ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍຄູ່ເລກຊຸດທີ 2
ເລກຄູ່ 17 71 ເປັນເລກ ດຸໝັ່ນຂະຫຍັນເຮັດວຽກເກັ່ງ, ອຸດສາຫະ, ໜັກເອົາເບົາສູ້ ເລກພະລະກຳລັງສູງ ຂະຫຍັນເຮັດວຽກ ໜັກເອົາເບົາສູ້ ເຮັດວຽກຈິງຈັງບໍ່ຄ່ອຍໄດ້ພັກຜ່ອນ ບໍ່ຄ່ອຍເໝາະກັບຄົນທີ່ມີຄວາມຄຽດງ່າຍ ແຕ່ເໝາະສົມກັບຄົນທີ່ບໍ່ມີໄຟໃນການເຮັດວຽກ ເປັນເລກພະລັງງານຂອງນັກສູ້ ເຖິງເໜັດເໜື່ອຍເທົ່າໃດກໍສູ້ງານ ມີຄວາມຮັບຜິດຊອບຫຼາຍ ວຽກທຸກຢ່າງສຳເລັດໄດ້ດ້ວຍຕົນເອງ ມັກໃຊ້ເວລາເກືອບທັງໝົດຂອງຊີວິດກັບເລື່ອງການງານ ທຸ້ມເທກັບວຽກ ຂໍ້ດີຄືມັກໄດ້ດີ, ມີຄວາມເກັ່ງ, ມີຄວາມກ້າ ຈົນບາງຄັ້ງກໍຖືກໝັ່ນໄສ້. ເປັນຄົນຈິງກ້າຕໍ່ສູ້ເພື່ອຄວາມຖືກຕ້ອງ, ເປັນນັກຄິດ ແລະ ນັກປະຕິບັດ, ບໍ່ຄິດເພິ່ງພາໃຜ. ກ້າລຸຍໄປຂ້າງໜ້າດ້ວຍຄວາມໝັ້ນໃຈ. ເປັນເລກຂອງຄົນມີໄຟແຮງ, ມັກມີປະສົບການຊີວິດໂຊກໂຊນ
ຄວາມໝາຍຄູ່ເລກຊຸດທີ 3
ຄູ່ເລກ 37 73 ເລກແຫ່ງອຸບັດຕິເຫດ ຄວາມທຸກ ຄວາມກົດດັນ ເປັນຫຍັງຊີວິດມັນຍຸ້ງຍາກຫຼາຍຂະໜາດນີ້ ມີແຕ່ບັນຫາທຸກຢ່າງລຸມຮອບ ມີອຸປະສັກໃນຊີວິດຫຼາຍ ກືນບໍ່ເຂົ້າຄາຍບໍ່ອອກ ຊີວິດຕ້ອງຕໍ່ສູ້ບໍ່ໄດ້ພັກ ເບື່ອໜ່າຍ ເສົ້າໝອງ ຕ້ອງອົດທົນ ທຸກຮ້ອນກຸ້ມໃຈ ມີເລື່ອງລາວຄາລາຄາຊັງແກ້ໄຂບໍ່ຈົບບໍ່ສິ້ນ ຍືດເຍື້ອຍາວນານ ຊີວິດນີ້ຄືການຕໍ່ສູ້ (ສູ້ຫຼາຍກວ່າຄົນອື່ນ ຈົນເໜື່ອຍຈົນທໍ້ ບໍ່ມີເວລາພັກ) ມີແຕ່ຄວາມເສົ້າ ທຸກ ມົວໝອງ ທຸກຮ້ອນ ໄຟສຸມເອິກ ກຸ້ມໃຈເຫຼືອປະມານ ຊີວິດມີແຕ່ເລື່ອງກົດດັນບີບບັງຄັບ ທຸກໆໆໆໆ ທຸກແທ້ໆ ຕ້ອງເຮັດວຽກໜັກ ຕ້ອງເຮັດວຽກທົນ ມີໄພຈາກສັດ ບໍ່ຄ່ອຍຢຸດໄດ້ພັກ ຊີວິດອິດເມື່ອຍ ມີເກນອຸບັດຕິເຫດ ຫວຸດຫວິດ ຊີກຊົນເລື້ອຍໆ ລະວັງບັນຫາສຸຂະພາບ ຂໍ້ຕໍ່ ກະດູກ, ມື, ຂາ, ແຂນ, ຄໍ, ໂລກຮັກສາບໍ່ຫາຍ, ເຈັບປ່ວຍເລື້ອຍໆ, ໂລກຍືດເຍື້ອ, ເຮັດວຽກໜັກ, ພັກຜ່ອນໜ້ອຍ, ວຽກຍາກທີ່ໜ້ອຍຄົນຈະເຮັດໄດ້, ມີອຸບັດຕິເຫດຈາກການເດີນທາງ, ມີເຄາະເວລາເດີນທາງ, ຂັບລົດຊີກຊົນເລື້ອຍໆ, ຫາບ່ອນຈອດລົດຍາກ, ເບກ ແລະ ຊ່ວງລ່າງລົດບໍ່ດີ ການເງິນກໍມີບັນຫາ ຄວາມຮັກກໍບໍ່ສົມປາດຖະໜາ ຕ້ອງອົດຕ້ອງທົນຕ້ອງລໍ ເຮັດຫຍັງກໍດົນກວ່າຈະໄດ້ຜົນຈະເຫັນຜົນ ເຖິງແມ່ນຄູ່ກັນແລ້ວກໍມັກຕ້ອງແຍກກັນຢູ່ ຫ່າງໄກກັນ ຊີວິດຕ້ອງຜ່ານຫຍັງຫຼາຍກວ່າຄົນອື່ນ (ເປັນເລກບໍ່ດີຂັ້ນວິກິດ, ຄວນປ່ຽນດ່ວນ!!)
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກສະເໜ່ ສວຍຫຼໍ່ ມີສະເໜ່ເລືອກໄດ້ 36/63 ເປັນເລກຄູ່ມິດ ເລກນີ້ມັກມີພອນສະຫວັນບາງຢ່າງສະເພາະຕົວ ມີສະເໜ່ດຶງດູດເພດກົງກັນຂ້າມ ລວມເຖິງຫາເງິນເຂົ້າໄດ້ເກັ່ງຫຼາຍ ຮັ່ງມີໄດ້ໄວ ເພາະຫາລາຍໄດ້ຈາກຫຼາຍທາງພ້ອມໆກັນ ມັກມີຄວາມສາມາດໃນການຫາເງິນເກັ່ງຫຼາຍ ມີຄວາມຂະຫຍັນຫຼາຍຂຶ້ນ ແລະ ໃນດ້ານສະເໜ່ ຖ້າຜູ້ຍິງທີ່ຍັງໂສດໃຊ້ກໍຈະມີຊາຍໜຸ່ມເຂົ້າມາຄົບຫາເລື້ອຍໆ ຖ້າເພດຊາຍໃຊ້ກໍຈະມີສາວໆລຸມຕອມ ເປັນເລກສະຫຼະໂສດກໍ່ວ່າໄດ້ ແຕ່ຖ້າຄົນມີຄູ່ຢູ່ແລ້ວກໍໝາຍເຖິງຈະໄດ້ຄູ່ຄອງດີ ເອົາອົກເອົາໃຈດີຫຼາຍ ເພາະມີສະເໜ່ຕໍ່ຄົນຮັກຫຼາຍ ເຮັດໃຫ້ຄົນຮັກຫຼົງ ທຸ່ມເທ ເອົາອົກເອົາໃຈຢ່າງດີ ຕົວເລກຄູ່ນີ້ຍັງສົ່ງຜົນໃຫ້ເຈົ້າຊະຕາມີຄວາມສາມາດພິເສດ ກະຕືລືລົ້ນ ຊອບເຮັດວຽກໃໝ່ ມີຄວາມທ້າທາຍໃນຊີວິດ ມີອາລົມສິລະປິນຢູ່ໃນຕົນເອງ ມັກໄດ້ລາບຍົດຈາກຜູ້ໃຫຍ່ ໜ້າທີ່ການງານດີ ຕໍາແໜ່ງວຽກເລື່ອນຂັ້ນເລື້ອຍໆ ອາດມີໂອກາດເດີນທາງເລື້ອຍໆ ມີໝູ່ເພື່ອນຫຼາຍ ທັງວຽກງານ, ການເງິນ, ຄວາມຮັກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 67 76 ຜິດຫວັງດ້ານຄວາມຮັກ, ຮັກຊ້ອນ, ອຸບັດຕິເຫດ, ການເງິນຝືດເຄືອງ, ເງິນຮົ່ວ ທໍລະຫົດ ລາຍຈ່າຍສູງ ທຸກໃຈກັງວົນໃຈເລື່ອງເງິນ ມີຄົນຊ່ວຍໃຊ້ເງິນ ປ່ອຍເຄຣດິດໃຫ້ໃຜກູ້ຢືມແລ້ວທວງຍາກບໍ່ໄດ້ຄືນ ມີຄະດີຄວາມທາງການເງິນ ຖ້າເຮັດທຸລະກິດຈະໄດ້ຮັບເງິນຊ້າ ພາລະຮັບຜິດຊອບຫຼາຍ ພາຍນອກເດູດີ ແຕ່ເບື້ອງຫຼັງມີໜີ້ສິນຫຼາຍ ມີພາລະຜ່ອນຫຼາຍຢ່າງ ຊັກໜ້າຖົມຫຼັງ ເຈົ້າຂອງເອງກໍໃຊ້ເງິນເກັ່ງ ຫຼື ຈະເປັນອີກກໍລະນີໜຶ່ງຄື ຂີ້ຖີ່ຫຼາຍ ມີເງິນບໍ່ໃຊ້ເງິນເລີຍກໍໄດ້ ເອີ້ນວ່າຝືດເຄືອງທາງການເງິນ ໃຊ້ເງິນບໍ່ໄດ້ ບໍ່ມີເງິນໃຫ້ໃຊ້ ສ່ວນຄວາມຮັກນັ້ນຍໍ້າແຍ່ ຕ້ອງອົດທົນໜັກໜາ ດີກໍດີຫຼາຍ ຮ້າຍກໍທໍລະມານ ຖ້າຮັກໃຜຍອມທຸ່ມເທໃຫ້ໝົດ ແຕ່ຄວາມຮັກຈະບໍ່ສົມຫວັງ ມີອຸປະສັກ ພັດພາກ ແຍກຈາກ ຫຼືຢູ່ ຫ່າງໄກກັນ ຮັກທີ່ຕ້ອງລໍຖ້າ ຮັກທີ່ຕ້ອງອົດທົນ ແລະ ມີປາກສຽງກັບຄູ່ຂອງຕົນເອງເລື້ອຍໆ ກະທົບກະທັ່ງກັນເລື້ອຍໆ ບໍ່ຄ່ອຍລົງລອຍກັນ ເຮັດຫຍັງກໍບໍ່ໄດ້ດັ່ງໃຈ ບັນຫາເລື່ອງມົດລູກສຳລັບຜູ້ຍິງ ຕ່ອມລູກໝາກສຳລັບຜູ້ຊາຍ ສະມັດຖະພາບທາງເພດ ກະເພາະປັດສະວະ ພະຍາດໃນຊ່ອງທ້ອງ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 6
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ