ຄວາມໝາຍຄູ່ເລກຊຸດທີ 1
ເລກຄູ່ 57 75 ເປັນເລກມີບັນຫາກັບຄົນຕ່າງໄວ, ເຄັ່ງຄຽດ, ເກັບກົດ ບຸກຄົນທີ່ໃຊ້ເລກນີ້ປະຈໍາຈະສະຫຼາດຫຼັກແຫຼມ ມີຄວາມຮູ້ສະຕິປັນຍາດີຫຼາຍ ເພາະເປັນຄົນໄຕ່ຕອງຄິດຫາເຫດຫາຜົນ (ແຕ່ມັນກໍເກີນພໍດີ) ຄິດຈົນເຄັ່ງຄຽດ ຄິດບໍ່ຢຸດບໍ່ຢ່ອນ ທັງເລື່ອງດີບໍ່ດີ ທັງທີ່ຄວນຄິດແລະບໍ່ຄວນຄິດ ບໍ່ຢຸດພັກຄວາມຄິດ ຈົນເຟີ້ ຈົນເຄັ່ງຄຽດ ຫຼັກໃຫຍ່ໃຈຄວາມຄື "ຄວາມເຄັ່ງຄຽດ" ດ້ວຍຄວາມທີ່ເປັນຄົນຄິດຫຼາຍ(ເກີນເຫດ) ເຮັດໃຫ້ຕັດສິນໃຈຫຍັງກໍຊ້າ ໄດ້ຫຍັງກໍໄດ້ຊ້າ ຖ້າເລີ່ມເຮັດວຽກພ້ອມກັນ ຄົນທີ່ໃຊ້ເລກນີ້ມັກຈະໄປລາກທ້າຍ ຕ້ອງເຮັດວຽກໜັກ ວຽກມີແຕ່ອຸປະສັກບໍ່ລາບລື້ນ ໂຍກຊ້າຍຍ້າຍຂວາຕິດຂັດໄປໝົດ ດີທີ່ເປັນຄົນມີນໍ້າອົດນໍ້າທົນ ການງານບໍ່ຄ່ອຍຈະກ້າວໜ້າ ຢູ່ລາກທ້າຍລ້າຫຼັງຢ່າງທີ່ບອກ ແມ້ເຈົ້ານາຍ ຫຼື ຫົວໜ້າ ກໍບໍ່ມີຄວາມເມດຕາ ຜູ້ໃຫຍ່ບໍ່ຮັກບໍ່ເອັນດູ ແຖມຖືກຂະເໝັ່ນ ຈົນມັກຈະມີເລື່ອງມີລາວ ມີຄວາມໝາງໃຈ ກິນແໜງແຄງໃຈກັບຜູ້ໃຫຍ່ທັງທີ່ບ້ານ ແລະ ທີ່ເຮັດວຽກໂດຍສະເພາະທີ່ເຮັດວຽກ ຜູ້ໃຫຍ່ບໍ່ອຸປະຖໍາ ແລະ ການງານມັນຈະກ້າວໜ້າໄປໄດ້ບໍ່ໄກນັກ ມັກຈະຍໍ້າຕັອກ (ຕ້ອງມາເບິ່ງເລກອື່ນປະກອບໃນເບີດ້ວຍວ່າພໍຈະມີເລກອື່ນຊ່ວຍບໍ່ ຖ້າບໍ່ມີເລກອື່ນຊ່ວຍຄ່ອນຂ້າງຈະລໍາບາກ) ຄົນປະເພດນີ້ຈະຍິ່ງໃຫຍ່ໄດ້ຕ້ອງສູ້ດ້ວຍລຳແຄ່ງຕົນເອງ ມີນໍ້າອົດນໍ້າທົນຫຼາຍໆ ຖ້າທະລຸໄປໄດ້ ກໍຈະໄດ້ເຮັດໂຄງການໃຫຍ່ ຮັບຜິດຊອບສູງ ຂໍ້ເສຍອີກຢ່າງຄືເປັນຄົນຫ້າວໆ ຫຼຸດປາກເວົ້າຕົງໆຈົນຄົນບໍ່ມັກ ປາກພາຊວຍນັ້ນເອງ ໃຫ້ລະມັດລະວັງໃຫ້ຈົງດີ ດາວໂລກ ດາວທຸກ ກະດູກແລະທາດດິນໃນຮ່າງກາຍ ຖ້າໃຊ້ເລກນີ້ໄປນານຫຼາຍປີ ຫຼືເປັນສູງອາຍຸ ມີບັນຫາເລື່ອງຫຼັງ ປວດຫຼັງ ໄຫຼ່ ກະດູກສັນຫຼັງ, ສະບັກ, ຄວາມດັນ ແລະ ໂລກກ່ຽວກັບຫົວໃຈດ້ວຍ ຖ້າເປັນເດັກກໍຈະທະເລາະກັບຜູ້ໃຫຍ່ ຖ້າເປັນຜູ້ໃຫຍ່ໃຊ້ກໍຈະທະເລາະກັບເດັກອາຍຸນ້ອຍກວ່າ ມີບັນຫາທັງໃນເລື່ອງການປົກຄອງ ແລະ ເລື່ອງບໍລິວານ ລວມເນື້ອຄວາມວ່າເລກນີ້ເປັນເລກບໍ່ດີ ກໍລອງໄປສໍາຫຼວດກວດເບິ່ງ ຫຼື ຈະລອງຫາເລກນີ້ມາໃຊ້ປະມານສາມປີກໍພໍຈະຮູ້ເລື່ອງ ໃຫ້ຈະໃຫ້ດີໃຊ້ໃຫ້ຄົບ 7 ປີກັນໄປເລີຍ ຮັບປະກັນວ່າເລື່ອງຕາມທີ່ຂຽນໄວ້ນີ້ຈະເກີດຂຶ້ນຫຼາຍກວ່າ 90 ເປີເຊັນ (ທັງນີ້ທັງນັ້ນກໍຕ້ອງເບິ່ງທັງເບີປະກອບວ່າ ມີເລກໃດມາໜູນ ຫຼືມາຫຼຸດທອນຄວາມໝາຍນີ້ບໍ່) ແຕ່ໃຈຄວາມຫຼັກໃນເລື່ອງຄວາມເຄັ່ງຄຽດ ມີຢູ່ວ່າງເຕັມລົ້ນ (ເບີມີເລກບໍ່ດີ, ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 2
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 3
ເລກຄູ່ 48 84 ເປັນເລກ ຕົວະເກັ່ງ, ບໍ່ມີມິດແທ້, ຂຶ້ນໂລງຂຶ້ນສານ (ເບີມີເລກບໍ່ດີ, ຄວນປ່ຽນ) ຜູ້ໃຊ້ຈະເປັນຄົນຂີ້ຫງຸດຫງິດງ່າຍ, ຂີ້ເບື່ອ, ຂີ້ລໍາຄານ, ຄົນຫຼືວຽກທີ່ບໍ່ເຂົ້າເລື່ອງຄອຍມາສ້າງຄວາມປັ່ນປ່ວນວຸ້ນວາຍໃນຊີວິດ ຈົນເອື້ອມລະອາ ຄົນທີ່ເຂົ້າມາຫາ ແລະ ຢູ່ອ້ອມແອ້ມຕົວນັ້ນ ມັກບໍ່ຈິງໃຈ ມັກມາລວງ ຫຼືຢູ່ກັບຄົນຂີ້ຕົວະໂກຫົກ ໃສ່ໄຟ ຂີ້ນິນທາ ໃນມູມທີ່ຮ້າຍທີ່ສຸດຄືການຖືກໂກງເງິນ ມີຄວາມຄະດີຄວາມດ້ານເອກະສານ, ການຜິດນັດ, ຜິດສັນຍາ, ເກີດຂຶ້ນເປັນອາຈິນ ຈົນເຮັດໃຫ້ບຸກຄົນຜູ້ມີເລກນີ້ເຈັບຫົວມົວເກົ້າ ໃຜຕໍ່ໃຜກໍມັກຈະເດືອດຮ້ອນວຸ້ນວາຍມາໃຫ້ ຊີວິດນີ້ຈະຫາຄວາມສຸກໄດ້ ໃນອີກມູມໜຶ່ງນັ້ນ ຖ້າບໍ່ຖືກເລື່ອງດັ່ງກ່າວມາແລ້ວນັ້ນ ຕົນເອງມັກຈະເປັນຄົນຂີ້ຕົວະ ສະຫຼາດເອົາຕົວລອດ ຕົວະຫຼອກລວງຜູ້ອື່ນ ໂກງຄົນອື່ນ ເວົ້າກັນງ່າຍໆຄື ຄົນໃຊ້ເລກນີ້ຖ້າບໍ່ເປັນຄົນລວງຄົນອື່ນຕົວະຄົນອື່ນ ກໍຈະຖືກຄົນອື່ນຕົວະຫຼອກລວງ ຖືກຄົນອື່ນໂກງ ຕ້ອງຄອຍຫວາດລະແວງຕະຫຼອດເວລາ ຕ້ອງກ່ຽວພັນກ່ຽວຂ້ອງກັບວຽກຜິດກົດໝາຍ ຂອງລັກລອບນໍາເຂົ້າ ສິນຄ້າໜີພາສີ ສິນຄ້າປອມ, ຂອງມອມມຶນເມົາທັງຫຼາຍ ອັນນີ້ກໍເປັນອີກໄນໜຶ່ງ ຄົນໃຊ້ເບີນີ້ມີສອງຂົ້ວຄືສະຫຼາດສຸດໆ ກັບໂງ່ສຸດໆ ນີ້ເປັນສອງນັຍທີ່ສໍາຄັນຫຼາຍຄືເລື່ອງເອກະສານສັນຍາ, ມັກຈະມີບັນຫາ, ແລະ ການຖືກໂກງ ມັກຈະຖືກໂກງ ໃນໄລຍະທີ່ໃຊ້ເລກນີ້ (ຍັງມີເລກອີກຫຼາຍຕົວທີ່ສື່ຄວາມໝາຍເຖິງການຖືກໂກງ, ເອົາປຽບ, ໄວ້ຈະມາຂຽນບົດຄວາມໃຫ້ອ່ານກັນ). ດັ່ງທີ່ບອກໄປ, ເລກ 4 ດາວພະພຸດ ໃນຮ່າງກາຍເຮົາສື່ເຖິງປາກ, ສະໝອງ ແລະ ອະໄວຍະວະບໍລິເວນນີ້ ເມື່ອດາວພະພຸດຖືກ 8 ຣາຫູ, ເມື່ອໃຊ້ໄປດົນໆ ຈະເຮັດໃຫ້ເປັນຄົນຫວາດລະແວງ, ວິດຕົກຈະລິດຄິດຫຼາຍ, ຈົນມີອາການປະສາດອ່ອນໆໄດ້ເລີຍ ບັນຫາກ່ຽວກັບສະໝອງ ປາກ, ຟັນ, ລີ້ນ, ຫຼອດລົມ, ພວກນີ້ມັກຈະມີບັນຫາ. ແລະມີເກນທີ່ຈະເກີດໂລກປະຈໍາຕົວດ້ວຍ ເປັນເລກບໍ່ດີຫຼາຍ, ໃຜໃຊ້ເລກນີ້ ຫຼືຄົນໃກ້ຄຽງໃຊ້ເລກນີ້ກໍລອງພິຈາລະນາເບິ່ງວ່າທີ່ເວົ້າມາຕົງບໍ່. ຖ້າໃຊ້ເບີມາປະມານສາມປີຈະເລີ່ມເຫັນສິ່ງທີ່ອາຈານບອກມາເບື້ອງຕົ້ນແລ້ວ. ຖ້າໃຊ້ເບີມາ 3-10 ປີ ກໍຈະເຫັນເລື່ອງລາວທີ່ບອກເກີດຂຶ້ນເຕັມໆເລີຍ (ຕ້ອງໃຊ້ເບີທີ່ມີເລກນີ້ເປັນປະຈໍາ ແລະໃຊ້ເບີດຽວ, ຄໍາທໍານາຍຈຶ່ງຈະຕົງ. ຖ້າໃຊ້ຫຼາຍເບີຕ້ອງເບິ່ງຫຼາຍເບີປະກອບດ້ວຍ). ຖ້າໃຜມີເລກນີ້ໃນລົດ, ໃນທະບຽນ, ກໍບໍ່ແນະນໍາໃຫ້ໃຊ້, ມັກຈະຂັບລົດໄປເພື່ອກິນເຫຼົ້າ, ມອມເມາໂຕເອງ ຫຼືໄປເຮັດຫຍັງທີ່ຜິດກົດໝາຍ ຫຼືເອົາລົດໄປຄ້າຂາຍຂອງປອມຫຍັງທໍານອງນີ້. ແລະເປັນເລກທີ່ກ່ຽວກັບອຸບັດຕິເຫດດ້ວຍ. ໃຊ້ໄປນານໆບໍ່ດີແນ່. ແນະນໍາວ່າໃຫ້ປ່ຽນ. ມາປຶກສາອາຈານໄດ້ຈະແນະນໍາເລກໃຫ້, ບໍ່ເສຍເງິນສັກບາດດອກ. ເອົາເປັນວ່າ, ເລກນີ້ 48 84 ໃຜໃຊ້ປ່ຽນດ່ວນ. ບໍ່ຕ້ອງມາປ່ຽນກັບຮ້ານເບີທອງສຸກກໍໄດ້, ປ່ຽນບ່ອນໃດກໍປ່ຽນເຖາະ. ຂໍໃຫ້ມາປຶກສາ, ໄດ້ໃຊ້ເລກດີເຂົ້າກັບດວງ, ເຂົ້າກັບອາຊີບ, ເລີກໃຊ້ເບີບໍ່ດີ, ເຮົາຈະໄດ້ມີໂອກາດດີໆ ໃນຊີວິດ, ໄດ້ມີເວລາສະຫງົບ, ມີຄວາມສຸກໃນການໃຊ້ຊີວິດຕໍ່ໄປ
ຄວາມໝາຍຄູ່ເລກຊຸດທີ 4
45/54 ເປັນຄູ່ເລກແຫ່ງສະຕິປັນຍາ ຜູ້ໃຊ້ຈະເປັນຄົນມີວິຊາຄວາມຮູ້ຫຼາຍ ເດັ່ນດ້ານວິຊາການ ມີເຫດມີຜົນ ສະແຫວງຫາຄວາມຮູ້ດ້ານຕ່າງໆຢູ່ສະເໝີ ມີຄວາມຮູ້ຄວາມສາມາດຫຼາຍ ມີວາຈາທີ່ເປັນເຫດຜົນ ໜ້າເຊື່ອຖື ມີມາດເບິ່ງເປັນຜູ້ໃຫຍ່ ມີຄວາມສຸຂຸມລຸ່ມເລິກ ມີຄວາມຮູ້ໜັກແໜ້ນ ຜູ້ໃຫຍ່ຮັກໄຄ່ເມດຕາ ນິຍົມຊົມຊອບ ມີຄວາມສາມາດໃນການແບ່ງປັນຄວາມຮູ້ ເວົ້າໃຫ້ຄວາມຮູ້ ເວົ້າແລ້ວໜ້າເຊື່ອຖື ມີເຊັ້ນສ໌ແມ່ນຍໍາ ມີຈິດກ້າແຂງ ສະມາທິດີ ມີຄວາມເຂົ້າໃຈໃນທາງສາສະໜາ ມີສະຕິປັນຍາ ເຮັດການຄ້າກໍດີ ເປັນນັກເວົ້າກໍເໝາະສົມ ເຮັດອາຊີບຫຍັງກໍໄດ້ ເພາະເປັນຄົນສະຫຼາດຫຼັກແຫຼມ ເປັນເລກດີເລກປັນຍາ ສະຫຼາດທຳມາຫາກິນ ແລະ ມີຄວາມຮູ້ໃນດ້ານວຽກທີ່ເຮັດ ສະຫຼາດທຳມາຫາກິນ ເຮັດການຄ້າດີ ມີສະຕິ ມີເຫດຜົນ ຄູ່ເລກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 55 ໃຈດີມີຄຸນທໍາ ມີສະຕິຮອບຄອບ ປັນຍາດີ "ພະລັງປັນຍາແຫ່ງຄວາມເຢັນ ຈິງໃຈ ແລະ ອົບອຸ່ນ" ຄູ່ນີ້ໜູນນໍາໃຫ້ປາດເປື້ອງເລືອງຊື່ ມີປັນຍາພາຕົນສຶກສາຫາຄວາມຮູ້ ຈຶ່ງມີຊີວິດທີ່ລຸ່ງໂລດສົດໃສ ເຮັດສິ່ງໃດມີແຕ່ຄວາມຈະເລີນກ້າວໜ້າຫຼາຍຂຶ້ນ ມີນິໄສໃຈດີ ມີຜູ້ໃຫຍ່ອຸປະຖໍາ ມີຄຸນທໍາປະຈໍາໃຈ ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າໃນຊີວິດ ມີມາດດີ ເບິ່ງໜ້າເຊື່ອຖື ມີຄວາມສຸຂຸມສຸພາບຮຽບຮ້ອຍ ບໍ່ລຸ່ມລ່າມ ບຸກຄະລິກພາບເບິ່ງດີມີພູມຖານ ໜ້າເຊື່ອຖື ດາວພະຫັດສົ່ງຜົນໃຫ້ໃຈເຢັນ ໃຈດີ ໃຈສະບາຍ ມີຈິດໃຈໂອບອ້ອມອາລີ ມີເມດຕາ ມີລັກສະນະດີ ເຄດິດດີ ຄົບຫາກັບຜູ້ໃຫຍ່ ຜູ້ມີຄວາມຮູ້ ຄວາມດີ ເປັນທີ່ໜ້າໄວ້ວາງໃຈ ມີຄົນເຊື່ອຖື ມັກນໍາພາໃຫ້ຊີວິດ ເປັນໃຫຍ່ເປັນໂຕ ໃນໜ້າທີ່ການງານ ມີຄວາມຮູ້ດີຫຼາຍ ສະຕິປັນຍາດີສຽບແຫຼມ ມີໂອກາດໄດ້ເຮັດບຸນເພີ່ມກຸສົນເລື້ອຍໆ ສົນໃຈໃນການສຶກສາດ້ານຕ່າງໆ ຊອບໃນເລື່ອງໂຫລາສາດ ສາສະໜາ ປັດຊະຍາ ບໍ່ມັກລົບກວນຜູ້ອື່ນ ເປັນຄົນມີມາລະຍາດ, ຮູ້ຈັກຄິດ ມີເຫດມີຜົນ ຮັກຄວາມຖືກຕ້ອງ ຈິງໃຈ ຊື່ສັດ ມີເມດຕາຊ່ວຍເຫຼືອຜູ້ອື່ນ ມີຄວາມສະຫງົບສຸກໃນຊີວິດ ຮູ້ຈັກຄິດ ຮູ້ຈັກວາງ ມີຄວາມສຸກໃນຊີວິດ ເປັນເລກດີ ໃຈເຢັນ ມີສະຕິ ມີເຫດມີຜົນ ຄົນທີ່ໃຈຮ້ອນ ຫຼືຂາດຄວາມຢັບຢັ້ງຄິດໃນຊີວິດຄວນໃຊ້ເປັນຢ່າງຫຼາຍ ເໝາະສົມກັບສາມີທີ່ເຈົ້າຊູ້ ຫຼື ດັບຄວາມເຈົ້າຊູ້ລົງໄດ້ດ້ວຍ ແລະ ຕ້ອງເບິ່ງບໍລິບົດເລກອື່ນໆໃຫ້ດີຄູ່ກັນ
ຄວາມໝາຍຄູ່ເລກຊຸດທີ 6

ຄວາມໝາຍຄູ່ເລກຊຸດທີ 7