ສາມາດຫຼາຍຊິ້ນພ້ອມໆກັນໄດ້ດີເພາະຫົວໄວ ຮຽນຮູ້ຫຍັງໄດ້ໄວ ໃຫຍ່ເມດຕາ ເພາະຄໍາເວົ້າຄຳຈາມີຫຼັກການ ມີເຫດຜົນໜ້າເຊື່ອຖື ບຸກຄະລິກທ່າທາງດູດີເປັນຜູ້ໃຫຍ່ ຍິ່ງເຮັດໃຫ້ເຫັນຍິ່ງມີຄວາມໜ້າເຊື່ອຖືໃນດ້ານການຕິດຕໍ່ການເຈລະຈາ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ
Tài chính
Sẽ mang lại ມີຖານະຄວາມເປັນຢູ່ໝັ້ນຄົງ ມີຄວາມໝັ້ນຄົງທາງການເງິນຈາກການສະໜັບສະໜູນຂອງຜູ້ໃຫຍ່ ໂອກາດຫາເງິນຈາກການຕິດຕໍ່ຕ່າງປະເທດ ຫາເງິນເກັ່ງ ບໍ່ຢຸດນິ້ງ ຊອບເຮັດວຽກ ເງິນຈະຫຼາຍ ເງິນມາຈາກວຽກທີ່ເຮັດ ແລະ ຄວາມຂະຫຍັນຂອງຕົນເອງ ຈະໄດ້ເງິນຈາກຄຳເວົ້າ ມີເຄດິດໃນຄຳເວົ້າ ເວົ້າແລ້ວໄດ້ເງິນ
Tình duyên
Sẽ mang lại ມີຜູ້ໃຫຍ່ອຸປະຖໍາ ຊະຕາຊີວິດສົດໃສລຸ້ງໂລດ ໃຈເຢັນຕໍ່ຄູ່ຄອງ ໃຫ້ໄດ້ຮັບອະພິສິດ ແລະ ການອຸປະຖໍາຈາກຜູ້ໃຫຍ່ຢູ່ສະເໝີ ມີຄວາມສໍາພັນທີ່ເຕັມໄປດ້ວຍຄວາມກ້າວໜ້າ ແລະ ການຮຽນຮູ້ ຮຽນຮູ້ຄູ່ຮັກຕົນເອງໄດ້ໄວ ປັບຕົວເຂົ້າກັບຄົນຮັກງ່າຍ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ
Tài lộc
Sẽ mang lại ເຮັດບຸນເລື້ອຍໆ ຈະມີໂຊກລາບແບບບໍ່ຄາດຝັນເລື້ອຍໆ ມີໂຊກຈາກການສະໜັບສະໜູນ ແລະ ໂອກາດທາງການງານ ມີໂຊກມີດວງດ້ານການແຂ່ງຂັນ ແຂ່ງຫຍັງກໍ່ມັກຈະໄດ້ຮັບໄຊຊະນະຢູ່ສະເໝີ ມີໂຊກຈາກການເຈລະຈາ ແລະ ການສື່ສານ
Ý nghĩa cặp số
Ý nghĩa cặp số thứ 1
ຄູ່ເລກ 55 ໃຈດີມີຄຸນທໍາ ມີສະຕິຮອບຄອບ ປັນຍາດີ "ພະລັງປັນຍາແຫ່ງຄວາມເຢັນ ຈິງໃຈ ແລະ ອົບອຸ່ນ" ຄູ່ນີ້ໜູນນໍາໃຫ້ປາດເປື້ອງເລືອງຊື່ ມີປັນຍາພາຕົນສຶກສາຫາຄວາມຮູ້ ຈຶ່ງມີຊີວິດທີ່ລຸ່ງໂລດສົດໃສ ເຮັດສິ່ງໃດມີແຕ່ຄວາມຈະເລີນກ້າວໜ້າຫຼາຍຂຶ້ນ ມີນິໄສໃຈດີ ມີຜູ້ໃຫຍ່ອຸປະຖໍາ ມີຄຸນທໍາປະຈໍາໃຈ ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າໃນຊີວິດ ມີມາດດີ ເບິ່ງໜ້າເຊື່ອຖື ມີຄວາມສຸຂຸມສຸພາບຮຽບຮ້ອຍ ບໍ່ລຸ່ມລ່າມ ບຸກຄະລິກພາບເບິ່ງດີມີພູມຖານ ໜ້າເຊື່ອຖື ດາວພະຫັດສົ່ງຜົນໃຫ້ໃຈເຢັນ ໃຈດີ ໃຈສະບາຍ ມີຈິດໃຈໂອບອ້ອມອາລີ ມີເມດຕາ ມີລັກສະນະດີ ເຄດິດດີ ຄົບຫາກັບຜູ້ໃຫຍ່ ຜູ້ມີຄວາມຮູ້ ຄວາມດີ ເປັນທີ່ໜ້າໄວ້ວາງໃຈ ມີຄົນເຊື່ອຖື ມັກນໍາພາໃຫ້ຊີວິດ ເປັນໃຫຍ່ເປັນໂຕ ໃນໜ້າທີ່ການງານ ມີຄວາມຮູ້ດີຫຼາຍ ສະຕິປັນຍາດີສຽບແຫຼມ ມີໂອກາດໄດ້ເຮັດບຸນເພີ່ມກຸສົນເລື້ອຍໆ ສົນໃຈໃນການສຶກສາດ້ານຕ່າງໆ ຊອບໃນເລື່ອງໂຫລາສາດ ສາສະໜາ ປັດຊະຍາ ບໍ່ມັກລົບກວນຜູ້ອື່ນ ເປັນຄົນມີມາລະຍາດ, ຮູ້ຈັກຄິດ ມີເຫດມີຜົນ ຮັກຄວາມຖືກຕ້ອງ ຈິງໃຈ ຊື່ສັດ ມີເມດຕາຊ່ວຍເຫຼືອຜູ້ອື່ນ ມີຄວາມສະຫງົບສຸກໃນຊີວິດ ຮູ້ຈັກຄິດ ຮູ້ຈັກວາງ ມີຄວາມສຸກໃນຊີວິດ ເປັນເລກດີ ໃຈເຢັນ ມີສະຕິ ມີເຫດມີຜົນ ຄົນທີ່ໃຈຮ້ອນ ຫຼືຂາດຄວາມຢັບຢັ້ງຄິດໃນຊີວິດຄວນໃຊ້ເປັນຢ່າງຫຼາຍ ເໝາະສົມກັບສາມີທີ່ເຈົ້າຊູ້ ຫຼື ດັບຄວາມເຈົ້າຊູ້ລົງໄດ້ດ້ວຍ ແລະ ຕ້ອງເບິ່ງບໍລິບົດເລກອື່ນໆໃຫ້ດີຄູ່ກັນ
Ý nghĩa cặp số thứ 2
ຄູ່ແຫ່ງການເລື່ອນຂັ້ນ 35 53 ຄູ່ເລກສົມພົນ ເລກນີ້ເປັນຄູ່ພະລັງງານທີ່ມີອໍານາດ ວາດສະໜາເດັ່ນດັງ ເຂັ້ມແຂງທັງກາຍ ແລະ ໃຈ ມີບາລະມີ ມີລາສີ ມີຄວາມເປັນຜູ້ນໍາ ວຽກງານຈະເລີນກ້າວໜ້າ ເສັ້ນໃຫຍ່ ມີແບັກດີ ມີຄົນໜູນຫຼັງ ມີຜູ້ໃຫຍ່ໜູນດີ ມີສາຍສໍາພັນດີ ເຮັດວຽກອັນໃດມັກເຂົ້າຕາຜູ້ໃຫຍ່ສະເໝີ ຈຶ່ງເປັນເຫດໃຫ້ໄດ້ຮັບອະພິສິດກ່ອນຄົນອື່ນ ສາຍສໍາພັນດີ ນາຍຮັກ ຮັກເພື່ອນຝູງ ທັງຍັງສົ່ງຜົນໃຫ້ຜູ້ໃຊ້ມີຄວາມຂະຫຍັນໝັ່ນພຽນ ໂດດເດັ່ນ ມີມາດຂຶມ ເປັນຕົວຂອງຕົນເອງ ອອກຄໍາສັ່ງລູກນ້ອງໄດ້ ໝັ້ນໃຈໃນຕົນເອງ ລູກນ້ອງເຄົາລົບຍຳເກງເຊື່ອຟັງ ເລກນີ້ເໝາະສົມສໍາລັບຄົນທີ່ຕ້ອງການຄວາມເດັດຂາດ ສຽບຄົມ ຄວາມກ້າໃນການຕັດສິນໃຈ ຄົນທີ່ໂລເລຄວນຫາເລກນີ້ມາໃຊ້ງານ ແລະ ເໝາະສົມຢ່າງຍິ່ງກັບວຽກຂ້າລາດຊະການ, ທະຫານ, ຕໍາຫຼວດ, ເຈົ້າຂອງກິດຈະການ, ຜູ້ບໍລິຫານ, ວິສະວະກອນ, ຫົວໜ້າໜ່ວຍງານຕ່າງໆ, ຜູ້ທີ່ມີລູກນ້ອງ, ສະຖາປະນິກ, ຂາຍລົດຍົນ, ວຽກກ່ຽວກັບຍານພາຫະນະ, ນັກວິຊາການ
Ý nghĩa cặp số thứ 3
ຜູ້ໃຊ້ເລກນີ້ຊີວິດມັກປະສົບຄວາມສຳເລັດ ມີໄຊຊະນະໃນການແຂ່ງຂັນຕ່າງໆ ດວງເຮັງດ້ານການແຂ່ງຂັນ ມັກແຂ່ງຂັນສອບເຂົ້າ ນັກກິລາແຂ່ງຂັນຫຍັງມັກໄດ້ໄຊຊະນະ ຄ່ອງແຄ່ວວ່ອງໄວ ເຮັດຫຍັງກໍ່ໄວ ຄິດໄວເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ມີຄວາມໄຝ່ຮູ້ໃນເລື່ອງເທັກໂນໂລຢີ ແລະ ສາດລຶກລັບບູຮານ ເລື່ອງທີ່ອະທິບາຍຍາກເໜືອທໍາມະຊາດ ມີເຊັ້ນສ໌ມີລາງສັງຫອນແມ່ນຍໍາ ມີວັດຖຸມົງຄຸນໄວ້ຄຸ້ມຕົວ ມີລາບລອຍ ມີຄວາມຂະຫຍັນໝັ່ນພຽນ ສູ້ວຽກ ເຮັດວຽກເກັ່ງ ວ່ອງໄວ ທັນສະໄໝ ເໝາະສໍາລັບຄົນໄວເຮັດວຽກ ຫຼື ຄົນທີ່ມີຄວາມຊ້າ ແລະ ຢາກຈະກະຕືລືລົ້ນຫຼາຍຍິ່ງຂຶ້ນ ສຸຂະພາບຮໍໂມນເພດແຂງແຮງ ຖ້າເປັນຄົນສູງອາຍຸໃຊ້ຈະມີຄວາມກະສັບກະເສງ, ຄ່ອງແຄ່ວວ່ອງໄວ, ເປັນເລກດີເໝາະສົມ. ເໝາະກັບວຽກກ່ຽວກັບລົດ, ຍານພາຫະນະ, ນັກກິລາ, ນັກແຂ່ງ, ໂຮງງານອາໄຫຼ່ລົດ ແລະຄົນທີ່ຕ້ອງການຄວາມຄ່ອງແຄ່ວ, ແລະອື່ນໆ
Ý nghĩa cặp số thứ 4
ຜູ້ໃຊ້ເປັນຄົນຮັກຄວາມກ້າວໜ້າ ແລະ ມັກພັດທະນາຕົນເອງຢູ່ສະເໝີ ສະຕິປັນຍາດີ ສະຫຼາດສະຫຼຽວ ເປັນນັກເວົ້າ ເວົ້າດີ ຮອບຮູ້ ສະຫຼາດຫຼັກແຫຼມ ເຮັດຫຍັງຄ່ອງແຄ້ວວ່ອງໄວ ຄົນອື່ນເຮັດຕາມບໍ່ທັນ ສະໝອງລໍ້າເລີດ ທັນຂ່າວທັນຂໍ້ມູນ ໄຮເທັກ ສົນໃຈໃນດ້ານພາສາ ພາສາຕ່າງຊາດຕ່າງພາສາຈະເດັ່ນຫຼາຍ ມັກສຶກສາຈົນແຕກສານ ຖ້າໃຊ້ໃນໄວຮຽນ ມັກເກັ່ງພາສາຕ່າງຊາດ ຫຼືກ່ຽວຂ້ອງກັບຕ່າງຊາດສະເໝີ ຊ່າງເວົ້າຊ່າງເຈລະຈາ ໃຊ້ໃນໄວເຮັດວຽກຫຼືໄວຜູ້ສູງອາຍຸ ຈະມັກສູດມົນ ມົນຄາຖາ ວ່າຄາຖາແລ້ວຂຶ້ນແລ້ວຂັງ ເປັນເລກທີ່ເໝາະສົມກັບທຸກເພດທຸກໄວ ເໝາະກັບການເວົ້າ ວຽກທີ່ຕ້ອງເວົ້າ ການຕິດຕາມຂໍ້ມູນຂ່າວສານ ຕິດຕໍ່ກັບຕ່າງປະເທດ ມີເຊັ້ນສ໌ແມ້ນຍໍາ ການເດີນທາງໄກ ເທັກໂນໂລຢີໃໝ່ໆປະຫວັດສາດ ໂຫລາສາດ ເລື່ອງລຶກລັບ ແລະ ໃນຂະນະດຽວກັນກໍຊອບໃນເລື່ອງເທັກໂນໂລຢີຄວາມທັນສະໄໝດ້ວຍ ເລກນີ້ລວມຄວາມເຖິງຄວາມເປັນສະໄໝໃໝ່ທັນສະໄໝ ແລະຄວາມບູຮານລຶກລັບໄວ້ໃນຄົນດຽວກັນ
Ý nghĩa cặp số thứ 5
ຄູ່ເລກ 44 ສະຫຼາດໄຫວພິບດີ, ເຈລະຈາເກັ່ງ, ທັນສະໄໝ ຜູ້ໃຊ້ເລກນີ້ຈະເປັນຄົນມີຄວາມຮູ້ໄຫວພິບ ສະຕິປັນຍາດີຫຼາຍ ທັນສະຖານະການ ທັນເຫດການຂ່າວສານ ເປັນນັກວາງແຜນຊັ້ນຍອດ ສະຫຼາດຫຼັກແຫຼມ ສະຫຼາດຫຼາຍ ເຈົ້າແຫ່ງປັນຍາ ແຫຼມຄົມ ເປັນນັກເວົ້ານັກຄິດນັກເຈລະຈາ ເປັນນັກເວົ້າ ມີຄວາມທັນສະໄໝ ຄວາມຄິດດີ ມີໄອເດຍໃໝ່ໆ ກ້າຄິດກ້າເຮັດ ພັດທະນາຕົນເອງແລະສິ່ງຕ່າງໆໄດ້ດີ ໄດ້ມີໂອກາດພົບປະຜູ້ຄົນ ເດີນທາງ ເຂົ້າກັບຄົນອື່ນໄດ້ງ່າຍ ປັບຕົວໄວ ເຂົ້າສັງຄົມໄດ້ດີ ມີເພື່ອນຝູງຫຼາຍ ເປັນຄົນເກັ່ງ ສາມາດເຮັດວຽກຍາກໄດ້ ເຖິງແມ່ນບໍ່ຖະໜັດ ຫົວໄວ ເປັນເລກສຸດຍອດໃນເລື່ອງຫົວໄວໄຫວພິບ ເຈລະຈາຄ້າຂາຍ ຂໍ້ມູນຂ່າວສານ ປະຊາສໍາພັນ ເປັນເບີດີທີ່ໄດ້ໃຊ້ກັບອາຊີບທີ່ເໝາະສົມດີທີ່ສຸດ ເຊັ່ນ: ການເຮັດການຄ້າ ທີ່ຕ້ອງເຈລະຈາຄ້າຂາຍ ທີ່ຕ້ອງເວົ້າລົມ ວຽກກ່ຽວກັບເອກະສານ, ຄອມພິວເຕີ, ເທັກໂນໂລຢີ, ນັກຂ່າວ, ນັກປະຊາສໍາພັນ, ການຂາຍຂອງທຸກປະເພດ, ຫຼິ້ນຮຸ້ນ, ລົງທຶນ, ນັກການທູດ, ເຊວຂາຍ, ນັກບັນຊີ, ທະນາຍຄວາມ, ຄ້າຂາຍຂອງໄອທີກໍໄດ້ ເຮັດໄດ້ຫຼາຍຢ່າງເພາະເປັນເລກເກັ່ງ ແລະ ຄວາມສາມາດ
Ý nghĩa cặp số thứ 6
ເຈລະຈາປາໄສເກັ່ງ ມີເຫດຜົນມີຫຼັກການຄວາມຄິດດີຫຼາຍ ຜູ້ໃຫຍ່ຮັກເມດຕາ ເອັນດູໃຫ້ການຊ່ວຍເຫຼືອດີຫຼາຍ ເປັນຄົນມີຄວາມຮູ້ ມີເຄດິດດີ ມີເສັ້ນສາຍ ການງານເກັ່ງໄຫວພິບດີປັນຍາເປັນເລີດ ເຮັດວຽກເກັ່ງຄ່ອງແຄ້ວວ່ອງໄວ ຮຽນຮູ້ຫຍັງກໍ່ໄວໄປໝົດ ຖ້າຢູ່ໃນໄວຮຽນກໍເປັນຜູ້ສະຫຼາດໃນການຄຳນວນ ເດັ່ນເລື່ອງສະຕິປັນຍາ ຫົວດີຫົວໄວ ຄວາມໜ້າເຊື່ອຖື ແລະ ວຽກທີ່ຕ້ອງໃຊ້ຄຳເວົ້າ ໃຊ້ເຄດິດໃນການເຈລະຈາ ມີຄວາມໜ້າເຊື່ອຖື ເໝາະສົມຫຼາຍກັບວຽກວິຊາການ, ການຮຽນ, ວຽກລັດຖະການ, ວຽກທີ່ຕ້ອງໃຊ້ການເຈລະຈາຊື່ສຽງ, ວຽກທີ່ມີກຽດກໍເໝາະສົມ
Ý nghĩa cặp số thứ 7
ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້
Ghi chú: Số này được xếp là số phong thủy, nhưng nên tìm hiểu về nghề nghiệp, chức vụ công việc hoặc giới tính trước khi dùng để phù hợp và thấy kết quả tốt nhất. Bói theo môn năng lượng con số của Thái Lan; “số phong thủy hay con số may mắn” chỉ là niềm tin cá nhân.