ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍຄູ່ເລກຊຸດທີ 2

ຄວາມໝາຍຄູ່ເລກຊຸດທີ 3

ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກຍອດນັກວາງແຜນ ເປັນຄູ່ເລກຂອງນັກບໍລິຫານ ຜູ້ໃຊ້ວິໄສທັດດີຫຼາຍ ລະອຽດຮອບຄອບ ມອງການໄກ,ວາງແຜນໄລຍະຍາວເກັ່ງ ລະມັດລະວັງຕົນເອງດີ ບໍ່ຖືກໃຜຕົວະງ່າຍໆ ບໍ່ໄວ້ໃຈໃຜງ່າຍໆ ມີຄວາມທະເຍີທະຍານມຸ່ງໝັ້ນໃນການຫາລາຍໄດ້ ເລກນີ້ຈຶ່ງເດັ່ນໃນເລື່ອງຂອງການເງິນຫຼາຍ ມີຄົນຊ່ວຍເຫຼືອການງານດີ ວາງແຜນພັດທະນາຕົນເອງຢ່າງເປັນຂັ້ນຕອນ ໝັ້ນຄົງ ມີແຜນສຳຮອງສະເໝີ ແລະ ມັກເປັນໄປຕາມແຜນທີ່ວາງໄວ້ ຈຶ່ງຈັດວ່າເປັນສຸດຍອດຂອງຄູ່ເລກນັກວາງແຜນ ມີນິໄສມັກຄຳນວນສິ່ງຕ່າງໆ ວ່າຄຸ້ມຄ່າກັບການລົງທຶນຫຼືບໍ່ ຈຶ່ງມີຄຳວ່າຜົນປະໂຫຍດໃນທຸກເລື່ອງ ດ້ວຍຄວາມທີ່ເປັນຄົນລະອຽດຖີ່ຖ້ວນເລືອກຫຼາຍ ທັງເລື່ອງຄວາມຮັກກໍເລືອກຫຼາຍເຊັ່ນກັນ ຖ້າບໍ່ໝັ້ນຄົງ ຈະບໍ່ຕົກລົງປົງໃຈກັບຄົນນັ້ນ ເໝາະຫຼາຍກັບວຽກບັນຊີ-ການເງິນ, ຈັດການເອກະສານ, ນັກກົດໝາຍ, ວຽກນະໂຍບາຍ, ວຽກວາງແຜນ, ວຽກນັກບໍລິຫານ, ເຈົ້າຂອງກິດຈະການ, ການລົງທຶນຕ່າງໆ
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກສະເໜ່ ສວຍຫຼໍ່ ມີສະເໜ່ເລືອກໄດ້ 36/63 ເປັນເລກຄູ່ມິດ ເລກນີ້ມັກມີພອນສະຫວັນບາງຢ່າງສະເພາະຕົວ ມີສະເໜ່ດຶງດູດເພດກົງກັນຂ້າມ ລວມເຖິງຫາເງິນເຂົ້າໄດ້ເກັ່ງຫຼາຍ ຮັ່ງມີໄດ້ໄວ ເພາະຫາລາຍໄດ້ຈາກຫຼາຍທາງພ້ອມໆກັນ ມັກມີຄວາມສາມາດໃນການຫາເງິນເກັ່ງຫຼາຍ ມີຄວາມຂະຫຍັນຫຼາຍຂຶ້ນ ແລະ ໃນດ້ານສະເໜ່ ຖ້າຜູ້ຍິງທີ່ຍັງໂສດໃຊ້ກໍຈະມີຊາຍໜຸ່ມເຂົ້າມາຄົບຫາເລື້ອຍໆ ຖ້າເພດຊາຍໃຊ້ກໍຈະມີສາວໆລຸມຕອມ ເປັນເລກສະຫຼະໂສດກໍ່ວ່າໄດ້ ແຕ່ຖ້າຄົນມີຄູ່ຢູ່ແລ້ວກໍໝາຍເຖິງຈະໄດ້ຄູ່ຄອງດີ ເອົາອົກເອົາໃຈດີຫຼາຍ ເພາະມີສະເໜ່ຕໍ່ຄົນຮັກຫຼາຍ ເຮັດໃຫ້ຄົນຮັກຫຼົງ ທຸ່ມເທ ເອົາອົກເອົາໃຈຢ່າງດີ ຕົວເລກຄູ່ນີ້ຍັງສົ່ງຜົນໃຫ້ເຈົ້າຊະຕາມີຄວາມສາມາດພິເສດ ກະຕືລືລົ້ນ ຊອບເຮັດວຽກໃໝ່ ມີຄວາມທ້າທາຍໃນຊີວິດ ມີອາລົມສິລະປິນຢູ່ໃນຕົນເອງ ມັກໄດ້ລາບຍົດຈາກຜູ້ໃຫຍ່ ໜ້າທີ່ການງານດີ ຕໍາແໜ່ງວຽກເລື່ອນຂັ້ນເລື້ອຍໆ ອາດມີໂອກາດເດີນທາງເລື້ອຍໆ ມີໝູ່ເພື່ອນຫຼາຍ ທັງວຽກງານ, ການເງິນ, ຄວາມຮັກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 6
ຜູ້ໃຊ້ເລກນີ້ຊີວິດມັກປະສົບຄວາມສຳເລັດ ມີໄຊຊະນະໃນການແຂ່ງຂັນຕ່າງໆ ດວງເຮັງດ້ານການແຂ່ງຂັນ ມັກແຂ່ງຂັນສອບເຂົ້າ ນັກກິລາແຂ່ງຂັນຫຍັງມັກໄດ້ໄຊຊະນະ ຄ່ອງແຄ່ວວ່ອງໄວ ເຮັດຫຍັງກໍ່ໄວ ຄິດໄວເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ມີຄວາມໄຝ່ຮູ້ໃນເລື່ອງເທັກໂນໂລຢີ ແລະ ສາດລຶກລັບບູຮານ ເລື່ອງທີ່ອະທິບາຍຍາກເໜືອທໍາມະຊາດ ມີເຊັ້ນສ໌ມີລາງສັງຫອນແມ່ນຍໍາ ມີວັດຖຸມົງຄຸນໄວ້ຄຸ້ມຕົວ ມີລາບລອຍ ມີຄວາມຂະຫຍັນໝັ່ນພຽນ ສູ້ວຽກ ເຮັດວຽກເກັ່ງ ວ່ອງໄວ ທັນສະໄໝ ເໝາະສໍາລັບຄົນໄວເຮັດວຽກ ຫຼື ຄົນທີ່ມີຄວາມຊ້າ ແລະ ຢາກຈະກະຕືລືລົ້ນຫຼາຍຍິ່ງຂຶ້ນ ສຸຂະພາບຮໍໂມນເພດແຂງແຮງ ຖ້າເປັນຄົນສູງອາຍຸໃຊ້ຈະມີຄວາມກະສັບກະເສງ, ຄ່ອງແຄ່ວວ່ອງໄວ, ເປັນເລກດີເໝາະສົມ. ເໝາະກັບວຽກກ່ຽວກັບລົດ, ຍານພາຫະນະ, ນັກກິລາ, ນັກແຂ່ງ, ໂຮງງານອາໄຫຼ່ລົດ ແລະຄົນທີ່ຕ້ອງການຄວາມຄ່ອງແຄ່ວ, ແລະອື່ນໆ
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ