ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກນາລີອຸປະຖຳ 25 52 ເໝາະກັບຜູ້ຊາຍ (ເພດທີ່ສາມສາມາດໃຊ້ໄດ້) ຖ້າໂສດໃຊ້ເລກນີ້ແລ້ວມັກຈະໄດ້ແຟນ ຫຼື ມີເພດຍິງຄອຍດູແລຊ່ວຍເຫຼືອ ອຸປະຖຳໃນດ້ານຕ່າງໆ ຊ່ວຍເຫຼືອໃນກິດຈະການງານທັງປວງ ຫຼື ໄດ້ພັນລະຍາດີ ມີຄວາມກ້າວໜ້າໃນຊີວິດ ພູມໃຈໃນຕົນເອງ ມີທັດສະນະຄະຕິທີ່ດີ ມີຄວາມຮູ້ສະຕິປັນຍາດີ ແກ້ໄຂບັນຫາເກັ່ງ ເດັ່ນເລື່ອງນາລີອຸປະຖຳ ມີທັດສະນະຄະຕິດີ ມີປະສົບການໃນຊີວິດຫຼາຍ ມັກພົບເຈີຫຍັງໃນຊີວິດຫຼາຍກວ່າຊາວບ້ານຊາວຊ່ອງ ແຕ່ຖ້າເພດຍິງໃຊ້ ກາຍເປັນເລກເສຍ ວິກິດຊີວິດ ລຳບາກລຳບົນ ຕ້ອງຄອຍຕາມແກ້ໄຂບັນຫາໃຫ້ກັບຄົນໃນບ້ານ ກາຍເປັນເສົາຫຼັກຄອບຄົວ ເປັນເລກເສຍສຳລັບຜູ້ຍິງ ເພດຍິງຫ້າມໃຊ້ເບີນີ້ເດັດຂາດ (ຖ້າເປັນເພດຍິງໃຊ້ຈະເປັນຝ່າຍເສຍປຽບ ຄອຍຕາມງໍ້ງອນເສຍທຸກເລື່ອງ ຫຼື ອຸປະຖຳຜູ້ຊາຍທຸກຢ່າງ)
ຄວາມໝາຍຄູ່ເລກຊຸດທີ 2
ເລກຄູ່ 12 21 ເປັນເລກ ອາລົມແປປ່ວນ, ຂຶ້ນລົງໄວ, ຂີ້ຈຸກຈິກ, ຂີ້ນ້ອຍໃຈ ສົ່ງຜົນໃຫ້ຜູ້ໃຊ້ ມີບັນຫາປາກສຽງກັບຄົນໃກ້ຊິດສະເໝີ ໂມໂຫງ່າຍຫາຍໄວ ອາລົມຂຶ້ນໆລົງໆ ອາລົມຫວ່ຽງວີນງ່າຍ ເຮັດໃຫ້ດວງຈິດໝອງບໍ່ຊື່ນບານ ຕັດສິນໃຈຫຍັງບໍ່ແນ່ນອນ ໂລເລແປປວນ ເປັນຄົນຂວາງໂລກ, ສອງບຸກຄະລິກດຽວດີດຽວຮ້າຍ ເຮັດໃຫ້ຄົນອ້ອມຂ້າງເບື່ອໜ່າຍ. ຖ້າມີຄູ່ຄອງມີໂອກາດຢ່າຮ້າງກັນສູງຫຼາຍ ເນື່ອງຈາກຄູ່ຄອງທົນຮັບອາລົມບໍ່ໄດ້ ຂີ້ຈົ່ມ ຈູ້ຈີ້ຈຸກຈິກ ໂວຍວາຍ ເລກນີ້ຍັງມີໄພຈາກພະຍາດຮ້າຍທີ່ເກີດຈາກຄວາມຄຽດ, ພັກຜ່ອນໜ້ອຍ, ຈິດອ່ອນລ້າ ຟຸ້ງຊ່ານ ເປັນເລກອັນຕະລາຍທັງດ້ານອາລົມ, ການງານ, ຄວາມຮັກ. ເລກນີ້ເຮັດໃຫ້ຜູ້ຄອບຄອງຂັດແຍ້ງໃນຕົນເອງ, ອວດດີ, ບາງຄັ້ງກໍຂອງຂຶ້ນ, ກ້າວຮ້າວ, ບາງຄັ້ງກໍອ່ອນໂຍນ, ເດົາອາລົມບໍ່ຖືກ. ຜິດຖຽງກັບຄົນອ້ອມຂ້າງເລື້ອຍໆ ເພາະເຈົ້າຕົວເປັນຄົນໃຈຮ້ອນ, ຂວາງໂລກ, ຫງຸດຫງິດງ່າຍ, ດື້ດຶງ, ມັກບໍ່ຄ່ອຍຍອມຮັບຄວາມຄິດເຫັນຂອງຄົນອື່ນ. ຊີວິດມີຈຸດຫັກເຫຂຶ້ນລົງຮຸນແຮງ. ຊ່ວງໜຶ່ງໃນຊີວິດອາດປະສົບອຸບັດຕິເຫດ ແລະ ມີເຄາະ. ໃນດ້ານຄວາມຮັກມັກຜິດຫວັງ ຫຼື ຕ້ອງແຍ່ງຊິງມາ. ຫຼົງໄຫຼມົວເມົາຈົນຂາດສະຕິ. ການເງິນເອົາແນ່ນອນບໍ່ໄດ້. ຊີວິດຜົກຜັນ, ບໍ່ມີຄວາມສົມດຸນ. ອາດມີອາລົມຟຸ້ງຊ່ານ. ເປັນອີກຊຸດເລກໜຶ່ງທີ່ສ່ຽງຕໍ່ການເປັນພະຍາດກ່ຽວກັບຈິດປະສາດ. ຕ້ອງໝັ່ນເຮັດສະມາທິ, ຝຶກຫັດຢັບຢັ້ງຊັ່ງໃຈແດ່.
ຄວາມໝາຍຄູ່ເລກຊຸດທີ 3
ເລກຄູ່ 18 81 ເປັນເລກ ບໍ່ຍອມຄົນ, ຖືກຫັກຫຼັງຖືກໂກງ, ບໍ່ໄວ້ໜ້າໃຜ ສົ່ງຜົນໃຫ້ມີຄວາມເຈົ້າຢົດເຈົ້າຢ່າງ ຮັກກຽດ ທະນົງຕົນ ເຮັດຄຸນກັບຄົນບໍ່ຂຶ້ນ ເຮັດດີຄືໄຟຕົກນໍ້າ ຊ່ວຍເຫຼືອໃຜກໍບໍ່ມີໃຜເຫັນຄວາມດີ ຜະເດັດການ, ມັກສັ່ງການ ກ້າເວົ້າ ກ້າເຮັດ ກ້າໂຕ້ແຍ້ງ ໃຈກ້າ ເອົາຄວາມຄິດຕົນເອງເປັນຫຼັກ ໃຈຮ້ອນ ເຊື່ອຫຍັງແລ້ວປັກໃຈເຊື່ອເລີຍ ມຸ່ງໝັ້ນທະເຍີທະຍານສູງ ມັກເຮັດຕົວເປັນຈຸດເດັ່ນ ອາລົມຂຶ້ນງ່າຍ ຫງຸດຫງິດງ່າຍ ຖ້າມີລູກນ້ອງ ລູກນ້ອງຈະເກງກົວ ແຕ່ລັບຫຼັງລູກນ້ອງບໍ່ຢ້ານບໍ່ຮັກ, ກັບນິນທາໃສ່ຮ້າຍໃຫ້ເສຍຊື່ສຽງ ໃຫ້ລະວັງການຖືກທໍລະຍົດ ຫັກຫຼັງ ແທງຂ້າງຫຼັງ ທຳລາຍນໍ້າໃຈ ເຈັບໃຈ ໃຫ້ລະມັດລະວັງເລື່ອງອາລົມການຜິດຖຽງກັນ ຖ້າໃຊ້ມາດົນ ຫຼື ເປັນຜູ້ສູງອາຍຸ ມັກຈະເປັນຜູ້ທີ່ມີພະຍາດຮຸມຫຼາຍ, ຄວາມດັນ, ພະຍາດຫົວໃຈ, ພະຍາດຜິວໜັງ ແລະ ຜູ້ທີ່ມີເກນໄດ້ໃຊ້ເລກນີ້ມັກມີບັນຫາສາຍຕາ, ສາຍຕາສັ້ນ, ສາຍຕາຍາວ, ສາຍຕາເອຽງ, ຕາມົວ ເປັນຕົ້ນ. ເລກເສຍບໍ່ຄວນໃຊ້
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກ 68 86 ເປັນຄູ່ເລກແຫ່ງຄວາມລຸ້ມຫຼົງ, ເຊື່ອຄົນງ່າຍ, ເງິນຮົ່ວ, ທຸ້ມເທໃນຮັກຫຼາຍເກີນໄປ ຜູ້ໃຊ້ເລກຄູ່ນີ້ເປັນຄົນຫົວໄວ ຫົວດີ ເກັ່ງສະຫຼາດ ຮູ້ທັນຄົນ ແຕ່ມີເງິນເຂົ້າເທົ່າໃດກໍອອກໝົດ ບໍ່ສົນໃຈວິທີການຫາເງິນ ບໍ່ວ່າຈະຖືກຫຼືຜິດ ຂາວ, ເທົາ, ດໍາ, ຂໍໃຫ້ໄດ້ເງິນເອົາໝົດ ຫາເງິນໄດ້ແຕ່ກໍບໍ່ຮູ້ຈັກເກັບ ໃຈໃຫຍ່ໃຈກວ້າງໃນເລື່ອງການໃຊ້ຈ່າຍແລະໝູ່ເພື່ອນ ມັກຄວາມມ່ວນຊື່ນ ມັກການສ້າງສັນ ມີໝູ່ກິນຫຼາຍ ແຕ່ໝູ່ຕາຍໃຈຈິງໃຈບໍ່ມີ. ເປັນຄົນເປັນກັນເອງ ເປັນຄົນລ່າເລີງ ພໍ່ບຸນທຸ້ມ ແມ່ບຸນທຸ້ມ ຮັກໃຜຮັກໝົດໃຈ ທຸ້ມເທໃຫ້ໝົດຕົວ ຊັງໃຜຊັງເຂົ້າກະດູກດໍາ ຕ້ອງທຸກທໍລະມານຄວາມເລື່ອງຄວາມຮັກ ມີໂອກາດຖືກຫຼອກ ຖືກປອກລອກ ລຸ້ມຫຼົງຄູ່ຈົນໜ້າມືດຕາມົວ ໝົດເນື້ອໝົດຕົວ ຊີວິດຂຶ້ນສຸດລົງສຸດ ຕອນມີຫຼາຍກໍຫຼາຍໆ ຕອນບໍ່ມີກໍບໍ່ມີເລີຍ ມີອາລົມທາງເພດຫຼາຍ ຄວາມຕ້ອງການທາງເພດສູງ ລະວັງໝູ່ຮັກຫັກຫຼ່ຽມໂຫດ ຄົນທີ່ເຄີຍຮັກກັນຕ້ອງກາຍມາເປັນສັດຕູກັນ ເບີເສຍ ບໍ່ຄວນໃຊ້ ເລກລຸ້ມຫຼົງມົວເມົາ, ອະບາຍຍະມຸກ, ການເດີນຜິດທາງ ລະວັງພະຍາດກ່ຽວກັບທ້ອງຊ່ວງລຸ່ມ, ຊ່ອງທ້ອງ, ມົດລູກ, ກະເພາະປັດສະວະ, ຕ່ອມລູກໝາກ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 67 76 ຜິດຫວັງດ້ານຄວາມຮັກ, ຮັກຊ້ອນ, ອຸບັດຕິເຫດ, ການເງິນຝືດເຄືອງ, ເງິນຮົ່ວ ທໍລະຫົດ ລາຍຈ່າຍສູງ ທຸກໃຈກັງວົນໃຈເລື່ອງເງິນ ມີຄົນຊ່ວຍໃຊ້ເງິນ ປ່ອຍເຄຣດິດໃຫ້ໃຜກູ້ຢືມແລ້ວທວງຍາກບໍ່ໄດ້ຄືນ ມີຄະດີຄວາມທາງການເງິນ ຖ້າເຮັດທຸລະກິດຈະໄດ້ຮັບເງິນຊ້າ ພາລະຮັບຜິດຊອບຫຼາຍ ພາຍນອກເດູດີ ແຕ່ເບື້ອງຫຼັງມີໜີ້ສິນຫຼາຍ ມີພາລະຜ່ອນຫຼາຍຢ່າງ ຊັກໜ້າຖົມຫຼັງ ເຈົ້າຂອງເອງກໍໃຊ້ເງິນເກັ່ງ ຫຼື ຈະເປັນອີກກໍລະນີໜຶ່ງຄື ຂີ້ຖີ່ຫຼາຍ ມີເງິນບໍ່ໃຊ້ເງິນເລີຍກໍໄດ້ ເອີ້ນວ່າຝືດເຄືອງທາງການເງິນ ໃຊ້ເງິນບໍ່ໄດ້ ບໍ່ມີເງິນໃຫ້ໃຊ້ ສ່ວນຄວາມຮັກນັ້ນຍໍ້າແຍ່ ຕ້ອງອົດທົນໜັກໜາ ດີກໍດີຫຼາຍ ຮ້າຍກໍທໍລະມານ ຖ້າຮັກໃຜຍອມທຸ່ມເທໃຫ້ໝົດ ແຕ່ຄວາມຮັກຈະບໍ່ສົມຫວັງ ມີອຸປະສັກ ພັດພາກ ແຍກຈາກ ຫຼືຢູ່ ຫ່າງໄກກັນ ຮັກທີ່ຕ້ອງລໍຖ້າ ຮັກທີ່ຕ້ອງອົດທົນ ແລະ ມີປາກສຽງກັບຄູ່ຂອງຕົນເອງເລື້ອຍໆ ກະທົບກະທັ່ງກັນເລື້ອຍໆ ບໍ່ຄ່ອຍລົງລອຍກັນ ເຮັດຫຍັງກໍບໍ່ໄດ້ດັ່ງໃຈ ບັນຫາເລື່ອງມົດລູກສຳລັບຜູ້ຍິງ ຕ່ອມລູກໝາກສຳລັບຜູ້ຊາຍ ສະມັດຖະພາບທາງເພດ ກະເພາະປັດສະວະ ພະຍາດໃນຊ່ອງທ້ອງ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 6
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ