ລະບົບທຳນາຍເບີໂທລະສັບ
ຜົນການວິເຄາະທຳນາຍເບີ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ເຂົ້າກັບຄົນງ່າຍ ແຖມຍັງທັນຄົນ ທັນເກມ ເພາະມີໄຫວພິບດີ ຮຽນຮູ້ໄວ ເວົ້າເກັ່ງ ເວົ້າແລ້ວຄົນອື່ນເຊື່ອ ສະຫຼາດ ແກ້ໄຂບັນຫາເກັ່ງ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ເປັນຄົນໃຈຄໍກວ້າງຂວາງ ຕົງໄປຕົງມາ ເປີດເຜີຍ ຮັກອິດສະຫຼະ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ
ການງານ
ຈະສົ່ງຜົນໃຫ້ ມີສະຕິປັນຍາ ແລະ ໄຫວພິບດີ ຮຽນຮູ້ໄວ ເຮັດວຽກໄວຈົນຄົນອື່ນຕາມບໍ່ທັນ ເຮັດທຸລະກິດນໍາເຂົ້າສົ່ງອອກ ຫຼື ຂາຍສິນຄ້າອອລາຍ ຫຼື ຂາຍໃນເນັດເກັ່ງ ໃຫຍ່ເມດຕາ ເພາະຄໍາເວົ້າຄຳຈາມີຫຼັກການ ມີເຫດຜົນໜ້າເຊື່ອຖື ບຸກຄະລິກທ່າທາງດູດີເປັນຜູ້ໃຫຍ່ ຍິ່ງເຮັດໃຫ້ເຫັນຍິ່ງມີຄວາມໜ້າເຊື່ອຖືໃນດ້ານການຕິດຕໍ່ການເຈລະຈາ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ມັກຄ້າຂາຍຂອງຫຼູຫລາ ລາຄາແພງໄດ້ດີ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ ມີຄວາມມຸ່ງໝັ້ນຂະຫຍັນຫາລາຍໄດ້ຫາວຽກ ຂະຫຍັນທຳມາຫາກິນ ມີຫຼັກເກນແບບແຜນຂອງຕົນເອງຢ່າງຊັດເຈນ ເປັນຄົນສູ້ວຽກ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນໂລກທຸລະກິດຈະມີໂຊກດ້ານການເຮັດວຽກໄດ້ເງິນຫຼາຍ ແລະ ມັກໄດ້ຮັບໄຊຊະນະ
ການເງິນ
ຈະສົ່ງຜົນໃຫ້ ໂອກາດຫາເງິນຈາກການຕິດຕໍ່ຕ່າງປະເທດ ຈະໄດ້ເງິນຈາກຄຳເວົ້າ ມີເຄດິດໃນຄຳເວົ້າ ເວົ້າແລ້ວໄດ້ເງິນ ເງິນຄໍາຫາງ່າຍ ມີກິນມີໃຊ້ຕະຫຼອດບໍ່ຂາດມື ຫາເງິນໄດ້ຈາກຫຼາຍໆຢ່າງທີ່ເຮັດ ແລະ ສ່ວນໃຫຍ່ລາຍໄດ້ມັກເກີດຈາກຄຳເວົ້າ ຮູ້ຊ່ອງທາງທຳມາຫາກິນ ຢິບຈັບຫຍັງກໍເປັນເງິນເປັນຄຳ ມີຄາລົມເຈລະຈາດີໃນການຫາເງິນ
ຄວາມຮັກ
ຈະສົ່ງຜົນໃຫ້ ມີຄວາມສໍາພັນທີ່ເຕັມໄປດ້ວຍຄວາມກ້າວໜ້າ ແລະ ການຮຽນຮູ້ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ ເປັນຄົນມີສະເໜ່ໃນຕົວ ເວົ້າຈາດີ ມີຄວາມໄພເລາະອ່ອນຫວານ ມັກມີຄົນມາຫຼົງຮັກຢາກເວົ້າລົມດ້ວຍສະເໝີ ເພາະມີສະເໜ່ທາງຄຳເວົ້າ
ໂຊກລາບ
ຈະສົ່ງຜົນໃຫ້ ມີໂຊກລາບວາດສະໜາດີ ມີໂຊກຟຸກໆ ມີເງິນມີຄໍາເຂົ້າມາບໍ່ຂາດມື ມີໂຊກມີດວງດ້ານການແຂ່ງຂັນ ແຂ່ງຫຍັງກໍ່ມັກຈະໄດ້ຮັບໄຊຊະນະຢູ່ສະເໝີ
💡 ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຜູ້ໃຊ້ເປັນຄົນຮັກຄວາມກ້າວໜ້າ ແລະ ມັກພັດທະນາຕົນເອງຢູ່ສະເໝີ ສະຕິປັນຍາດີ ສະຫຼາດສະຫຼຽວ ເປັນນັກເວົ້າ ເວົ້າດີ ຮອບຮູ້ ສະຫຼາດຫຼັກແຫຼມ ເຮັດຫຍັງຄ່ອງແຄ້ວວ່ອງໄວ ຄົນອື່ນເຮັດຕາມບໍ່ທັນ ສະໝອງລໍ້າເລີດ ທັນຂ່າວທັນຂໍ້ມູນ ໄຮເທັກ ສົນໃຈໃນດ້ານພາສາ ພາສາຕ່າງຊາດຕ່າງພາສາຈະເດັ່ນຫຼາຍ ມັກສຶກສາຈົນແຕກສານ ຖ້າໃຊ້ໃນໄວຮຽນ ມັກເກັ່ງພາສາຕ່າງຊາດ ຫຼືກ່ຽວຂ້ອງກັບຕ່າງຊາດສະເໝີ ຊ່າງເວົ້າຊ່າງເຈລະຈາ ໃຊ້ໃນໄວເຮັດວຽກຫຼືໄວຜູ້ສູງອາຍຸ ຈະມັກສູດມົນ ມົນຄາຖາ ວ່າຄາຖາແລ້ວຂຶ້ນແລ້ວຂັງ ເປັນເລກທີ່ເໝາະສົມກັບທຸກເພດທຸກໄວ ເໝາະກັບການເວົ້າ ວຽກທີ່ຕ້ອງເວົ້າ ການຕິດຕາມຂໍ້ມູນຂ່າວສານ ຕິດຕໍ່ກັບຕ່າງປະເທດ ມີເຊັ້ນສ໌ແມ້ນຍໍາ ການເດີນທາງໄກ ເທັກໂນໂລຢີໃໝ່ໆປະຫວັດສາດ ໂຫລາສາດ ເລື່ອງລຶກລັບ ແລະ ໃນຂະນະດຽວກັນກໍຊອບໃນເລື່ອງເທັກໂນໂລຢີຄວາມທັນສະໄໝດ້ວຍ ເລກນີ້ລວມຄວາມເຖິງຄວາມເປັນສະໄໝໃໝ່ທັນສະໄໝ ແລະຄວາມບູຮານລຶກລັບໄວ້ໃນຄົນດຽວກັນ
ຄວາມໝາຍຄູ່ເລກຊຸດທີ 2
ເຈລະຈາປາໄສເກັ່ງ ມີເຫດຜົນມີຫຼັກການຄວາມຄິດດີຫຼາຍ ຜູ້ໃຫຍ່ຮັກເມດຕາ ເອັນດູໃຫ້ການຊ່ວຍເຫຼືອດີຫຼາຍ ເປັນຄົນມີຄວາມຮູ້ ມີເຄດິດດີ ມີເສັ້ນສາຍ ການງານເກັ່ງໄຫວພິບດີປັນຍາເປັນເລີດ ເຮັດວຽກເກັ່ງຄ່ອງແຄ້ວວ່ອງໄວ ຮຽນຮູ້ຫຍັງກໍ່ໄວໄປໝົດ ຖ້າຢູ່ໃນໄວຮຽນກໍເປັນຜູ້ສະຫຼາດໃນການຄຳນວນ ເດັ່ນເລື່ອງສະຕິປັນຍາ ຫົວດີຫົວໄວ ຄວາມໜ້າເຊື່ອຖື ແລະ ວຽກທີ່ຕ້ອງໃຊ້ຄຳເວົ້າ ໃຊ້ເຄດິດໃນການເຈລະຈາ ມີຄວາມໜ້າເຊື່ອຖື ເໝາະສົມຫຼາຍກັບວຽກວິຊາການ, ການຮຽນ, ວຽກລັດຖະການ, ວຽກທີ່ຕ້ອງໃຊ້ການເຈລະຈາຊື່ສຽງ, ວຽກທີ່ມີກຽດກໍເໝາະສົມ
ຄວາມໝາຍຄູ່ເລກຊຸດທີ 3
ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້
ຄວາມໝາຍຄູ່ເລກຊຸດທີ 4
ເລກ 69/96 ເປັນຄູ່ເລກກະແສໃບພັດແຫ່ງການເງິນ ເປັນເລກທີ່ບັນດາຊິນແສໝໍດູຄົນດັງມັກໃຊ້ເສີມໃນເບີໂທລະສັບ ເພື່ອໜູນໃຫ້ເກີດພະລັງງານຢິນ-ຢາງ, ມີພະລັງງານການເງິນໝູນຄ່ອງ ເງິນສະພັດ. ຍັງສົ່ງເສີມໃຫ້ຜູ້ໃຊ້ງານມີຊື່ສຽງດີ ມີຄົນຮັກໃຄ່ ມີຄົນນິຍົມຊົມຊອບ. ມີໂຊກລາບວາດສະໜາດີ ມີໂຊກຟຸກໆ. ພະລັງງານຢິນ-ຢາງນີ້ສົ່ງຜົນໃຫ້ມີເງິນມີຄໍາເຂົ້າມາບໍ່ຂາດມືຫາເງິນໄດ້ຫຼາຍທາງ ຫາເງິນຄ່ອງ ຊີວິດມີຄວາມສຸກ ບໍ່ຕ້ອງກັງວົນໃນດ້ານການໃຊ້ຈ່າຍ ຈະມີເຂົ້າມາສະເໝີໆ. ໄດ້ມີໂອກາດຮ່ວມກິດຈະການງານບຸນເລື້ອຍໆ ເດີນທາງໄປເຮັດບຸນຕ່າງຖິ່ນຕ່າງທີ່ ຫຼືມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ. ເປັນຄົນອາລົມດີ ມີສິນລະປະໃນຊີວິດ ມີຄວາມຄິດສ້າງສັນທີ່ຍອດຢ້ຽມ. ເປັນຄົນມີລົດນິຍົມດີ, ເລີດຫູຼ, ແຕ່ງຕົວດີ, ວາຈາອ່ອນຫວານ, ປາກຫວານ, ຈິນຕະນາການດີ, ມີຄວາມໂຣແມນຕິກໃນຕົນເອງ, ມີສະເໜ່, ເປັນທີ່ຮັກໃຄ່ຂອງໝູ່ເພື່ອນ. ຫາເງິນເກັ່ງ. ດ້ວຍລົດນິຍົມດີ, ແຕ່ງຕົວດີຈະສົ່ງເສີມໃຫ້ເບິ່ງມີເຄຣດິດດີ, ມີພູມຖານ, ເບິ່ງໄຮໂຊ. ມັກຄ້າຂາຍຂອງແພງ ຂອງຫຼູຫລາ ລາຄາແພງໄດ້ດີ ເປັນຄູ່ເລກທີ່ດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 5
ເປັນຄູ່ສະເໜ່ແຫ່ງວາຈາ ອົບອຸ່ນ ປັບຕົວເກັ່ງ ມີສະເໜ່ຄ້າຂາຍເກັ່ງ ມີວາຈາອ່ອນຫວານ ມີສະເໜ່ທາງຄຳເວົ້າແຮງຫຼາຍ ໃຜໄດ້ຍິນໄດ້ຟັງ ມັກຊື່ນຊົມຊື່ນຊອບ ຜູ້ໃຊ້ເລກນີ້ຈະໄດ້ດີເພາະຄຳເວົ້າ ມີຄວາມໂຣແມນຕິກ ມີຄົນມາຂໍຄຳແນະນຳຄຳປຶກສາເລື້ອຍໆ ສະຫຼາດທຳມາຫາກິນ ເຈລະຈາຄ້າຂາຍດີ ມີໂອກາດຫາເງິນຫາລາຍໄດ້ໄດ້ຫຼາຍສາຍ ໃຜຢູ່ໃກ້ແລ້ວມີຄວາມສຸກ ເຂົ້າເຖິງຈິດໃຈຂອງຜູ້ອື່ນ ປາກພາດີ ມີຄົນເອົາຂອງກິນມາຝາກເລື້ອຍໆ ເຮັດອາຫານເກັ່ງ ເວົ້າຈາເປັນເງິນເປັນຄຳ ຂາຍຂອງທີ່ກ່ຽວຂ້ອງກັບປະເພດນໍ້າ ຫຼື ເຄື່ອງດື່ມໄດ້ ກ່ຽວຂ້ອງກັບອາຫານໄດ້ດີຫຼາຍ ຫຼື ວຽກທີ່ຕ້ອງເວົ້າລົມເຈລະຈາໄດ້ທຸກປະເພດ ລາຍໄດ້ມັກເກີດຈາກຄຳເວົ້າ ເປັນເລກດີ ເດັ່ນເລື່ອງຄ້າຂາຍ ເຈລະຈາ ແລະ ວາຈາພານຳພາໂຊກດີມາໃຫ້ ໄດ້ດີເພາະຄຳເວົ້າ (ເວົ້າຈາດີມີແຕ່ຄົນຮັກ ມີແຕ່ຄວາມກ້າວໜ້າໃນຊີວິດ) ເໝາະເປັນຢ່າງຫຼາຍກັບອາຊີບຮ້ານອາຫານ ຫຼື ທີ່ຕ້ອງກ່ຽວຂ້ອງກັບຂອງກິນ ອາຊີບກ່ຽວກັບນໍ້າ ຂາຍນໍ້າ ຫຼື ຜະລິດຕະພັນທີ່ເປັນນໍ້າ ເສີມສວຍເສີມຄວາມງາມກໍໃຊ້ໄດ້ດີ ຫຼື ຄົນທີ່ຢາກເປັນຄົນເວົ້າເພາະເຈລະຈາມ່ວນຫູ ອາລົມດີຂຶ້ນກໍຄວນໃຊ້ເລກນີ້
ຄວາມໝາຍຄູ່ເລກຊຸດທີ 6
ເປັນຄູ່ເລກມະຫາສະເໜ່ ເລກທີ່ບາງຕຳລາຍອມຮັບ ແລະ ບາງຕຳລາບໍ່ຮັບ ວ່າເປັນຄູ່ມຸງຄຸນ ສະນັ້ນເລກຄູ່ນີ້ຕ້ອງອາໄສການຈັດລຽງຕຳແແໜ່ງທີ່ດີຈຶ່ງເກີດປະໂຫຍດທາງໂລກ ເນັ້ນສະເໜ່ເມດຕາ ສໍາລັບບາງອາຊີບ ບາງຄົນທີ່ຄວນໃຊ້ເທົ່ານັ້ນ ເນື່ອງຈາກເປັນເລກທີ່ສະເໜ່ແຮງຫຼາຍ ຈຶ່ງມີຂໍ້ຈຳກັດໃນການໃຊ້ ຄ້າຂາຍດີຫຼາຍ ມີສະເໜ່ຢ່າງມະຫາສານ ມີພະລັງດຶງດູດ ເມື່ອເລກ 2 ຄື ດວງຈັນ ກັບ ເລກ 3 ຄື ດາວອັງຄານ ມາຮວມຕົວຫັນ ກາຍເປັນເລກ "ສະເໜ່ເລົ້າຮ້ອນຊວນຫຼົງໄຫຼ" "ມະຫາສະເໜ່ ດັ່ງຕ້ອງມົນນໍ້າມັນພາຍ" ໃຜເຫັນເປັນຕ້ອງຫຼຽວຫຼັງ. ຍິ່ງໄດ້ເວົ້າລົມກັບເຈົ້າຂອງເລກ 23 32 ຈະຍິ່ງຕິດໃຈໃນລູກຫຼິ້ນ ໃນຄາລົມຄົມຄາຍ ປັບຕົວເຂົ້າກັບຄົນອ້ອມຂ້າງໄດ້ງ່າຍຫຼາຍ ມະນຸດສຳພັນດີເລີດ ເຮັດໃຫ້ເປັນຈຸດເດັ່ນ ເປັນທີ່ສົນໃຈຂອງຄົນທີ່ໄດ້ພົບເຈີໄດ້ສະເໝີ ເຊັ່ນ: ອາຊີບດາລານັກສະແດງ ບລັອກເກີ ເພາະສະນັ້ນ ຄົນທີ່ມີບຸກຄະລິກເຊັ່ນນີ້ ຈຶ່ງເປັນທີ່ຊື່ນຊອບຂອງຄົນທົ່ວໄປ ທັງຮູບຮ່າງໜ້າຕາ, ທ່າທາງ, ການເວົ້າການຈາ, ເບິ່ງແລ້ວດີມີສະເໜ່ ໃຊ້ຊີວິດຕິດຄວາມຫູຫຼາ, ເປັນສະເໜ່ດຶງດູດແກ່ຄົນອ້ອມຂ້າງຫຼາຍຫຼັກແຫຼມສະຫຼາດໃນການເຮັດວຽກ ຫາເງິນຄຳເກັ່ງຫຼາຍ ເປັນຄົນເປີດເຜີຍຈິງໃຈ ຂະຫຍັນ ມັກລຸຍ ແກ້ໄຂວຽກສະເພາະໜ້າເກັ່ງ ມີໄຫວພິບດີ ສາມາດເຮັດວຽກໄດ້ຢ່າງສຳເລັດໂດຍງ່າຍບໍ່ຕ້ອງອອກແຮງ (ແຕ່ຖ້າເລກ 23 32 ວາງຕິດເລກເສຍ ຄວາມໝາຍຈະປ່ຽນທັນທີ ສົ່ງຜົນດ້ານລົບ ເຊັ່ນ: ຫວັ່ນໄຫວງ່າຍ, ບໍ່ແນ່ນອນທາງອາລົມ ແລະ ການຕັດສິນໃຈ ຈະມີບັນຫາຄວາມຮັກເພາະສະເໜ່ແຮງຫຼາຍໄປ ມີຮັກຊ້ອນຊ່ອນເງື່ອນ, ຄວາມຮັກຊ້ອນ, ມີກິກ, ມືທີ່ສາມ ທັງຕົນເອງ ແລະ ຄູ່ຄອງ ຜິດສິນທຳໄດ້ງ່າຍ ຕົກຕ່ຳເພາະກາມ ຫ້າມໃຈຕົນເອງບໍ່ໄດ້ ມີຂ່າວເສຍຫາຍເລື່ອງເພດກົງກັນຂ້າມ ຄວນວາງເລກແຮງໆແບບນີ້ໃຫ້ຖືກຕຳແໜ່ງ ແລະ ຫ້າມຕິດເລກເສຍ)
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ເລກນີ້ຊີວິດມັກປະສົບຄວາມສຳເລັດ ມີໄຊຊະນະໃນການແຂ່ງຂັນຕ່າງໆ ດວງເຮັງດ້ານການແຂ່ງຂັນ ມັກແຂ່ງຂັນສອບເຂົ້າ ນັກກິລາແຂ່ງຂັນຫຍັງມັກໄດ້ໄຊຊະນະ ຄ່ອງແຄ່ວວ່ອງໄວ ເຮັດຫຍັງກໍ່ໄວ ຄິດໄວເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ມີຄວາມໄຝ່ຮູ້ໃນເລື່ອງເທັກໂນໂລຢີ ແລະ ສາດລຶກລັບບູຮານ ເລື່ອງທີ່ອະທິບາຍຍາກເໜືອທໍາມະຊາດ ມີເຊັ້ນສ໌ມີລາງສັງຫອນແມ່ນຍໍາ ມີວັດຖຸມົງຄຸນໄວ້ຄຸ້ມຕົວ ມີລາບລອຍ ມີຄວາມຂະຫຍັນໝັ່ນພຽນ ສູ້ວຽກ ເຮັດວຽກເກັ່ງ ວ່ອງໄວ ທັນສະໄໝ ເໝາະສໍາລັບຄົນໄວເຮັດວຽກ ຫຼື ຄົນທີ່ມີຄວາມຊ້າ ແລະ ຢາກຈະກະຕືລືລົ້ນຫຼາຍຍິ່ງຂຶ້ນ ສຸຂະພາບຮໍໂມນເພດແຂງແຮງ ຖ້າເປັນຄົນສູງອາຍຸໃຊ້ຈະມີຄວາມກະສັບກະເສງ, ຄ່ອງແຄ່ວວ່ອງໄວ, ເປັນເລກດີເໝາະສົມ. ເໝາະກັບວຽກກ່ຽວກັບລົດ, ຍານພາຫະນະ, ນັກກິລາ, ນັກແຂ່ງ, ໂຮງງານອາໄຫຼ່ລົດ ແລະຄົນທີ່ຕ້ອງການຄວາມຄ່ອງແຄ່ວ, ແລະອື່ນໆ
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.