ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກຄູ່ 57 75 ເປັນເລກມີບັນຫາກັບຄົນຕ່າງໄວ, ເຄັ່ງຄຽດ, ເກັບກົດ ບຸກຄົນທີ່ໃຊ້ເລກນີ້ປະຈໍາຈະສະຫຼາດຫຼັກແຫຼມ ມີຄວາມຮູ້ສະຕິປັນຍາດີຫຼາຍ ເພາະເປັນຄົນໄຕ່ຕອງຄິດຫາເຫດຫາຜົນ (ແຕ່ມັນກໍເກີນພໍດີ) ຄິດຈົນເຄັ່ງຄຽດ ຄິດບໍ່ຢຸດບໍ່ຢ່ອນ ທັງເລື່ອງດີບໍ່ດີ ທັງທີ່ຄວນຄິດແລະບໍ່ຄວນຄິດ ບໍ່ຢຸດພັກຄວາມຄິດ ຈົນເຟີ້ ຈົນເຄັ່ງຄຽດ ຫຼັກໃຫຍ່ໃຈຄວາມຄື "ຄວາມເຄັ່ງຄຽດ" ດ້ວຍຄວາມທີ່ເປັນຄົນຄິດຫຼາຍ(ເກີນເຫດ) ເຮັດໃຫ້ຕັດສິນໃຈຫຍັງກໍຊ້າ ໄດ້ຫຍັງກໍໄດ້ຊ້າ ຖ້າເລີ່ມເຮັດວຽກພ້ອມກັນ ຄົນທີ່ໃຊ້ເລກນີ້ມັກຈະໄປລາກທ້າຍ ຕ້ອງເຮັດວຽກໜັກ ວຽກມີແຕ່ອຸປະສັກບໍ່ລາບລື້ນ ໂຍກຊ້າຍຍ້າຍຂວາຕິດຂັດໄປໝົດ ດີທີ່ເປັນຄົນມີນໍ້າອົດນໍ້າທົນ ການງານບໍ່ຄ່ອຍຈະກ້າວໜ້າ ຢູ່ລາກທ້າຍລ້າຫຼັງຢ່າງທີ່ບອກ ແມ້ເຈົ້ານາຍ ຫຼື ຫົວໜ້າ ກໍບໍ່ມີຄວາມເມດຕາ ຜູ້ໃຫຍ່ບໍ່ຮັກບໍ່ເອັນດູ ແຖມຖືກຂະເໝັ່ນ ຈົນມັກຈະມີເລື່ອງມີລາວ ມີຄວາມໝາງໃຈ ກິນແໜງແຄງໃຈກັບຜູ້ໃຫຍ່ທັງທີ່ບ້ານ ແລະ ທີ່ເຮັດວຽກໂດຍສະເພາະທີ່ເຮັດວຽກ ຜູ້ໃຫຍ່ບໍ່ອຸປະຖໍາ ແລະ ການງານມັນຈະກ້າວໜ້າໄປໄດ້ບໍ່ໄກນັກ ມັກຈະຍໍ້າຕັອກ (ຕ້ອງມາເບິ່ງເລກອື່ນປະກອບໃນເບີດ້ວຍວ່າພໍຈະມີເລກອື່ນຊ່ວຍບໍ່ ຖ້າບໍ່ມີເລກອື່ນຊ່ວຍຄ່ອນຂ້າງຈະລໍາບາກ) ຄົນປະເພດນີ້ຈະຍິ່ງໃຫຍ່ໄດ້ຕ້ອງສູ້ດ້ວຍລຳແຄ່ງຕົນເອງ ມີນໍ້າອົດນໍ້າທົນຫຼາຍໆ ຖ້າທະລຸໄປໄດ້ ກໍຈະໄດ້ເຮັດໂຄງການໃຫຍ່ ຮັບຜິດຊອບສູງ ຂໍ້ເສຍອີກຢ່າງຄືເປັນຄົນຫ້າວໆ ຫຼຸດປາກເວົ້າຕົງໆຈົນຄົນບໍ່ມັກ ປາກພາຊວຍນັ້ນເອງ ໃຫ້ລະມັດລະວັງໃຫ້ຈົງດີ ດາວໂລກ ດາວທຸກ ກະດູກແລະທາດດິນໃນຮ່າງກາຍ ຖ້າໃຊ້ເລກນີ້ໄປນານຫຼາຍປີ ຫຼືເປັນສູງອາຍຸ ມີບັນຫາເລື່ອງຫຼັງ ປວດຫຼັງ ໄຫຼ່ ກະດູກສັນຫຼັງ, ສະບັກ, ຄວາມດັນ ແລະ ໂລກກ່ຽວກັບຫົວໃຈດ້ວຍ ຖ້າເປັນເດັກກໍຈະທະເລາະກັບຜູ້ໃຫຍ່ ຖ້າເປັນຜູ້ໃຫຍ່ໃຊ້ກໍຈະທະເລາະກັບເດັກອາຍຸນ້ອຍກວ່າ ມີບັນຫາທັງໃນເລື່ອງການປົກຄອງ ແລະ ເລື່ອງບໍລິວານ ລວມເນື້ອຄວາມວ່າເລກນີ້ເປັນເລກບໍ່ດີ ກໍລອງໄປສໍາຫຼວດກວດເບິ່ງ ຫຼື ຈະລອງຫາເລກນີ້ມາໃຊ້ປະມານສາມປີກໍພໍຈະຮູ້ເລື່ອງ ໃຫ້ຈະໃຫ້ດີໃຊ້ໃຫ້ຄົບ 7 ປີກັນໄປເລີຍ ຮັບປະກັນວ່າເລື່ອງຕາມທີ່ຂຽນໄວ້ນີ້ຈະເກີດຂຶ້ນຫຼາຍກວ່າ 90 ເປີເຊັນ (ທັງນີ້ທັງນັ້ນກໍຕ້ອງເບິ່ງທັງເບີປະກອບວ່າ ມີເລກໃດມາໜູນ ຫຼືມາຫຼຸດທອນຄວາມໝາຍນີ້ບໍ່) ແຕ່ໃຈຄວາມຫຼັກໃນເລື່ອງຄວາມເຄັ່ງຄຽດ ມີຢູ່ວ່າງເຕັມລົ້ນ (ເບີມີເລກບໍ່ດີ, ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 2
ຄູ່ເລກ 67 76 ຜິດຫວັງດ້ານຄວາມຮັກ, ຮັກຊ້ອນ, ອຸບັດຕິເຫດ, ການເງິນຝືດເຄືອງ, ເງິນຮົ່ວ ທໍລະຫົດ ລາຍຈ່າຍສູງ ທຸກໃຈກັງວົນໃຈເລື່ອງເງິນ ມີຄົນຊ່ວຍໃຊ້ເງິນ ປ່ອຍເຄຣດິດໃຫ້ໃຜກູ້ຢືມແລ້ວທວງຍາກບໍ່ໄດ້ຄືນ ມີຄະດີຄວາມທາງການເງິນ ຖ້າເຮັດທຸລະກິດຈະໄດ້ຮັບເງິນຊ້າ ພາລະຮັບຜິດຊອບຫຼາຍ ພາຍນອກເດູດີ ແຕ່ເບື້ອງຫຼັງມີໜີ້ສິນຫຼາຍ ມີພາລະຜ່ອນຫຼາຍຢ່າງ ຊັກໜ້າຖົມຫຼັງ ເຈົ້າຂອງເອງກໍໃຊ້ເງິນເກັ່ງ ຫຼື ຈະເປັນອີກກໍລະນີໜຶ່ງຄື ຂີ້ຖີ່ຫຼາຍ ມີເງິນບໍ່ໃຊ້ເງິນເລີຍກໍໄດ້ ເອີ້ນວ່າຝືດເຄືອງທາງການເງິນ ໃຊ້ເງິນບໍ່ໄດ້ ບໍ່ມີເງິນໃຫ້ໃຊ້ ສ່ວນຄວາມຮັກນັ້ນຍໍ້າແຍ່ ຕ້ອງອົດທົນໜັກໜາ ດີກໍດີຫຼາຍ ຮ້າຍກໍທໍລະມານ ຖ້າຮັກໃຜຍອມທຸ່ມເທໃຫ້ໝົດ ແຕ່ຄວາມຮັກຈະບໍ່ສົມຫວັງ ມີອຸປະສັກ ພັດພາກ ແຍກຈາກ ຫຼືຢູ່ ຫ່າງໄກກັນ ຮັກທີ່ຕ້ອງລໍຖ້າ ຮັກທີ່ຕ້ອງອົດທົນ ແລະ ມີປາກສຽງກັບຄູ່ຂອງຕົນເອງເລື້ອຍໆ ກະທົບກະທັ່ງກັນເລື້ອຍໆ ບໍ່ຄ່ອຍລົງລອຍກັນ ເຮັດຫຍັງກໍບໍ່ໄດ້ດັ່ງໃຈ ບັນຫາເລື່ອງມົດລູກສຳລັບຜູ້ຍິງ ຕ່ອມລູກໝາກສຳລັບຜູ້ຊາຍ ສະມັດຖະພາບທາງເພດ ກະເພາະປັດສະວະ ພະຍາດໃນຊ່ອງທ້ອງ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 3
ເປັນຄູ່ສະເໜ່ແຫ່ງວາຈາ ອົບອຸ່ນ ປັບຕົວເກັ່ງ ມີສະເໜ່ຄ້າຂາຍເກັ່ງ ມີວາຈາອ່ອນຫວານ ມີສະເໜ່ທາງຄຳເວົ້າແຮງຫຼາຍ ໃຜໄດ້ຍິນໄດ້ຟັງ ມັກຊື່ນຊົມຊື່ນຊອບ ຜູ້ໃຊ້ເລກນີ້ຈະໄດ້ດີເພາະຄຳເວົ້າ ມີຄວາມໂຣແມນຕິກ ມີຄົນມາຂໍຄຳແນະນຳຄຳປຶກສາເລື້ອຍໆ ສະຫຼາດທຳມາຫາກິນ ເຈລະຈາຄ້າຂາຍດີ ມີໂອກາດຫາເງິນຫາລາຍໄດ້ໄດ້ຫຼາຍສາຍ ໃຜຢູ່ໃກ້ແລ້ວມີຄວາມສຸກ ເຂົ້າເຖິງຈິດໃຈຂອງຜູ້ອື່ນ ປາກພາດີ ມີຄົນເອົາຂອງກິນມາຝາກເລື້ອຍໆ ເຮັດອາຫານເກັ່ງ ເວົ້າຈາເປັນເງິນເປັນຄຳ ຂາຍຂອງທີ່ກ່ຽວຂ້ອງກັບປະເພດນໍ້າ ຫຼື ເຄື່ອງດື່ມໄດ້ ກ່ຽວຂ້ອງກັບອາຫານໄດ້ດີຫຼາຍ ຫຼື ວຽກທີ່ຕ້ອງເວົ້າລົມເຈລະຈາໄດ້ທຸກປະເພດ ລາຍໄດ້ມັກເກີດຈາກຄຳເວົ້າ ເປັນເລກດີ ເດັ່ນເລື່ອງຄ້າຂາຍ ເຈລະຈາ ແລະ ວາຈາພານຳພາໂຊກດີມາໃຫ້ ໄດ້ດີເພາະຄຳເວົ້າ (ເວົ້າຈາດີມີແຕ່ຄົນຮັກ ມີແຕ່ຄວາມກ້າວໜ້າໃນຊີວິດ) ເໝາະເປັນຢ່າງຫຼາຍກັບອາຊີບຮ້ານອາຫານ ຫຼື ທີ່ຕ້ອງກ່ຽວຂ້ອງກັບຂອງກິນ ອາຊີບກ່ຽວກັບນໍ້າ ຂາຍນໍ້າ ຫຼື ຜະລິດຕະພັນທີ່ເປັນນໍ້າ ເສີມສວຍເສີມຄວາມງາມກໍໃຊ້ໄດ້ດີ ຫຼື ຄົນທີ່ຢາກເປັນຄົນເວົ້າເພາະເຈລະຈາມ່ວນຫູ ອາລົມດີຂຶ້ນກໍຄວນໃຊ້ເລກນີ້
ຄວາມໝາຍຄູ່ເລກຊຸດທີ 4
ເປັນຄູ່ເລກວິບັດຫາຍະນະ 27 72 ເປັນເລກອັນຕະລາຍຮ້າຍແຮງທີ່ບໍ່ແນະນໍາໃຫ້ໃຊ້ ຫຼື ບໍ່ຄວນມີຕິດຢູ່ໃນເບີ ເລກຄູ່ນີ້ຈະທໍາລາຍຂວັນ ແລະ ຊັບສິນ ເມື່ອດາວຈັນມາປະສົມກັບດາວເສົາ ເກີດເປັນດາວແຫ່ງຄວາມທຸກຍາກ ຄວາມລໍາບາກ ເປັນດາວທີ່ບໍ່ເຂົ້າກັນແລ້ວ ບໍ່ວ່າຈະຢູ່ໃນຕໍາແໜ່ງໃດຂອງເບີໂທລະສັບ ພຽງໄລຍະເວລາສັ້ນໆ 1 ປີຂຶ້ນໄປ ຈະເລີ່ມເຫັນລາງຮ້າຍຂອງເລກຄູ່ນີ້ ສົ່ງຜົນໃຫ້ມີຄວາມທຸກລໍາບາກ ເປັນໜີ້ສິນ ມີບັນຫາດ້ານການເງິນ ເກັບເງິນບໍ່ຢູ່ ວາດສະໜາບໍ່ເຖິງເງິນ ຖ້າມີເງິນກໍຈະມີຄວາມທຸກເຂົ້າມາທຸກຮູບແບບ ມີຄົນມາເກາະ ມາຊ່ວຍໃຊ້ໜີ້ ມາສ້າງພາລະໃຫ້ໜັກໃຈ ທີ່ໜັກສຸດຄືຕ້ອງຂຶ້ນໂຮງຂຶ້ນສານຖືກຟ້ອງຮ້ອງເລື່ອງບັນຫາການເງິນ ອາດຈະເຖິງຂັ້ນລົ້ມລະລາຍ ໃນດ້ານຂອງຄວາມຮັກກໍວຸ້ນວາຍໃຈຫຼາຍ ເຈັບຊໍ້າຊາກ ອັດອັ້ນຕັນໃຈ ກືນບໍ່ເຂົ້າຄາຍບໍ່ອອກ ມີບັນຫາຢ່າຮ້າງເລີກລາ ຜິດຖຽງກັນຮ້າຍແຮງ ນໍ້າຕາຕົກໃນ ຄວາມຮັກຈືດຈາງໜ້າເບື່ອໜ່າຍ ພັດພາກຈາກກັນບໍ່ສົມຫວັງໃນເລື່ອງຂອງຄວາມຮັກ ຍັງສົ່ງຜົນໃຫ້ມີສຸຂະພາບທີ່ໜ້າເປັນຫ່ວງ ໄດ້ແກ່ທາດນໍ້າໃນຮ່າງກາຍ ເຊັ່ນ: ນໍ້າເຫຼືອງ, ຮໍໂມນ, ເລືອດ ຈະມີບັນຫາລຸມເລົ້າເຂົ້າມາຕະຫຼອດ ຕາດວງຕາມີບັນຫາ, ອິດເມື່ອຍ, ອ່ອນລ້າ, ຈະມີບັນຫາສຸຂະພາບເຂົ້າມາເລື້ອຍໆ ເຖິງແມ່ນຫາຍແລ້ວກໍຈະເປັນອີກ (ຄວນປ່ຽນດ່ວນ)
ຄວາມໝາຍຄູ່ເລກຊຸດທີ 5
(77 ເປັນຄູ່ເລກເສຍ ທຸກ, ເກັບກົດ, ເປັນພະຍາດຄຽດ, ຍໍ້າຄິດຍໍ້າທໍາ) ຜູ້ໃຊ້ເປັນຄົນຫົວບູຮານ ອະນຸລັກນິຍົມ ຕ້ອງເຮັດວຽກໜັກຄືຄວາຍ ເຮັດວຽກເຮັດງານເກັ່ງ ສູ້ຊົນກະດູກເຫຼັກ ໄດ້ຫຍັງໄດ້ຊ້າ ເຮັດຫຍັງກໍສຳເລັດຍາກ ມີຄວາມຄຽດ ຄວາມກົດດັນໃນຊີວິດສູງຫຼາຍ ປ່ອຍມັກວາງ ທຸກທໍລະມານ ກືນບໍ່ເຂົ້າຄາຍບໍ່ອອກ ມີແຕ່ຄວາມອຶດອັດໃນຫົວໃຈ ຍິ້ມຍາກ ຈິງຈັງກັບຊີວິດຫຼາຍເກີນໄປ ຄິດຊ້າເຮັດວຽກຊ້າ ເຮັດຫຍັງເນັ້ນຄວາມແນ່ນອນ ຈົນຫຍັງໆມັກຈະສາຍໄປແລ້ວ ພາດໂອກາດທີ່ຄວນຈະໄດ້ສະເໝີ ວິຕົກກັງວົນເກີນເຫດຈົນເກີດຄວາມຄຽດສະເໝີ ເວົ້າຈາຫ້ວນໆ ມັກບໍ່ຮັກສານໍ້າໃຈໃຜເລີຍ ຊື່ຕົງ ໂດຍລວມແລ້ວ ຖ້າຄົນບໍ່ມີພື້ນຖານຊີວິດ ຈະລຳບາກຫຼາຍ ຖ້າມີເລກດີແດ່ກໍຈະບັນເທົາ ແຕ່ຖ້າໃນເບີມີແຕ່ເລກບໍ່ດີ ຖືວ່າລໍາບາກແທ້ໆ ເລກນີ້ຮ້າຍແຮງຫຼາຍ ແຕ່ຖ້າຜູ້ໃດມີຊັບສົມບັດເກົ່າ ມີພື້ນຖານແລ້ວ ມັນຈະກາຍເປັນເລກທີ່ສະແດງເຖິງຊັບສິນມໍລະດົກ ກິດຈະການຂະໜາດໃຫຍ່ ທຸລະກິດກ່ຽວກັບທາດດິນ, ບໍ່ແຮ່, ອະສັງຫາ, ກໍ່ສ້າງ ແລະອື່ນໆ ກ່ຽວຂ້ອງກັບຊັບສົມບັດເກົ່າ ແຕ່ຢ່າງໃດກໍຕາມ ຈະກາຍເປັນຄົນຫົວບູຮານ ຫົວແຂງ ດື້ດ້ານບໍ່ຟັງໃຜ ບໍ່ຄ່ອຍມີຄົນຮັກ ບໍ່ມີສະເໜ່ ແລະ ມີໂອກາດຂຶ້ນຄານສູງ ແຕ່ເລື່ອງຄວາມຮ້າຍແຮງ ຄວາມທຸກ ຄວາມກົດດັນກໍຍັງມີຄືເກົ່າ ພຽງແຕ່ມີຖານຊັບສົມບັດເກົ່າຫຼາຍເທົ່ານັ້ນແລະ
ຄວາມໝາຍຄູ່ເລກຊຸດທີ 6

ຄວາມໝາຍຄູ່ເລກຊຸດທີ 7