ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກ 58 85 ເປັນເລກສະຫຼາດແກມໂກງ, ມີເຫຼ່ຫຼ່ຽມ ຜູ້ໃຊ້ເລກນີ້ເປັນຄົນສະຫລາດມີເຫຼ່ຫຼ່ຽມ ເປັນຄົນຫົວດີ ຫົວໄວ ທັນເກມ ສະຫຼາດດີແກ້ບັນຫາເກັ່ງ ມີຄວາມທະເຍີທະຍານສູງ ເກັ່ງໃນເລື່ອງການວາງແຜນ ຊ້ອນແຜນ ແບບຫາຕົວຈັບໄດ້ຍາກ ມັກມີຜູ້ຄົນເຂົ້າມາຂໍຮ້ອງວິງວອນໃຫ້ຊ່ວຍແກ້ບັນຫາ ເພາະແກ້ໃຫ້ເຂົາໄດ້ໝົດ ແຕ່ຊີວິດໂຕເອງຈະມີການປ່ຽນແປງຫຼາຍຄັ້ງ ຜັນຜວນເອົາແນ່ເອົານອນບໍ່ໄດ້ ຈັດເປັນນັກສັນຫາປະໂຫຍດ ຕົວຮ້າຍກາດ ມີຄວາມສະຫນຸກທີ່ໄດ້ເຮັດວຽກ ທີ່ມີຄວາມສ່ຽງແລະທ້າທາຍ ມີຄວາມສາມາດໃນການແກ້ໄຂບັນຫາ ມີພອນສະຫວັນໃນເລື່ອງກັອບປີ່ລອກຮຽນແບບ ເປັນນັກທຸລະກິດທີ່ບໍໄວ້ໃຈໃຜແຖມເອົາຕົວລອດເກັ່ງ ແບບຈັບບໍໄດ້ໄລ່ບໍທັນ ສາມາດພິກລີ້ນ ໄດ້ຢ່າງແນບນຽນ ດ້ານການເງິນຫາເງິນແຕ່ກໍໃຊ້ເງິນຫລາຍຄືກັນ ດ້ານຄວາມຮັກມັກຫລົງຕົວເອງບໍພໍໃຈກໍເລີກ ສຸຂະພາບບໍ່ດີເທົ່າໃດ ແຜ່ນຫຼັງ ຫົວໃຈ ຄວາມດັນໂລຫິດ ປວດຫົວເປັນປະຈໍາ ຂີ້ເບື່ອ ບໍ່ມັກວຽກຈໍາເຈ ຫຼື ວຽກທີ່ມີຕໍ່ເນື່ອງຍາວນານ ມັກມີບັນຫາເລື່ອງຜູ້ໃຫຍ່ ຄົນຮັບປາກວ່າຈະຊ່ວຍຫຍັງມັກກັບຄໍາ ມັກເດີນທາງລັດ ກ້າສ່ຽງກ້າລອງ ສະແຫວງຫາເລື່ອງທ້າທາຍ ຕື່ນເຕັ້ນ ບົດຈະສະຫຼາດກໍຈະເປັນນັກວາງແຜນຫຼາຍຊັ້ນ ວາງແຜນແຍບຍົນ ກົນຊ້ອນກົນ ມີເລ້ຫຼ່ຽມ ຮູ້ທັນກົນໂກງ ມີໄຫວພິບ ສາມາດພິກແຜງແກ້ໄຂສະຖານະການສະເພາະໜ້າເອົາຕົວລອດໄດ້ ເຖິງຈະເປັນຄົນຊ່າງລະວັງຕົວຫຼາຍແຕ່ຊີວິດນີ້ກໍໜີບໍ່ພົ້ນທີ່ຈະເສຍຮູ້ຄົນຕາມກໍາເວນທີ່ກໍ່ໄວ້ ເຮັດໃຫ້ຕ້ອງປະສົບຄົນທີ່ບໍ່ມີສິນທໍາມາຂ້ອງກ່ຽວໃນຊີວິດ ລະວັງຢ່າເລົ່າຫຍັງຫຼາຍໄປ ມີຫຍັງກໍເກັບໆໄວ້ບ້າງ ມີຄວາມສາມາດພິເສດໃນການຮຽນຮູ້ໄວ (ແຕ່ບໍ່ຕະຫຼອດລອດຝັ່ງ) ເບິ່ງໆຫຍັງກໍສາມາດລອກລຽນແບບເຮັດຕາມໄດ້ດີຊະນິດຫາຕົວຈັບຍາກ ພົວພັນກັບຂອງປອມຂອງລອກລຽນແບບ ເຮັດຫຍັງສີເທົາໆ (ເບີມີເລກບໍ່ດີ, ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 2
ຄູ່ເລກ 68 86 ເປັນຄູ່ເລກແຫ່ງຄວາມລຸ້ມຫຼົງ, ເຊື່ອຄົນງ່າຍ, ເງິນຮົ່ວ, ທຸ້ມເທໃນຮັກຫຼາຍເກີນໄປ ຜູ້ໃຊ້ເລກຄູ່ນີ້ເປັນຄົນຫົວໄວ ຫົວດີ ເກັ່ງສະຫຼາດ ຮູ້ທັນຄົນ ແຕ່ມີເງິນເຂົ້າເທົ່າໃດກໍອອກໝົດ ບໍ່ສົນໃຈວິທີການຫາເງິນ ບໍ່ວ່າຈະຖືກຫຼືຜິດ ຂາວ, ເທົາ, ດໍາ, ຂໍໃຫ້ໄດ້ເງິນເອົາໝົດ ຫາເງິນໄດ້ແຕ່ກໍບໍ່ຮູ້ຈັກເກັບ ໃຈໃຫຍ່ໃຈກວ້າງໃນເລື່ອງການໃຊ້ຈ່າຍແລະໝູ່ເພື່ອນ ມັກຄວາມມ່ວນຊື່ນ ມັກການສ້າງສັນ ມີໝູ່ກິນຫຼາຍ ແຕ່ໝູ່ຕາຍໃຈຈິງໃຈບໍ່ມີ. ເປັນຄົນເປັນກັນເອງ ເປັນຄົນລ່າເລີງ ພໍ່ບຸນທຸ້ມ ແມ່ບຸນທຸ້ມ ຮັກໃຜຮັກໝົດໃຈ ທຸ້ມເທໃຫ້ໝົດຕົວ ຊັງໃຜຊັງເຂົ້າກະດູກດໍາ ຕ້ອງທຸກທໍລະມານຄວາມເລື່ອງຄວາມຮັກ ມີໂອກາດຖືກຫຼອກ ຖືກປອກລອກ ລຸ້ມຫຼົງຄູ່ຈົນໜ້າມືດຕາມົວ ໝົດເນື້ອໝົດຕົວ ຊີວິດຂຶ້ນສຸດລົງສຸດ ຕອນມີຫຼາຍກໍຫຼາຍໆ ຕອນບໍ່ມີກໍບໍ່ມີເລີຍ ມີອາລົມທາງເພດຫຼາຍ ຄວາມຕ້ອງການທາງເພດສູງ ລະວັງໝູ່ຮັກຫັກຫຼ່ຽມໂຫດ ຄົນທີ່ເຄີຍຮັກກັນຕ້ອງກາຍມາເປັນສັດຕູກັນ ເບີເສຍ ບໍ່ຄວນໃຊ້ ເລກລຸ້ມຫຼົງມົວເມົາ, ອະບາຍຍະມຸກ, ການເດີນຜິດທາງ ລະວັງພະຍາດກ່ຽວກັບທ້ອງຊ່ວງລຸ່ມ, ຊ່ອງທ້ອງ, ມົດລູກ, ກະເພາະປັດສະວະ, ຕ່ອມລູກໝາກ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 3
ເລກ 69/96 ເປັນຄູ່ເລກກະແສໃບພັດແຫ່ງການເງິນ ເປັນເລກທີ່ບັນດາຊິນແສໝໍດູຄົນດັງມັກໃຊ້ເສີມໃນເບີໂທລະສັບ ເພື່ອໜູນໃຫ້ເກີດພະລັງງານຢິນ-ຢາງ, ມີພະລັງງານການເງິນໝູນຄ່ອງ ເງິນສະພັດ. ຍັງສົ່ງເສີມໃຫ້ຜູ້ໃຊ້ງານມີຊື່ສຽງດີ ມີຄົນຮັກໃຄ່ ມີຄົນນິຍົມຊົມຊອບ. ມີໂຊກລາບວາດສະໜາດີ ມີໂຊກຟຸກໆ. ພະລັງງານຢິນ-ຢາງນີ້ສົ່ງຜົນໃຫ້ມີເງິນມີຄໍາເຂົ້າມາບໍ່ຂາດມືຫາເງິນໄດ້ຫຼາຍທາງ ຫາເງິນຄ່ອງ ຊີວິດມີຄວາມສຸກ ບໍ່ຕ້ອງກັງວົນໃນດ້ານການໃຊ້ຈ່າຍ ຈະມີເຂົ້າມາສະເໝີໆ. ໄດ້ມີໂອກາດຮ່ວມກິດຈະການງານບຸນເລື້ອຍໆ ເດີນທາງໄປເຮັດບຸນຕ່າງຖິ່ນຕ່າງທີ່ ຫຼືມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ. ເປັນຄົນອາລົມດີ ມີສິນລະປະໃນຊີວິດ ມີຄວາມຄິດສ້າງສັນທີ່ຍອດຢ້ຽມ. ເປັນຄົນມີລົດນິຍົມດີ, ເລີດຫູຼ, ແຕ່ງຕົວດີ, ວາຈາອ່ອນຫວານ, ປາກຫວານ, ຈິນຕະນາການດີ, ມີຄວາມໂຣແມນຕິກໃນຕົນເອງ, ມີສະເໜ່, ເປັນທີ່ຮັກໃຄ່ຂອງໝູ່ເພື່ອນ. ຫາເງິນເກັ່ງ. ດ້ວຍລົດນິຍົມດີ, ແຕ່ງຕົວດີຈະສົ່ງເສີມໃຫ້ເບິ່ງມີເຄຣດິດດີ, ມີພູມຖານ, ເບິ່ງໄຮໂຊ. ມັກຄ້າຂາຍຂອງແພງ ຂອງຫຼູຫລາ ລາຄາແພງໄດ້ດີ ເປັນຄູ່ເລກທີ່ດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກແຫ່ງຄວາມໂຊກດີ ດາວພະຫັດ ເລກ5 ດາວແຫ່ງຄວາມເປັນຄູ ຄວາມຮູ້ ສິນລະປະວິທະຍາການ ເມື່ອໂຄຈອນມາຢູ່ກັບດາວພະເກດ ເລກ9 ດາວສິ່ງສັກສິດ ດາວລຶກລັບ ດາວມະຫັດສະຈັນ ດາວປ່ຽນຮ້າຍກາຍເປັນດີ ແລະ ເຮັດໃຫ້ດີເພີ່ມທະວີຄູນ ເປັນຄົນມີຄວາມສະຫຼາດສະຫຼຽວ ທັນຄົນ ມີຈິດໃຈເຢືອກເຢັນ ມີສະຕິມີປັນຍາ ມີຄວາມກ້າວໜ້າໃນຊີວິດ ແລະ ການງານ ມີຄວາມສາມາດພິເສດ ຮູ້ສິ່ງໃດແລ້ວຮູ້ຈິງເຖິງແກ່ນແທ້ ຮູ້ເລິກຮູ້ຮອບ ເມື່ອໃຊ້ໄປເປັນເວລາຍາວນານ ມັກໄດ້ເປັນນັກປາດເມທີ ຜູ້ມີຄວາມຮູ້ ຄວາມສາມາດໃຫ້ຄວາມນັບຖື ຈິດໃຈໜັກນິ້ງ ໝັ້ນຄົງ ສຸຂຸມ ເຢືອກເຢັນ ຕັ້ງໝັ້ນ ແລະ ມີສະມາທິ ເປັນຜູ້ມີສໍານຶກລະອຽດອ່ອນ ມີເຊັ້ນສ໌, ມີລາງສັງຫອນແມ້ນຍໍາ ເປັນຄົນຈິດໃຈດີ ໂອບອ້ອມອາລີ ມີນໍ້າໃຈງົດງາມ ມີຄວາມຖະໜັດ ແລະ ສົນໃຈໃນເລື່ອງໂຫລາສາດ ປັດຊະຍາ ສາສະໜາ ພິທີກໍາ ແລະ ໃນມູມໜຶ່ງຂອງຊີວິດກໍເປັນຄົນຫົວກ້າວໜ້າ ທັນເທັກໂນໂລຢີ ນໍາສະໄໝ ມີເກນໄດ້ເດີນທາງໄກ ໄປຕ່າງປະເທດ ຫຼື ຄົບຄ້າສະມາຄົມກັບຕ່າງປະເທດ ຫຼື ໝູ່ເພື່ອນຕ່າງຖິ່ນຕ່າງທີ່ ເຂົ້າກັບຜູ້ອື່ນໄດ້ງ່າຍ ດ້ວຍຄວາມມີນໍ້າໃຈ ເປັນຜູ້ໃຫ້ ເປັນຜູ້ເສຍສະຫຼະ ມີແຕ່ຄົນຮັກ ມີແຕ່ຄົນຊື່ນຊົມນັບໜ້າຖືຕາ ເຂົ້າຫາຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ກໍເມດຕາອຸປະຖໍາຄໍ້າຊູເບິ່ງແຍງດີຫຼາຍ ເມື່ອເດີນທາງໄກມັກຈະມີໂຊກ ເດີນທາງໄກ ໄປຕ່າງທີ່ແລ້ວຈະໄດ້ດີ ມີໂຊກລາບລອຍມາແບບແປກໆ ພົບເຈີສິ່ງດີງາມມະຫັດສະຈັນໃນຊີວິດ ໄດ້ພົບເຈີຄູບາອາຈານທີ່ດີ ແລະ ເປັນຜູ້ທໍາບຸນແລ້ວເຫັນຜົນໄວທັນຕາ ວາດສະໜາດີ ດວງດີ ລວມເຖິງສຸກກາຍສຸຂະພາບໃຈດີແຂງແຮງອີກດ້ວຍ ໃຊ້ໄດ້ທຸກເພດທຸກໄວ ຄູ, ໝໍ, ແພດໝໍ ພະຍາບານ, ລາດຊະການໃຊ້ໄດ້ດີ ນັກຮຽນນັກສຶກສາຄວນໃຊ້ໃຫ້ຫຼຸດຄວາມຄຶກຄະນອງ ແລະ ມີເຫດຜົນໃນການໃຊ້ຊີວິດຫຼາຍຂຶ້ນ ໄຕ່ຕອງຫຼາຍຂຶ້ນ ພຣະ ຄູບາ ຫຼື ຜູ້ປະຕິບັດທໍາ ຄົນທໍາບຸນກໍຄວນໃຊ້ ແລະ ເໝາະສົມ ພໍ່ຄ້າ ແມ່ຄ້າ ນັກລົງທຶນກໍໃຊ້ໄດ້ດີຫຼາຍ ມີໂຊກເຮັງຕະຫຼອດ ພຽງແຕ່ຈັດຕໍາແໜ່ງໃຫ້ຖືກຕ້ອງ ທີ່ສໍາຄັນເໝາະກັບພໍ່ແມ່ຂອງເຮົາ ຄົນໄວກະສຽນໄວເຊົາເຮັດວຽກແລ້ວ ຫຼື ຜູ້ສູງອາຍຸ ເບີນີ້ກ່ຽວໃນເລື່ອງຂອງຄວາມໃຈເຢັນ ມີເຫດຜົນ ທີ່ສໍາຄັນຄືເຂົ້າວັດປະຕິບັດທໍາ ບໍ່ໂວຍວາຍດ່າລູກຫຼານ ໃຈເຢັນ ລວມເຖິງມີສຸຂະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນຄົນແກ່ປາກຈັດ ເບີນີ້ໂດຍພາບລວມແລ້ວຈຶ່ງເປັນເລກດີຫຼາຍ ມີພະລັງງານດ້ານໂຊກຫຼາຍ ຫຍັງດີໆ ເຮັງໆ ຈະເຂົ້າມາໃນຊີວິດຫຼາຍຂຶ້ນເລື້ອຍໆ ໃນໄລຍະທີ່ຍັງໃຊ້ເບີນີ້ເປັນປະຈໍາ ຊີວິດມີການກ້າວໜ້າພັດທະນາຕົນເອງຢູ່ສະເໝີ ມີປັນຍາລະອຽດເລິກເຊິ່ງ ເມື່ອສຶກສາສິ່ງໃດມັກລົງເລິກເຖິງແກ່ນແທ້ ທໍາບຸນເຫັນຜົນໄວທັນຕາ ສຸຂະພາບແຂງແຮງທັງກາຍ ແລະ ໃຈ ບັ້ນປາຍຊີວິດຈະສຶກສາທໍາສະແຫວງຫາຄວາມວິນເວກຫຼຸດພົ້ນສັດຈະທໍາຂອງຊີວິດ
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 56/65 "ເປັນຄູ່ເລກພະລັງແຫ່ງປັນຍາ ແລະ ໂຊກລາບ" ຄູ່ເລກແຫ່ງ "ວາດສະໜາບາລະມີ" ແລະ "ວາດສະໜາແຫ່ງຄວາມໂຊກດີ" ວາດສະໜາດີ ເຮັດການງານສິ່ງໃດກໍມັກຈະປະສົບຜົນສໍາເລັດ ເປັນການລວມຂອງດວງປັນຍາແລະດາວການເງິນຄວາມສຸກ ມາໄວ້ດ້ວຍກັນ ເປັນຄູ່ທີ່ສົ່ງເສີມສົ່ງຜົນໃຫ້ຊີວິດມີແຕ່ຄວາມສຸກສະບາຍ ສໍາເລັດໄວ ສໍາເລັດງ່າຍ ເຮັດກິດຈະການງານໃດໆກໍເຮັດສໍາເລັດລຸລ່ວງໄປດ້ວຍດີ ເຖິງແມ່ນຈະໃຊ້ໃນໄວຮຽນກໍໄດ້ຮັບໂອກາດດີຫຼາຍຈາກທຸກທິດທາງ ຈະໃຊໄວສູງອາຍຸກໍມີແຕ່ຄວາມອຸດົມສົມບູນ ດ້ວຍພະລັງງານຂອງດາວພະຫັດແລະດາວສຸກ ສົ່ງຜົນໃຫ້ມີສະຕິມີປັນຍາ ຊີວິດມີຄວາມສຸກສະບາຍ ເຖິງແມ່ນຊີວິດຮັກກໍມັກໄດ້ຄູ່ດີ ມີຄວາມສຸກສົມຫວັງໃນຄວາມຮັກ ໃຜຢູ່ໃກ້ແລ້ວກໍມີຄວາມສຸກ ມີແຕ່ຄົນຮັກ ມີສະເໜ່ໃນຕົວສະຫຼາດທຳມາຫາເງິນ ຫາເງິນເກັ່ງ ເຮັດໄດ້ທຸກອາຊີບ ຈະເຮັດຫຍັງກໍໄດ້ ບໍ່ຕົກຕ່ຳ ບໍ່ອັບຈົນ ມີຜູ້ອຸປະຖໍາຄໍ້າຊູ ອີກທັງຈະມີໂອກາດດີໆເຂົ້າມາໃນຊີວິດຫຼາຍ ມີໂອກາດຈະປະສົບຜົນສໍາເລັດໃນຊີວິດໄວ ກ້າວໜ້າກ້າວໄກ ສະຫຼາດຫຼັກແຫຼມ ອີກທັງຍັງເປັນເລກທີ່ມີໂຊກລາບ ມີຄຸນທໍາໃນຕົນເອງອີກດ້ວຍ ຈຶ່ງຖືວ່າເປັນເລກດີຄວນໃຊ້ຢ່າງຍິ່ງ ມີຄວາມສຸກ ບໍ່ມີຕົກຕ່ຳ ບໍ່ມີອັບຈົນ ເຮັດວຽກໄດ້ທຸກສາຂາອາຊີບ ມີຄວາມຄິດສ້າງສັນ ລົງມືເຮັດຫຍັງສໍາເລັດທັງສິ້ນ ສະຫຼາດໃນທາງທຳມາຫາກິນສາມາດສ້າງລາຍໄດ້ຫຼາຍທາງພ້ອມກັນ ເງິນທອງບໍ່ຂາດມື ຮູ້ເທົ່າທັນຄົນ ໃຈບຸນມັກຊ່ວຍເຫຼືອຜູ້ອື່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ ມີສະເໜ່ນ່າຮັກ ຮູ້ຈັກໃຊ້ຄໍາເວົ້າ ມີໂຊກລາບ ແລະ ໂອກາດທີ່ດີເຂົ້າມາສະເໝີ ມີຜູ້ອຸປະຖໍາບໍ່ຂາດ ຄວາມຮັກສົມຫວັງ ສົດຊື່ນ ຊີວິດມັກປະສົບຜົນສໍາເລັດໂດຍໄວ ມີຄວາມສາມາດຈັດການບັນຫາໄດ້ຢ່າງດີ ແກ້ໄຂບັນຫາເກັ່ງແລະໄວຈັດສັນຜົນປະໂຫຍດໄດ້ລົງຕົວ ປັນຍາຫຼັກແຫຼມ ປະສານງານທຸກຢ່າງໄດ້ຢ່າງດີ ມີປັນຍາເລິກເຊິ່ງ ລວຍແລະມີຄວາມສຸກ ສາມາດເຂົ້າໃຈທັງທາງໂລກ ແລະ ທາງທໍາ ຖືເປັນເລກໂຊກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 6
ຄູ່ເລກ 67 76 ຜິດຫວັງດ້ານຄວາມຮັກ, ຮັກຊ້ອນ, ອຸບັດຕິເຫດ, ການເງິນຝືດເຄືອງ, ເງິນຮົ່ວ ທໍລະຫົດ ລາຍຈ່າຍສູງ ທຸກໃຈກັງວົນໃຈເລື່ອງເງິນ ມີຄົນຊ່ວຍໃຊ້ເງິນ ປ່ອຍເຄຣດິດໃຫ້ໃຜກູ້ຢືມແລ້ວທວງຍາກບໍ່ໄດ້ຄືນ ມີຄະດີຄວາມທາງການເງິນ ຖ້າເຮັດທຸລະກິດຈະໄດ້ຮັບເງິນຊ້າ ພາລະຮັບຜິດຊອບຫຼາຍ ພາຍນອກເດູດີ ແຕ່ເບື້ອງຫຼັງມີໜີ້ສິນຫຼາຍ ມີພາລະຜ່ອນຫຼາຍຢ່າງ ຊັກໜ້າຖົມຫຼັງ ເຈົ້າຂອງເອງກໍໃຊ້ເງິນເກັ່ງ ຫຼື ຈະເປັນອີກກໍລະນີໜຶ່ງຄື ຂີ້ຖີ່ຫຼາຍ ມີເງິນບໍ່ໃຊ້ເງິນເລີຍກໍໄດ້ ເອີ້ນວ່າຝືດເຄືອງທາງການເງິນ ໃຊ້ເງິນບໍ່ໄດ້ ບໍ່ມີເງິນໃຫ້ໃຊ້ ສ່ວນຄວາມຮັກນັ້ນຍໍ້າແຍ່ ຕ້ອງອົດທົນໜັກໜາ ດີກໍດີຫຼາຍ ຮ້າຍກໍທໍລະມານ ຖ້າຮັກໃຜຍອມທຸ່ມເທໃຫ້ໝົດ ແຕ່ຄວາມຮັກຈະບໍ່ສົມຫວັງ ມີອຸປະສັກ ພັດພາກ ແຍກຈາກ ຫຼືຢູ່ ຫ່າງໄກກັນ ຮັກທີ່ຕ້ອງລໍຖ້າ ຮັກທີ່ຕ້ອງອົດທົນ ແລະ ມີປາກສຽງກັບຄູ່ຂອງຕົນເອງເລື້ອຍໆ ກະທົບກະທັ່ງກັນເລື້ອຍໆ ບໍ່ຄ່ອຍລົງລອຍກັນ ເຮັດຫຍັງກໍບໍ່ໄດ້ດັ່ງໃຈ ບັນຫາເລື່ອງມົດລູກສຳລັບຜູ້ຍິງ ຕ່ອມລູກໝາກສຳລັບຜູ້ຊາຍ ສະມັດຖະພາບທາງເພດ ກະເພາະປັດສະວະ ພະຍາດໃນຊ່ອງທ້ອງ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ