ລະບົບທຳນາຍເບີໂທລະສັບ
ຜົນການວິເຄາະທຳນາຍເບີ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ຜູ້ໃຊ້ມີຄວາມໜ້າຮັກອ່ອນຫວານ ຊ່າງເຈລະຈາ ໃຈດີ ເອື້ອເຟື້ອ ມະນຸດສຳພັນດີ ມັກເຂົ້າສັງຄົມ ເຂົ້າກັບຄົນງ່າຍ ແຖມຍັງທັນຄົນ ທັນເກມ ເພາະມີໄຫວພິບດີ ຮຽນຮູ້ໄວ ເວົ້າເກັ່ງ ເວົ້າແລ້ວຄົນອື່ນເຊື່ອ ສະຫຼາດ ແກ້ໄຂບັນຫາເກັ່ງ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ເປັນຄົນຈິງໃຈ ຮັກອິດສະຫຼະ ແລະ ມີຄວາມຄິດເປັນຂອງຕົນເອງ ເວົ້າຕົງໄປຕົງມາ ເຈົ້າລະບຽບ ເປັນຄົນກວ້າງຂວາງ ໃຈໃຫຍ່ ມັກຊ່ວຍເຫຼືອຄົນອື່ນ ກ້າໄດ້ກ້າເສຍ ຮັກໝູ່ເພື່ອນ ມັກອອກແທນສະເໝີ ມັກເປັນທີ່ຮູ້ຈັກຢ່າງໄວວາ ມີພັກພວກຫຼາຍ ມີອິດທິພົນດີ ມີຄົນຄອຍຊ່ວຍເຫຼືອ
ການງານ
ຈະສົ່ງຜົນໃຫ້ ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ ມີໂຊກໃນດ້ານວຽກງານດີຫຼາຍ ຍອດນັກເຈລະຈາດີ ຜູ້ຄົນຕ່າງຫຼົງໃຫຼຕິດໃຈໃນການການເຈລະຈາວຽກງານ ການຕິດຕໍ່ປະສານງານດີເລີດ ໃຫຍ່ເມດຕາ ເພາະຄໍາເວົ້າຄຳຈາມີຫຼັກການ ມີເຫດຜົນໜ້າເຊື່ອຖື ບຸກຄະລິກທ່າທາງດູດີເປັນຜູ້ໃຫຍ່ ຍິ່ງເຮັດໃຫ້ເຫັນຍິ່ງມີຄວາມໜ້າເຊື່ອຖືໃນດ້ານການຕິດຕໍ່ການເຈລະຈາ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ການງານກ້າວໜ້າ ອາດໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ ປະສົບຄວາມສຳເລັດດີຫຼາຍ ມັກຈະມີມຸມມອງໃໝ່ໆທີ່ບໍ່ເໝືອນຄົນອື່ນ ວິໄສທັດການເຮັດວຽກ ມອງການໄກ ສົນໃຈເລື່ອງເທັກໂນໂລຢີທັນສະໄໝ ຕິດຕາມຂ່າວສານຢູ່ສະເໝີ ຊ່ວຍສົ່ງເສີມໃຫ້ເປັນເສດຖີ ສາມາດຂະຫຍາຍກິດຈະການໄດ້ຢ່າງກ້າວກະໂດດ ມີບໍລິວານຫຼາຍ ມັກຄິດພັດທະນາໂຄງການໃໝ່ໆສະເໝີ ມີຄົນຮູ້ຈັກນັບໜ້າຖືຕາຫຼາຍ
ການເງິນ
ຈະສົ່ງຜົນໃຫ້ ຫາເງິນໄດ້ຈາກການເດີນທາງ ແລະ ການເຮັດທຸລະກິດນໍາເຂົ້າ-ສົ່ງອອກລະຫວ່າງປະເທດ ຜູ້ໃຊ້ເວົ້າແລ້ວຄົນເມດຕາ ຫາເງິນຄຳເກັ່ງ ລາຍໄດ້ເຂົ້າຄືດີຫຼາຍ ມັກມີໂຊກກ່ຽວກັບເງິນຄຳ ຈະໄດ້ເງິນຈາກຄຳເວົ້າ ມີເຄດິດໃນຄຳເວົ້າ ເວົ້າແລ້ວໄດ້ເງິນ ມີໂຊກເຂົ້າມາສະເໝີ ຍິ່ງເຮັດບຸນສູດມົນຍິ່ງດວງດີເປັນສອງເທົ່າ ເຮັດບຸນເຫັນຜົນໄວຫຼາຍ ຮັ່ງມີໄວວາບໍ່ວ່າຈະເຮັດຫຍັງກໍດີໄປໝົດ ມີຊັບສິນ ມີຄວາມໝັ້ນຄົງທາງການເງິນ ໄດ້ເງິນເປັນກ້ອນ ໝູນເປັນກ້ອນໃຫຍ່
ຄວາມຮັກ
ຈະສົ່ງຜົນໃຫ້ ເປັນທີ່ຮັກຂອງມິດສະຫາຍ ຄວາມຮັກດີ, ຄົນຮັກເອົາອົກເອົາໃຈ ໄດ້ຄູ່ຄອງດີໜ້າຮັກ ເຮັດຫຍັງກໍມີຄົນຄອຍຊ່ວຍເຫຼືອສະເໝີ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ
ໂຊກລາບ
ຈະສົ່ງຜົນໃຫ້ ປະສົບຄວາມສຳເລັດ ແລະ ມີໂຊກລາບແບບປາດຖະໜາຢູ່ເລື້ອຍໆ ຄາດການໄດ້ຢ່າງແມ່່ນຍໍາ ຈະໄດ້ຮັບໂຊກລາບເລື້ອຍໆ ມີໂຊກລາບທາງການເງິນແບບຊຸດໃຫຍ່ ມີໂຊກລາບບໍ່ຄາດຄິດສະເໝີ ມີດວງກັບການສ່ຽງໂຊກທຸກຊະນິດ
💡 ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກສະເໜ່ເຈົ້າຄວາມຄິດ ຜູ້ໃຊ້ເລກນີ້ມັກມີຄວາມຄິດສ້າງສັນ ຈິນຕະນາການດີ ໄອເດຍດີ ມີຜົນງານສ້າງສັນເປັນທີ່ຍອມຮັບດີຫຼາຍ ອອກແບບໄດ້ຢ່າງມີສະໄຕເປັນຂອງຕົນເອງ ມີສຸນທະລີຍະພາບແຕ່ງຕົວເກັ່ງ ມີຄວາມກະຕືລືລົ້ນ ມີສະເໜ່ ມີໄຫວພິບດີ ຮຽນຮູ້ໄວ ເຂົ້າໃຈໄວ ຖ້າຈິນຕະນາການຫຍັງກໍ່ເຫັນພາບໃນໃຈຊັດເຈນ ມີສໍານຶກທາງໃຈດີ ມີສັງຫອນແລ້ວເກີດຂຶ້ນຈິງ ເໝາະກັບວຽກນັກປະພັນ ນັກຂຽນ ນັກອອກແບບສິນຄ້າ ວຽກທີ່ກ່ຽວຂ້ອງກັບສິລະປະທຸກຂະແໜງ ນັກຮ້ອງ, ນັກສະແດງ, ຖ່າຍພາບ, ທຸລະກິດສາຍການບິນ, ປະຊາສໍາພັນ, ວຽກຕິດຕໍ່ຕ່າງປະເທດ ຕ່າງຊາດຕ່າງພາສາເປັນຕົ້ນ ຈາກສະຖິຕິຜູ້ໃຊ້ເລກນີ້ມັກສໍານຶກຫຍັງໄດ້ໄວ ສໍານຶກຫຍັງໄດ້ງ່າຍ, ມີເຊັ້ນສ໌, ໄວຕໍ່ຄວາມຮູ້ສຶກ, ຝັນແມ້ນ, ມີໂຊກລາບແປກໆເຂົ້າມາສະເໝີ, ເປັນຄົນອາລົມດີ, ຄິດບວກ
ຄວາມໝາຍຄູ່ເລກຊຸດທີ 2
ເປັນເລກຄູ່ມິດ ຄູ່ເລກເມດຕາມະຫານິຍົມ ພະລັງງານດ້ານບວກສູງ ຜູ້ໃຊ້ມີສະເໜ່ອ່ອນຫວານ ໜ້າຮັກອ່ອນໂຍນ ຊ່າງເຈລະຈາ ສາມາດໃຊ້ຄຳເວົ້າຜູກມິດກັບຄົນທົ່ວໄປໄດ້ດີ ເປັນທີ່ຮັກຂອງຄົນທຸກກຸ່ມ ໃຈດີ ມັກຊ່ວຍເຫຼືອຄົນ ມີມະນຸດສຳພັນທີ່ດີຫຼາຍ ນອບນ້ອມມີກິລິຍາດີ ຮັກເພື່ອນ ແລະ ທຸກຄົນທີ່ຢູ່ອ້ອມຕົວຫາເງິນເກັ່ງ ເຮັດວຽກເກັ່ງ ລາຍໄດ້ດີຕໍ່ເນື່ອງ ມີຄົນຄອຍຊ່ວຍເຫຼືອຕະຫຼອດ ສາມາດເຮັດວຽກທີ່ກ່ຽວຂ້ອງກັບການເຈລະຈາໄດ້ດີຢ່າງດີຍອດຢ້ຽມ ເວົ້າຈູງໃຈຄົນເກັ່ງ ຖ້າຜູ້ຊາຍໃຊ້ກໍຈະໄດ້ຜູ້ຍິງຊ່ວຍເຫຼືອ ຊ່ວຍສົ່ງເສີມ ຖ້າຜູ້ຍິງໃຊ້ກໍຈະໄດ້ຜູ້ຊາຍອຸປະຖຳ ເປັນລັກສະນະຂອງຄູ່ມິດ ບໍ່ແມ່ນຄູ່ຊູ້ສາວ ສາມາດເປັນນັກເວົ້າສ້າງແຮງບັນດານໃຈໃຫ້ຕົນເອງ ແລະ ຜູ້ອື່ນໄດ້ ເວົ້າເພາະປາກຫວານມີສະເໜ່ ດ້ານຄວາມຮັກດີຫຼາຍ ຄົນຮັກເອົາອົກເອົາໃຈດີຫຼາຍ ຄູ່ຄອງດີ ສະຫຼຸບຄົນໃຊ້ເລກຄູ່ນີ້ບໍ່ຕ້ອງເພິ່ງຂອງຂັງ ຫຼື ຄາຖາເມດຕາມະຫານິຍົມເລີຍ ເໝາະກັບວຽກຕິດຕໍ່, ຄ້າຂາຍ, ລວມທັງການເຈລະຈາທຸກປະກາ
ຄວາມໝາຍຄູ່ເລກຊຸດທີ 3
ເຈລະຈາປາໄສເກັ່ງ ມີເຫດຜົນມີຫຼັກການຄວາມຄິດດີຫຼາຍ ຜູ້ໃຫຍ່ຮັກເມດຕາ ເອັນດູໃຫ້ການຊ່ວຍເຫຼືອດີຫຼາຍ ເປັນຄົນມີຄວາມຮູ້ ມີເຄດິດດີ ມີເສັ້ນສາຍ ການງານເກັ່ງໄຫວພິບດີປັນຍາເປັນເລີດ ເຮັດວຽກເກັ່ງຄ່ອງແຄ້ວວ່ອງໄວ ຮຽນຮູ້ຫຍັງກໍ່ໄວໄປໝົດ ຖ້າຢູ່ໃນໄວຮຽນກໍເປັນຜູ້ສະຫຼາດໃນການຄຳນວນ ເດັ່ນເລື່ອງສະຕິປັນຍາ ຫົວດີຫົວໄວ ຄວາມໜ້າເຊື່ອຖື ແລະ ວຽກທີ່ຕ້ອງໃຊ້ຄຳເວົ້າ ໃຊ້ເຄດິດໃນການເຈລະຈາ ມີຄວາມໜ້າເຊື່ອຖື ເໝາະສົມຫຼາຍກັບວຽກວິຊາການ, ການຮຽນ, ວຽກລັດຖະການ, ວຽກທີ່ຕ້ອງໃຊ້ການເຈລະຈາຊື່ສຽງ, ວຽກທີ່ມີກຽດກໍເໝາະສົມ
ຄວາມໝາຍຄູ່ເລກຊຸດທີ 4
ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້
ຄວາມໝາຍຄູ່ເລກຊຸດທີ 5
ເລກຄູ່ 99 ໃນເບີມືຖື ຖືເປັນຄູ່ເລກມະຫາມຸງຄຸນ ເລກແຫ່ງພະລັງບຸນບາລະມີ ແທນໂຊກລາບ ຄວາມເຮັງ ມີດວງດີມາແຕ່ດັ້ງເດີມ ເປັນຜູ້ມາພ້ອມດວງ ເປັນຜູ້ທີ່ໄດ້ສ້າງບຸນສ້າງບາລະມີມາດີ ຈຶ່ງມີໂອກາດໄດ້ໃຊ້ເລກຄູ່ນີ້ (ຫາກໃນເບີທ່ານມີຄູ່ເສຍປົນຢູ່oe ເລກຄູ່ນີ້ກໍມາຄອຍຄໍ້າຊູຊ່ວຍໄວ້ສະເໝີ) ເລກຄູ່ນີ້ເປັນເລກມີຄູ ມີສິ່ງສັກສິດຄຸ້ມຄອງສະເໝີ ເປັນເລກມະຫາມຸງຄຸນຢ່າງຍິ່ງຍວດ ຜູ້ຄົນມັກຍຳເກງໃຫ້ຄວາມເຄົາລົບເຊື່ອຟັງໂດຍບໍ່ຕ້ອງບັງຄັບ ຜູ້ໃຊ້ເລກນີ້ມີອຳນາດໃນຈິດໃຈເລິກໆ ຫຼື ພະລັງຈິດດີ ເປັນຜູ້ມີຄຸນທໍາ ມີຈັນຍາທໍາ ສະສົມບາລະມີ ແລະ ວາດສະໜາໄດ້ດີຍອດຢ້ຽມ ໃນບາງຄົນທີ່ໃຊ້ເລກນີ້ມັກສົນໃຈໃນເລື່ອງຂອງພະສາດສະໜາ, ທຳມະ, ການປະຕິບັດທຳ, ໂຫລາສາດ, ການພະຍາກອນ, ສົນໃຈຈົນສາມາດແຕກສານວິຊາຕ່າງໆໄດ້ດ້ວຍຕົນເອງ, ເພາະເປັນຜູ້ມັກສຶກສາຄົ້ນຄວ້າ. ເນື່ອງຈາກເປັນເລກມີຄູ, ຫາກເຮັດບຸນຍ່ອມເຫັນຜົນເປັນສອງເທົ່າ, ແລະ ເຮັດບາບກໍດິ່ງລົງເປັນສອງເທົ່າເຊັ່ນກັນ ຈຶ່ງເໝາະສົມກັບຜູ້ທີ່ເຮັດວຽກສາຍຂາວ, ບໍ່ເໝາະກັບສີເທົາ ແລະ ສີດໍາ ມີວາຈາສັກສິດ ເວົ້າແລ້ວເກີດຂຶ້ນຈິງດັ່ງປາກເວົ້າ ກ່າວສິ່ງໃດແລ້ວມັກເກີດຂຶ້ນຈິງ ເລກຄູ່ 99 ມີພະລັງທີ່ສາມາດດຶງດູດແຕ່ສິ່ງດີໆເຂົ້າມາສູ່ຊີວິດສະເໝີ ມີແຕ່ໂຊກດີ ມີກຳລັງຈິດໜັກແໜ້ນ ໝັ້ນໃຈໃນຕົນເອງ ມີດວງແຂງແຄ້ວຄາດປອດໄພສະເໝີ ການງານກໍກ້າວໜ້າ ອາດຈະໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ “ເລກນີ້ປະສົບຄວາມສຳເລັດດີ ມີໂຊກດີ ເຮັງ ມາພ້ອມດວງ” ເລກນີ້ປຽບເໝືອນເລກຄູ່ມຸງຄຸນມະຫາມຸງຄຸນ ລວມຄວາມເຮັງ ສະສົມບຸນມາຫຼາຍ ສະສົມບາລະມີມາຫຼາຍ ຈຶ່ງຈະມີໂອກາດໄດ້ໃຊ້ງານ
ຄວາມໝາຍຄູ່ເລກຊຸດທີ 6
ຜູ້ໃຊ້ເລກນີ້ ຖະໜັດການຂາຍ ມີຄວາມອົດທົນ ມອງການໄກ ວິໄສທັດດີເລີດ ນັກວາງແຜນໄລຍະຍາວ ຄິດວິເຄາະເກັ່ງ ມີມຸມມອງແປກໃໝ່ໜ້າສົນໃຈ ໄອເດຍດີ ມັກສຶກສາເລື່ອງເທັກໂນໂລຢີ ຕິດຕາມຂ່າວສານທັນສະໄໝຕະຫຼອດ ພ້ອມທັງມັກເລື່ອງລາວບູຮານ ອາລະຍະທໍາບູຮາ, ໜັງສືບູຮານ ເຮັດການຄ້າຂຶ້ນກັບຂອງເກົ່າຂອງຂັງ ພະເຄື່ອງ ວັດຖຸບູຮານ ເຄື່ອງມືສອງ ສະໝຸນໄພ ອາຫານເສີມ ທີ່ດິນ ຈະໄດ້ໂຊກລາບແບບແປກໆເລື້ອຍໆ ເໝາະກັບຄອມພິວເຕີ ທຸລະກິດໄອທີ, ນັກວາງແຜນ, ທີ່ດິນ, ນາຍໜ້າອະສັງຫາລິມະຊັບ, ໂຮງງານອຸດສາຫະກໍາ, ນັກລົງທຶນໄລຍະຍາວ ນັກຄ້າວັດຖຸມຸງຄຸນ, ວັດຖຸບູຮານ, ນັກທຸລະກິດແຟຣນໄຊສ໌, ນັກທຸລະກິດເຄືອຂ່າຍ, ຟຣີແລນ, ຮັບຖົມດິນ, ຖົມທີ່, ຮັບຊື້ຂອງເກົ່າ, ອະສັງຫາ, ຮັບເໝົາກໍ່ສ້າງ, ຄ້າສົ່ງຈຳນວນຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ມີນິໄສນັກເລງໂຜງຜາງ ໝັ້ນໃຈຕົນເອງສູງ ໃຈຄໍກວ້າງຂວາງ ຮັກໝູ່ເພື່ອນ ມີພັກພວກ ບໍລິວານຫຼາຍ ອິດທິພົນດີ ມີຜູ້ຊ່ວຍເຫຼືອ ເຂົ້າກັບຄົນງ່າຍ ມີຄົນຮູ້ຈັກຫຼາຍ ມັກເຂົ້າສັງຄົມ ເຖິງໃສເຖິງກັນ ແຕ່ກໍເສຍເງິນ ແລະ ເວລາໄປກັບສັງຄົມບໍ່ໜ້ອຍ ຜູ້ໃຊ້ເບີນີ້ເໝາະກັບອາຊີບ ນັກການເມືອງ, ອາຊີບປົກຄອງຄົນ ມີບໍລິວານລູກນ້ອງຫຼາຍ ມີແນວຄິດພັດທະນາງານໂຄງການໃໝ່ໆສະເໝີ ມັກໄດ້ເປັນຜູ້ນຳໃນທຸກວຽກງານໄປ ເພາະກ້າເສຍສະຫຼະ ແລະ ພ້ອມລຸຍພ້ອມສູ້ຊົນສະເໝີ ກ້າເວົ້າກ້າເຈລະຈາ ມີໂຊກລາບບໍ່ຄາດຄິດ ໄດ້ຂອງກິນຂອງຝາກສະເໝີ ມີດວງທາງດ້ານສ່ຽງໂຊກລາບລອຍ ເງິນກ້ອນໃຫຍ່ ມີຄົນຍຳເກງ ໃຜກໍຈະເອີ້ນຂະໜານນາມໃຫ້ເປັນ ເຮຍ, ເສ່ຍ, ເຖົ້າແກ່, ເຈ້, ລູກພີ່, ຫົວໜ້າ, ເພາະມີລັກສະນະຄືມີອິດທິພົນ ໜ້າຍຳເກງ ແລະ ເບິ່ງຄືມີບາລະມີຫຼາຍ
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.