ຄູ່ເລກ 57
ຄວນລະວັງ
ເລກຄູ່ 57 75 ເປັນເລກມີບັນຫາກັບຄົນຕ່າງໄວ, ເຄັ່ງຄຽດ, ເກັບກົດ ບຸກຄົນທີ່ໃຊ້ເລກນີ້ປະຈໍາຈະສະຫຼາດຫຼັກແຫຼມ ມີຄວາມຮູ້ສະຕິປັນຍາດີຫຼາຍ ເພາະເປັນຄົນໄຕ່ຕອງຄິດຫາເຫດຫາຜົນ (ແຕ່ມັນກໍເກີນພໍດີ) ຄິດຈົນເຄັ່ງຄຽດ ຄິດບໍ່ຢຸດບໍ່ຢ່ອນ ທັງເລື່ອງດີບໍ່ດີ ທັງທີ່ຄວນຄິດແລະບໍ່ຄວນຄິດ ບໍ່ຢຸດພັກຄວາມຄິດ ຈົນເຟີ້ ຈົນເຄັ່ງຄຽດ ຫຼັກໃຫຍ່ໃຈຄວາມຄື "ຄວາມເຄັ່ງຄຽດ" ດ້ວຍຄວາມທີ່ເປັນຄົນຄິດຫຼາຍ(ເກີນເຫດ) ເຮັດໃຫ້ຕັດສິນໃຈຫຍັງກໍຊ້າ ໄດ້ຫຍັງກໍໄດ້ຊ້າ ຖ້າເລີ່ມເຮັດວຽກພ້ອມກັນ ຄົນທີ່ໃຊ້ເລກນີ້ມັກຈະໄປລາກທ້າຍ ຕ້ອງເຮັດວຽກໜັກ ວຽກມີແຕ່ອຸປະສັກບໍ່ລາບລື້ນ ໂຍກຊ້າຍຍ້າຍຂວາຕິດຂັດໄປໝົດ ດີທີ່ເປັນຄົນມີນໍ້າອົດນໍ້າທົນ ການງານບໍ່ຄ່ອຍຈະກ້າວໜ້າ ຢູ່ລາກທ້າຍລ້າຫຼັງຢ່າງທີ່ບອກ ແມ້ເຈົ້ານາຍ ຫຼື ຫົວໜ້າ ກໍບໍ່ມີຄວາມເມດຕາ ຜູ້ໃຫຍ່ບໍ່ຮັກບໍ່ເອັນດູ ແຖມຖືກຂະເໝັ່ນ ຈົນມັກຈະມີເລື່ອງມີລາວ ມີຄວາມໝາງໃຈ ກິນແໜງແຄງໃຈກັບຜູ້ໃຫຍ່ທັງທີ່ບ້ານ ແລະ ທີ່ເຮັດວຽກໂດຍສະເພາະທີ່ເຮັດວຽກ ຜູ້ໃຫຍ່ບໍ່ອຸປະຖໍາ ແລະ ການງານມັນຈະກ້າວໜ້າໄປໄດ້ບໍ່ໄກນັກ ມັກຈະຍໍ້າຕັອກ (ຕ້ອງມາເບິ່ງເລກອື່ນປະກອບໃນເບີດ້ວຍວ່າພໍຈະມີເລກອື່ນຊ່ວຍບໍ່ ຖ້າບໍ່ມີເລກອື່ນຊ່ວຍຄ່ອນຂ້າງຈະລໍາບາກ) ຄົນປະເພດນີ້ຈະຍິ່ງໃຫຍ່ໄດ້ຕ້ອງສູ້ດ້ວຍລຳແຄ່ງຕົນເອງ ມີນໍ້າອົດນໍ້າທົນຫຼາຍໆ ຖ້າທະລຸໄປໄດ້ ກໍຈະໄດ້ເຮັດໂຄງການໃຫຍ່ ຮັບຜິດຊອບສູງ ຂໍ້ເສຍອີກຢ່າງຄືເປັນຄົນຫ້າວໆ ຫຼຸດປາກເວົ້າຕົງໆຈົນຄົນບໍ່ມັກ ປາກພາຊວຍນັ້ນເອງ ໃຫ້ລະມັດລະວັງໃຫ້ຈົງດີ ດາວໂລກ ດາວທຸກ ກະດູກແລະທາດດິນໃນຮ່າງກາຍ ຖ້າໃຊ້ເລກນີ້ໄປນານຫຼາຍປີ ຫຼືເປັນສູງອາຍຸ ມີບັນຫາເລື່ອງຫຼັງ ປວດຫຼັງ ໄຫຼ່ ກະດູກສັນຫຼັງ, ສະບັກ, ຄວາມດັນ ແລະ ໂລກກ່ຽວກັບຫົວໃຈດ້ວຍ ຖ້າເປັນເດັກກໍຈະທະເລາະກັບຜູ້ໃຫຍ່ ຖ້າເປັນຜູ້ໃຫຍ່ໃຊ້ກໍຈະທະເລາະກັບເດັກອາຍຸນ້ອຍກວ່າ ມີບັນຫາທັງໃນເລື່ອງການປົກຄອງ ແລະ ເລື່ອງບໍລິວານ ລວມເນື້ອຄວາມວ່າເລກນີ້ເປັນເລກບໍ່ດີ ກໍລອງໄປສໍາຫຼວດກວດເບິ່ງ ຫຼື ຈະລອງຫາເລກນີ້ມາໃຊ້ປະມານສາມປີກໍພໍຈະຮູ້ເລື່ອງ ໃຫ້ຈະໃຫ້ດີໃຊ້ໃຫ້ຄົບ 7 ປີກັນໄປເລີຍ ຮັບປະກັນວ່າເລື່ອງຕາມທີ່ຂຽນໄວ້ນີ້ຈະເກີດຂຶ້ນຫຼາຍກວ່າ 90 ເປີເຊັນ (ທັງນີ້ທັງນັ້ນກໍຕ້ອງເບິ່ງທັງເບີປະກອບວ່າ ມີເລກໃດມາໜູນ ຫຼືມາຫຼຸດທອນຄວາມໝາຍນີ້ບໍ່) ແຕ່ໃຈຄວາມຫຼັກໃນເລື່ອງຄວາມເຄັ່ງຄຽດ ມີຢູ່ວ່າງເຕັມລົ້ນ (ເບີມີເລກບໍ່ດີ, ຄວນປ່ຽນ)
ຄວາມໝາຍສະເພາະດ້ານ
- ບຸກຄະລິກພາບ
- ບໍ່ມັກເລື່ອງຄາໃຈ ຕົງໄປຕົງມາ ບາງທີກໍໂຜງຜາງເກີນໄປ ຖ້າໃຜເຮັດຫຍັງໃຫ້ເສຍໃຈຈະຈໍາໄດ້ຈົນຝັງໃຈ
- ການງານ
- ມັກມີເຫດໃຫ້ໂຕ້ຖຽງຜິດໃຈກັບຜູ້ໃຫຍ່ຢູ່ສະເໝີ ທັດສະນະຄະຕິບໍ່ຕົງກັບຜູ້ໃຫຍ່ ມັກຖືກກັ່ນແກ້ງແຍ່ງຜົນງານ ຖືກເອົາລັດເອົາປຽບເລື່ອງວຽກງານ
- ການເງິນ
- ເຄັ່ງຄຽດກັບລາຍໄດ້ ລາຍໄດ້ສ່ວນທາງກັບຄ່າໃຊ້ຈ່າຍ ເງິນບໍ່ພໍໃຊ້ ມີເຫດໃຫ້ຕ້ອງເສຍເງິນເລື້ອຍໆ
- ຄວາມຮັກ
- ຮັກຫຼາຍກຽດຫຼາຍ ຈະມີບັນຫາຮັກສາມເສົ້າ ຊີວິດຈະອາພັບຜິດຫວັງໃນເລື່ອງຂອງຄວາມຮັກ
- ໂຊກລາບ / ສຸຂະພາບ
- ມີໂຊກທີ່ມາພ້ອມກັບຄວາມທຸກ ແລະ ບັນຫາ