ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກ 58 85 ເປັນເລກສະຫຼາດແກມໂກງ, ມີເຫຼ່ຫຼ່ຽມ ຜູ້ໃຊ້ເລກນີ້ເປັນຄົນສະຫລາດມີເຫຼ່ຫຼ່ຽມ ເປັນຄົນຫົວດີ ຫົວໄວ ທັນເກມ ສະຫຼາດດີແກ້ບັນຫາເກັ່ງ ມີຄວາມທະເຍີທະຍານສູງ ເກັ່ງໃນເລື່ອງການວາງແຜນ ຊ້ອນແຜນ ແບບຫາຕົວຈັບໄດ້ຍາກ ມັກມີຜູ້ຄົນເຂົ້າມາຂໍຮ້ອງວິງວອນໃຫ້ຊ່ວຍແກ້ບັນຫາ ເພາະແກ້ໃຫ້ເຂົາໄດ້ໝົດ ແຕ່ຊີວິດໂຕເອງຈະມີການປ່ຽນແປງຫຼາຍຄັ້ງ ຜັນຜວນເອົາແນ່ເອົານອນບໍ່ໄດ້ ຈັດເປັນນັກສັນຫາປະໂຫຍດ ຕົວຮ້າຍກາດ ມີຄວາມສະຫນຸກທີ່ໄດ້ເຮັດວຽກ ທີ່ມີຄວາມສ່ຽງແລະທ້າທາຍ ມີຄວາມສາມາດໃນການແກ້ໄຂບັນຫາ ມີພອນສະຫວັນໃນເລື່ອງກັອບປີ່ລອກຮຽນແບບ ເປັນນັກທຸລະກິດທີ່ບໍໄວ້ໃຈໃຜແຖມເອົາຕົວລອດເກັ່ງ ແບບຈັບບໍໄດ້ໄລ່ບໍທັນ ສາມາດພິກລີ້ນ ໄດ້ຢ່າງແນບນຽນ ດ້ານການເງິນຫາເງິນແຕ່ກໍໃຊ້ເງິນຫລາຍຄືກັນ ດ້ານຄວາມຮັກມັກຫລົງຕົວເອງບໍພໍໃຈກໍເລີກ ສຸຂະພາບບໍ່ດີເທົ່າໃດ ແຜ່ນຫຼັງ ຫົວໃຈ ຄວາມດັນໂລຫິດ ປວດຫົວເປັນປະຈໍາ ຂີ້ເບື່ອ ບໍ່ມັກວຽກຈໍາເຈ ຫຼື ວຽກທີ່ມີຕໍ່ເນື່ອງຍາວນານ ມັກມີບັນຫາເລື່ອງຜູ້ໃຫຍ່ ຄົນຮັບປາກວ່າຈະຊ່ວຍຫຍັງມັກກັບຄໍາ ມັກເດີນທາງລັດ ກ້າສ່ຽງກ້າລອງ ສະແຫວງຫາເລື່ອງທ້າທາຍ ຕື່ນເຕັ້ນ ບົດຈະສະຫຼາດກໍຈະເປັນນັກວາງແຜນຫຼາຍຊັ້ນ ວາງແຜນແຍບຍົນ ກົນຊ້ອນກົນ ມີເລ້ຫຼ່ຽມ ຮູ້ທັນກົນໂກງ ມີໄຫວພິບ ສາມາດພິກແຜງແກ້ໄຂສະຖານະການສະເພາະໜ້າເອົາຕົວລອດໄດ້ ເຖິງຈະເປັນຄົນຊ່າງລະວັງຕົວຫຼາຍແຕ່ຊີວິດນີ້ກໍໜີບໍ່ພົ້ນທີ່ຈະເສຍຮູ້ຄົນຕາມກໍາເວນທີ່ກໍ່ໄວ້ ເຮັດໃຫ້ຕ້ອງປະສົບຄົນທີ່ບໍ່ມີສິນທໍາມາຂ້ອງກ່ຽວໃນຊີວິດ ລະວັງຢ່າເລົ່າຫຍັງຫຼາຍໄປ ມີຫຍັງກໍເກັບໆໄວ້ບ້າງ ມີຄວາມສາມາດພິເສດໃນການຮຽນຮູ້ໄວ (ແຕ່ບໍ່ຕະຫຼອດລອດຝັ່ງ) ເບິ່ງໆຫຍັງກໍສາມາດລອກລຽນແບບເຮັດຕາມໄດ້ດີຊະນິດຫາຕົວຈັບຍາກ ພົວພັນກັບຂອງປອມຂອງລອກລຽນແບບ ເຮັດຫຍັງສີເທົາໆ (ເບີມີເລກບໍ່ດີ, ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 2
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ
ຄວາມໝາຍຄູ່ເລກຊຸດທີ 3
ຄູ່ເລກສະເໜ່ເຈົ້າຄວາມຄິດ ຜູ້ໃຊ້ເລກນີ້ມັກມີຄວາມຄິດສ້າງສັນ ຈິນຕະນາການດີ ໄອເດຍດີ ມີຜົນງານສ້າງສັນເປັນທີ່ຍອມຮັບດີຫຼາຍ ອອກແບບໄດ້ຢ່າງມີສະໄຕເປັນຂອງຕົນເອງ ມີສຸນທະລີຍະພາບແຕ່ງຕົວເກັ່ງ ມີຄວາມກະຕືລືລົ້ນ ມີສະເໜ່ ມີໄຫວພິບດີ ຮຽນຮູ້ໄວ ເຂົ້າໃຈໄວ ຖ້າຈິນຕະນາການຫຍັງກໍ່ເຫັນພາບໃນໃຈຊັດເຈນ ມີສໍານຶກທາງໃຈດີ ມີສັງຫອນແລ້ວເກີດຂຶ້ນຈິງ ເໝາະກັບວຽກນັກປະພັນ ນັກຂຽນ ນັກອອກແບບສິນຄ້າ ວຽກທີ່ກ່ຽວຂ້ອງກັບສິລະປະທຸກຂະແໜງ ນັກຮ້ອງ, ນັກສະແດງ, ຖ່າຍພາບ, ທຸລະກິດສາຍການບິນ, ປະຊາສໍາພັນ, ວຽກຕິດຕໍ່ຕ່າງປະເທດ ຕ່າງຊາດຕ່າງພາສາເປັນຕົ້ນ ຈາກສະຖິຕິຜູ້ໃຊ້ເລກນີ້ມັກສໍານຶກຫຍັງໄດ້ໄວ ສໍານຶກຫຍັງໄດ້ງ່າຍ, ມີເຊັ້ນສ໌, ໄວຕໍ່ຄວາມຮູ້ສຶກ, ຝັນແມ້ນ, ມີໂຊກລາບແປກໆເຂົ້າມາສະເໝີ, ເປັນຄົນອາລົມດີ, ຄິດບວກ
ຄວາມໝາຍຄູ່ເລກຊຸດທີ 4
ເປັນຄູ່ສະເໜ່ແຫ່ງວາຈາ ອົບອຸ່ນ ປັບຕົວເກັ່ງ ມີສະເໜ່ຄ້າຂາຍເກັ່ງ ມີວາຈາອ່ອນຫວານ ມີສະເໜ່ທາງຄຳເວົ້າແຮງຫຼາຍ ໃຜໄດ້ຍິນໄດ້ຟັງ ມັກຊື່ນຊົມຊື່ນຊອບ ຜູ້ໃຊ້ເລກນີ້ຈະໄດ້ດີເພາະຄຳເວົ້າ ມີຄວາມໂຣແມນຕິກ ມີຄົນມາຂໍຄຳແນະນຳຄຳປຶກສາເລື້ອຍໆ ສະຫຼາດທຳມາຫາກິນ ເຈລະຈາຄ້າຂາຍດີ ມີໂອກາດຫາເງິນຫາລາຍໄດ້ໄດ້ຫຼາຍສາຍ ໃຜຢູ່ໃກ້ແລ້ວມີຄວາມສຸກ ເຂົ້າເຖິງຈິດໃຈຂອງຜູ້ອື່ນ ປາກພາດີ ມີຄົນເອົາຂອງກິນມາຝາກເລື້ອຍໆ ເຮັດອາຫານເກັ່ງ ເວົ້າຈາເປັນເງິນເປັນຄຳ ຂາຍຂອງທີ່ກ່ຽວຂ້ອງກັບປະເພດນໍ້າ ຫຼື ເຄື່ອງດື່ມໄດ້ ກ່ຽວຂ້ອງກັບອາຫານໄດ້ດີຫຼາຍ ຫຼື ວຽກທີ່ຕ້ອງເວົ້າລົມເຈລະຈາໄດ້ທຸກປະເພດ ລາຍໄດ້ມັກເກີດຈາກຄຳເວົ້າ ເປັນເລກດີ ເດັ່ນເລື່ອງຄ້າຂາຍ ເຈລະຈາ ແລະ ວາຈາພານຳພາໂຊກດີມາໃຫ້ ໄດ້ດີເພາະຄຳເວົ້າ (ເວົ້າຈາດີມີແຕ່ຄົນຮັກ ມີແຕ່ຄວາມກ້າວໜ້າໃນຊີວິດ) ເໝາະເປັນຢ່າງຫຼາຍກັບອາຊີບຮ້ານອາຫານ ຫຼື ທີ່ຕ້ອງກ່ຽວຂ້ອງກັບຂອງກິນ ອາຊີບກ່ຽວກັບນໍ້າ ຂາຍນໍ້າ ຫຼື ຜະລິດຕະພັນທີ່ເປັນນໍ້າ ເສີມສວຍເສີມຄວາມງາມກໍໃຊ້ໄດ້ດີ ຫຼື ຄົນທີ່ຢາກເປັນຄົນເວົ້າເພາະເຈລະຈາມ່ວນຫູ ອາລົມດີຂຶ້ນກໍຄວນໃຊ້ເລກນີ້
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 68 86 ເປັນຄູ່ເລກແຫ່ງຄວາມລຸ້ມຫຼົງ, ເຊື່ອຄົນງ່າຍ, ເງິນຮົ່ວ, ທຸ້ມເທໃນຮັກຫຼາຍເກີນໄປ ຜູ້ໃຊ້ເລກຄູ່ນີ້ເປັນຄົນຫົວໄວ ຫົວດີ ເກັ່ງສະຫຼາດ ຮູ້ທັນຄົນ ແຕ່ມີເງິນເຂົ້າເທົ່າໃດກໍອອກໝົດ ບໍ່ສົນໃຈວິທີການຫາເງິນ ບໍ່ວ່າຈະຖືກຫຼືຜິດ ຂາວ, ເທົາ, ດໍາ, ຂໍໃຫ້ໄດ້ເງິນເອົາໝົດ ຫາເງິນໄດ້ແຕ່ກໍບໍ່ຮູ້ຈັກເກັບ ໃຈໃຫຍ່ໃຈກວ້າງໃນເລື່ອງການໃຊ້ຈ່າຍແລະໝູ່ເພື່ອນ ມັກຄວາມມ່ວນຊື່ນ ມັກການສ້າງສັນ ມີໝູ່ກິນຫຼາຍ ແຕ່ໝູ່ຕາຍໃຈຈິງໃຈບໍ່ມີ. ເປັນຄົນເປັນກັນເອງ ເປັນຄົນລ່າເລີງ ພໍ່ບຸນທຸ້ມ ແມ່ບຸນທຸ້ມ ຮັກໃຜຮັກໝົດໃຈ ທຸ້ມເທໃຫ້ໝົດຕົວ ຊັງໃຜຊັງເຂົ້າກະດູກດໍາ ຕ້ອງທຸກທໍລະມານຄວາມເລື່ອງຄວາມຮັກ ມີໂອກາດຖືກຫຼອກ ຖືກປອກລອກ ລຸ້ມຫຼົງຄູ່ຈົນໜ້າມືດຕາມົວ ໝົດເນື້ອໝົດຕົວ ຊີວິດຂຶ້ນສຸດລົງສຸດ ຕອນມີຫຼາຍກໍຫຼາຍໆ ຕອນບໍ່ມີກໍບໍ່ມີເລີຍ ມີອາລົມທາງເພດຫຼາຍ ຄວາມຕ້ອງການທາງເພດສູງ ລະວັງໝູ່ຮັກຫັກຫຼ່ຽມໂຫດ ຄົນທີ່ເຄີຍຮັກກັນຕ້ອງກາຍມາເປັນສັດຕູກັນ ເບີເສຍ ບໍ່ຄວນໃຊ້ ເລກລຸ້ມຫຼົງມົວເມົາ, ອະບາຍຍະມຸກ, ການເດີນຜິດທາງ ລະວັງພະຍາດກ່ຽວກັບທ້ອງຊ່ວງລຸ່ມ, ຊ່ອງທ້ອງ, ມົດລູກ, ກະເພາະປັດສະວະ, ຕ່ອມລູກໝາກ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 6
ເປັນຄູ່ເລກອຳນາດມືດ ເລກສີເທົາ ສະຫຼາດແພວພາວ ຫາເງິນເກັ່ງ ມັກຄວາມສ່ຽງ ໃຈໃຫຍ່ໃຈເຖິງ ກ້າກິນກ້າໃຊ້ ກ້າໄດ້ກ້າເສຍ ໂຜງຜາງ ເງິນຄໍາຫາໄດ້ຫຼາຍກໍຈິງ ແຕ່ກໍໃຊ້ຫຼາຍເຊັ່ນກັນ ຮຽນຮູ້ຫຍັງໄດ້ໄວແຕ່ເບື່ອງ່າຍ ບໍ່ເຮັດໃຫ້ຕະຫຼອດລອດຝັ່ງ ມັກສ່ຽງ ມັກລອງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ມັກຄົບຫາໝູ່ເພື່ອນ ມີເຊັ້ນສ໌ສັງຫອນແມ່່ນພາໃຫ້ລອດພົ້ນໃນຍາມຄັບຂັນ ຮູ້ເລຫຼ່ຽມ-ກົນໂກງ, ສະຫຼາດທັນຄົນ ແລະ ຮັກອິດສະຫຼະ ຕ້ອງການຄວາມເປັນສ່ວນຕົວສູງ ໃຫ້ລະວັງຄວາມຫູເບົາ ຂາດສະຕິ ໃຈຮ້ອນວູ່ວາມ ຄວາມປະໝາດ ຈະເຮັດໃຫ້ເສຍການໃຫຍ່ ຄວນໝັ່ນເຂົ້າຫາຄູບາອາຈານ ຫຼື ທີ່ປຶກສາດີໆໄວ້ຊ່ວຍແນະນໍາຈະດີຫຼາຍ ແລະ ຄວນໝັ່ນສ້າງບຸນກຸສົນ, ຈະບັງເກີດໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ ມັກຈະເປັນເຈົ້າຂອງທຸລະກິດ ຫຼື ເຮັດວຽກໃນດ້ານທີ່ຕ້ອງບໍລິຫານຄວາມສ່ຽງ ວຽກທີ່ມີການແຂ່ງຂັນທຸກຊະນິດ, ວຽກສິນເຊື່ອ, ຮັບຈໍານໍາ, ຮັບຈໍານອງ, ປ່ອຍກູ້, ແລ່ນເຕັ້ນ, ລ໊ອບບີ້, ເຈົ້າມືຊີວິດຈະມີຄົນອ້ອມຂ້າງວຸ້ນວາຍກ່ຽວພັນກັບອະບາຍມຸກຕ່າງໆ ແນະນໍາວ່າຫາກບໍ່ໄດ້ເຮັດວຽກໃນກຸ່ມທີ່ໃຊ້ອຳນາດບາລະມີ ຄວນປ່ຽນເບີ ໃຊ້ເບີນີ້ ລວຍໄດ້ (ເໝາະກັບບາງອາຊີບ ເໝາະກັບຜູ້ໃຊ້ບາງຄົນ ແລະ ຢ່າໂລບຈົນເກີນໄປອາດຈະເສຍຫາຍໄດ້)
ຄວາມໝາຍຄູ່ເລກຊຸດທີ 7
ເປັນຄູ່ເລກອຳນາດມືດ ເລກສີເທົາ ສະຫຼາດແພວພາວ ຫາເງິນເກັ່ງ ມັກຄວາມສ່ຽງ ໃຈໃຫຍ່ໃຈເຖິງ ກ້າກິນກ້າໃຊ້ ກ້າໄດ້ກ້າເສຍ ໂຜງຜາງ ເງິນຄໍາຫາໄດ້ຫຼາຍກໍຈິງ ແຕ່ກໍໃຊ້ຫຼາຍເຊັ່ນກັນ ຮຽນຮູ້ຫຍັງໄດ້ໄວແຕ່ເບື່ອງ່າຍ ບໍ່ເຮັດໃຫ້ຕະຫຼອດລອດຝັ່ງ ມັກສ່ຽງ ມັກລອງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ມັກຄົບຫາໝູ່ເພື່ອນ ມີເຊັ້ນສ໌ສັງຫອນແມ່່ນພາໃຫ້ລອດພົ້ນໃນຍາມຄັບຂັນ ຮູ້ເລຫຼ່ຽມ-ກົນໂກງ, ສະຫຼາດທັນຄົນ ແລະ ຮັກອິດສະຫຼະ ຕ້ອງການຄວາມເປັນສ່ວນຕົວສູງ ໃຫ້ລະວັງຄວາມຫູເບົາ ຂາດສະຕິ ໃຈຮ້ອນວູ່ວາມ ຄວາມປະໝາດ ຈະເຮັດໃຫ້ເສຍການໃຫຍ່ ຄວນໝັ່ນເຂົ້າຫາຄູບາອາຈານ ຫຼື ທີ່ປຶກສາດີໆໄວ້ຊ່ວຍແນະນໍາຈະດີຫຼາຍ ແລະ ຄວນໝັ່ນສ້າງບຸນກຸສົນ, ຈະບັງເກີດໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ ມັກຈະເປັນເຈົ້າຂອງທຸລະກິດ ຫຼື ເຮັດວຽກໃນດ້ານທີ່ຕ້ອງບໍລິຫານຄວາມສ່ຽງ ວຽກທີ່ມີການແຂ່ງຂັນທຸກຊະນິດ, ວຽກສິນເຊື່ອ, ຮັບຈໍານໍາ, ຮັບຈໍານອງ, ປ່ອຍກູ້, ແລ່ນເຕັ້ນ, ລ໊ອບບີ້, ເຈົ້າມືຊີວິດຈະມີຄົນອ້ອມຂ້າງວຸ້ນວາຍກ່ຽວພັນກັບອະບາຍມຸກຕ່າງໆ ແນະນໍາວ່າຫາກບໍ່ໄດ້ເຮັດວຽກໃນກຸ່ມທີ່ໃຊ້ອຳນາດບາລະມີ ຄວນປ່ຽນເບີ ໃຊ້ເບີນີ້ ລວຍໄດ້ (ເໝາະກັບບາງອາຊີບ ເໝາະກັບຜູ້ໃຊ້ບາງຄົນ ແລະ ຢ່າໂລບຈົນເກີນໄປອາດຈະເສຍຫາຍໄດ້)