ຄູ່ເລກ 58
ຄວນລະວັງ
ຄູ່ເລກ 58 85 ເປັນເລກສະຫຼາດແກມໂກງ, ມີເຫຼ່ຫຼ່ຽມ ຜູ້ໃຊ້ເລກນີ້ເປັນຄົນສະຫລາດມີເຫຼ່ຫຼ່ຽມ ເປັນຄົນຫົວດີ ຫົວໄວ ທັນເກມ ສະຫຼາດດີແກ້ບັນຫາເກັ່ງ ມີຄວາມທະເຍີທະຍານສູງ ເກັ່ງໃນເລື່ອງການວາງແຜນ ຊ້ອນແຜນ ແບບຫາຕົວຈັບໄດ້ຍາກ ມັກມີຜູ້ຄົນເຂົ້າມາຂໍຮ້ອງວິງວອນໃຫ້ຊ່ວຍແກ້ບັນຫາ ເພາະແກ້ໃຫ້ເຂົາໄດ້ໝົດ ແຕ່ຊີວິດໂຕເອງຈະມີການປ່ຽນແປງຫຼາຍຄັ້ງ ຜັນຜວນເອົາແນ່ເອົານອນບໍ່ໄດ້ ຈັດເປັນນັກສັນຫາປະໂຫຍດ ຕົວຮ້າຍກາດ ມີຄວາມສະຫນຸກທີ່ໄດ້ເຮັດວຽກ ທີ່ມີຄວາມສ່ຽງແລະທ້າທາຍ ມີຄວາມສາມາດໃນການແກ້ໄຂບັນຫາ ມີພອນສະຫວັນໃນເລື່ອງກັອບປີ່ລອກຮຽນແບບ ເປັນນັກທຸລະກິດທີ່ບໍໄວ້ໃຈໃຜແຖມເອົາຕົວລອດເກັ່ງ ແບບຈັບບໍໄດ້ໄລ່ບໍທັນ ສາມາດພິກລີ້ນ ໄດ້ຢ່າງແນບນຽນ ດ້ານການເງິນຫາເງິນແຕ່ກໍໃຊ້ເງິນຫລາຍຄືກັນ ດ້ານຄວາມຮັກມັກຫລົງຕົວເອງບໍພໍໃຈກໍເລີກ ສຸຂະພາບບໍ່ດີເທົ່າໃດ ແຜ່ນຫຼັງ ຫົວໃຈ ຄວາມດັນໂລຫິດ ປວດຫົວເປັນປະຈໍາ ຂີ້ເບື່ອ ບໍ່ມັກວຽກຈໍາເຈ ຫຼື ວຽກທີ່ມີຕໍ່ເນື່ອງຍາວນານ ມັກມີບັນຫາເລື່ອງຜູ້ໃຫຍ່ ຄົນຮັບປາກວ່າຈະຊ່ວຍຫຍັງມັກກັບຄໍາ ມັກເດີນທາງລັດ ກ້າສ່ຽງກ້າລອງ ສະແຫວງຫາເລື່ອງທ້າທາຍ ຕື່ນເຕັ້ນ ບົດຈະສະຫຼາດກໍຈະເປັນນັກວາງແຜນຫຼາຍຊັ້ນ ວາງແຜນແຍບຍົນ ກົນຊ້ອນກົນ ມີເລ້ຫຼ່ຽມ ຮູ້ທັນກົນໂກງ ມີໄຫວພິບ ສາມາດພິກແຜງແກ້ໄຂສະຖານະການສະເພາະໜ້າເອົາຕົວລອດໄດ້ ເຖິງຈະເປັນຄົນຊ່າງລະວັງຕົວຫຼາຍແຕ່ຊີວິດນີ້ກໍໜີບໍ່ພົ້ນທີ່ຈະເສຍຮູ້ຄົນຕາມກໍາເວນທີ່ກໍ່ໄວ້ ເຮັດໃຫ້ຕ້ອງປະສົບຄົນທີ່ບໍ່ມີສິນທໍາມາຂ້ອງກ່ຽວໃນຊີວິດ ລະວັງຢ່າເລົ່າຫຍັງຫຼາຍໄປ ມີຫຍັງກໍເກັບໆໄວ້ບ້າງ ມີຄວາມສາມາດພິເສດໃນການຮຽນຮູ້ໄວ (ແຕ່ບໍ່ຕະຫຼອດລອດຝັ່ງ) ເບິ່ງໆຫຍັງກໍສາມາດລອກລຽນແບບເຮັດຕາມໄດ້ດີຊະນິດຫາຕົວຈັບຍາກ ພົວພັນກັບຂອງປອມຂອງລອກລຽນແບບ ເຮັດຫຍັງສີເທົາໆ (ເບີມີເລກບໍ່ດີ, ຄວນປ່ຽນ)
ຄວາມໝາຍສະເພາະດ້ານ
- ບຸກຄະລິກພາບ
- ເປັນຄົນລືມຕົວ ຊີວິດມັກຈະເລື່ອນລອຍ ສະຫຼາດແກ້ບັນຫາເອົາຕົວລອດເກັ່ງ ຕົວະໂກງເກັ່ງ ສຸຂະພາບບໍ່ຄ່ອຍດີ
- ການງານ
- ເອົາແນ່ເອົານອນກັບຊີວິດບໍ່ຄ່ອຍໄດ້ ແກ້ບັນຫາຕະຫຼອດ ມີບັນຫາເລື່ອງວຽກເຂົ້າມາຕະຫຼອດ
- ການເງິນ
- ມີບັນຫາວຸ້ນວາຍເລື່ອງການເງິນເລື້ອຍໆ ໄດ້ມາກໍໝົດໄປ ມີໂອກາດເສຍເງິນກ້ອນ ເຖິງຈະຫາເກັ່ງກໍຕາມ
- ຄວາມຮັກ
- ເປັນຄົນຖືຕົວຖືຕົນ ຢ້ານບໍ່ເດັ່ນດັງ ເຫັນແກ່ຕົວ ຮັກຕົນເອງເປັນທີ່ສຸດ ຢ້ານແຕ່ຕົນເອງຈະບໍ່ມີຄວາມສະດວກສະບາຍຄວາມສຸກ ຈຶ່ງບໍ່ຕົກເປັນທີ່ຮັກຂອງໃຜສັກຄົນ
- ໂຊກລາບ / ສຸຂະພາບ
- ລະວັງໂຊກທີ່ມາພ້ອມກັບການຫຼອກລວງ