ລະບົບທຳນາຍເບີໂທລະສັບ
ຜົນການວິເຄາະທຳນາຍເບີ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ອັດທະຍາໄສດີຫຼາຍ ມີໝູ່ເພື່ອນຫຼາຍ ຊ່າງເວົ້າ ແລະ ຈໍາຄໍາເວົ້າຄົນອື່ນໄດ້ແມ້ນຍຳ ເປັນຕົວກາງໃນການຕິດຕໍ່ ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ຜູ້ໃຊ້ຮູ້ເທົ່າທັນຄົນ ໃຈບຸນ ມັກຊ່ວຍເຫຼືອຜູ້ອື່ນ ມີຄວາມອົບອຸ່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ
ການງານ
ຈະສົ່ງຜົນໃຫ້ ມີສະຕິປັນຍາ ແລະ ໄຫວພິບດີ ຮຽນຮູ້ໄວ ເຮັດວຽກໄວຈົນຄົນອື່ນຕາມບໍ່ທັນ ເຮັດທຸລະກິດນໍາເຂົ້າສົ່ງອອກ ຫຼື ຂາຍສິນຄ້າອອລາຍ ຫຼື ຂາຍໃນເນັດເກັ່ງ ສະຫຼາດມີໄຫວພິບດີເລີດ ມັກວາງແຜນ ຄິດບໍ່ຊໍ້າໃຜ ເຮັດວຽກເກັ່ງ ສາມາດຫຼາຍຊິ້ນພ້ອມໆກັນໄດ້ດີເພາະຫົວໄວ ຮຽນຮູ້ຫຍັງໄດ້ໄວ ຊະຕາຊີວິດສົດໃສ ການງານກ້າວໜ້າ ເຮັດສິ່ງໃດກໍຈະເລີນງອກງາມ ຊີວິດປະສົບຜົນສໍາເລັດໂດຍໄວ ແລະ ງ່າຍດາຍກວ່າຄົນອື່ນ ມີຄວາມຮູ້ຄວາມສາມາດໃນການຈັດການບັນຫາທຸກຢ່າງໄດ້ຢ່າງລົງຕົວ ຫາຜົນປະໂຫຍດໄດ້ຢ່າງແນບນຽນ ທັນຄົນ ບໍ່ເສຍຮູ້ໃຜ ພັດທະນາຕົນເອງຢູ່ສະເໝີ ທະເຍີທະຍານ ມີການວາງແຜນຊີວິດທຸກຢ່າງຢ່າງເປັນລະບົບ ແລະ ມີແບບແຜນຊັດເຈນ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ
ການເງິນ
ຈະສົ່ງຜົນໃຫ້ ໂອກາດຫາເງິນຈາກການຕິດຕໍ່ຕ່າງປະເທດ ຫາເງິນເກັ່ງ ບໍ່ຢຸດນິ້ງ ຊອບເຮັດວຽກ ເງິນຈະຫຼາຍ ເງິນມາຈາກວຽກທີ່ເຮັດ ແລະ ຄວາມຂະຫຍັນຂອງຕົນເອງ ຊີວິດປະສົບຜົນສໍາເລັດຢ່າງໝັ້ນຄົງ ສະຫຼາດໃນທາງທຳມາຫາກິນ ສາມາດສ້າງລາຍໄດ້ຫຼາຍທາງພ້ອມກັນ ເງິນທອງບໍ່ຂາດມື ຊີວິດສຸກສະບາຍ ບໍ່ມີວັນອຶດຕາຍ ຮູ້ຈັກໃຊ້ຈ່າຍ ຄິດວິເຄາະການໃຊ້ເງິນຢ່າງເປັນລະບົບລະບຽບ ວາງແຜນການໃຊ້ເງິນໄດ້ເປັນຢ່າງດີ ເກັບເງິນເກັ່ງ
ຄວາມຮັກ
ຈະສົ່ງຜົນໃຫ້ ມີຄວາມສໍາພັນທີ່ເຕັມໄປດ້ວຍຄວາມກ້າວໜ້າ ແລະ ການຮຽນຮູ້ ຮຽນຮູ້ຄູ່ຮັກຕົນເອງໄດ້ໄວ ປັບຕົວເຂົ້າກັບຄົນຮັກງ່າຍ ໄດ້ຮັບຄວາມເມດຕາຈາກຜູ້ໃຫຍ່ຢູ່ເລື້ອຍໆ ມີຜູ້ອຸປະຖໍາບໍ່ຂາດ ຄວາມຮັກສົມຫວັງ ສົດຊື່ນ ມັກຈະເລືອກຄູ່ຄອງທີ່ມີໜ້າທີ່ການງານ ແລະ ຖານະການເງິນທີ່ດີ ເນັ້ນຄູ່ຄອງທີ່ໝັ້ນຄົງດູແລໄດ້ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ
ໂຊກລາບ
ຈະສົ່ງຜົນໃຫ້ ມີໂຊກຈາກການເຈລະຈາ ແລະ ການສື່ສານ ມີໂຊກລາບແບບບໍ່ຄາດຄິດເຂົ້າມາສະເໝີ ບາງຄົນຄືມີເທບຄຸ້ມຄອງ ຖ້າປະຕິບັດທໍາຈະມີສະມາທິຊັ້ນສູງໄດ້ງ່າຍ
💡 ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຜູ້ໃຊ້ເປັນຄົນຮັກຄວາມກ້າວໜ້າ ແລະ ມັກພັດທະນາຕົນເອງຢູ່ສະເໝີ ສະຕິປັນຍາດີ ສະຫຼາດສະຫຼຽວ ເປັນນັກເວົ້າ ເວົ້າດີ ຮອບຮູ້ ສະຫຼາດຫຼັກແຫຼມ ເຮັດຫຍັງຄ່ອງແຄ້ວວ່ອງໄວ ຄົນອື່ນເຮັດຕາມບໍ່ທັນ ສະໝອງລໍ້າເລີດ ທັນຂ່າວທັນຂໍ້ມູນ ໄຮເທັກ ສົນໃຈໃນດ້ານພາສາ ພາສາຕ່າງຊາດຕ່າງພາສາຈະເດັ່ນຫຼາຍ ມັກສຶກສາຈົນແຕກສານ ຖ້າໃຊ້ໃນໄວຮຽນ ມັກເກັ່ງພາສາຕ່າງຊາດ ຫຼືກ່ຽວຂ້ອງກັບຕ່າງຊາດສະເໝີ ຊ່າງເວົ້າຊ່າງເຈລະຈາ ໃຊ້ໃນໄວເຮັດວຽກຫຼືໄວຜູ້ສູງອາຍຸ ຈະມັກສູດມົນ ມົນຄາຖາ ວ່າຄາຖາແລ້ວຂຶ້ນແລ້ວຂັງ ເປັນເລກທີ່ເໝາະສົມກັບທຸກເພດທຸກໄວ ເໝາະກັບການເວົ້າ ວຽກທີ່ຕ້ອງເວົ້າ ການຕິດຕາມຂໍ້ມູນຂ່າວສານ ຕິດຕໍ່ກັບຕ່າງປະເທດ ມີເຊັ້ນສ໌ແມ້ນຍໍາ ການເດີນທາງໄກ ເທັກໂນໂລຢີໃໝ່ໆປະຫວັດສາດ ໂຫລາສາດ ເລື່ອງລຶກລັບ ແລະ ໃນຂະນະດຽວກັນກໍຊອບໃນເລື່ອງເທັກໂນໂລຢີຄວາມທັນສະໄໝດ້ວຍ ເລກນີ້ລວມຄວາມເຖິງຄວາມເປັນສະໄໝໃໝ່ທັນສະໄໝ ແລະຄວາມບູຮານລຶກລັບໄວ້ໃນຄົນດຽວກັນ
ຄວາມໝາຍຄູ່ເລກຊຸດທີ 2
ຄູ່ເລກ 44 ສະຫຼາດໄຫວພິບດີ, ເຈລະຈາເກັ່ງ, ທັນສະໄໝ ຜູ້ໃຊ້ເລກນີ້ຈະເປັນຄົນມີຄວາມຮູ້ໄຫວພິບ ສະຕິປັນຍາດີຫຼາຍ ທັນສະຖານະການ ທັນເຫດການຂ່າວສານ ເປັນນັກວາງແຜນຊັ້ນຍອດ ສະຫຼາດຫຼັກແຫຼມ ສະຫຼາດຫຼາຍ ເຈົ້າແຫ່ງປັນຍາ ແຫຼມຄົມ ເປັນນັກເວົ້ານັກຄິດນັກເຈລະຈາ ເປັນນັກເວົ້າ ມີຄວາມທັນສະໄໝ ຄວາມຄິດດີ ມີໄອເດຍໃໝ່ໆ ກ້າຄິດກ້າເຮັດ ພັດທະນາຕົນເອງແລະສິ່ງຕ່າງໆໄດ້ດີ ໄດ້ມີໂອກາດພົບປະຜູ້ຄົນ ເດີນທາງ ເຂົ້າກັບຄົນອື່ນໄດ້ງ່າຍ ປັບຕົວໄວ ເຂົ້າສັງຄົມໄດ້ດີ ມີເພື່ອນຝູງຫຼາຍ ເປັນຄົນເກັ່ງ ສາມາດເຮັດວຽກຍາກໄດ້ ເຖິງແມ່ນບໍ່ຖະໜັດ ຫົວໄວ ເປັນເລກສຸດຍອດໃນເລື່ອງຫົວໄວໄຫວພິບ ເຈລະຈາຄ້າຂາຍ ຂໍ້ມູນຂ່າວສານ ປະຊາສໍາພັນ ເປັນເບີດີທີ່ໄດ້ໃຊ້ກັບອາຊີບທີ່ເໝາະສົມດີທີ່ສຸດ ເຊັ່ນ: ການເຮັດການຄ້າ ທີ່ຕ້ອງເຈລະຈາຄ້າຂາຍ ທີ່ຕ້ອງເວົ້າລົມ ວຽກກ່ຽວກັບເອກະສານ, ຄອມພິວເຕີ, ເທັກໂນໂລຢີ, ນັກຂ່າວ, ນັກປະຊາສໍາພັນ, ການຂາຍຂອງທຸກປະເພດ, ຫຼິ້ນຮຸ້ນ, ລົງທຶນ, ນັກການທູດ, ເຊວຂາຍ, ນັກບັນຊີ, ທະນາຍຄວາມ, ຄ້າຂາຍຂອງໄອທີກໍໄດ້ ເຮັດໄດ້ຫຼາຍຢ່າງເພາະເປັນເລກເກັ່ງ ແລະ ຄວາມສາມາດ
ຄວາມໝາຍຄູ່ເລກຊຸດທີ 3
ຜູ້ໃຊ້ເປັນຄົນຮັກຄວາມກ້າວໜ້າ ແລະ ມັກພັດທະນາຕົນເອງຢູ່ສະເໝີ ສະຕິປັນຍາດີ ສະຫຼາດສະຫຼຽວ ເປັນນັກເວົ້າ ເວົ້າດີ ຮອບຮູ້ ສະຫຼາດຫຼັກແຫຼມ ເຮັດຫຍັງຄ່ອງແຄ້ວວ່ອງໄວ ຄົນອື່ນເຮັດຕາມບໍ່ທັນ ສະໝອງລໍ້າເລີດ ທັນຂ່າວທັນຂໍ້ມູນ ໄຮເທັກ ສົນໃຈໃນດ້ານພາສາ ພາສາຕ່າງຊາດຕ່າງພາສາຈະເດັ່ນຫຼາຍ ມັກສຶກສາຈົນແຕກສານ ຖ້າໃຊ້ໃນໄວຮຽນ ມັກເກັ່ງພາສາຕ່າງຊາດ ຫຼືກ່ຽວຂ້ອງກັບຕ່າງຊາດສະເໝີ ຊ່າງເວົ້າຊ່າງເຈລະຈາ ໃຊ້ໃນໄວເຮັດວຽກຫຼືໄວຜູ້ສູງອາຍຸ ຈະມັກສູດມົນ ມົນຄາຖາ ວ່າຄາຖາແລ້ວຂຶ້ນແລ້ວຂັງ ເປັນເລກທີ່ເໝາະສົມກັບທຸກເພດທຸກໄວ ເໝາະກັບການເວົ້າ ວຽກທີ່ຕ້ອງເວົ້າ ການຕິດຕາມຂໍ້ມູນຂ່າວສານ ຕິດຕໍ່ກັບຕ່າງປະເທດ ມີເຊັ້ນສ໌ແມ້ນຍໍາ ການເດີນທາງໄກ ເທັກໂນໂລຢີໃໝ່ໆປະຫວັດສາດ ໂຫລາສາດ ເລື່ອງລຶກລັບ ແລະ ໃນຂະນະດຽວກັນກໍຊອບໃນເລື່ອງເທັກໂນໂລຢີຄວາມທັນສະໄໝດ້ວຍ ເລກນີ້ລວມຄວາມເຖິງຄວາມເປັນສະໄໝໃໝ່ທັນສະໄໝ ແລະຄວາມບູຮານລຶກລັບໄວ້ໃນຄົນດຽວກັນ
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກແຫ່ງຄວາມໂຊກດີ ດາວພະຫັດ ເລກ5 ດາວແຫ່ງຄວາມເປັນຄູ ຄວາມຮູ້ ສິນລະປະວິທະຍາການ ເມື່ອໂຄຈອນມາຢູ່ກັບດາວພະເກດ ເລກ9 ດາວສິ່ງສັກສິດ ດາວລຶກລັບ ດາວມະຫັດສະຈັນ ດາວປ່ຽນຮ້າຍກາຍເປັນດີ ແລະ ເຮັດໃຫ້ດີເພີ່ມທະວີຄູນ ເປັນຄົນມີຄວາມສະຫຼາດສະຫຼຽວ ທັນຄົນ ມີຈິດໃຈເຢືອກເຢັນ ມີສະຕິມີປັນຍາ ມີຄວາມກ້າວໜ້າໃນຊີວິດ ແລະ ການງານ ມີຄວາມສາມາດພິເສດ ຮູ້ສິ່ງໃດແລ້ວຮູ້ຈິງເຖິງແກ່ນແທ້ ຮູ້ເລິກຮູ້ຮອບ ເມື່ອໃຊ້ໄປເປັນເວລາຍາວນານ ມັກໄດ້ເປັນນັກປາດເມທີ ຜູ້ມີຄວາມຮູ້ ຄວາມສາມາດໃຫ້ຄວາມນັບຖື ຈິດໃຈໜັກນິ້ງ ໝັ້ນຄົງ ສຸຂຸມ ເຢືອກເຢັນ ຕັ້ງໝັ້ນ ແລະ ມີສະມາທິ ເປັນຜູ້ມີສໍານຶກລະອຽດອ່ອນ ມີເຊັ້ນສ໌, ມີລາງສັງຫອນແມ້ນຍໍາ ເປັນຄົນຈິດໃຈດີ ໂອບອ້ອມອາລີ ມີນໍ້າໃຈງົດງາມ ມີຄວາມຖະໜັດ ແລະ ສົນໃຈໃນເລື່ອງໂຫລາສາດ ປັດຊະຍາ ສາສະໜາ ພິທີກໍາ ແລະ ໃນມູມໜຶ່ງຂອງຊີວິດກໍເປັນຄົນຫົວກ້າວໜ້າ ທັນເທັກໂນໂລຢີ ນໍາສະໄໝ ມີເກນໄດ້ເດີນທາງໄກ ໄປຕ່າງປະເທດ ຫຼື ຄົບຄ້າສະມາຄົມກັບຕ່າງປະເທດ ຫຼື ໝູ່ເພື່ອນຕ່າງຖິ່ນຕ່າງທີ່ ເຂົ້າກັບຜູ້ອື່ນໄດ້ງ່າຍ ດ້ວຍຄວາມມີນໍ້າໃຈ ເປັນຜູ້ໃຫ້ ເປັນຜູ້ເສຍສະຫຼະ ມີແຕ່ຄົນຮັກ ມີແຕ່ຄົນຊື່ນຊົມນັບໜ້າຖືຕາ ເຂົ້າຫາຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ກໍເມດຕາອຸປະຖໍາຄໍ້າຊູເບິ່ງແຍງດີຫຼາຍ ເມື່ອເດີນທາງໄກມັກຈະມີໂຊກ ເດີນທາງໄກ ໄປຕ່າງທີ່ແລ້ວຈະໄດ້ດີ ມີໂຊກລາບລອຍມາແບບແປກໆ ພົບເຈີສິ່ງດີງາມມະຫັດສະຈັນໃນຊີວິດ ໄດ້ພົບເຈີຄູບາອາຈານທີ່ດີ ແລະ ເປັນຜູ້ທໍາບຸນແລ້ວເຫັນຜົນໄວທັນຕາ ວາດສະໜາດີ ດວງດີ ລວມເຖິງສຸກກາຍສຸຂະພາບໃຈດີແຂງແຮງອີກດ້ວຍ ໃຊ້ໄດ້ທຸກເພດທຸກໄວ ຄູ, ໝໍ, ແພດໝໍ ພະຍາບານ, ລາດຊະການໃຊ້ໄດ້ດີ ນັກຮຽນນັກສຶກສາຄວນໃຊ້ໃຫ້ຫຼຸດຄວາມຄຶກຄະນອງ ແລະ ມີເຫດຜົນໃນການໃຊ້ຊີວິດຫຼາຍຂຶ້ນ ໄຕ່ຕອງຫຼາຍຂຶ້ນ ພຣະ ຄູບາ ຫຼື ຜູ້ປະຕິບັດທໍາ ຄົນທໍາບຸນກໍຄວນໃຊ້ ແລະ ເໝາະສົມ ພໍ່ຄ້າ ແມ່ຄ້າ ນັກລົງທຶນກໍໃຊ້ໄດ້ດີຫຼາຍ ມີໂຊກເຮັງຕະຫຼອດ ພຽງແຕ່ຈັດຕໍາແໜ່ງໃຫ້ຖືກຕ້ອງ ທີ່ສໍາຄັນເໝາະກັບພໍ່ແມ່ຂອງເຮົາ ຄົນໄວກະສຽນໄວເຊົາເຮັດວຽກແລ້ວ ຫຼື ຜູ້ສູງອາຍຸ ເບີນີ້ກ່ຽວໃນເລື່ອງຂອງຄວາມໃຈເຢັນ ມີເຫດຜົນ ທີ່ສໍາຄັນຄືເຂົ້າວັດປະຕິບັດທໍາ ບໍ່ໂວຍວາຍດ່າລູກຫຼານ ໃຈເຢັນ ລວມເຖິງມີສຸຂະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນຄົນແກ່ປາກຈັດ ເບີນີ້ໂດຍພາບລວມແລ້ວຈຶ່ງເປັນເລກດີຫຼາຍ ມີພະລັງງານດ້ານໂຊກຫຼາຍ ຫຍັງດີໆ ເຮັງໆ ຈະເຂົ້າມາໃນຊີວິດຫຼາຍຂຶ້ນເລື້ອຍໆ ໃນໄລຍະທີ່ຍັງໃຊ້ເບີນີ້ເປັນປະຈໍາ ຊີວິດມີການກ້າວໜ້າພັດທະນາຕົນເອງຢູ່ສະເໝີ ມີປັນຍາລະອຽດເລິກເຊິ່ງ ເມື່ອສຶກສາສິ່ງໃດມັກລົງເລິກເຖິງແກ່ນແທ້ ທໍາບຸນເຫັນຜົນໄວທັນຕາ ສຸຂະພາບແຂງແຮງທັງກາຍ ແລະ ໃຈ ບັ້ນປາຍຊີວິດຈະສຶກສາທໍາສະແຫວງຫາຄວາມວິນເວກຫຼຸດພົ້ນສັດຈະທໍາຂອງຊີວິດ
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 56/65 "ເປັນຄູ່ເລກພະລັງແຫ່ງປັນຍາ ແລະ ໂຊກລາບ" ຄູ່ເລກແຫ່ງ "ວາດສະໜາບາລະມີ" ແລະ "ວາດສະໜາແຫ່ງຄວາມໂຊກດີ" ວາດສະໜາດີ ເຮັດການງານສິ່ງໃດກໍມັກຈະປະສົບຜົນສໍາເລັດ ເປັນການລວມຂອງດວງປັນຍາແລະດາວການເງິນຄວາມສຸກ ມາໄວ້ດ້ວຍກັນ ເປັນຄູ່ທີ່ສົ່ງເສີມສົ່ງຜົນໃຫ້ຊີວິດມີແຕ່ຄວາມສຸກສະບາຍ ສໍາເລັດໄວ ສໍາເລັດງ່າຍ ເຮັດກິດຈະການງານໃດໆກໍເຮັດສໍາເລັດລຸລ່ວງໄປດ້ວຍດີ ເຖິງແມ່ນຈະໃຊ້ໃນໄວຮຽນກໍໄດ້ຮັບໂອກາດດີຫຼາຍຈາກທຸກທິດທາງ ຈະໃຊໄວສູງອາຍຸກໍມີແຕ່ຄວາມອຸດົມສົມບູນ ດ້ວຍພະລັງງານຂອງດາວພະຫັດແລະດາວສຸກ ສົ່ງຜົນໃຫ້ມີສະຕິມີປັນຍາ ຊີວິດມີຄວາມສຸກສະບາຍ ເຖິງແມ່ນຊີວິດຮັກກໍມັກໄດ້ຄູ່ດີ ມີຄວາມສຸກສົມຫວັງໃນຄວາມຮັກ ໃຜຢູ່ໃກ້ແລ້ວກໍມີຄວາມສຸກ ມີແຕ່ຄົນຮັກ ມີສະເໜ່ໃນຕົວສະຫຼາດທຳມາຫາເງິນ ຫາເງິນເກັ່ງ ເຮັດໄດ້ທຸກອາຊີບ ຈະເຮັດຫຍັງກໍໄດ້ ບໍ່ຕົກຕ່ຳ ບໍ່ອັບຈົນ ມີຜູ້ອຸປະຖໍາຄໍ້າຊູ ອີກທັງຈະມີໂອກາດດີໆເຂົ້າມາໃນຊີວິດຫຼາຍ ມີໂອກາດຈະປະສົບຜົນສໍາເລັດໃນຊີວິດໄວ ກ້າວໜ້າກ້າວໄກ ສະຫຼາດຫຼັກແຫຼມ ອີກທັງຍັງເປັນເລກທີ່ມີໂຊກລາບ ມີຄຸນທໍາໃນຕົນເອງອີກດ້ວຍ ຈຶ່ງຖືວ່າເປັນເລກດີຄວນໃຊ້ຢ່າງຍິ່ງ ມີຄວາມສຸກ ບໍ່ມີຕົກຕ່ຳ ບໍ່ມີອັບຈົນ ເຮັດວຽກໄດ້ທຸກສາຂາອາຊີບ ມີຄວາມຄິດສ້າງສັນ ລົງມືເຮັດຫຍັງສໍາເລັດທັງສິ້ນ ສະຫຼາດໃນທາງທຳມາຫາກິນສາມາດສ້າງລາຍໄດ້ຫຼາຍທາງພ້ອມກັນ ເງິນທອງບໍ່ຂາດມື ຮູ້ເທົ່າທັນຄົນ ໃຈບຸນມັກຊ່ວຍເຫຼືອຜູ້ອື່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ ມີສະເໜ່ນ່າຮັກ ຮູ້ຈັກໃຊ້ຄໍາເວົ້າ ມີໂຊກລາບ ແລະ ໂອກາດທີ່ດີເຂົ້າມາສະເໝີ ມີຜູ້ອຸປະຖໍາບໍ່ຂາດ ຄວາມຮັກສົມຫວັງ ສົດຊື່ນ ຊີວິດມັກປະສົບຜົນສໍາເລັດໂດຍໄວ ມີຄວາມສາມາດຈັດການບັນຫາໄດ້ຢ່າງດີ ແກ້ໄຂບັນຫາເກັ່ງແລະໄວຈັດສັນຜົນປະໂຫຍດໄດ້ລົງຕົວ ປັນຍາຫຼັກແຫຼມ ປະສານງານທຸກຢ່າງໄດ້ຢ່າງດີ ມີປັນຍາເລິກເຊິ່ງ ລວຍແລະມີຄວາມສຸກ ສາມາດເຂົ້າໃຈທັງທາງໂລກ ແລະ ທາງທໍາ ຖືເປັນເລກໂຊກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 6
ຄູ່ເລກຍອດນັກວາງແຜນ ເປັນຄູ່ເລກຂອງນັກບໍລິຫານ ຜູ້ໃຊ້ວິໄສທັດດີຫຼາຍ ລະອຽດຮອບຄອບ ມອງການໄກ,ວາງແຜນໄລຍະຍາວເກັ່ງ ລະມັດລະວັງຕົນເອງດີ ບໍ່ຖືກໃຜຕົວະງ່າຍໆ ບໍ່ໄວ້ໃຈໃຜງ່າຍໆ ມີຄວາມທະເຍີທະຍານມຸ່ງໝັ້ນໃນການຫາລາຍໄດ້ ເລກນີ້ຈຶ່ງເດັ່ນໃນເລື່ອງຂອງການເງິນຫຼາຍ ມີຄົນຊ່ວຍເຫຼືອການງານດີ ວາງແຜນພັດທະນາຕົນເອງຢ່າງເປັນຂັ້ນຕອນ ໝັ້ນຄົງ ມີແຜນສຳຮອງສະເໝີ ແລະ ມັກເປັນໄປຕາມແຜນທີ່ວາງໄວ້ ຈຶ່ງຈັດວ່າເປັນສຸດຍອດຂອງຄູ່ເລກນັກວາງແຜນ ມີນິໄສມັກຄຳນວນສິ່ງຕ່າງໆ ວ່າຄຸ້ມຄ່າກັບການລົງທຶນຫຼືບໍ່ ຈຶ່ງມີຄຳວ່າຜົນປະໂຫຍດໃນທຸກເລື່ອງ ດ້ວຍຄວາມທີ່ເປັນຄົນລະອຽດຖີ່ຖ້ວນເລືອກຫຼາຍ ທັງເລື່ອງຄວາມຮັກກໍເລືອກຫຼາຍເຊັ່ນກັນ ຖ້າບໍ່ໝັ້ນຄົງ ຈະບໍ່ຕົກລົງປົງໃຈກັບຄົນນັ້ນ ເໝາະຫຼາຍກັບວຽກບັນຊີ-ການເງິນ, ຈັດການເອກະສານ, ນັກກົດໝາຍ, ວຽກນະໂຍບາຍ, ວຽກວາງແຜນ, ວຽກນັກບໍລິຫານ, ເຈົ້າຂອງກິດຈະການ, ການລົງທຶນຕ່າງໆ
ຄວາມໝາຍຄູ່ເລກຊຸດທີ 7
ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.