ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍຄູ່ເລກຊຸດທີ 2
ເລກຄູ່ 18 81 ເປັນເລກ ບໍ່ຍອມຄົນ, ຖືກຫັກຫຼັງຖືກໂກງ, ບໍ່ໄວ້ໜ້າໃຜ ສົ່ງຜົນໃຫ້ມີຄວາມເຈົ້າຢົດເຈົ້າຢ່າງ ຮັກກຽດ ທະນົງຕົນ ເຮັດຄຸນກັບຄົນບໍ່ຂຶ້ນ ເຮັດດີຄືໄຟຕົກນໍ້າ ຊ່ວຍເຫຼືອໃຜກໍບໍ່ມີໃຜເຫັນຄວາມດີ ຜະເດັດການ, ມັກສັ່ງການ ກ້າເວົ້າ ກ້າເຮັດ ກ້າໂຕ້ແຍ້ງ ໃຈກ້າ ເອົາຄວາມຄິດຕົນເອງເປັນຫຼັກ ໃຈຮ້ອນ ເຊື່ອຫຍັງແລ້ວປັກໃຈເຊື່ອເລີຍ ມຸ່ງໝັ້ນທະເຍີທະຍານສູງ ມັກເຮັດຕົວເປັນຈຸດເດັ່ນ ອາລົມຂຶ້ນງ່າຍ ຫງຸດຫງິດງ່າຍ ຖ້າມີລູກນ້ອງ ລູກນ້ອງຈະເກງກົວ ແຕ່ລັບຫຼັງລູກນ້ອງບໍ່ຢ້ານບໍ່ຮັກ, ກັບນິນທາໃສ່ຮ້າຍໃຫ້ເສຍຊື່ສຽງ ໃຫ້ລະວັງການຖືກທໍລະຍົດ ຫັກຫຼັງ ແທງຂ້າງຫຼັງ ທຳລາຍນໍ້າໃຈ ເຈັບໃຈ ໃຫ້ລະມັດລະວັງເລື່ອງອາລົມການຜິດຖຽງກັນ ຖ້າໃຊ້ມາດົນ ຫຼື ເປັນຜູ້ສູງອາຍຸ ມັກຈະເປັນຜູ້ທີ່ມີພະຍາດຮຸມຫຼາຍ, ຄວາມດັນ, ພະຍາດຫົວໃຈ, ພະຍາດຜິວໜັງ ແລະ ຜູ້ທີ່ມີເກນໄດ້ໃຊ້ເລກນີ້ມັກມີບັນຫາສາຍຕາ, ສາຍຕາສັ້ນ, ສາຍຕາຍາວ, ສາຍຕາເອຽງ, ຕາມົວ ເປັນຕົ້ນ. ເລກເສຍບໍ່ຄວນໃຊ້
ຄວາມໝາຍຄູ່ເລກຊຸດທີ 3
ເປັນຄູ່ເລກນັກບໍລິຫານເງິນກ້ອນ ເປັນຄົນໃຈກວ້າງໃຈໃຫຍ່ ມີກິນມີໃຊ້ ຫາເງິນເກັ່ງ ບໍລິຫານເງິນກ້ອນເກັ່ງໃຈກວ້າງ ມີອໍານາດ ທະເຍີທະຍານ ມີບຸກຄະລິກໜ້າເກງຂາມ ໜ້ານັບຖື ຄົນຢໍາເກງ ມັກລຸຍສູ້ວຽກ ເຮັດວຽກທີ່ທ້າທາຍມີຄວາມສ່ຽງໄດ້ດີ ສາມາດພັດທະນາຕົນເອງສ້າງຝັນທີ່ເປັນຈິງໄດ້ ສາມາດບຸກເບີກ ຫຼື ເຮັດທຸລະກິດໃໝ່ໆໄດ້ດີ ມີຫົວຄິດນັກພັດທະນາ ໃຈໃຫຍ່ ໃຈເດັດ ໃຈກ້າ ເໝາະກັບອາຊີບທີ່ກ່ຽວຂ້ອງກັບເງິນຫຼາຍໆ ເຊັ່ນ: ປ່ອຍເງິນກູ້, ວຽກທີ່ມີຄວາມສ່ຽງທ້າທາຍ, ທຸລະກິດໃໝ່ໆ, ເຈົ້າຂອງກິດຈະການ, ເຈົ້າມືຫວຍ, ນັກຄ້າຮຸ້ນ, ນັກເກັງກໍາໄລ, ສິ່ງປະດິດ, ນະວັດຕະກໍາ, ວຽກສາຍສໍາພັນ, ວຽກລົງທຶນ ຫຼືການໝຸນເງິນຈໍານວນຫຼາຍໆ. ເລກຄູ່ນີ້ເໝາະກັບຄົນທີ່ມີຄວາມຄິດກວ້າງໄກ, ວຽກໃຫຍ່
ຄວາມໝາຍຄູ່ເລກຊຸດທີ 4
ເປັນຄູ່ສະເໜ່ແຫ່ງວາຈາ ອົບອຸ່ນ ປັບຕົວເກັ່ງ ມີສະເໜ່ຄ້າຂາຍເກັ່ງ ມີວາຈາອ່ອນຫວານ ມີສະເໜ່ທາງຄຳເວົ້າແຮງຫຼາຍ ໃຜໄດ້ຍິນໄດ້ຟັງ ມັກຊື່ນຊົມຊື່ນຊອບ ຜູ້ໃຊ້ເລກນີ້ຈະໄດ້ດີເພາະຄຳເວົ້າ ມີຄວາມໂຣແມນຕິກ ມີຄົນມາຂໍຄຳແນະນຳຄຳປຶກສາເລື້ອຍໆ ສະຫຼາດທຳມາຫາກິນ ເຈລະຈາຄ້າຂາຍດີ ມີໂອກາດຫາເງິນຫາລາຍໄດ້ໄດ້ຫຼາຍສາຍ ໃຜຢູ່ໃກ້ແລ້ວມີຄວາມສຸກ ເຂົ້າເຖິງຈິດໃຈຂອງຜູ້ອື່ນ ປາກພາດີ ມີຄົນເອົາຂອງກິນມາຝາກເລື້ອຍໆ ເຮັດອາຫານເກັ່ງ ເວົ້າຈາເປັນເງິນເປັນຄຳ ຂາຍຂອງທີ່ກ່ຽວຂ້ອງກັບປະເພດນໍ້າ ຫຼື ເຄື່ອງດື່ມໄດ້ ກ່ຽວຂ້ອງກັບອາຫານໄດ້ດີຫຼາຍ ຫຼື ວຽກທີ່ຕ້ອງເວົ້າລົມເຈລະຈາໄດ້ທຸກປະເພດ ລາຍໄດ້ມັກເກີດຈາກຄຳເວົ້າ ເປັນເລກດີ ເດັ່ນເລື່ອງຄ້າຂາຍ ເຈລະຈາ ແລະ ວາຈາພານຳພາໂຊກດີມາໃຫ້ ໄດ້ດີເພາະຄຳເວົ້າ (ເວົ້າຈາດີມີແຕ່ຄົນຮັກ ມີແຕ່ຄວາມກ້າວໜ້າໃນຊີວິດ) ເໝາະເປັນຢ່າງຫຼາຍກັບອາຊີບຮ້ານອາຫານ ຫຼື ທີ່ຕ້ອງກ່ຽວຂ້ອງກັບຂອງກິນ ອາຊີບກ່ຽວກັບນໍ້າ ຂາຍນໍ້າ ຫຼື ຜະລິດຕະພັນທີ່ເປັນນໍ້າ ເສີມສວຍເສີມຄວາມງາມກໍໃຊ້ໄດ້ດີ ຫຼື ຄົນທີ່ຢາກເປັນຄົນເວົ້າເພາະເຈລະຈາມ່ວນຫູ ອາລົມດີຂຶ້ນກໍຄວນໃຊ້ເລກນີ້
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 67 76 ຜິດຫວັງດ້ານຄວາມຮັກ, ຮັກຊ້ອນ, ອຸບັດຕິເຫດ, ການເງິນຝືດເຄືອງ, ເງິນຮົ່ວ ທໍລະຫົດ ລາຍຈ່າຍສູງ ທຸກໃຈກັງວົນໃຈເລື່ອງເງິນ ມີຄົນຊ່ວຍໃຊ້ເງິນ ປ່ອຍເຄຣດິດໃຫ້ໃຜກູ້ຢືມແລ້ວທວງຍາກບໍ່ໄດ້ຄືນ ມີຄະດີຄວາມທາງການເງິນ ຖ້າເຮັດທຸລະກິດຈະໄດ້ຮັບເງິນຊ້າ ພາລະຮັບຜິດຊອບຫຼາຍ ພາຍນອກເດູດີ ແຕ່ເບື້ອງຫຼັງມີໜີ້ສິນຫຼາຍ ມີພາລະຜ່ອນຫຼາຍຢ່າງ ຊັກໜ້າຖົມຫຼັງ ເຈົ້າຂອງເອງກໍໃຊ້ເງິນເກັ່ງ ຫຼື ຈະເປັນອີກກໍລະນີໜຶ່ງຄື ຂີ້ຖີ່ຫຼາຍ ມີເງິນບໍ່ໃຊ້ເງິນເລີຍກໍໄດ້ ເອີ້ນວ່າຝືດເຄືອງທາງການເງິນ ໃຊ້ເງິນບໍ່ໄດ້ ບໍ່ມີເງິນໃຫ້ໃຊ້ ສ່ວນຄວາມຮັກນັ້ນຍໍ້າແຍ່ ຕ້ອງອົດທົນໜັກໜາ ດີກໍດີຫຼາຍ ຮ້າຍກໍທໍລະມານ ຖ້າຮັກໃຜຍອມທຸ່ມເທໃຫ້ໝົດ ແຕ່ຄວາມຮັກຈະບໍ່ສົມຫວັງ ມີອຸປະສັກ ພັດພາກ ແຍກຈາກ ຫຼືຢູ່ ຫ່າງໄກກັນ ຮັກທີ່ຕ້ອງລໍຖ້າ ຮັກທີ່ຕ້ອງອົດທົນ ແລະ ມີປາກສຽງກັບຄູ່ຂອງຕົນເອງເລື້ອຍໆ ກະທົບກະທັ່ງກັນເລື້ອຍໆ ບໍ່ຄ່ອຍລົງລອຍກັນ ເຮັດຫຍັງກໍບໍ່ໄດ້ດັ່ງໃຈ ບັນຫາເລື່ອງມົດລູກສຳລັບຜູ້ຍິງ ຕ່ອມລູກໝາກສຳລັບຜູ້ຊາຍ ສະມັດຖະພາບທາງເພດ ກະເພາະປັດສະວະ ພະຍາດໃນຊ່ອງທ້ອງ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 6
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ