ຄູ່ເລກ 51
ເລກດີ
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍສະເພາະດ້ານ
- ບຸກຄະລິກພາບ
- ເປັນຄົນເບິ່ງໂລກໃນແງ່ດີ ມີຄວາມໂອບອ້ອມອາລີ ມີເມດຕາ ມັກຊ່ວຍເຫຼືອຄົນຕົກທຸກໄດ້ຍາກ ມັກສັງຄົມ
- ການງານ
- ເປັນຄົນສະຫຼາດ ໄຝ່ຮຽນຮູ້ໃຫ້ຕົນເອງມີຄວາມຮູ້ ການງານການຮຽນເປັນເລີດ ສະມາທິດີ ມີສະຕິໃນການເຮັດວຽກ ຜົນງານຈຶ່ງອອກມາດີ ຜູ້ໃຫຍ່ສົ່ງເສີມດີຫຼາຍ ຖະໜັດຫາຊ່ອງທາງທຳມາຫາກິນ
- ການເງິນ
- ເຂົ້າໃຈວາງແຜນຊີວິດ ຮູ້ຈັກພໍປະມານພໍພຽງ ໃຊ້ສະຕິໃນການດຳເນີນຊີວິດ ບໍ່ຟຸມເຟືອຍ ຮູ້ຈັກເກັບອົດອອມ