Nhập số muốn bói
Ý nghĩa theo từng mặt
Tính cách bên ngoài
Sẽ mang lại ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ ເປັນຄົນໃຈຄໍກວ້າງຂວາງ ຕົງໄປຕົງມາ ເປີດເຜີຍ ຮັກອິດສະຫຼະ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ
Công việc
Sẽ mang lại ມັກຄ້າຂາຍຂອງຫຼູຫລາ ລາຄາແພງໄດ້ດີ ທັນຄົນ ບໍ່ເສຍຮູ້ໃຜ ພັດທະນາຕົນເອງຢູ່ສະເໝີ ທະເຍີທະຍານ ມີການວາງແຜນຊີວິດທຸກຢ່າງຢ່າງເປັນລະບົບ ແລະ ມີແບບແຜນຊັດເຈນ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນໂລກທຸລະກິດຈະມີໂຊກດ້ານການເຮັດວຽກໄດ້ເງິນຫຼາຍ ແລະ ມັກໄດ້ຮັບໄຊຊະນະ ມີຄວາມມຸ່ງໝັ້ນຂະຫຍັນຫາລາຍໄດ້ຫາວຽກ ຂະຫຍັນທຳມາຫາກິນ ມີຫຼັກເກນແບບແຜນຂອງຕົນເອງຢ່າງຊັດເຈນ ເປັນຄົນສູ້ວຽກ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ
Tài chính
Sẽ mang lại ເງິນຄໍາຫາງ່າຍ ມີກິນມີໃຊ້ຕະຫຼອດບໍ່ຂາດມື ຮູ້ຈັກໃຊ້ຈ່າຍ ຄິດວິເຄາະການໃຊ້ເງິນຢ່າງເປັນລະບົບລະບຽບ ວາງແຜນການໃຊ້ເງິນໄດ້ເປັນຢ່າງດີ ເກັບເງິນເກັ່ງ ຮູ້ຊ່ອງທາງທຳມາຫາກິນ ຢິບຈັບຫຍັງກໍເປັນເງິນເປັນຄຳ ມີຄາລົມເຈລະຈາດີໃນການຫາເງິນ ຫາເງິນໄດ້ຈາກຫຼາຍໆຢ່າງທີ່ເຮັດ ແລະ ສ່ວນໃຫຍ່ລາຍໄດ້ມັກເກີດຈາກຄຳເວົ້າ
Tình duyên
Sẽ mang lại ເປັນຄົນມີສະເໜ່ໃນຕົວ ມັກຈະເລືອກຄູ່ຄອງທີ່ມີໜ້າທີ່ການງານ ແລະ ຖານະການເງິນທີ່ດີ ເນັ້ນຄູ່ຄອງທີ່ໝັ້ນຄົງດູແລໄດ້ ເວົ້າຈາດີ ມີຄວາມໄພເລາະອ່ອນຫວານ ມັກມີຄົນມາຫຼົງຮັກຢາກເວົ້າລົມດ້ວຍສະເໝີ ເພາະມີສະເໜ່ທາງຄຳເວົ້າ
Tài lộc
Sẽ mang lại ມີໂຊກລາບວາດສະໜາດີ ມີໂຊກຟຸກໆ ມີເງິນມີຄໍາເຂົ້າມາບໍ່ຂາດມື ມີໂຊກມີດວງດ້ານການແຂ່ງຂັນ ແຂ່ງຫຍັງກໍ່ມັກຈະໄດ້ຮັບໄຊຊະນະຢູ່ສະເໝີ
Ý nghĩa cặp số
Ý nghĩa cặp số thứ 1
ເລກ 69/96 ເປັນຄູ່ເລກກະແສໃບພັດແຫ່ງການເງິນ ເປັນເລກທີ່ບັນດາຊິນແສໝໍດູຄົນດັງມັກໃຊ້ເສີມໃນເບີໂທລະສັບ ເພື່ອໜູນໃຫ້ເກີດພະລັງງານຢິນ-ຢາງ, ມີພະລັງງານການເງິນໝູນຄ່ອງ ເງິນສະພັດ. ຍັງສົ່ງເສີມໃຫ້ຜູ້ໃຊ້ງານມີຊື່ສຽງດີ ມີຄົນຮັກໃຄ່ ມີຄົນນິຍົມຊົມຊອບ. ມີໂຊກລາບວາດສະໜາດີ ມີໂຊກຟຸກໆ. ພະລັງງານຢິນ-ຢາງນີ້ສົ່ງຜົນໃຫ້ມີເງິນມີຄໍາເຂົ້າມາບໍ່ຂາດມືຫາເງິນໄດ້ຫຼາຍທາງ ຫາເງິນຄ່ອງ ຊີວິດມີຄວາມສຸກ ບໍ່ຕ້ອງກັງວົນໃນດ້ານການໃຊ້ຈ່າຍ ຈະມີເຂົ້າມາສະເໝີໆ. ໄດ້ມີໂອກາດຮ່ວມກິດຈະການງານບຸນເລື້ອຍໆ ເດີນທາງໄປເຮັດບຸນຕ່າງຖິ່ນຕ່າງທີ່ ຫຼືມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ. ເປັນຄົນອາລົມດີ ມີສິນລະປະໃນຊີວິດ ມີຄວາມຄິດສ້າງສັນທີ່ຍອດຢ້ຽມ. ເປັນຄົນມີລົດນິຍົມດີ, ເລີດຫູຼ, ແຕ່ງຕົວດີ, ວາຈາອ່ອນຫວານ, ປາກຫວານ, ຈິນຕະນາການດີ, ມີຄວາມໂຣແມນຕິກໃນຕົນເອງ, ມີສະເໜ່, ເປັນທີ່ຮັກໃຄ່ຂອງໝູ່ເພື່ອນ. ຫາເງິນເກັ່ງ. ດ້ວຍລົດນິຍົມດີ, ແຕ່ງຕົວດີຈະສົ່ງເສີມໃຫ້ເບິ່ງມີເຄຣດິດດີ, ມີພູມຖານ, ເບິ່ງໄຮໂຊ. ມັກຄ້າຂາຍຂອງແພງ ຂອງຫຼູຫລາ ລາຄາແພງໄດ້ດີ ເປັນຄູ່ເລກທີ່ດີຫຼາຍ
Ý nghĩa cặp số thứ 2
ຄູ່ເລກຍອດນັກວາງແຜນ ເປັນຄູ່ເລກຂອງນັກບໍລິຫານ ຜູ້ໃຊ້ວິໄສທັດດີຫຼາຍ ລະອຽດຮອບຄອບ ມອງການໄກ,ວາງແຜນໄລຍະຍາວເກັ່ງ ລະມັດລະວັງຕົນເອງດີ ບໍ່ຖືກໃຜຕົວະງ່າຍໆ ບໍ່ໄວ້ໃຈໃຜງ່າຍໆ ມີຄວາມທະເຍີທະຍານມຸ່ງໝັ້ນໃນການຫາລາຍໄດ້ ເລກນີ້ຈຶ່ງເດັ່ນໃນເລື່ອງຂອງການເງິນຫຼາຍ ມີຄົນຊ່ວຍເຫຼືອການງານດີ ວາງແຜນພັດທະນາຕົນເອງຢ່າງເປັນຂັ້ນຕອນ ໝັ້ນຄົງ ມີແຜນສຳຮອງສະເໝີ ແລະ ມັກເປັນໄປຕາມແຜນທີ່ວາງໄວ້ ຈຶ່ງຈັດວ່າເປັນສຸດຍອດຂອງຄູ່ເລກນັກວາງແຜນ ມີນິໄສມັກຄຳນວນສິ່ງຕ່າງໆ ວ່າຄຸ້ມຄ່າກັບການລົງທຶນຫຼືບໍ່ ຈຶ່ງມີຄຳວ່າຜົນປະໂຫຍດໃນທຸກເລື່ອງ ດ້ວຍຄວາມທີ່ເປັນຄົນລະອຽດຖີ່ຖ້ວນເລືອກຫຼາຍ ທັງເລື່ອງຄວາມຮັກກໍເລືອກຫຼາຍເຊັ່ນກັນ ຖ້າບໍ່ໝັ້ນຄົງ ຈະບໍ່ຕົກລົງປົງໃຈກັບຄົນນັ້ນ ເໝາະຫຼາຍກັບວຽກບັນຊີ-ການເງິນ, ຈັດການເອກະສານ, ນັກກົດໝາຍ, ວຽກນະໂຍບາຍ, ວຽກວາງແຜນ, ວຽກນັກບໍລິຫານ, ເຈົ້າຂອງກິດຈະການ, ການລົງທຶນຕ່າງໆ
Ý nghĩa cặp số thứ 3

Ý nghĩa cặp số thứ 4
ເລກ 69/96 ເປັນຄູ່ເລກກະແສໃບພັດແຫ່ງການເງິນ ເປັນເລກທີ່ບັນດາຊິນແສໝໍດູຄົນດັງມັກໃຊ້ເສີມໃນເບີໂທລະສັບ ເພື່ອໜູນໃຫ້ເກີດພະລັງງານຢິນ-ຢາງ, ມີພະລັງງານການເງິນໝູນຄ່ອງ ເງິນສະພັດ. ຍັງສົ່ງເສີມໃຫ້ຜູ້ໃຊ້ງານມີຊື່ສຽງດີ ມີຄົນຮັກໃຄ່ ມີຄົນນິຍົມຊົມຊອບ. ມີໂຊກລາບວາດສະໜາດີ ມີໂຊກຟຸກໆ. ພະລັງງານຢິນ-ຢາງນີ້ສົ່ງຜົນໃຫ້ມີເງິນມີຄໍາເຂົ້າມາບໍ່ຂາດມືຫາເງິນໄດ້ຫຼາຍທາງ ຫາເງິນຄ່ອງ ຊີວິດມີຄວາມສຸກ ບໍ່ຕ້ອງກັງວົນໃນດ້ານການໃຊ້ຈ່າຍ ຈະມີເຂົ້າມາສະເໝີໆ. ໄດ້ມີໂອກາດຮ່ວມກິດຈະການງານບຸນເລື້ອຍໆ ເດີນທາງໄປເຮັດບຸນຕ່າງຖິ່ນຕ່າງທີ່ ຫຼືມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ. ເປັນຄົນອາລົມດີ ມີສິນລະປະໃນຊີວິດ ມີຄວາມຄິດສ້າງສັນທີ່ຍອດຢ້ຽມ. ເປັນຄົນມີລົດນິຍົມດີ, ເລີດຫູຼ, ແຕ່ງຕົວດີ, ວາຈາອ່ອນຫວານ, ປາກຫວານ, ຈິນຕະນາການດີ, ມີຄວາມໂຣແມນຕິກໃນຕົນເອງ, ມີສະເໜ່, ເປັນທີ່ຮັກໃຄ່ຂອງໝູ່ເພື່ອນ. ຫາເງິນເກັ່ງ. ດ້ວຍລົດນິຍົມດີ, ແຕ່ງຕົວດີຈະສົ່ງເສີມໃຫ້ເບິ່ງມີເຄຣດິດດີ, ມີພູມຖານ, ເບິ່ງໄຮໂຊ. ມັກຄ້າຂາຍຂອງແພງ ຂອງຫຼູຫລາ ລາຄາແພງໄດ້ດີ ເປັນຄູ່ເລກທີ່ດີຫຼາຍ
Ý nghĩa cặp số thứ 5
ຜູ້ໃຊ້ເລກນີ້ຊີວິດມັກປະສົບຄວາມສຳເລັດ ມີໄຊຊະນະໃນການແຂ່ງຂັນຕ່າງໆ ດວງເຮັງດ້ານການແຂ່ງຂັນ ມັກແຂ່ງຂັນສອບເຂົ້າ ນັກກິລາແຂ່ງຂັນຫຍັງມັກໄດ້ໄຊຊະນະ ຄ່ອງແຄ່ວວ່ອງໄວ ເຮັດຫຍັງກໍ່ໄວ ຄິດໄວເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ມີຄວາມໄຝ່ຮູ້ໃນເລື່ອງເທັກໂນໂລຢີ ແລະ ສາດລຶກລັບບູຮານ ເລື່ອງທີ່ອະທິບາຍຍາກເໜືອທໍາມະຊາດ ມີເຊັ້ນສ໌ມີລາງສັງຫອນແມ່ນຍໍາ ມີວັດຖຸມົງຄຸນໄວ້ຄຸ້ມຕົວ ມີລາບລອຍ ມີຄວາມຂະຫຍັນໝັ່ນພຽນ ສູ້ວຽກ ເຮັດວຽກເກັ່ງ ວ່ອງໄວ ທັນສະໄໝ ເໝາະສໍາລັບຄົນໄວເຮັດວຽກ ຫຼື ຄົນທີ່ມີຄວາມຊ້າ ແລະ ຢາກຈະກະຕືລືລົ້ນຫຼາຍຍິ່ງຂຶ້ນ ສຸຂະພາບຮໍໂມນເພດແຂງແຮງ ຖ້າເປັນຄົນສູງອາຍຸໃຊ້ຈະມີຄວາມກະສັບກະເສງ, ຄ່ອງແຄ່ວວ່ອງໄວ, ເປັນເລກດີເໝາະສົມ. ເໝາະກັບວຽກກ່ຽວກັບລົດ, ຍານພາຫະນະ, ນັກກິລາ, ນັກແຂ່ງ, ໂຮງງານອາໄຫຼ່ລົດ ແລະຄົນທີ່ຕ້ອງການຄວາມຄ່ອງແຄ່ວ, ແລະອື່ນໆ
Ý nghĩa cặp số thứ 6
ເປັນຄູ່ເລກມະຫາສະເໜ່ ເລກທີ່ບາງຕຳລາຍອມຮັບ ແລະ ບາງຕຳລາບໍ່ຮັບ ວ່າເປັນຄູ່ມຸງຄຸນ ສະນັ້ນເລກຄູ່ນີ້ຕ້ອງອາໄສການຈັດລຽງຕຳແແໜ່ງທີ່ດີຈຶ່ງເກີດປະໂຫຍດທາງໂລກ ເນັ້ນສະເໜ່ເມດຕາ ສໍາລັບບາງອາຊີບ ບາງຄົນທີ່ຄວນໃຊ້ເທົ່ານັ້ນ ເນື່ອງຈາກເປັນເລກທີ່ສະເໜ່ແຮງຫຼາຍ ຈຶ່ງມີຂໍ້ຈຳກັດໃນການໃຊ້ ຄ້າຂາຍດີຫຼາຍ ມີສະເໜ່ຢ່າງມະຫາສານ ມີພະລັງດຶງດູດ ເມື່ອເລກ 2 ຄື ດວງຈັນ ກັບ ເລກ 3 ຄື ດາວອັງຄານ ມາຮວມຕົວຫັນ ກາຍເປັນເລກ "ສະເໜ່ເລົ້າຮ້ອນຊວນຫຼົງໄຫຼ" "ມະຫາສະເໜ່ ດັ່ງຕ້ອງມົນນໍ້າມັນພາຍ" ໃຜເຫັນເປັນຕ້ອງຫຼຽວຫຼັງ. ຍິ່ງໄດ້ເວົ້າລົມກັບເຈົ້າຂອງເລກ 23 32 ຈະຍິ່ງຕິດໃຈໃນລູກຫຼິ້ນ ໃນຄາລົມຄົມຄາຍ ປັບຕົວເຂົ້າກັບຄົນອ້ອມຂ້າງໄດ້ງ່າຍຫຼາຍ ມະນຸດສຳພັນດີເລີດ ເຮັດໃຫ້ເປັນຈຸດເດັ່ນ ເປັນທີ່ສົນໃຈຂອງຄົນທີ່ໄດ້ພົບເຈີໄດ້ສະເໝີ ເຊັ່ນ: ອາຊີບດາລານັກສະແດງ ບລັອກເກີ ເພາະສະນັ້ນ ຄົນທີ່ມີບຸກຄະລິກເຊັ່ນນີ້ ຈຶ່ງເປັນທີ່ຊື່ນຊອບຂອງຄົນທົ່ວໄປ ທັງຮູບຮ່າງໜ້າຕາ, ທ່າທາງ, ການເວົ້າການຈາ, ເບິ່ງແລ້ວດີມີສະເໜ່ ໃຊ້ຊີວິດຕິດຄວາມຫູຫຼາ, ເປັນສະເໜ່ດຶງດູດແກ່ຄົນອ້ອມຂ້າງຫຼາຍຫຼັກແຫຼມສະຫຼາດໃນການເຮັດວຽກ ຫາເງິນຄຳເກັ່ງຫຼາຍ ເປັນຄົນເປີດເຜີຍຈິງໃຈ ຂະຫຍັນ ມັກລຸຍ ແກ້ໄຂວຽກສະເພາະໜ້າເກັ່ງ ມີໄຫວພິບດີ ສາມາດເຮັດວຽກໄດ້ຢ່າງສຳເລັດໂດຍງ່າຍບໍ່ຕ້ອງອອກແຮງ (ແຕ່ຖ້າເລກ 23 32 ວາງຕິດເລກເສຍ ຄວາມໝາຍຈະປ່ຽນທັນທີ ສົ່ງຜົນດ້ານລົບ ເຊັ່ນ: ຫວັ່ນໄຫວງ່າຍ, ບໍ່ແນ່ນອນທາງອາລົມ ແລະ ການຕັດສິນໃຈ ຈະມີບັນຫາຄວາມຮັກເພາະສະເໜ່ແຮງຫຼາຍໄປ ມີຮັກຊ້ອນຊ່ອນເງື່ອນ, ຄວາມຮັກຊ້ອນ, ມີກິກ, ມືທີ່ສາມ ທັງຕົນເອງ ແລະ ຄູ່ຄອງ ຜິດສິນທຳໄດ້ງ່າຍ ຕົກຕ່ຳເພາະກາມ ຫ້າມໃຈຕົນເອງບໍ່ໄດ້ ມີຂ່າວເສຍຫາຍເລື່ອງເພດກົງກັນຂ້າມ ຄວນວາງເລກແຮງໆແບບນີ້ໃຫ້ຖືກຕຳແໜ່ງ ແລະ ຫ້າມຕິດເລກເສຍ)
Ý nghĩa cặp số thứ 7
ເປັນຄູ່ສະເໜ່ແຫ່ງວາຈາ ອົບອຸ່ນ ປັບຕົວເກັ່ງ ມີສະເໜ່ຄ້າຂາຍເກັ່ງ ມີວາຈາອ່ອນຫວານ ມີສະເໜ່ທາງຄຳເວົ້າແຮງຫຼາຍ ໃຜໄດ້ຍິນໄດ້ຟັງ ມັກຊື່ນຊົມຊື່ນຊອບ ຜູ້ໃຊ້ເລກນີ້ຈະໄດ້ດີເພາະຄຳເວົ້າ ມີຄວາມໂຣແມນຕິກ ມີຄົນມາຂໍຄຳແນະນຳຄຳປຶກສາເລື້ອຍໆ ສະຫຼາດທຳມາຫາກິນ ເຈລະຈາຄ້າຂາຍດີ ມີໂອກາດຫາເງິນຫາລາຍໄດ້ໄດ້ຫຼາຍສາຍ ໃຜຢູ່ໃກ້ແລ້ວມີຄວາມສຸກ ເຂົ້າເຖິງຈິດໃຈຂອງຜູ້ອື່ນ ປາກພາດີ ມີຄົນເອົາຂອງກິນມາຝາກເລື້ອຍໆ ເຮັດອາຫານເກັ່ງ ເວົ້າຈາເປັນເງິນເປັນຄຳ ຂາຍຂອງທີ່ກ່ຽວຂ້ອງກັບປະເພດນໍ້າ ຫຼື ເຄື່ອງດື່ມໄດ້ ກ່ຽວຂ້ອງກັບອາຫານໄດ້ດີຫຼາຍ ຫຼື ວຽກທີ່ຕ້ອງເວົ້າລົມເຈລະຈາໄດ້ທຸກປະເພດ ລາຍໄດ້ມັກເກີດຈາກຄຳເວົ້າ ເປັນເລກດີ ເດັ່ນເລື່ອງຄ້າຂາຍ ເຈລະຈາ ແລະ ວາຈາພານຳພາໂຊກດີມາໃຫ້ ໄດ້ດີເພາະຄຳເວົ້າ (ເວົ້າຈາດີມີແຕ່ຄົນຮັກ ມີແຕ່ຄວາມກ້າວໜ້າໃນຊີວິດ) ເໝາະເປັນຢ່າງຫຼາຍກັບອາຊີບຮ້ານອາຫານ ຫຼື ທີ່ຕ້ອງກ່ຽວຂ້ອງກັບຂອງກິນ ອາຊີບກ່ຽວກັບນໍ້າ ຂາຍນໍ້າ ຫຼື ຜະລິດຕະພັນທີ່ເປັນນໍ້າ ເສີມສວຍເສີມຄວາມງາມກໍໃຊ້ໄດ້ດີ ຫຼື ຄົນທີ່ຢາກເປັນຄົນເວົ້າເພາະເຈລະຈາມ່ວນຫູ ອາລົມດີຂຶ້ນກໍຄວນໃຊ້ເລກນີ້
Ghi chú: Số này được xếp là số phong thủy, nhưng nên tìm hiểu về nghề nghiệp, chức vụ công việc hoặc giới tính trước khi dùng để phù hợp và thấy kết quả tốt nhất. Bói theo môn năng lượng con số của Thái Lan; “số phong thủy hay con số may mắn” chỉ là niềm tin cá nhân.