ລະບົບທຳນາຍເບີໂທລະສັບ

020

ຜົນການວິເຄາະທຳນາຍເບີ

58887719
ຜົນລວມ: 53 | ເຄືອຂ່າຍ: Lao Telecom

ຄວາມໝາຍສະເພາະດ້ານ

ບຸກຄະລິກພາຍນອກ

ຈະສົ່ງຜົນໃຫ້ ເປັນຄົນລືມຕົວ ຊີວິດມັກຈະເລື່ອນລອຍ ສະຫຼາດແກ້ບັນຫາເອົາຕົວລອດເກັ່ງ ຕົວະໂກງເກັ່ງ ສຸຂະພາບບໍ່ຄ່ອຍດີ ເປັນຄົນໃຈໃຫຍ່ໃຈເຖິງ ກ້າໄດ້ກ້າເສຍ ມັກສ່ຽງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ໃຊ້ອາລົມຫຼາຍກວ່າເຫດຜົນ ເປັນຄົນກວ້າງຂວາງ ໃຈໃຫຍ່ ມັກຊ່ວຍເຫຼືອຄົນອື່ນ ກ້າໄດ້ກ້າເສຍ ຮັກໝູ່ເພື່ອນ ມັກອອກແທນສະເໝີ ມັກເປັນທີ່ຮູ້ຈັກຢ່າງໄວວາ ມີພັກພວກຫຼາຍ ມີອິດທິພົນດີ ມີຄົນຄອຍຊ່ວຍເຫຼືອ ເປັນຄົນຈິງຈັງກັບຊີວິດຫຼາຍ ຂີ້ກັງວົນ ມັກຄິດເຖິງຊີວິດໃນອະນາຄົດຂອງຕົນເອງ ແລະ ຄອຍກົດດັນຕົນເອງ ບໍ່ຮູ້ຈັກປ່ອຍວາງ ເປັນຄົນຄິດຫຼາຍ ມັກຄິດໃຫ້ຕົນເອງທຸກ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ

ການງານ

ຈະສົ່ງຜົນໃຫ້ ເອົາແນ່ເອົານອນກັບຊີວິດບໍ່ຄ່ອຍໄດ້ ແກ້ບັນຫາຕະຫຼອດ ມີບັນຫາເລື່ອງວຽກເຂົ້າມາຕະຫຼອດ ມີເຊັ້ນສ໌ໃນການເອົາຕົວລອດໃນທຸກສະຖານະການ ບໍ່ເຄີຍຈົນມູມ ມັກເຮັດທຸລະກິດສີເທົາ ຄວາມສ່ຽງໂດຍບໍ່ສົນໃຈວິທີການ ຂໍພຽງແຕ່ໄດ້ເງິນ ມັກຈະໄດ້ເປັນເຈົ້າຂອງທຸລະກິດສີເທົາ ຫຼື ວຽກທີ່ຕ້ອງມີການແຂ່ງຂັນສູງຫຼາຍ ຊ່ວຍສົ່ງເສີມໃຫ້ເປັນເສດຖີ ສາມາດຂະຫຍາຍກິດຈະການໄດ້ຢ່າງກ້າວກະໂດດ ມີບໍລິວານຫຼາຍ ມັກຄິດພັດທະນາໂຄງການໃໝ່ໆສະເໝີ ມີຄົນຮູ້ຈັກນັບໜ້າຖືຕາຫຼາຍ ເຮັດວຽກເຮັດງານເກັ່ງ ສູ້ຊົນກະດູກເຫຼັກ ລະອຽດຮອບຄອບ ແຕ່ເມື່ອຍ ມັກເກັບລາຍລະອຽດເລັກໆໜ້ອຍໆທີ່ຄົນອື່ນບໍ່ສົນໃຈ ຍໍ້າຄິດຍໍ້າທໍາ ເຄັ່ງຄຽດທຸກເລື່ອງສະເໝີ ມີຄວາມເປັນຜູ້ນຳ ສູ້ວຽກງານໜັກ ຂະຫຍັນທຳມາຫາກິນ ໜັກເອົາເບົາສູ້ບໍ່ທໍ້ຖອຍຕໍ່ອຸປະສັກງ່າຍໆ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ

ການເງິນ

ຈະສົ່ງຜົນໃຫ້ ມີບັນຫາວຸ້ນວາຍເລື່ອງການເງິນເລື້ອຍໆ ໄດ້ມາກໍໝົດໄປ ມີໂອກາດເສຍເງິນກ້ອນ ເຖິງຈະຫາເກັ່ງກໍຕາມ ໃຊ້ຈ່າຍຟຸມເຟືອຍ ໃຜຫ້າມເລື່ອງການໃຊ້ເງິນກໍມັກຈະບໍ່ພໍໃຈ ໄດ້ເງິນເປັນກ້ອນ ໝູນເປັນກ້ອນໃຫຍ່ ເງິນທອງໄດ້ຈາກວຽງານ ຫຼື ໄດ້ຈາກໜ້າວຽກ ແຕ່ເງິນມັກໄດ້ຊ້າ ແລະ ມີຄວາມກົດດັນສູງ ມີຄວາມສ່ຽງຖືກໂກງ ຖືກຫັກຫຼັງ ໃຫ້ໃຜຢືມມັກບໍ່ໄດ້ຄືນ

ຄວາມຮັກ

ຈະສົ່ງຜົນໃຫ້ ເປັນຄົນຖືຕົວຖືຕົນ ຢ້ານບໍ່ເດັ່ນດັງ ເຫັນແກ່ຕົວ ຮັກຕົນເອງເປັນທີ່ສຸດ ຢ້ານແຕ່ຕົນເອງຈະບໍ່ມີຄວາມສະດວກສະບາຍຄວາມສຸກ ຈຶ່ງບໍ່ຕົກເປັນທີ່ຮັກຂອງໃຜສັກຄົນ ຜູ້ໃຊ້ບໍ່ຄ່ອຍມີຄົນຮັກ ຂາດສະເໜ່ ມີໂອກາດຂຶ້ນຄານສູງ ມັກຢູ່ຄົນດຽວ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ

ໂຊກລາບ

ຈະສົ່ງຜົນໃຫ້ ລະວັງໂຊກທີ່ມາພ້ອມກັບການຫຼອກລວງ ມັກມີໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ ມີໂຊກລາບທາງການເງິນແບບຊຸດໃຫຍ່ ມີໂຊກລາບບໍ່ຄາດຄິດສະເໝີ ມີດວງກັບການສ່ຽງໂຊກທຸກຊະນິດ

💡 ຄວາມໝາຍຄູ່ເລກ

ຄວາມໝາຍຄູ່ເລກຊຸດທີ 1 ⚠️

58887719

ຄູ່ເລກ 58 85 ເປັນເລກສະຫຼາດແກມໂກງ, ມີເຫຼ່ຫຼ່ຽມ ຜູ້ໃຊ້ເລກນີ້ເປັນຄົນສະຫລາດມີເຫຼ່ຫຼ່ຽມ ເປັນຄົນຫົວດີ ຫົວໄວ ທັນເກມ ສະຫຼາດດີແກ້ບັນຫາເກັ່ງ ມີຄວາມທະເຍີທະຍານສູງ ເກັ່ງໃນເລື່ອງການວາງແຜນ ຊ້ອນແຜນ ແບບຫາຕົວຈັບໄດ້ຍາກ ມັກມີຜູ້ຄົນເຂົ້າມາຂໍຮ້ອງວິງວອນໃຫ້ຊ່ວຍແກ້ບັນຫາ ເພາະແກ້ໃຫ້ເຂົາໄດ້ໝົດ ແຕ່ຊີວິດໂຕເອງຈະມີການປ່ຽນແປງຫຼາຍຄັ້ງ ຜັນຜວນເອົາແນ່ເອົານອນບໍ່ໄດ້ ຈັດເປັນນັກສັນຫາປະໂຫຍດ ຕົວຮ້າຍກາດ ມີຄວາມສະຫນຸກທີ່ໄດ້ເຮັດວຽກ ທີ່ມີຄວາມສ່ຽງແລະທ້າທາຍ ມີຄວາມສາມາດໃນການແກ້ໄຂບັນຫາ ມີພອນສະຫວັນໃນເລື່ອງກັອບປີ່ລອກຮຽນແບບ ເປັນນັກທຸລະກິດທີ່ບໍໄວ້ໃຈໃຜແຖມເອົາຕົວລອດເກັ່ງ ແບບຈັບບໍໄດ້ໄລ່ບໍທັນ ສາມາດພິກລີ້ນ ໄດ້ຢ່າງແນບນຽນ ດ້ານການເງິນຫາເງິນແຕ່ກໍໃຊ້ເງິນຫລາຍຄືກັນ ດ້ານຄວາມຮັກມັກຫລົງຕົວເອງບໍພໍໃຈກໍເລີກ ສຸຂະພາບບໍ່ດີເທົ່າໃດ ແຜ່ນຫຼັງ ຫົວໃຈ ຄວາມດັນໂລຫິດ ປວດຫົວເປັນປະຈໍາ ຂີ້ເບື່ອ ບໍ່ມັກວຽກຈໍາເຈ ຫຼື ວຽກທີ່ມີຕໍ່ເນື່ອງຍາວນານ ມັກມີບັນຫາເລື່ອງຜູ້ໃຫຍ່ ຄົນຮັບປາກວ່າຈະຊ່ວຍຫຍັງມັກກັບຄໍາ ມັກເດີນທາງລັດ ກ້າສ່ຽງກ້າລອງ ສະແຫວງຫາເລື່ອງທ້າທາຍ ຕື່ນເຕັ້ນ ບົດຈະສະຫຼາດກໍຈະເປັນນັກວາງແຜນຫຼາຍຊັ້ນ ວາງແຜນແຍບຍົນ ກົນຊ້ອນກົນ ມີເລ້ຫຼ່ຽມ ຮູ້ທັນກົນໂກງ ມີໄຫວພິບ ສາມາດພິກແຜງແກ້ໄຂສະຖານະການສະເພາະໜ້າເອົາຕົວລອດໄດ້ ເຖິງຈະເປັນຄົນຊ່າງລະວັງຕົວຫຼາຍແຕ່ຊີວິດນີ້ກໍໜີບໍ່ພົ້ນທີ່ຈະເສຍຮູ້ຄົນຕາມກໍາເວນທີ່ກໍ່ໄວ້ ເຮັດໃຫ້ຕ້ອງປະສົບຄົນທີ່ບໍ່ມີສິນທໍາມາຂ້ອງກ່ຽວໃນຊີວິດ ລະວັງຢ່າເລົ່າຫຍັງຫຼາຍໄປ ມີຫຍັງກໍເກັບໆໄວ້ບ້າງ ມີຄວາມສາມາດພິເສດໃນການຮຽນຮູ້ໄວ (ແຕ່ບໍ່ຕະຫຼອດລອດຝັ່ງ) ເບິ່ງໆຫຍັງກໍສາມາດລອກລຽນແບບເຮັດຕາມໄດ້ດີຊະນິດຫາຕົວຈັບຍາກ ພົວພັນກັບຂອງປອມຂອງລອກລຽນແບບ ເຮັດຫຍັງສີເທົາໆ (ເບີມີເລກບໍ່ດີ, ຄວນປ່ຽນ)

ຄວາມໝາຍຄູ່ເລກຊຸດທີ 2 ⚠️

58887719

ເປັນຄູ່ເລກອຳນາດມືດ ເລກສີເທົາ ສະຫຼາດແພວພາວ ຫາເງິນເກັ່ງ ມັກຄວາມສ່ຽງ ໃຈໃຫຍ່ໃຈເຖິງ ກ້າກິນກ້າໃຊ້ ກ້າໄດ້ກ້າເສຍ ໂຜງຜາງ ເງິນຄໍາຫາໄດ້ຫຼາຍກໍຈິງ ແຕ່ກໍໃຊ້ຫຼາຍເຊັ່ນກັນ ຮຽນຮູ້ຫຍັງໄດ້ໄວແຕ່ເບື່ອງ່າຍ ບໍ່ເຮັດໃຫ້ຕະຫຼອດລອດຝັ່ງ ມັກສ່ຽງ ມັກລອງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ມັກຄົບຫາໝູ່ເພື່ອນ ມີເຊັ້ນສ໌ສັງຫອນແມ່່ນພາໃຫ້ລອດພົ້ນໃນຍາມຄັບຂັນ ຮູ້ເລຫຼ່ຽມ-ກົນໂກງ, ສະຫຼາດທັນຄົນ ແລະ ຮັກອິດສະຫຼະ ຕ້ອງການຄວາມເປັນສ່ວນຕົວສູງ ໃຫ້ລະວັງຄວາມຫູເບົາ ຂາດສະຕິ ໃຈຮ້ອນວູ່ວາມ ຄວາມປະໝາດ ຈະເຮັດໃຫ້ເສຍການໃຫຍ່ ຄວນໝັ່ນເຂົ້າຫາຄູບາອາຈານ ຫຼື ທີ່ປຶກສາດີໆໄວ້ຊ່ວຍແນະນໍາຈະດີຫຼາຍ ແລະ ຄວນໝັ່ນສ້າງບຸນກຸສົນ, ຈະບັງເກີດໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ ມັກຈະເປັນເຈົ້າຂອງທຸລະກິດ ຫຼື ເຮັດວຽກໃນດ້ານທີ່ຕ້ອງບໍລິຫານຄວາມສ່ຽງ ວຽກທີ່ມີການແຂ່ງຂັນທຸກຊະນິດ, ວຽກສິນເຊື່ອ, ຮັບຈໍານໍາ, ຮັບຈໍານອງ, ປ່ອຍກູ້, ແລ່ນເຕັ້ນ, ລ໊ອບບີ້, ເຈົ້າມືຊີວິດຈະມີຄົນອ້ອມຂ້າງວຸ້ນວາຍກ່ຽວພັນກັບອະບາຍມຸກຕ່າງໆ ແນະນໍາວ່າຫາກບໍ່ໄດ້ເຮັດວຽກໃນກຸ່ມທີ່ໃຊ້ອຳນາດບາລະມີ ຄວນປ່ຽນເບີ ໃຊ້ເບີນີ້ ລວຍໄດ້ (ເໝາະກັບບາງອາຊີບ ເໝາະກັບຜູ້ໃຊ້ບາງຄົນ ແລະ ຢ່າໂລບຈົນເກີນໄປອາດຈະເສຍຫາຍໄດ້)

ຄວາມໝາຍຄູ່ເລກຊຸດທີ 3 ⚠️

58887719

ເປັນຄູ່ເລກອຳນາດມືດ ເລກສີເທົາ ສະຫຼາດແພວພາວ ຫາເງິນເກັ່ງ ມັກຄວາມສ່ຽງ ໃຈໃຫຍ່ໃຈເຖິງ ກ້າກິນກ້າໃຊ້ ກ້າໄດ້ກ້າເສຍ ໂຜງຜາງ ເງິນຄໍາຫາໄດ້ຫຼາຍກໍຈິງ ແຕ່ກໍໃຊ້ຫຼາຍເຊັ່ນກັນ ຮຽນຮູ້ຫຍັງໄດ້ໄວແຕ່ເບື່ອງ່າຍ ບໍ່ເຮັດໃຫ້ຕະຫຼອດລອດຝັ່ງ ມັກສ່ຽງ ມັກລອງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ມັກຄົບຫາໝູ່ເພື່ອນ ມີເຊັ້ນສ໌ສັງຫອນແມ່່ນພາໃຫ້ລອດພົ້ນໃນຍາມຄັບຂັນ ຮູ້ເລຫຼ່ຽມ-ກົນໂກງ, ສະຫຼາດທັນຄົນ ແລະ ຮັກອິດສະຫຼະ ຕ້ອງການຄວາມເປັນສ່ວນຕົວສູງ ໃຫ້ລະວັງຄວາມຫູເບົາ ຂາດສະຕິ ໃຈຮ້ອນວູ່ວາມ ຄວາມປະໝາດ ຈະເຮັດໃຫ້ເສຍການໃຫຍ່ ຄວນໝັ່ນເຂົ້າຫາຄູບາອາຈານ ຫຼື ທີ່ປຶກສາດີໆໄວ້ຊ່ວຍແນະນໍາຈະດີຫຼາຍ ແລະ ຄວນໝັ່ນສ້າງບຸນກຸສົນ, ຈະບັງເກີດໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ ມັກຈະເປັນເຈົ້າຂອງທຸລະກິດ ຫຼື ເຮັດວຽກໃນດ້ານທີ່ຕ້ອງບໍລິຫານຄວາມສ່ຽງ ວຽກທີ່ມີການແຂ່ງຂັນທຸກຊະນິດ, ວຽກສິນເຊື່ອ, ຮັບຈໍານໍາ, ຮັບຈໍານອງ, ປ່ອຍກູ້, ແລ່ນເຕັ້ນ, ລ໊ອບບີ້, ເຈົ້າມືຊີວິດຈະມີຄົນອ້ອມຂ້າງວຸ້ນວາຍກ່ຽວພັນກັບອະບາຍມຸກຕ່າງໆ ແນະນໍາວ່າຫາກບໍ່ໄດ້ເຮັດວຽກໃນກຸ່ມທີ່ໃຊ້ອຳນາດບາລະມີ ຄວນປ່ຽນເບີ ໃຊ້ເບີນີ້ ລວຍໄດ້ (ເໝາະກັບບາງອາຊີບ ເໝາະກັບຜູ້ໃຊ້ບາງຄົນ ແລະ ຢ່າໂລບຈົນເກີນໄປອາດຈະເສຍຫາຍໄດ້)

ຄວາມໝາຍຄູ່ເລກຊຸດທີ 4

58887719

ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ

ຄວາມໝາຍຄູ່ເລກຊຸດທີ 5 ⚠️

58887719

(77 ເປັນຄູ່ເລກເສຍ ທຸກ, ເກັບກົດ, ເປັນພະຍາດຄຽດ, ຍໍ້າຄິດຍໍ້າທໍາ) ຜູ້ໃຊ້ເປັນຄົນຫົວບູຮານ ອະນຸລັກນິຍົມ ຕ້ອງເຮັດວຽກໜັກຄືຄວາຍ ເຮັດວຽກເຮັດງານເກັ່ງ ສູ້ຊົນກະດູກເຫຼັກ ໄດ້ຫຍັງໄດ້ຊ້າ ເຮັດຫຍັງກໍສຳເລັດຍາກ ມີຄວາມຄຽດ ຄວາມກົດດັນໃນຊີວິດສູງຫຼາຍ ປ່ອຍມັກວາງ ທຸກທໍລະມານ ກືນບໍ່ເຂົ້າຄາຍບໍ່ອອກ ມີແຕ່ຄວາມອຶດອັດໃນຫົວໃຈ ຍິ້ມຍາກ ຈິງຈັງກັບຊີວິດຫຼາຍເກີນໄປ ຄິດຊ້າເຮັດວຽກຊ້າ ເຮັດຫຍັງເນັ້ນຄວາມແນ່ນອນ ຈົນຫຍັງໆມັກຈະສາຍໄປແລ້ວ ພາດໂອກາດທີ່ຄວນຈະໄດ້ສະເໝີ ວິຕົກກັງວົນເກີນເຫດຈົນເກີດຄວາມຄຽດສະເໝີ ເວົ້າຈາຫ້ວນໆ ມັກບໍ່ຮັກສານໍ້າໃຈໃຜເລີຍ ຊື່ຕົງ ໂດຍລວມແລ້ວ ຖ້າຄົນບໍ່ມີພື້ນຖານຊີວິດ ຈະລຳບາກຫຼາຍ ຖ້າມີເລກດີແດ່ກໍຈະບັນເທົາ ແຕ່ຖ້າໃນເບີມີແຕ່ເລກບໍ່ດີ ຖືວ່າລໍາບາກແທ້ໆ ເລກນີ້ຮ້າຍແຮງຫຼາຍ ແຕ່ຖ້າຜູ້ໃດມີຊັບສົມບັດເກົ່າ ມີພື້ນຖານແລ້ວ ມັນຈະກາຍເປັນເລກທີ່ສະແດງເຖິງຊັບສິນມໍລະດົກ ກິດຈະການຂະໜາດໃຫຍ່ ທຸລະກິດກ່ຽວກັບທາດດິນ, ບໍ່ແຮ່, ອະສັງຫາ, ກໍ່ສ້າງ ແລະອື່ນໆ ກ່ຽວຂ້ອງກັບຊັບສົມບັດເກົ່າ ແຕ່ຢ່າງໃດກໍຕາມ ຈະກາຍເປັນຄົນຫົວບູຮານ ຫົວແຂງ ດື້ດ້ານບໍ່ຟັງໃຜ ບໍ່ຄ່ອຍມີຄົນຮັກ ບໍ່ມີສະເໜ່ ແລະ ມີໂອກາດຂຶ້ນຄານສູງ ແຕ່ເລື່ອງຄວາມຮ້າຍແຮງ ຄວາມທຸກ ຄວາມກົດດັນກໍຍັງມີຄືເກົ່າ ພຽງແຕ່ມີຖານຊັບສົມບັດເກົ່າຫຼາຍເທົ່ານັ້ນແລະ

ຄວາມໝາຍຄູ່ເລກຊຸດທີ 6 ⚠️

58887719

ເລກຄູ່ 17 71 ເປັນເລກ ດຸໝັ່ນຂະຫຍັນເຮັດວຽກເກັ່ງ, ອຸດສາຫະ, ໜັກເອົາເບົາສູ້ ເລກພະລະກຳລັງສູງ ຂະຫຍັນເຮັດວຽກ ໜັກເອົາເບົາສູ້ ເຮັດວຽກຈິງຈັງບໍ່ຄ່ອຍໄດ້ພັກຜ່ອນ ບໍ່ຄ່ອຍເໝາະກັບຄົນທີ່ມີຄວາມຄຽດງ່າຍ ແຕ່ເໝາະສົມກັບຄົນທີ່ບໍ່ມີໄຟໃນການເຮັດວຽກ ເປັນເລກພະລັງງານຂອງນັກສູ້ ເຖິງເໜັດເໜື່ອຍເທົ່າໃດກໍສູ້ງານ ມີຄວາມຮັບຜິດຊອບຫຼາຍ ວຽກທຸກຢ່າງສຳເລັດໄດ້ດ້ວຍຕົນເອງ ມັກໃຊ້ເວລາເກືອບທັງໝົດຂອງຊີວິດກັບເລື່ອງການງານ ທຸ້ມເທກັບວຽກ ຂໍ້ດີຄືມັກໄດ້ດີ, ມີຄວາມເກັ່ງ, ມີຄວາມກ້າ ຈົນບາງຄັ້ງກໍຖືກໝັ່ນໄສ້. ເປັນຄົນຈິງກ້າຕໍ່ສູ້ເພື່ອຄວາມຖືກຕ້ອງ, ເປັນນັກຄິດ ແລະ ນັກປະຕິບັດ, ບໍ່ຄິດເພິ່ງພາໃຜ. ກ້າລຸຍໄປຂ້າງໜ້າດ້ວຍຄວາມໝັ້ນໃຈ. ເປັນເລກຂອງຄົນມີໄຟແຮງ, ມັກມີປະສົບການຊີວິດໂຊກໂຊນ

ຄວາມໝາຍຄູ່ເລກຊຸດທີ 7

58887719

ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້

ໝາຍເຫດ: ເບີນີ້ບໍ່ຈັດເປັນເບີມຸງຄຸນ ເພາະມີຄູ່ເລກເສຍຢູ່ນຳ ທຳນາຍຕາມສາດພະລັງຕົວເລກສາດໄທ ແລະ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.

ຈອງເບີ:

ລະບົບຈະພາທ່ານໄປຍັງ WhatsApp ເພື່ອລົມກັບຮ້ານໂດຍກົງ