ລະບົບທຳນາຍເບີໂທລະສັບ
ຜົນການວິເຄາະທຳນາຍເບີ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ມີໝັ້ນໃຈ ແລະ ກ້າຕັດສິນໃຈ ເບິ່ງແຍງບໍລິວານເກັ່ງ ໃຈກວ້າງໃຈເຖິງ ເວລາຊ່ວຍໃຜມັກຈະຊ່ວຍເຕັມທີ່ ບ້າພະລັງ ແລະ ບ້າບິ່ນ ກ້າໄດ້ກ້າເສຍ ມັກແຂ່ງຂັນທ້າທາຍ ກ້າຄິດ ກ້າເຮັດ ແຕ່ເປັນຄົນໃຈຮ້ອນ ບໍ່ມີຄວາມຮອບຄອບ ຂາດສະຕິຍັບຍັ້ງຊັ່ງໃຈ ເປັນຄົນມີບາລະມີ ເປັນທີ່ເຄົາລົບຂອງຄົນທົ່ວໄປ ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ ເວົ້າຈິງເຮັດຈິງ ເວົ້າຈາຫ້ວນໆ ຂີ້ຫງຸດຫງິດ ອາລົມຮ້ອນ ຊອບເວົ້າຈາໂຜງຜາງສຽງດັງ ຈົນຄົນອື່ນເຂົ້າໃຈຜິດ ຄິດວ່າຈະຫາເລື່ອງຢູ່ເລື້ອຍໆ ແຕ່ຄວາມຈິງແລ້ວເປັນຄົນທີ່ຮັກເພື່ອນຝູງຫຼາຍ
ການງານ
ຈະສົ່ງຜົນໃຫ້ ຊະຕາຊີວິດສົດໃສ ການງານກ້າວໜ້າ ເຮັດສິ່ງໃດກໍຈະເລີນງອກງາມ ລູກນ້ອງຈະເຄົາລົບ ແລະ ຍຳເກງໃນບາລະມີ ວຽກງານຈະເລີນກ້າວໜ້າ ເລື່ອນຂັ້ນເລື່ອນຕໍາແໜ່ງໄວ ເຈົ້ານາຍເຫັນຜົນງານ ມັກເຮັດວຽກທີ່ມີຄວາມສ່ຽງທຸກຮູບແບບ ດຸໝັ່ນຂະຫຍັນ ວຽກໃນການລົງທຶນ ມັກການແຂ່ງຂັນທ້າທາຍ ບໍ່ຊໍ້າຊາກຈໍາເຈ ມີຄົນຢຳເກງ ມີບາລະມີ ມີບໍລິວານລູກນ້ອງເຊື່ອຟັງເຄົາລົບ ຄຸມຄົນໄດ້ດີ ມີຄວາມເຊື່ອໝັ້ນໃນຕົນເອງສູງ ມີແບັກດີ ພັກພວກຄອຍໃຫ້ຄວາມຊ່ວຍເຫຼືອໜູນຫຼັງເປັນຢ່າງດີ ການງານກ້າວໜ້າ ອາດໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ ປະສົບຄວາມສຳເລັດດີຫຼາຍ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນໂລກທຸລະກິດຈະມີໂຊກດ້ານການເຮັດວຽກໄດ້ເງິນຫຼາຍ ແລະ ມັກໄດ້ຮັບໄຊຊະນະ ຜູ້ໃຊ້ມີຄວາມກະຕືລືລົ້ນສູງໃນການເຮັດວຽກ
ການເງິນ
ຈະສົ່ງຜົນໃຫ້ ຊີວິດປະສົບຜົນສໍາເລັດຢ່າງໝັ້ນຄົງ ມີຄວາມໝັ້ນຄົງທາງການເງິນຈາກການສະໜັບສະໜູນຂອງຜູ້ໃຫຍ່ ຫາເງິນເກັ່ງແຕ່ກໍໃຊ້ເກັ່ງ ເຫັນຫຍັງຊອບກໍຊື້ ບໍ່ຄ່ອຍຄິດຫຼາຍເລື່ອງການໃຊ້ຈ່າຍເງິນຄໍາ ມີໂຊກເຂົ້າມາສະເໝີ ຍິ່ງເຮັດບຸນສູດມົນຍິ່ງດວງດີເປັນສອງເທົ່າ ເຮັດບຸນເຫັນຜົນໄວຫຼາຍ ຮັ່ງມີໄວວາບໍ່ວ່າຈະເຮັດຫຍັງກໍດີໄປໝົດ ມີແນວໂນ້ມທີ່ຈະໃຊ້ຈ່າຍຫຼາຍຕາມອາລົມ
ຄວາມຮັກ
ຈະສົ່ງຜົນໃຫ້ ໄດ້ຮັບຄວາມເມດຕາຈາກຜູ້ໃຫຍ່ຢູ່ເລື້ອຍໆ ໃຫ້ໄດ້ຮັບອະພິສິດ ແລະ ການອຸປະຖໍາຈາກຜູ້ໃຫຍ່ຢູ່ສະເໝີ ລະວັງທະເລາະກັບຄົນຮັກໄດ້ງ່າຍ ຄວາມຮັກມີບັນຫາຮັກຊ້ອນ ມັກພົບເຈີແຕ່ຄົນມີເຈົ້າຂອງເຂົ້າມາ ຖ້າບໍ່ເຜີໃຈກໍບໍ່ທຸກ ມີລູກນ້ອງຮັກ ແລະ ນັບຖື ເປັນຄົນທຸ້ມເທໃນຄວາມຮັກ ຈິງຈັງຈິງໃຈ ຊື່ສັດຕໍ່ຄວາມຮູ້ສຶກ ລະວັງເວລາໂມໂຫໃຈຮ້າຍອາລົມຮຸນແຮງ ແລະ ການປະຊົດປະຊັນ
ໂຊກລາບ
ຈະສົ່ງຜົນໃຫ້ ມີໂຊກລາບແບບບໍ່ຄາດຄິດເຂົ້າມາສະເໝີ ບາງຄົນຄືມີເທບຄຸ້ມຄອງ ຖ້າປະຕິບັດທໍາຈະມີສະມາທິຊັ້ນສູງໄດ້ງ່າຍ ມີໂຊກຈາກການສະໜັບສະໜູນ ແລະ ໂອກາດທາງການງານ ລະວັງໂຊກທີ່ມາພ້ອມກັບຄວາມສ່ຽງ ເປັນຄົນດວງແຂງແຄ້ວຄາດປອດໄພ ມີໂຊກລາບແບບຟຸກໆສະເໝີ ມີສິ່ງສັກສິດຄຸ້ມຄອງ ປະສົບຄວາມສຳເລັດ ແລະ ມີໂຊກລາບແບບປາດຖະໜາຢູ່ເລື້ອຍໆ ມີໂຊກມີດວງດ້ານການແຂ່ງຂັນ ແຂ່ງຫຍັງກໍ່ມັກຈະໄດ້ຮັບໄຊຊະນະຢູ່ສະເໝີ ມີໂຊກຈາກການຕໍ່ສູ້ ແລະ ຄວາມພະຍາຍາມ
💡 ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກແຫ່ງຄວາມໂຊກດີ ດາວພະຫັດ ເລກ5 ດາວແຫ່ງຄວາມເປັນຄູ ຄວາມຮູ້ ສິນລະປະວິທະຍາການ ເມື່ອໂຄຈອນມາຢູ່ກັບດາວພະເກດ ເລກ9 ດາວສິ່ງສັກສິດ ດາວລຶກລັບ ດາວມະຫັດສະຈັນ ດາວປ່ຽນຮ້າຍກາຍເປັນດີ ແລະ ເຮັດໃຫ້ດີເພີ່ມທະວີຄູນ ເປັນຄົນມີຄວາມສະຫຼາດສະຫຼຽວ ທັນຄົນ ມີຈິດໃຈເຢືອກເຢັນ ມີສະຕິມີປັນຍາ ມີຄວາມກ້າວໜ້າໃນຊີວິດ ແລະ ການງານ ມີຄວາມສາມາດພິເສດ ຮູ້ສິ່ງໃດແລ້ວຮູ້ຈິງເຖິງແກ່ນແທ້ ຮູ້ເລິກຮູ້ຮອບ ເມື່ອໃຊ້ໄປເປັນເວລາຍາວນານ ມັກໄດ້ເປັນນັກປາດເມທີ ຜູ້ມີຄວາມຮູ້ ຄວາມສາມາດໃຫ້ຄວາມນັບຖື ຈິດໃຈໜັກນິ້ງ ໝັ້ນຄົງ ສຸຂຸມ ເຢືອກເຢັນ ຕັ້ງໝັ້ນ ແລະ ມີສະມາທິ ເປັນຜູ້ມີສໍານຶກລະອຽດອ່ອນ ມີເຊັ້ນສ໌, ມີລາງສັງຫອນແມ້ນຍໍາ ເປັນຄົນຈິດໃຈດີ ໂອບອ້ອມອາລີ ມີນໍ້າໃຈງົດງາມ ມີຄວາມຖະໜັດ ແລະ ສົນໃຈໃນເລື່ອງໂຫລາສາດ ປັດຊະຍາ ສາສະໜາ ພິທີກໍາ ແລະ ໃນມູມໜຶ່ງຂອງຊີວິດກໍເປັນຄົນຫົວກ້າວໜ້າ ທັນເທັກໂນໂລຢີ ນໍາສະໄໝ ມີເກນໄດ້ເດີນທາງໄກ ໄປຕ່າງປະເທດ ຫຼື ຄົບຄ້າສະມາຄົມກັບຕ່າງປະເທດ ຫຼື ໝູ່ເພື່ອນຕ່າງຖິ່ນຕ່າງທີ່ ເຂົ້າກັບຜູ້ອື່ນໄດ້ງ່າຍ ດ້ວຍຄວາມມີນໍ້າໃຈ ເປັນຜູ້ໃຫ້ ເປັນຜູ້ເສຍສະຫຼະ ມີແຕ່ຄົນຮັກ ມີແຕ່ຄົນຊື່ນຊົມນັບໜ້າຖືຕາ ເຂົ້າຫາຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ກໍເມດຕາອຸປະຖໍາຄໍ້າຊູເບິ່ງແຍງດີຫຼາຍ ເມື່ອເດີນທາງໄກມັກຈະມີໂຊກ ເດີນທາງໄກ ໄປຕ່າງທີ່ແລ້ວຈະໄດ້ດີ ມີໂຊກລາບລອຍມາແບບແປກໆ ພົບເຈີສິ່ງດີງາມມະຫັດສະຈັນໃນຊີວິດ ໄດ້ພົບເຈີຄູບາອາຈານທີ່ດີ ແລະ ເປັນຜູ້ທໍາບຸນແລ້ວເຫັນຜົນໄວທັນຕາ ວາດສະໜາດີ ດວງດີ ລວມເຖິງສຸກກາຍສຸຂະພາບໃຈດີແຂງແຮງອີກດ້ວຍ ໃຊ້ໄດ້ທຸກເພດທຸກໄວ ຄູ, ໝໍ, ແພດໝໍ ພະຍາບານ, ລາດຊະການໃຊ້ໄດ້ດີ ນັກຮຽນນັກສຶກສາຄວນໃຊ້ໃຫ້ຫຼຸດຄວາມຄຶກຄະນອງ ແລະ ມີເຫດຜົນໃນການໃຊ້ຊີວິດຫຼາຍຂຶ້ນ ໄຕ່ຕອງຫຼາຍຂຶ້ນ ພຣະ ຄູບາ ຫຼື ຜູ້ປະຕິບັດທໍາ ຄົນທໍາບຸນກໍຄວນໃຊ້ ແລະ ເໝາະສົມ ພໍ່ຄ້າ ແມ່ຄ້າ ນັກລົງທຶນກໍໃຊ້ໄດ້ດີຫຼາຍ ມີໂຊກເຮັງຕະຫຼອດ ພຽງແຕ່ຈັດຕໍາແໜ່ງໃຫ້ຖືກຕ້ອງ ທີ່ສໍາຄັນເໝາະກັບພໍ່ແມ່ຂອງເຮົາ ຄົນໄວກະສຽນໄວເຊົາເຮັດວຽກແລ້ວ ຫຼື ຜູ້ສູງອາຍຸ ເບີນີ້ກ່ຽວໃນເລື່ອງຂອງຄວາມໃຈເຢັນ ມີເຫດຜົນ ທີ່ສໍາຄັນຄືເຂົ້າວັດປະຕິບັດທໍາ ບໍ່ໂວຍວາຍດ່າລູກຫຼານ ໃຈເຢັນ ລວມເຖິງມີສຸຂະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນຄົນແກ່ປາກຈັດ ເບີນີ້ໂດຍພາບລວມແລ້ວຈຶ່ງເປັນເລກດີຫຼາຍ ມີພະລັງງານດ້ານໂຊກຫຼາຍ ຫຍັງດີໆ ເຮັງໆ ຈະເຂົ້າມາໃນຊີວິດຫຼາຍຂຶ້ນເລື້ອຍໆ ໃນໄລຍະທີ່ຍັງໃຊ້ເບີນີ້ເປັນປະຈໍາ ຊີວິດມີການກ້າວໜ້າພັດທະນາຕົນເອງຢູ່ສະເໝີ ມີປັນຍາລະອຽດເລິກເຊິ່ງ ເມື່ອສຶກສາສິ່ງໃດມັກລົງເລິກເຖິງແກ່ນແທ້ ທໍາບຸນເຫັນຜົນໄວທັນຕາ ສຸຂະພາບແຂງແຮງທັງກາຍ ແລະ ໃຈ ບັ້ນປາຍຊີວິດຈະສຶກສາທໍາສະແຫວງຫາຄວາມວິນເວກຫຼຸດພົ້ນສັດຈະທໍາຂອງຊີວິດ
ຄວາມໝາຍຄູ່ເລກຊຸດທີ 2
ຄູ່ແຫ່ງການເລື່ອນຂັ້ນ 35 53 ຄູ່ເລກສົມພົນ ເລກນີ້ເປັນຄູ່ພະລັງງານທີ່ມີອໍານາດ ວາດສະໜາເດັ່ນດັງ ເຂັ້ມແຂງທັງກາຍ ແລະ ໃຈ ມີບາລະມີ ມີລາສີ ມີຄວາມເປັນຜູ້ນໍາ ວຽກງານຈະເລີນກ້າວໜ້າ ເສັ້ນໃຫຍ່ ມີແບັກດີ ມີຄົນໜູນຫຼັງ ມີຜູ້ໃຫຍ່ໜູນດີ ມີສາຍສໍາພັນດີ ເຮັດວຽກອັນໃດມັກເຂົ້າຕາຜູ້ໃຫຍ່ສະເໝີ ຈຶ່ງເປັນເຫດໃຫ້ໄດ້ຮັບອະພິສິດກ່ອນຄົນອື່ນ ສາຍສໍາພັນດີ ນາຍຮັກ ຮັກເພື່ອນຝູງ ທັງຍັງສົ່ງຜົນໃຫ້ຜູ້ໃຊ້ມີຄວາມຂະຫຍັນໝັ່ນພຽນ ໂດດເດັ່ນ ມີມາດຂຶມ ເປັນຕົວຂອງຕົນເອງ ອອກຄໍາສັ່ງລູກນ້ອງໄດ້ ໝັ້ນໃຈໃນຕົນເອງ ລູກນ້ອງເຄົາລົບຍຳເກງເຊື່ອຟັງ ເລກນີ້ເໝາະສົມສໍາລັບຄົນທີ່ຕ້ອງການຄວາມເດັດຂາດ ສຽບຄົມ ຄວາມກ້າໃນການຕັດສິນໃຈ ຄົນທີ່ໂລເລຄວນຫາເລກນີ້ມາໃຊ້ງານ ແລະ ເໝາະສົມຢ່າງຍິ່ງກັບວຽກຂ້າລາດຊະການ, ທະຫານ, ຕໍາຫຼວດ, ເຈົ້າຂອງກິດຈະການ, ຜູ້ບໍລິຫານ, ວິສະວະກອນ, ຫົວໜ້າໜ່ວຍງານຕ່າງໆ, ຜູ້ທີ່ມີລູກນ້ອງ, ສະຖາປະນິກ, ຂາຍລົດຍົນ, ວຽກກ່ຽວກັບຍານພາຫະນະ, ນັກວິຊາການ
ຄວາມໝາຍຄູ່ເລກຊຸດທີ 3 ⚠️
ຄູ່ເລກ 38 83 ເລກເຈົ້າຄິດເຈົ້າແຄ້ນ ເອົາອາລົມເປັນໃຫຍ່ ຜູ້ໃຊ້ມັກຈະເປັນຄົນອາລົມຮ້ອນ ໃຈໃຫຍ່ ໃຈກວ້າງ ຮັກເພື່ອນຮັກຝູງ (ແຕ່ສ່ວນໃຫຍ່ເປັນໝູ່ເພື່ອນກິນຫຼາຍກວ່າ ຫາໝູ່ເພື່ອນດີຈິງໃຈໜ້ອຍ) ເປັນຄົນກະສັບກະເສັງ ຄ່ອງແຄ່ວວ່ອງໄວ ຢູ່ຊື່ໆບໍ່ໄດ້ ຕ້ອງຫາຫຍັງເຮັດຕະຫຼອດເວລາ ເອີ້ນວ່າໄຮເປີກໍໄດ້ ເປັນຄົນຂີ້ເບື່ອ ເບື່ອງ່າຍ ບໍ່ຊອບຄວາມຊໍ້າຊາກ ເດີມໆມັກການທ່ອງທ່ຽວຜະຈົນໄພ ການຮູ້ຈັກສັງຄົມໃໝ່ໆ ມັກຫຍັງທີ່ຕື່ນເຕັ້ນ ທ້າທາຍ ການແຂ່ງຂັນ ມັກຄວາມໄວຄວາມແຮງ ເຮັດຫຍັງເຮັດໄວ ແຕ່ກໍຜິດພາດໄດ້ງ່າຍໆ ເພາະໃຈຮ້ອນນີ້ເອງ ຮັກໃຜແລ້ວທຸ່ມ ທຸ່ມຈົນໄດ້ ພໍໄດ້ຮັກກັນ ກໍເບື່ອງ່າຍໜ້ອຍໜຶ່ງ ແຕ່ກ່ອນຈະເບື່ອຄູ່ຮັກ ຄວາມຮັກກໍມັກຈະຕ້ອງທະເລາະມີປາກມີສຽງ ເພາະວ່າເປັນຄົນບໍ່ຍອມຄົນ ຊໍ້າຮ້າຍອາພັບຮັກໜັກໜາ ມັກຈະພົບເຈີຄົນມີເຈົ້າຂອງໃຫ້ເຈັບຊໍ້າລະກໍາໃຈ ຄົນມີເຈົ້າຂອງເຂົ້າມາໃນຊີວິດເຮົາຕະຫຼອດ (ຫຼືຜູ້ໃຊ້ເບີນີ້ກໍດັນເປັນຄົນເຈົ້າຊູ້ເອງ ເພາະຄວາມໃຈກວ້າງຂວາງ
ປ໋າໃຫຍ່ ຈ່າຍເງິນລ້ຽງເດັກ ເລກນີ້ເປັນພໍ່ບຸນທຸ້ມ) ການເງິນ: 38 83 ສະຫຼາດຫຼາຍ ແກ້ບັນຫາເກັ່ງ ຫາເງິນເກັ່ງ ແຕ່ເກັບບໍ່ໄດ້ ເພາະໃຊ້ເງິນເກັ່ງຄືຫາ ຖ້າບໍ່ມີເລກດີເລກປັນຍາເຂົ້າຊ່ວຍເກັບເງິນຍາກ ຕັ້ງຕົວລໍາບາກພໍສົມຄວນ ສຸຂະພາບ: 8 ໝາຍເຖິງທ້ອງ, ເມື່ອພົບດາວອັງຄານ ຈຶ່ງມັກຈະເຮັດໃຫ້ມີອາການທ້ອງອືດທ້ອງເຟີ້ເລື້ອຍໆ ຫຼືໂລກຫຍັງທີ່ເກີດໃນທ້ອງເຮົາໄດ້. ມັນຈະເປັນ, ໃຫ້ລະມັດລະວັງ ແລະ ການຂັບຂີ່ລົດ, ກໍມັກຈະຂັບລົດໄວ, ຊີກຊົນໄດ້ງ່າຍ ເພາະໃຈຮ້ອນ ຄົນໃຊ້ 38 83 ມັກຈະຫື່ນດ້ວຍ ເຊັກສ໌ຈັດເປັນພິເສດ ຖ້າໃຜໃກ້ເສື່ອມສະມັດຖະພາບເພດກໍເອົາໄປໃຊ້ໄດ້ ແຕ່ຖ້າຢູ່ໃນທະບຽນລົດລະກໍມັກຈະກຸ໊ກໆກິ໊ກໆກັນເທິງລົດ ອັນນີ້ບໍ່ເໝາະສົມ ກໍເບິ່ງອ່ານກັນໄວ້ເປັນຂໍ້ມູນຄ່າວໆ ຄວາມຈິງແລ້ວ ການທໍານາຍເບີຕ້ອງເບິ່ງເລກທັງໝົດ ເບິ່ງແຕ່ສອງຕົວເບິ່ງໄດ້ຄ່າວໆເທົ່ານັ້ນ ອັນນີ້ເອົາໄວ້ໃຫ້ເປັນຕົວຢ່າງ ເລກທີ່ມີຄວາມໝາຍດີ ປົນບໍ່ດີ ຢ່າງເລກ 38 83 ກໍຖືວ່າເປັນເລກບໍ່ດີ ຫາເລກດີໆມາໃຊ້ຈະດີກວ່າ. ໃນເບີຖ້າມີເລກ 5 ປະກອບ ຄວາມໝາຍຂ້າງຕົ້ນຈະເບົາລົງໄປບ້າງ. ຖ້າໃຊ້ເບີປະມານໜຶ່ງ-ສາມປີກໍຈະເລີ່ມເຫັນເຄົ້າລາງຂອງຄໍາທໍານາຍ. ຖ້າໃຊ້ມາຄົບເຈັດປີຈະເຫັນຄໍາທໍານາຍເກືອບທັງໝົດ, ໂດຍສະເພາະເລື່ອງອາລົມຄວາມຫງຸດຫງິດງ່າຍ (ເບີມີເລກບໍ່ດີ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 4
ຜູ້ໃຊ້ເລກນີ້ເປັນເຈົ້າຄົນນາຍຄົນ ມີອຳນາດ ມີບາລະມີ ມີນໍ້າໃຈ ໃຈກວ້າງຂວາງ ພັກພວກ ລູກນ້ອງຄົນເຄົາລົບຫຼາຍ ມີອຳນາດບາລະມີໃນການສັ່ງການ ຫຼືຄວບຄຸມຄົນ ລູກນ້ອງຢຳເກງຈົນເຖິງຢຳກົວ ພະລັງຈິດເຂັ້ມແຂງ ມີສຳຜັດພິເສດ ສາມາດຄາດການແມ່່ນຍຳ ຜ່ານວິກິດມາໄດ້ຫຼາຍຄັ້ງຫຼາຍຄົນ ມີຂອງດີຂອງຂັງຄຸ້ມຕົວ ມີຄົນເອົາຂອງມາໃຫ້ມາຝາກຟຣີໆເລື້ອຍໆ ຂອງມີຄ່າຕ່າງໆ ໂດຍສະເພາະວັດຖຸມຸງຄຸນ ມັກສະສົມວັດຖຸມຸງຄຸນ, ຂອງເກົ່າ, ວັດຖຸບູຮານ, ຂອງມີຄ່າ. ມີອຳນາດແບບຜະເດັດການ ຈິງຈັງ ເຈົ້າລະບຽບ ເຂັ້ມງວດ ມີພະລັງງານຫຼາຍ ມັກທົດລອງຂອງແປກຂອງໃໝ່ໆ. ມີຄວາມບູຮານ ແລະ ທັນສະໄໝໃນຄົນໆດຽວກັນ ມີຄວາມມັກ ຄວາມສົນໃຈໃນເລື່ອງແປກໃໝ່ ທັນສະໄໝ ມັກຈະຕິດຕາມຂ່າວສານຢູ່ສະເໝີ ຮຽນຮູ້ຫຍັງໄດ້ຢ່າງວ່ອງໄວ ຈະໃຊ້ຊີວິດກ່ຽວຂ້ອງກັບເທັກໂນໂລຢີ, ຂອງອຳນວຍຄວາມສະດວກທັນສະໄໝ ເໝາະກັບງານການປົກຄອງ, ລາຊະການ, ທະຫານ, ຕຳຫຼວດ, ນັກການເມືອງ, ກິດຈະການຂະໜາດໃຫຍ່, ຄົນທີ່ຕ້ອງເຮັດວຽກກັບຄົນຈຳນວນຫຼາຍໆ, ຄົນທີ່ມີບໍລິວານໃຕ້ບັງຄັບບັນຊາຫຼາຍໆ. ເດັ່ນເລື່ອງອຳນາດບາລະມີ
ຄວາມໝາຍຄູ່ເລກຊຸດທີ 5
ເລກຄູ່ 99 ໃນເບີມືຖື ຖືເປັນຄູ່ເລກມະຫາມຸງຄຸນ ເລກແຫ່ງພະລັງບຸນບາລະມີ ແທນໂຊກລາບ ຄວາມເຮັງ ມີດວງດີມາແຕ່ດັ້ງເດີມ ເປັນຜູ້ມາພ້ອມດວງ ເປັນຜູ້ທີ່ໄດ້ສ້າງບຸນສ້າງບາລະມີມາດີ ຈຶ່ງມີໂອກາດໄດ້ໃຊ້ເລກຄູ່ນີ້ (ຫາກໃນເບີທ່ານມີຄູ່ເສຍປົນຢູ່oe ເລກຄູ່ນີ້ກໍມາຄອຍຄໍ້າຊູຊ່ວຍໄວ້ສະເໝີ) ເລກຄູ່ນີ້ເປັນເລກມີຄູ ມີສິ່ງສັກສິດຄຸ້ມຄອງສະເໝີ ເປັນເລກມະຫາມຸງຄຸນຢ່າງຍິ່ງຍວດ ຜູ້ຄົນມັກຍຳເກງໃຫ້ຄວາມເຄົາລົບເຊື່ອຟັງໂດຍບໍ່ຕ້ອງບັງຄັບ ຜູ້ໃຊ້ເລກນີ້ມີອຳນາດໃນຈິດໃຈເລິກໆ ຫຼື ພະລັງຈິດດີ ເປັນຜູ້ມີຄຸນທໍາ ມີຈັນຍາທໍາ ສະສົມບາລະມີ ແລະ ວາດສະໜາໄດ້ດີຍອດຢ້ຽມ ໃນບາງຄົນທີ່ໃຊ້ເລກນີ້ມັກສົນໃຈໃນເລື່ອງຂອງພະສາດສະໜາ, ທຳມະ, ການປະຕິບັດທຳ, ໂຫລາສາດ, ການພະຍາກອນ, ສົນໃຈຈົນສາມາດແຕກສານວິຊາຕ່າງໆໄດ້ດ້ວຍຕົນເອງ, ເພາະເປັນຜູ້ມັກສຶກສາຄົ້ນຄວ້າ. ເນື່ອງຈາກເປັນເລກມີຄູ, ຫາກເຮັດບຸນຍ່ອມເຫັນຜົນເປັນສອງເທົ່າ, ແລະ ເຮັດບາບກໍດິ່ງລົງເປັນສອງເທົ່າເຊັ່ນກັນ ຈຶ່ງເໝາະສົມກັບຜູ້ທີ່ເຮັດວຽກສາຍຂາວ, ບໍ່ເໝາະກັບສີເທົາ ແລະ ສີດໍາ ມີວາຈາສັກສິດ ເວົ້າແລ້ວເກີດຂຶ້ນຈິງດັ່ງປາກເວົ້າ ກ່າວສິ່ງໃດແລ້ວມັກເກີດຂຶ້ນຈິງ ເລກຄູ່ 99 ມີພະລັງທີ່ສາມາດດຶງດູດແຕ່ສິ່ງດີໆເຂົ້າມາສູ່ຊີວິດສະເໝີ ມີແຕ່ໂຊກດີ ມີກຳລັງຈິດໜັກແໜ້ນ ໝັ້ນໃຈໃນຕົນເອງ ມີດວງແຂງແຄ້ວຄາດປອດໄພສະເໝີ ການງານກໍກ້າວໜ້າ ອາດຈະໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ “ເລກນີ້ປະສົບຄວາມສຳເລັດດີ ມີໂຊກດີ ເຮັງ ມາພ້ອມດວງ” ເລກນີ້ປຽບເໝືອນເລກຄູ່ມຸງຄຸນມະຫາມຸງຄຸນ ລວມຄວາມເຮັງ ສະສົມບຸນມາຫຼາຍ ສະສົມບາລະມີມາຫຼາຍ ຈຶ່ງຈະມີໂອກາດໄດ້ໃຊ້ງານ
ຄວາມໝາຍຄູ່ເລກຊຸດທີ 6
ຜູ້ໃຊ້ເລກນີ້ຊີວິດມັກປະສົບຄວາມສຳເລັດ ມີໄຊຊະນະໃນການແຂ່ງຂັນຕ່າງໆ ດວງເຮັງດ້ານການແຂ່ງຂັນ ມັກແຂ່ງຂັນສອບເຂົ້າ ນັກກິລາແຂ່ງຂັນຫຍັງມັກໄດ້ໄຊຊະນະ ຄ່ອງແຄ່ວວ່ອງໄວ ເຮັດຫຍັງກໍ່ໄວ ຄິດໄວເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ມີຄວາມໄຝ່ຮູ້ໃນເລື່ອງເທັກໂນໂລຢີ ແລະ ສາດລຶກລັບບູຮານ ເລື່ອງທີ່ອະທິບາຍຍາກເໜືອທໍາມະຊາດ ມີເຊັ້ນສ໌ມີລາງສັງຫອນແມ່ນຍໍາ ມີວັດຖຸມົງຄຸນໄວ້ຄຸ້ມຕົວ ມີລາບລອຍ ມີຄວາມຂະຫຍັນໝັ່ນພຽນ ສູ້ວຽກ ເຮັດວຽກເກັ່ງ ວ່ອງໄວ ທັນສະໄໝ ເໝາະສໍາລັບຄົນໄວເຮັດວຽກ ຫຼື ຄົນທີ່ມີຄວາມຊ້າ ແລະ ຢາກຈະກະຕືລືລົ້ນຫຼາຍຍິ່ງຂຶ້ນ ສຸຂະພາບຮໍໂມນເພດແຂງແຮງ ຖ້າເປັນຄົນສູງອາຍຸໃຊ້ຈະມີຄວາມກະສັບກະເສງ, ຄ່ອງແຄ່ວວ່ອງໄວ, ເປັນເລກດີເໝາະສົມ. ເໝາະກັບວຽກກ່ຽວກັບລົດ, ຍານພາຫະນະ, ນັກກິລາ, ນັກແຂ່ງ, ໂຮງງານອາໄຫຼ່ລົດ ແລະຄົນທີ່ຕ້ອງການຄວາມຄ່ອງແຄ່ວ, ແລະອື່ນໆ
ຄວາມໝາຍຄູ່ເລກຊຸດທີ 7 ⚠️
ຜູ້ໃຊ້ເລກນີ້ເປັນຄົນກ້າໄດ້ກ້າເສຍ ຂະຫຍັນຂັນແຂງ ທັງຮ່າງກາຍແລະຈິດໃຈ ຈັດຢູ່ໃນກຸ່ມມັກໃຊ້ກຳລັງເຮັດຫຍັງກໍໄວ ເປັນຄົນສຽງດັງຟັງແຈ້ງ ຂຶງຂັງ ຈິງຈັງຄືກັບນັກເລງ ມີພອນສະຫວັນການເຮັດວຽກໄດ້ດີຫລາຍ ເປັນຄົນທີ່ຄິດແລະລົງມືເຮັດທັນທີ ຊີວິດມັກຕ້ອງໃຊ້ຍາດເຫື່ອເພື່ອແລກມາ ເຊີ່ງຄວາມສຳເລັດ ເປັນຄົນມີຄວາມອົດທົນ ການເງິນດີ ຖ້າຄິດຈະໃຊ້ເລກນີ້ເພື່ອເຮັດທຸລະກິດ ໃຫ້ຮອດຈຸດມຸ່ງຫມາຍແບບໄວທັນໃຈ ໃຊ້ໄດ້ ແຕ່ຄວນລະວັງ ເລື່ອງອາລົມໃຫ້ຫລາຍໆ ດ້ານຄວາມຮັກຖືວ່າເປັນຄົນທຸ່ມເທແລະຊື່ສັດ ຕໍ່ຄວາມຮູ້ສຶກແຕ່ຂ້ອນຂ້າງສູງ ຄວນເສີມດ້ວຍເລກສະຕິໄວ້ໃນເບີ ເພື່ອຈະໄດ້ໄຕ່ຕອງ ທຸກຢ່າງໃຫ້ຮອບຄອບ ຂໍ້ດີຂອງການໃຊ້ເລກນີ້ ໃນການເຮັດທຸລະກິດຄືຄວາມຂະຫຍັນຫມັ່ນພຽນ ກ້າໄດ້ກ້າເສຍ ຮັກບໍລິວານລູກນ້ອງ ຄູ່ເລກແຫ່ງອາລົມຮ້ອນ 33 ເປັນເລກພະລັງງານສູງ ຂາລຸຍ ອາລົມປຽບເປັນນັກຮົບ ມີພະລະກໍາລັງຫຼວງຫຼາຍ ຂີ້ຫງຸດຫງິດ ໃຈຮ້ອນໃຈໄວ ແຂງແກ່ນທັງທາງຮ່າງກາຍ ແລະ ຈິດໃຈທໍລະຫົດອົດທົນ ບໍ່ເວົ້າຫຼາຍແຕ່ລົງມືເຮັດເລີຍ ໃຈໄວ ຂາດຄວາມຮອບຄອບຢ່າງຫຼາຍ ກ້າໄດ້ກ້າເສຍ ມຸທະລຸ ຄຽດງ່າຍຫາຍໄວ ເອົາໃຈບໍ່ຖືກ ເວົ້າຕົງ ຄໍາເວົ້າບໍ່ມີສະເໜ່ ຈິງຈັງກັບຄໍາເວົ້າ ເປັນຄົນຈິງໃຈ ຂະຫຍັນເອົາການເອົາງານ ຮັກໃຜຮັກຈິງ ຖ້າເປັນຊາຍໃຊ້ກໍປຽບດັ່ງນັກຮົບ ຖ້າຍິງໃຊ້ກໍອອກກ້າວແກ່ນຫ້າວໆ ເລກນີ້ເໝາະກັບວຽກຊ່າງ ນັກກິລາ ວຽກຝີມືທີ່ລົງມືເຮັດ ເລກນີ້ເຖິງແມ່ນເປັນເລກບໍ່ດີດ້ານອາລົມແຕ່ຖ້າເປັນບຸກຄົນມີພອນສະຫວັນກໍ່ເກັ່ງຈົນຫາຕົວຈັບໄດ້ຍາກຫຼາຍ ທຸລະກິດຫຼືອາຊີບທີ່ເຫມາະສົມໄດ້ແກ່ ຄອມພິວເຕີ ທະຫານ ຕຳຫລວດ ນັກກິລາທຸກປະເພດ ແລະ ແພດໝໍ (ຄູ່ເລກເສຍ ຫຼື ບໍ່ດີ ຄວນປ່ຽນ)
ໝາຍເຫດ: ເບີນີ້ບໍ່ຈັດເປັນເບີມຸງຄຸນ ເພາະມີຄູ່ເລກເສຍຢູ່ນຳ ທຳນາຍຕາມສາດພະລັງຕົວເລກສາດໄທ ແລະ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.