ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກ 58 85 ເປັນເລກສະຫຼາດແກມໂກງ, ມີເຫຼ່ຫຼ່ຽມ ຜູ້ໃຊ້ເລກນີ້ເປັນຄົນສະຫລາດມີເຫຼ່ຫຼ່ຽມ ເປັນຄົນຫົວດີ ຫົວໄວ ທັນເກມ ສະຫຼາດດີແກ້ບັນຫາເກັ່ງ ມີຄວາມທະເຍີທະຍານສູງ ເກັ່ງໃນເລື່ອງການວາງແຜນ ຊ້ອນແຜນ ແບບຫາຕົວຈັບໄດ້ຍາກ ມັກມີຜູ້ຄົນເຂົ້າມາຂໍຮ້ອງວິງວອນໃຫ້ຊ່ວຍແກ້ບັນຫາ ເພາະແກ້ໃຫ້ເຂົາໄດ້ໝົດ ແຕ່ຊີວິດໂຕເອງຈະມີການປ່ຽນແປງຫຼາຍຄັ້ງ ຜັນຜວນເອົາແນ່ເອົານອນບໍ່ໄດ້ ຈັດເປັນນັກສັນຫາປະໂຫຍດ ຕົວຮ້າຍກາດ ມີຄວາມສະຫນຸກທີ່ໄດ້ເຮັດວຽກ ທີ່ມີຄວາມສ່ຽງແລະທ້າທາຍ ມີຄວາມສາມາດໃນການແກ້ໄຂບັນຫາ ມີພອນສະຫວັນໃນເລື່ອງກັອບປີ່ລອກຮຽນແບບ ເປັນນັກທຸລະກິດທີ່ບໍໄວ້ໃຈໃຜແຖມເອົາຕົວລອດເກັ່ງ ແບບຈັບບໍໄດ້ໄລ່ບໍທັນ ສາມາດພິກລີ້ນ ໄດ້ຢ່າງແນບນຽນ ດ້ານການເງິນຫາເງິນແຕ່ກໍໃຊ້ເງິນຫລາຍຄືກັນ ດ້ານຄວາມຮັກມັກຫລົງຕົວເອງບໍພໍໃຈກໍເລີກ ສຸຂະພາບບໍ່ດີເທົ່າໃດ ແຜ່ນຫຼັງ ຫົວໃຈ ຄວາມດັນໂລຫິດ ປວດຫົວເປັນປະຈໍາ ຂີ້ເບື່ອ ບໍ່ມັກວຽກຈໍາເຈ ຫຼື ວຽກທີ່ມີຕໍ່ເນື່ອງຍາວນານ ມັກມີບັນຫາເລື່ອງຜູ້ໃຫຍ່ ຄົນຮັບປາກວ່າຈະຊ່ວຍຫຍັງມັກກັບຄໍາ ມັກເດີນທາງລັດ ກ້າສ່ຽງກ້າລອງ ສະແຫວງຫາເລື່ອງທ້າທາຍ ຕື່ນເຕັ້ນ ບົດຈະສະຫຼາດກໍຈະເປັນນັກວາງແຜນຫຼາຍຊັ້ນ ວາງແຜນແຍບຍົນ ກົນຊ້ອນກົນ ມີເລ້ຫຼ່ຽມ ຮູ້ທັນກົນໂກງ ມີໄຫວພິບ ສາມາດພິກແຜງແກ້ໄຂສະຖານະການສະເພາະໜ້າເອົາຕົວລອດໄດ້ ເຖິງຈະເປັນຄົນຊ່າງລະວັງຕົວຫຼາຍແຕ່ຊີວິດນີ້ກໍໜີບໍ່ພົ້ນທີ່ຈະເສຍຮູ້ຄົນຕາມກໍາເວນທີ່ກໍ່ໄວ້ ເຮັດໃຫ້ຕ້ອງປະສົບຄົນທີ່ບໍ່ມີສິນທໍາມາຂ້ອງກ່ຽວໃນຊີວິດ ລະວັງຢ່າເລົ່າຫຍັງຫຼາຍໄປ ມີຫຍັງກໍເກັບໆໄວ້ບ້າງ ມີຄວາມສາມາດພິເສດໃນການຮຽນຮູ້ໄວ (ແຕ່ບໍ່ຕະຫຼອດລອດຝັ່ງ) ເບິ່ງໆຫຍັງກໍສາມາດລອກລຽນແບບເຮັດຕາມໄດ້ດີຊະນິດຫາຕົວຈັບຍາກ ພົວພັນກັບຂອງປອມຂອງລອກລຽນແບບ ເຮັດຫຍັງສີເທົາໆ (ເບີມີເລກບໍ່ດີ, ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 2
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ
ຄວາມໝາຍຄູ່ເລກຊຸດທີ 3
ຜູ້ໃຊ້ເລກນີ້ຊີວິດມັກປະສົບຄວາມສຳເລັດ ມີໄຊຊະນະໃນການແຂ່ງຂັນຕ່າງໆ ດວງເຮັງດ້ານການແຂ່ງຂັນ ມັກແຂ່ງຂັນສອບເຂົ້າ ນັກກິລາແຂ່ງຂັນຫຍັງມັກໄດ້ໄຊຊະນະ ຄ່ອງແຄ່ວວ່ອງໄວ ເຮັດຫຍັງກໍ່ໄວ ຄິດໄວເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ມີຄວາມໄຝ່ຮູ້ໃນເລື່ອງເທັກໂນໂລຢີ ແລະ ສາດລຶກລັບບູຮານ ເລື່ອງທີ່ອະທິບາຍຍາກເໜືອທໍາມະຊາດ ມີເຊັ້ນສ໌ມີລາງສັງຫອນແມ່ນຍໍາ ມີວັດຖຸມົງຄຸນໄວ້ຄຸ້ມຕົວ ມີລາບລອຍ ມີຄວາມຂະຫຍັນໝັ່ນພຽນ ສູ້ວຽກ ເຮັດວຽກເກັ່ງ ວ່ອງໄວ ທັນສະໄໝ ເໝາະສໍາລັບຄົນໄວເຮັດວຽກ ຫຼື ຄົນທີ່ມີຄວາມຊ້າ ແລະ ຢາກຈະກະຕືລືລົ້ນຫຼາຍຍິ່ງຂຶ້ນ ສຸຂະພາບຮໍໂມນເພດແຂງແຮງ ຖ້າເປັນຄົນສູງອາຍຸໃຊ້ຈະມີຄວາມກະສັບກະເສງ, ຄ່ອງແຄ່ວວ່ອງໄວ, ເປັນເລກດີເໝາະສົມ. ເໝາະກັບວຽກກ່ຽວກັບລົດ, ຍານພາຫະນະ, ນັກກິລາ, ນັກແຂ່ງ, ໂຮງງານອາໄຫຼ່ລົດ ແລະຄົນທີ່ຕ້ອງການຄວາມຄ່ອງແຄ່ວ, ແລະອື່ນໆ
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກ 38 83 ເລກເຈົ້າຄິດເຈົ້າແຄ້ນ ເອົາອາລົມເປັນໃຫຍ່ ຜູ້ໃຊ້ມັກຈະເປັນຄົນອາລົມຮ້ອນ ໃຈໃຫຍ່ ໃຈກວ້າງ ຮັກເພື່ອນຮັກຝູງ (ແຕ່ສ່ວນໃຫຍ່ເປັນໝູ່ເພື່ອນກິນຫຼາຍກວ່າ ຫາໝູ່ເພື່ອນດີຈິງໃຈໜ້ອຍ) ເປັນຄົນກະສັບກະເສັງ ຄ່ອງແຄ່ວວ່ອງໄວ ຢູ່ຊື່ໆບໍ່ໄດ້ ຕ້ອງຫາຫຍັງເຮັດຕະຫຼອດເວລາ ເອີ້ນວ່າໄຮເປີກໍໄດ້ ເປັນຄົນຂີ້ເບື່ອ ເບື່ອງ່າຍ ບໍ່ຊອບຄວາມຊໍ້າຊາກ ເດີມໆມັກການທ່ອງທ່ຽວຜະຈົນໄພ ການຮູ້ຈັກສັງຄົມໃໝ່ໆ ມັກຫຍັງທີ່ຕື່ນເຕັ້ນ ທ້າທາຍ ການແຂ່ງຂັນ ມັກຄວາມໄວຄວາມແຮງ ເຮັດຫຍັງເຮັດໄວ ແຕ່ກໍຜິດພາດໄດ້ງ່າຍໆ ເພາະໃຈຮ້ອນນີ້ເອງ ຮັກໃຜແລ້ວທຸ່ມ ທຸ່ມຈົນໄດ້ ພໍໄດ້ຮັກກັນ ກໍເບື່ອງ່າຍໜ້ອຍໜຶ່ງ ແຕ່ກ່ອນຈະເບື່ອຄູ່ຮັກ ຄວາມຮັກກໍມັກຈະຕ້ອງທະເລາະມີປາກມີສຽງ ເພາະວ່າເປັນຄົນບໍ່ຍອມຄົນ ຊໍ້າຮ້າຍອາພັບຮັກໜັກໜາ ມັກຈະພົບເຈີຄົນມີເຈົ້າຂອງໃຫ້ເຈັບຊໍ້າລະກໍາໃຈ ຄົນມີເຈົ້າຂອງເຂົ້າມາໃນຊີວິດເຮົາຕະຫຼອດ (ຫຼືຜູ້ໃຊ້ເບີນີ້ກໍດັນເປັນຄົນເຈົ້າຊູ້ເອງ ເພາະຄວາມໃຈກວ້າງຂວາງ
ປ໋າໃຫຍ່ ຈ່າຍເງິນລ້ຽງເດັກ ເລກນີ້ເປັນພໍ່ບຸນທຸ້ມ) ການເງິນ: 38 83 ສະຫຼາດຫຼາຍ ແກ້ບັນຫາເກັ່ງ ຫາເງິນເກັ່ງ ແຕ່ເກັບບໍ່ໄດ້ ເພາະໃຊ້ເງິນເກັ່ງຄືຫາ ຖ້າບໍ່ມີເລກດີເລກປັນຍາເຂົ້າຊ່ວຍເກັບເງິນຍາກ ຕັ້ງຕົວລໍາບາກພໍສົມຄວນ ສຸຂະພາບ: 8 ໝາຍເຖິງທ້ອງ, ເມື່ອພົບດາວອັງຄານ ຈຶ່ງມັກຈະເຮັດໃຫ້ມີອາການທ້ອງອືດທ້ອງເຟີ້ເລື້ອຍໆ ຫຼືໂລກຫຍັງທີ່ເກີດໃນທ້ອງເຮົາໄດ້. ມັນຈະເປັນ, ໃຫ້ລະມັດລະວັງ ແລະ ການຂັບຂີ່ລົດ, ກໍມັກຈະຂັບລົດໄວ, ຊີກຊົນໄດ້ງ່າຍ ເພາະໃຈຮ້ອນ ຄົນໃຊ້ 38 83 ມັກຈະຫື່ນດ້ວຍ ເຊັກສ໌ຈັດເປັນພິເສດ ຖ້າໃຜໃກ້ເສື່ອມສະມັດຖະພາບເພດກໍເອົາໄປໃຊ້ໄດ້ ແຕ່ຖ້າຢູ່ໃນທະບຽນລົດລະກໍມັກຈະກຸ໊ກໆກິ໊ກໆກັນເທິງລົດ ອັນນີ້ບໍ່ເໝາະສົມ ກໍເບິ່ງອ່ານກັນໄວ້ເປັນຂໍ້ມູນຄ່າວໆ ຄວາມຈິງແລ້ວ ການທໍານາຍເບີຕ້ອງເບິ່ງເລກທັງໝົດ ເບິ່ງແຕ່ສອງຕົວເບິ່ງໄດ້ຄ່າວໆເທົ່ານັ້ນ ອັນນີ້ເອົາໄວ້ໃຫ້ເປັນຕົວຢ່າງ ເລກທີ່ມີຄວາມໝາຍດີ ປົນບໍ່ດີ ຢ່າງເລກ 38 83 ກໍຖືວ່າເປັນເລກບໍ່ດີ ຫາເລກດີໆມາໃຊ້ຈະດີກວ່າ. ໃນເບີຖ້າມີເລກ 5 ປະກອບ ຄວາມໝາຍຂ້າງຕົ້ນຈະເບົາລົງໄປບ້າງ. ຖ້າໃຊ້ເບີປະມານໜຶ່ງ-ສາມປີກໍຈະເລີ່ມເຫັນເຄົ້າລາງຂອງຄໍາທໍານາຍ. ຖ້າໃຊ້ມາຄົບເຈັດປີຈະເຫັນຄໍາທໍານາຍເກືອບທັງໝົດ, ໂດຍສະເພາະເລື່ອງອາລົມຄວາມຫງຸດຫງິດງ່າຍ (ເບີມີເລກບໍ່ດີ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 68 86 ເປັນຄູ່ເລກແຫ່ງຄວາມລຸ້ມຫຼົງ, ເຊື່ອຄົນງ່າຍ, ເງິນຮົ່ວ, ທຸ້ມເທໃນຮັກຫຼາຍເກີນໄປ ຜູ້ໃຊ້ເລກຄູ່ນີ້ເປັນຄົນຫົວໄວ ຫົວດີ ເກັ່ງສະຫຼາດ ຮູ້ທັນຄົນ ແຕ່ມີເງິນເຂົ້າເທົ່າໃດກໍອອກໝົດ ບໍ່ສົນໃຈວິທີການຫາເງິນ ບໍ່ວ່າຈະຖືກຫຼືຜິດ ຂາວ, ເທົາ, ດໍາ, ຂໍໃຫ້ໄດ້ເງິນເອົາໝົດ ຫາເງິນໄດ້ແຕ່ກໍບໍ່ຮູ້ຈັກເກັບ ໃຈໃຫຍ່ໃຈກວ້າງໃນເລື່ອງການໃຊ້ຈ່າຍແລະໝູ່ເພື່ອນ ມັກຄວາມມ່ວນຊື່ນ ມັກການສ້າງສັນ ມີໝູ່ກິນຫຼາຍ ແຕ່ໝູ່ຕາຍໃຈຈິງໃຈບໍ່ມີ. ເປັນຄົນເປັນກັນເອງ ເປັນຄົນລ່າເລີງ ພໍ່ບຸນທຸ້ມ ແມ່ບຸນທຸ້ມ ຮັກໃຜຮັກໝົດໃຈ ທຸ້ມເທໃຫ້ໝົດຕົວ ຊັງໃຜຊັງເຂົ້າກະດູກດໍາ ຕ້ອງທຸກທໍລະມານຄວາມເລື່ອງຄວາມຮັກ ມີໂອກາດຖືກຫຼອກ ຖືກປອກລອກ ລຸ້ມຫຼົງຄູ່ຈົນໜ້າມືດຕາມົວ ໝົດເນື້ອໝົດຕົວ ຊີວິດຂຶ້ນສຸດລົງສຸດ ຕອນມີຫຼາຍກໍຫຼາຍໆ ຕອນບໍ່ມີກໍບໍ່ມີເລີຍ ມີອາລົມທາງເພດຫຼາຍ ຄວາມຕ້ອງການທາງເພດສູງ ລະວັງໝູ່ຮັກຫັກຫຼ່ຽມໂຫດ ຄົນທີ່ເຄີຍຮັກກັນຕ້ອງກາຍມາເປັນສັດຕູກັນ ເບີເສຍ ບໍ່ຄວນໃຊ້ ເລກລຸ້ມຫຼົງມົວເມົາ, ອະບາຍຍະມຸກ, ການເດີນຜິດທາງ ລະວັງພະຍາດກ່ຽວກັບທ້ອງຊ່ວງລຸ່ມ, ຊ່ອງທ້ອງ, ມົດລູກ, ກະເພາະປັດສະວະ, ຕ່ອມລູກໝາກ (ເບີມີເລກເສຍ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 6
66 ເລກຄູ່ນີ້ສົ່ງເສີມໃຫ້ເປັນຄົນໃຈດີ ມີຄວາມສຸກ ມີພະລັງງານບວກໃນຕົວເອງ ບໍ່ຄ່ອຍຄຽດງ່າຍ ສະຫຼາດ ໜ້າຮັກ ມີສະເໜ່ ໃຜຢູ່ໃກ້ກໍຊົມເຊີຍ ແລະ ມັກ ມີຄວາມຮັກທີ່ດີ ມີເງິນຄໍາເຂົ້າມາເລື້ອຍໆ ເປັນຄົນທີ່ມັກຄວາມສຸກ ມັກຮ້ອງເພງ ຟ້ອນລໍາ ຫຼື ສິ່ງທີ່ເປັນການສະແດງ ມັກສິ່ງທີ່ສ້າງຄວາມສຸກ ມັກເບິ່ງໜັງຟັງເພງ ມັກຟ້ອນລໍາ ມັກຄວາມສວຍຄວາມງາມ ມັກທໍາມະຊາດ ມັກການທ່ອງທ່ຽວ ຖ້າໃຊ້ສິ່ງຂອງກໍຕ້ອງເປັນຂອງແພງ ຂອງຟຸມເຟືອຍ ຂອງແບຣນເນມ ເປັນຄົນໂກ້ຫຼູ ງາມຕາ ມີສະໄຕລ໌ ມີລົດນິຍົມ ດູດີ ເບິ່ງໄຮໂຊສະຫຼຸບແລ້ວ ເລກເບີນີ້ເປັນເລກທີ່ດີຫຼາຍ ຖ້າມີໂອກາດກໍຫາໃຊ້ໄດ້ເລີຍ ຜູ້ທີ່ຢູ່ໃກ້ມັກຈະມີຄວາມສຸກເມື່ອຢູ່ໃກ້ຄົນທີ່ໃຊ້ເລກເບີນີ້ ອາຊີບທີ່ແນະນໍາ: ຖ້າເຮັດອາຊີບຄ້າຂາຍ ແນະນໍາໃຫ້ຂາຍສິນຄ້າລາຄາແພງ, ຂອງຟຸມເຟືອຍ, ກະເປົາແບຣນເນມ, ໂມງຫຼູ, ລົດຍົນຫຼູ, ເຄື່ອງຫຼູຫລາ, ເສື້ອຜ້າທີ່ເບິ່ງດີມີສະໄຕລ໌ ແລະ ລາຄາແພງ ຖ້າໃຊ້ເລກນີ້ ມັນຈະເຂົ້າກັບອາຊີບ ຫຼືຖ້າໃຜວາງແຜນຈະຂາຍຂອງແພງ ອາຫານແພງ ຫາເລກນີ້ມາໃຊ້ກໍຈະດີຫຼາຍ ຄ້າຂາຍຂອງແພງທຸກຊະນິດ
ຄວາມໝາຍຄູ່ເລກຊຸດທີ 7
66 ເລກຄູ່ນີ້ສົ່ງເສີມໃຫ້ເປັນຄົນໃຈດີ ມີຄວາມສຸກ ມີພະລັງງານບວກໃນຕົວເອງ ບໍ່ຄ່ອຍຄຽດງ່າຍ ສະຫຼາດ ໜ້າຮັກ ມີສະເໜ່ ໃຜຢູ່ໃກ້ກໍຊົມເຊີຍ ແລະ ມັກ ມີຄວາມຮັກທີ່ດີ ມີເງິນຄໍາເຂົ້າມາເລື້ອຍໆ ເປັນຄົນທີ່ມັກຄວາມສຸກ ມັກຮ້ອງເພງ ຟ້ອນລໍາ ຫຼື ສິ່ງທີ່ເປັນການສະແດງ ມັກສິ່ງທີ່ສ້າງຄວາມສຸກ ມັກເບິ່ງໜັງຟັງເພງ ມັກຟ້ອນລໍາ ມັກຄວາມສວຍຄວາມງາມ ມັກທໍາມະຊາດ ມັກການທ່ອງທ່ຽວ ຖ້າໃຊ້ສິ່ງຂອງກໍຕ້ອງເປັນຂອງແພງ ຂອງຟຸມເຟືອຍ ຂອງແບຣນເນມ ເປັນຄົນໂກ້ຫຼູ ງາມຕາ ມີສະໄຕລ໌ ມີລົດນິຍົມ ດູດີ ເບິ່ງໄຮໂຊສະຫຼຸບແລ້ວ ເລກເບີນີ້ເປັນເລກທີ່ດີຫຼາຍ ຖ້າມີໂອກາດກໍຫາໃຊ້ໄດ້ເລີຍ ຜູ້ທີ່ຢູ່ໃກ້ມັກຈະມີຄວາມສຸກເມື່ອຢູ່ໃກ້ຄົນທີ່ໃຊ້ເລກເບີນີ້ ອາຊີບທີ່ແນະນໍາ: ຖ້າເຮັດອາຊີບຄ້າຂາຍ ແນະນໍາໃຫ້ຂາຍສິນຄ້າລາຄາແພງ, ຂອງຟຸມເຟືອຍ, ກະເປົາແບຣນເນມ, ໂມງຫຼູ, ລົດຍົນຫຼູ, ເຄື່ອງຫຼູຫລາ, ເສື້ອຜ້າທີ່ເບິ່ງດີມີສະໄຕລ໌ ແລະ ລາຄາແພງ ຖ້າໃຊ້ເລກນີ້ ມັນຈະເຂົ້າກັບອາຊີບ ຫຼືຖ້າໃຜວາງແຜນຈະຂາຍຂອງແພງ ອາຫານແພງ ຫາເລກນີ້ມາໃຊ້ກໍຈະດີຫຼາຍ ຄ້າຂາຍຂອງແພງທຸກຊະນິດ