ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍຄູ່ເລກຊຸດທີ 2
ເລກຄູ່ 17 71 ເປັນເລກ ດຸໝັ່ນຂະຫຍັນເຮັດວຽກເກັ່ງ, ອຸດສາຫະ, ໜັກເອົາເບົາສູ້ ເລກພະລະກຳລັງສູງ ຂະຫຍັນເຮັດວຽກ ໜັກເອົາເບົາສູ້ ເຮັດວຽກຈິງຈັງບໍ່ຄ່ອຍໄດ້ພັກຜ່ອນ ບໍ່ຄ່ອຍເໝາະກັບຄົນທີ່ມີຄວາມຄຽດງ່າຍ ແຕ່ເໝາະສົມກັບຄົນທີ່ບໍ່ມີໄຟໃນການເຮັດວຽກ ເປັນເລກພະລັງງານຂອງນັກສູ້ ເຖິງເໜັດເໜື່ອຍເທົ່າໃດກໍສູ້ງານ ມີຄວາມຮັບຜິດຊອບຫຼາຍ ວຽກທຸກຢ່າງສຳເລັດໄດ້ດ້ວຍຕົນເອງ ມັກໃຊ້ເວລາເກືອບທັງໝົດຂອງຊີວິດກັບເລື່ອງການງານ ທຸ້ມເທກັບວຽກ ຂໍ້ດີຄືມັກໄດ້ດີ, ມີຄວາມເກັ່ງ, ມີຄວາມກ້າ ຈົນບາງຄັ້ງກໍຖືກໝັ່ນໄສ້. ເປັນຄົນຈິງກ້າຕໍ່ສູ້ເພື່ອຄວາມຖືກຕ້ອງ, ເປັນນັກຄິດ ແລະ ນັກປະຕິບັດ, ບໍ່ຄິດເພິ່ງພາໃຜ. ກ້າລຸຍໄປຂ້າງໜ້າດ້ວຍຄວາມໝັ້ນໃຈ. ເປັນເລກຂອງຄົນມີໄຟແຮງ, ມັກມີປະສົບການຊີວິດໂຊກໂຊນ
ຄວາມໝາຍຄູ່ເລກຊຸດທີ 3
(77 ເປັນຄູ່ເລກເສຍ ທຸກ, ເກັບກົດ, ເປັນພະຍາດຄຽດ, ຍໍ້າຄິດຍໍ້າທໍາ) ຜູ້ໃຊ້ເປັນຄົນຫົວບູຮານ ອະນຸລັກນິຍົມ ຕ້ອງເຮັດວຽກໜັກຄືຄວາຍ ເຮັດວຽກເຮັດງານເກັ່ງ ສູ້ຊົນກະດູກເຫຼັກ ໄດ້ຫຍັງໄດ້ຊ້າ ເຮັດຫຍັງກໍສຳເລັດຍາກ ມີຄວາມຄຽດ ຄວາມກົດດັນໃນຊີວິດສູງຫຼາຍ ປ່ອຍມັກວາງ ທຸກທໍລະມານ ກືນບໍ່ເຂົ້າຄາຍບໍ່ອອກ ມີແຕ່ຄວາມອຶດອັດໃນຫົວໃຈ ຍິ້ມຍາກ ຈິງຈັງກັບຊີວິດຫຼາຍເກີນໄປ ຄິດຊ້າເຮັດວຽກຊ້າ ເຮັດຫຍັງເນັ້ນຄວາມແນ່ນອນ ຈົນຫຍັງໆມັກຈະສາຍໄປແລ້ວ ພາດໂອກາດທີ່ຄວນຈະໄດ້ສະເໝີ ວິຕົກກັງວົນເກີນເຫດຈົນເກີດຄວາມຄຽດສະເໝີ ເວົ້າຈາຫ້ວນໆ ມັກບໍ່ຮັກສານໍ້າໃຈໃຜເລີຍ ຊື່ຕົງ ໂດຍລວມແລ້ວ ຖ້າຄົນບໍ່ມີພື້ນຖານຊີວິດ ຈະລຳບາກຫຼາຍ ຖ້າມີເລກດີແດ່ກໍຈະບັນເທົາ ແຕ່ຖ້າໃນເບີມີແຕ່ເລກບໍ່ດີ ຖືວ່າລໍາບາກແທ້ໆ ເລກນີ້ຮ້າຍແຮງຫຼາຍ ແຕ່ຖ້າຜູ້ໃດມີຊັບສົມບັດເກົ່າ ມີພື້ນຖານແລ້ວ ມັນຈະກາຍເປັນເລກທີ່ສະແດງເຖິງຊັບສິນມໍລະດົກ ກິດຈະການຂະໜາດໃຫຍ່ ທຸລະກິດກ່ຽວກັບທາດດິນ, ບໍ່ແຮ່, ອະສັງຫາ, ກໍ່ສ້າງ ແລະອື່ນໆ ກ່ຽວຂ້ອງກັບຊັບສົມບັດເກົ່າ ແຕ່ຢ່າງໃດກໍຕາມ ຈະກາຍເປັນຄົນຫົວບູຮານ ຫົວແຂງ ດື້ດ້ານບໍ່ຟັງໃຜ ບໍ່ຄ່ອຍມີຄົນຮັກ ບໍ່ມີສະເໜ່ ແລະ ມີໂອກາດຂຶ້ນຄານສູງ ແຕ່ເລື່ອງຄວາມຮ້າຍແຮງ ຄວາມທຸກ ຄວາມກົດດັນກໍຍັງມີຄືເກົ່າ ພຽງແຕ່ມີຖານຊັບສົມບັດເກົ່າຫຼາຍເທົ່ານັ້ນແລະ
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກ 67 76 ຜິດຫວັງດ້ານຄວາມຮັກ, ຮັກຊ້ອນ, ອຸບັດຕິເຫດ, ການເງິນຝືດເຄືອງ, ເງິນຮົ່ວ ທໍລະຫົດ ລາຍຈ່າຍສູງ ທຸກໃຈກັງວົນໃຈເລື່ອງເງິນ ມີຄົນຊ່ວຍໃຊ້ເງິນ ປ່ອຍເຄຣດິດໃຫ້ໃຜກູ້ຢືມແລ້ວທວງຍາກບໍ່ໄດ້ຄືນ ມີຄະດີຄວາມທາງການເງິນ ຖ້າເຮັດທຸລະກິດຈະໄດ້ຮັບເງິນຊ້າ ພາລະຮັບຜິດຊອບຫຼາຍ ພາຍນອກເດູດີ ແຕ່ເບື້ອງຫຼັງມີໜີ້ສິນຫຼາຍ ມີພາລະຜ່ອນຫຼາຍຢ່າງ ຊັກໜ້າຖົມຫຼັງ ເຈົ້າຂອງເອງກໍໃຊ້ເງິນເກັ່ງ ຫຼື ຈະເປັນອີກກໍລະນີໜຶ່ງຄື ຂີ້ຖີ່ຫຼາຍ ມີເງິນບໍ່ໃຊ້ເງິນເລີຍກໍໄດ້ ເອີ້ນວ່າຝືດເຄືອງທາງການເງິນ ໃຊ້ເງິນບໍ່ໄດ້ ບໍ່ມີເງິນໃຫ້ໃຊ້ ສ່ວນຄວາມຮັກນັ້ນຍໍ້າແຍ່ ຕ້ອງອົດທົນໜັກໜາ ດີກໍດີຫຼາຍ ຮ້າຍກໍທໍລະມານ ຖ້າຮັກໃຜຍອມທຸ່ມເທໃຫ້ໝົດ ແຕ່ຄວາມຮັກຈະບໍ່ສົມຫວັງ ມີອຸປະສັກ ພັດພາກ ແຍກຈາກ ຫຼືຢູ່ ຫ່າງໄກກັນ ຮັກທີ່ຕ້ອງລໍຖ້າ ຮັກທີ່ຕ້ອງອົດທົນ ແລະ ມີປາກສຽງກັບຄູ່ຂອງຕົນເອງເລື້ອຍໆ ກະທົບກະທັ່ງກັນເລື້ອຍໆ ບໍ່ຄ່ອຍລົງລອຍກັນ ເຮັດຫຍັງກໍບໍ່ໄດ້ດັ່ງໃຈ ບັນຫາເລື່ອງມົດລູກສຳລັບຜູ້ຍິງ ຕ່ອມລູກໝາກສຳລັບຜູ້ຊາຍ ສະມັດຖະພາບທາງເພດ ກະເພາະປັດສະວະ ພະຍາດໃນຊ່ອງທ້ອງ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 5

ຄວາມໝາຍຄູ່ເລກຊຸດທີ 6
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ