ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ເປັນຄົນລືມຕົວ ຊີວິດມັກຈະເລື່ອນລອຍ ສະຫຼາດແກ້ບັນຫາເອົາຕົວລອດເກັ່ງ ຕົວະໂກງເກັ່ງ ສຸຂະພາບບໍ່ຄ່ອຍດີ ຜູ້ໃຊ້ມີສະຕິປັນຍາດີ ຂະຫຍັນຫາຄວາມຮູ້ເພີ່ມຕື່ມຢູ່ສະເໝີ ຈິດໃຈໝັ້ນຄົງ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ເບິ່ງຄືມີຄວາມເປັນຢູ່ທີ່ດີ ແຕ່ເບື້ອງຫຼັງອາດມີໜີ້ສິນ ເປັນຄົນກວ້າງຂວາງ ໃຈໃຫຍ່ ມັກຊ່ວຍເຫຼືອຄົນອື່ນ ກ້າໄດ້ກ້າເສຍ ຮັກໝູ່ເພື່ອນ ມັກອອກແທນສະເໝີ ມັກເປັນທີ່ຮູ້ຈັກຢ່າງໄວວາ ມີພັກພວກຫຼາຍ ມີອິດທິພົນດີ ມີຄົນຄອຍຊ່ວຍເຫຼືອ ເປັນຄົນມີບາລະມີ ເປັນທີ່ເຄົາລົບຂອງຄົນທົ່ວໄປ