ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກ 58 85 ເປັນເລກສະຫຼາດແກມໂກງ, ມີເຫຼ່ຫຼ່ຽມ ຜູ້ໃຊ້ເລກນີ້ເປັນຄົນສະຫລາດມີເຫຼ່ຫຼ່ຽມ ເປັນຄົນຫົວດີ ຫົວໄວ ທັນເກມ ສະຫຼາດດີແກ້ບັນຫາເກັ່ງ ມີຄວາມທະເຍີທະຍານສູງ ເກັ່ງໃນເລື່ອງການວາງແຜນ ຊ້ອນແຜນ ແບບຫາຕົວຈັບໄດ້ຍາກ ມັກມີຜູ້ຄົນເຂົ້າມາຂໍຮ້ອງວິງວອນໃຫ້ຊ່ວຍແກ້ບັນຫາ ເພາະແກ້ໃຫ້ເຂົາໄດ້ໝົດ ແຕ່ຊີວິດໂຕເອງຈະມີການປ່ຽນແປງຫຼາຍຄັ້ງ ຜັນຜວນເອົາແນ່ເອົານອນບໍ່ໄດ້ ຈັດເປັນນັກສັນຫາປະໂຫຍດ ຕົວຮ້າຍກາດ ມີຄວາມສະຫນຸກທີ່ໄດ້ເຮັດວຽກ ທີ່ມີຄວາມສ່ຽງແລະທ້າທາຍ ມີຄວາມສາມາດໃນການແກ້ໄຂບັນຫາ ມີພອນສະຫວັນໃນເລື່ອງກັອບປີ່ລອກຮຽນແບບ ເປັນນັກທຸລະກິດທີ່ບໍໄວ້ໃຈໃຜແຖມເອົາຕົວລອດເກັ່ງ ແບບຈັບບໍໄດ້ໄລ່ບໍທັນ ສາມາດພິກລີ້ນ ໄດ້ຢ່າງແນບນຽນ ດ້ານການເງິນຫາເງິນແຕ່ກໍໃຊ້ເງິນຫລາຍຄືກັນ ດ້ານຄວາມຮັກມັກຫລົງຕົວເອງບໍພໍໃຈກໍເລີກ ສຸຂະພາບບໍ່ດີເທົ່າໃດ ແຜ່ນຫຼັງ ຫົວໃຈ ຄວາມດັນໂລຫິດ ປວດຫົວເປັນປະຈໍາ ຂີ້ເບື່ອ ບໍ່ມັກວຽກຈໍາເຈ ຫຼື ວຽກທີ່ມີຕໍ່ເນື່ອງຍາວນານ ມັກມີບັນຫາເລື່ອງຜູ້ໃຫຍ່ ຄົນຮັບປາກວ່າຈະຊ່ວຍຫຍັງມັກກັບຄໍາ ມັກເດີນທາງລັດ ກ້າສ່ຽງກ້າລອງ ສະແຫວງຫາເລື່ອງທ້າທາຍ ຕື່ນເຕັ້ນ ບົດຈະສະຫຼາດກໍຈະເປັນນັກວາງແຜນຫຼາຍຊັ້ນ ວາງແຜນແຍບຍົນ ກົນຊ້ອນກົນ ມີເລ້ຫຼ່ຽມ ຮູ້ທັນກົນໂກງ ມີໄຫວພິບ ສາມາດພິກແຜງແກ້ໄຂສະຖານະການສະເພາະໜ້າເອົາຕົວລອດໄດ້ ເຖິງຈະເປັນຄົນຊ່າງລະວັງຕົວຫຼາຍແຕ່ຊີວິດນີ້ກໍໜີບໍ່ພົ້ນທີ່ຈະເສຍຮູ້ຄົນຕາມກໍາເວນທີ່ກໍ່ໄວ້ ເຮັດໃຫ້ຕ້ອງປະສົບຄົນທີ່ບໍ່ມີສິນທໍາມາຂ້ອງກ່ຽວໃນຊີວິດ ລະວັງຢ່າເລົ່າຫຍັງຫຼາຍໄປ ມີຫຍັງກໍເກັບໆໄວ້ບ້າງ ມີຄວາມສາມາດພິເສດໃນການຮຽນຮູ້ໄວ (ແຕ່ບໍ່ຕະຫຼອດລອດຝັ່ງ) ເບິ່ງໆຫຍັງກໍສາມາດລອກລຽນແບບເຮັດຕາມໄດ້ດີຊະນິດຫາຕົວຈັບຍາກ ພົວພັນກັບຂອງປອມຂອງລອກລຽນແບບ ເຮັດຫຍັງສີເທົາໆ (ເບີມີເລກບໍ່ດີ, ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 2
ເປັນຄູ່ເລກນັກບໍລິຫານເງິນກ້ອນ ເປັນຄົນໃຈກວ້າງໃຈໃຫຍ່ ມີກິນມີໃຊ້ ຫາເງິນເກັ່ງ ບໍລິຫານເງິນກ້ອນເກັ່ງໃຈກວ້າງ ມີອໍານາດ ທະເຍີທະຍານ ມີບຸກຄະລິກໜ້າເກງຂາມ ໜ້ານັບຖື ຄົນຢໍາເກງ ມັກລຸຍສູ້ວຽກ ເຮັດວຽກທີ່ທ້າທາຍມີຄວາມສ່ຽງໄດ້ດີ ສາມາດພັດທະນາຕົນເອງສ້າງຝັນທີ່ເປັນຈິງໄດ້ ສາມາດບຸກເບີກ ຫຼື ເຮັດທຸລະກິດໃໝ່ໆໄດ້ດີ ມີຫົວຄິດນັກພັດທະນາ ໃຈໃຫຍ່ ໃຈເດັດ ໃຈກ້າ ເໝາະກັບອາຊີບທີ່ກ່ຽວຂ້ອງກັບເງິນຫຼາຍໆ ເຊັ່ນ: ປ່ອຍເງິນກູ້, ວຽກທີ່ມີຄວາມສ່ຽງທ້າທາຍ, ທຸລະກິດໃໝ່ໆ, ເຈົ້າຂອງກິດຈະການ, ເຈົ້າມືຫວຍ, ນັກຄ້າຮຸ້ນ, ນັກເກັງກໍາໄລ, ສິ່ງປະດິດ, ນະວັດຕະກໍາ, ວຽກສາຍສໍາພັນ, ວຽກລົງທຶນ ຫຼືການໝຸນເງິນຈໍານວນຫຼາຍໆ. ເລກຄູ່ນີ້ເໝາະກັບຄົນທີ່ມີຄວາມຄິດກວ້າງໄກ, ວຽກໃຫຍ່
ຄວາມໝາຍຄູ່ເລກຊຸດທີ 3
ເປັນຄູ່ເລກວິບັດຫາຍະນະ 27 72 ເປັນເລກອັນຕະລາຍຮ້າຍແຮງທີ່ບໍ່ແນະນໍາໃຫ້ໃຊ້ ຫຼື ບໍ່ຄວນມີຕິດຢູ່ໃນເບີ ເລກຄູ່ນີ້ຈະທໍາລາຍຂວັນ ແລະ ຊັບສິນ ເມື່ອດາວຈັນມາປະສົມກັບດາວເສົາ ເກີດເປັນດາວແຫ່ງຄວາມທຸກຍາກ ຄວາມລໍາບາກ ເປັນດາວທີ່ບໍ່ເຂົ້າກັນແລ້ວ ບໍ່ວ່າຈະຢູ່ໃນຕໍາແໜ່ງໃດຂອງເບີໂທລະສັບ ພຽງໄລຍະເວລາສັ້ນໆ 1 ປີຂຶ້ນໄປ ຈະເລີ່ມເຫັນລາງຮ້າຍຂອງເລກຄູ່ນີ້ ສົ່ງຜົນໃຫ້ມີຄວາມທຸກລໍາບາກ ເປັນໜີ້ສິນ ມີບັນຫາດ້ານການເງິນ ເກັບເງິນບໍ່ຢູ່ ວາດສະໜາບໍ່ເຖິງເງິນ ຖ້າມີເງິນກໍຈະມີຄວາມທຸກເຂົ້າມາທຸກຮູບແບບ ມີຄົນມາເກາະ ມາຊ່ວຍໃຊ້ໜີ້ ມາສ້າງພາລະໃຫ້ໜັກໃຈ ທີ່ໜັກສຸດຄືຕ້ອງຂຶ້ນໂຮງຂຶ້ນສານຖືກຟ້ອງຮ້ອງເລື່ອງບັນຫາການເງິນ ອາດຈະເຖິງຂັ້ນລົ້ມລະລາຍ ໃນດ້ານຂອງຄວາມຮັກກໍວຸ້ນວາຍໃຈຫຼາຍ ເຈັບຊໍ້າຊາກ ອັດອັ້ນຕັນໃຈ ກືນບໍ່ເຂົ້າຄາຍບໍ່ອອກ ມີບັນຫາຢ່າຮ້າງເລີກລາ ຜິດຖຽງກັນຮ້າຍແຮງ ນໍ້າຕາຕົກໃນ ຄວາມຮັກຈືດຈາງໜ້າເບື່ອໜ່າຍ ພັດພາກຈາກກັນບໍ່ສົມຫວັງໃນເລື່ອງຂອງຄວາມຮັກ ຍັງສົ່ງຜົນໃຫ້ມີສຸຂະພາບທີ່ໜ້າເປັນຫ່ວງ ໄດ້ແກ່ທາດນໍ້າໃນຮ່າງກາຍ ເຊັ່ນ: ນໍ້າເຫຼືອງ, ຮໍໂມນ, ເລືອດ ຈະມີບັນຫາລຸມເລົ້າເຂົ້າມາຕະຫຼອດ ຕາດວງຕາມີບັນຫາ, ອິດເມື່ອຍ, ອ່ອນລ້າ, ຈະມີບັນຫາສຸຂະພາບເຂົ້າມາເລື້ອຍໆ ເຖິງແມ່ນຫາຍແລ້ວກໍຈະເປັນອີກ (ຄວນປ່ຽນດ່ວນ)
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກ 67 76 ຜິດຫວັງດ້ານຄວາມຮັກ, ຮັກຊ້ອນ, ອຸບັດຕິເຫດ, ການເງິນຝືດເຄືອງ, ເງິນຮົ່ວ ທໍລະຫົດ ລາຍຈ່າຍສູງ ທຸກໃຈກັງວົນໃຈເລື່ອງເງິນ ມີຄົນຊ່ວຍໃຊ້ເງິນ ປ່ອຍເຄຣດິດໃຫ້ໃຜກູ້ຢືມແລ້ວທວງຍາກບໍ່ໄດ້ຄືນ ມີຄະດີຄວາມທາງການເງິນ ຖ້າເຮັດທຸລະກິດຈະໄດ້ຮັບເງິນຊ້າ ພາລະຮັບຜິດຊອບຫຼາຍ ພາຍນອກເດູດີ ແຕ່ເບື້ອງຫຼັງມີໜີ້ສິນຫຼາຍ ມີພາລະຜ່ອນຫຼາຍຢ່າງ ຊັກໜ້າຖົມຫຼັງ ເຈົ້າຂອງເອງກໍໃຊ້ເງິນເກັ່ງ ຫຼື ຈະເປັນອີກກໍລະນີໜຶ່ງຄື ຂີ້ຖີ່ຫຼາຍ ມີເງິນບໍ່ໃຊ້ເງິນເລີຍກໍໄດ້ ເອີ້ນວ່າຝືດເຄືອງທາງການເງິນ ໃຊ້ເງິນບໍ່ໄດ້ ບໍ່ມີເງິນໃຫ້ໃຊ້ ສ່ວນຄວາມຮັກນັ້ນຍໍ້າແຍ່ ຕ້ອງອົດທົນໜັກໜາ ດີກໍດີຫຼາຍ ຮ້າຍກໍທໍລະມານ ຖ້າຮັກໃຜຍອມທຸ່ມເທໃຫ້ໝົດ ແຕ່ຄວາມຮັກຈະບໍ່ສົມຫວັງ ມີອຸປະສັກ ພັດພາກ ແຍກຈາກ ຫຼືຢູ່ ຫ່າງໄກກັນ ຮັກທີ່ຕ້ອງລໍຖ້າ ຮັກທີ່ຕ້ອງອົດທົນ ແລະ ມີປາກສຽງກັບຄູ່ຂອງຕົນເອງເລື້ອຍໆ ກະທົບກະທັ່ງກັນເລື້ອຍໆ ບໍ່ຄ່ອຍລົງລອຍກັນ ເຮັດຫຍັງກໍບໍ່ໄດ້ດັ່ງໃຈ ບັນຫາເລື່ອງມົດລູກສຳລັບຜູ້ຍິງ ຕ່ອມລູກໝາກສຳລັບຜູ້ຊາຍ ສະມັດຖະພາບທາງເພດ ກະເພາະປັດສະວະ ພະຍາດໃນຊ່ອງທ້ອງ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 67 76 ຜິດຫວັງດ້ານຄວາມຮັກ, ຮັກຊ້ອນ, ອຸບັດຕິເຫດ, ການເງິນຝືດເຄືອງ, ເງິນຮົ່ວ ທໍລະຫົດ ລາຍຈ່າຍສູງ ທຸກໃຈກັງວົນໃຈເລື່ອງເງິນ ມີຄົນຊ່ວຍໃຊ້ເງິນ ປ່ອຍເຄຣດິດໃຫ້ໃຜກູ້ຢືມແລ້ວທວງຍາກບໍ່ໄດ້ຄືນ ມີຄະດີຄວາມທາງການເງິນ ຖ້າເຮັດທຸລະກິດຈະໄດ້ຮັບເງິນຊ້າ ພາລະຮັບຜິດຊອບຫຼາຍ ພາຍນອກເດູດີ ແຕ່ເບື້ອງຫຼັງມີໜີ້ສິນຫຼາຍ ມີພາລະຜ່ອນຫຼາຍຢ່າງ ຊັກໜ້າຖົມຫຼັງ ເຈົ້າຂອງເອງກໍໃຊ້ເງິນເກັ່ງ ຫຼື ຈະເປັນອີກກໍລະນີໜຶ່ງຄື ຂີ້ຖີ່ຫຼາຍ ມີເງິນບໍ່ໃຊ້ເງິນເລີຍກໍໄດ້ ເອີ້ນວ່າຝືດເຄືອງທາງການເງິນ ໃຊ້ເງິນບໍ່ໄດ້ ບໍ່ມີເງິນໃຫ້ໃຊ້ ສ່ວນຄວາມຮັກນັ້ນຍໍ້າແຍ່ ຕ້ອງອົດທົນໜັກໜາ ດີກໍດີຫຼາຍ ຮ້າຍກໍທໍລະມານ ຖ້າຮັກໃຜຍອມທຸ່ມເທໃຫ້ໝົດ ແຕ່ຄວາມຮັກຈະບໍ່ສົມຫວັງ ມີອຸປະສັກ ພັດພາກ ແຍກຈາກ ຫຼືຢູ່ ຫ່າງໄກກັນ ຮັກທີ່ຕ້ອງລໍຖ້າ ຮັກທີ່ຕ້ອງອົດທົນ ແລະ ມີປາກສຽງກັບຄູ່ຂອງຕົນເອງເລື້ອຍໆ ກະທົບກະທັ່ງກັນເລື້ອຍໆ ບໍ່ຄ່ອຍລົງລອຍກັນ ເຮັດຫຍັງກໍບໍ່ໄດ້ດັ່ງໃຈ ບັນຫາເລື່ອງມົດລູກສຳລັບຜູ້ຍິງ ຕ່ອມລູກໝາກສຳລັບຜູ້ຊາຍ ສະມັດຖະພາບທາງເພດ ກະເພາະປັດສະວະ ພະຍາດໃນຊ່ອງທ້ອງ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 6
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ