ລະບົບທຳນາຍເບີໂທລະສັບ
ຜົນການວິເຄາະທຳນາຍເບີ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ຜູ້ໃຊ້ຮູ້ເທົ່າທັນຄົນ ໃຈບຸນ ມັກຊ່ວຍເຫຼືອຜູ້ອື່ນ ມີຄວາມອົບອຸ່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ ເປັນຄົນເບິ່ງໂລກໃນແງ່ດີ ມີຄວາມໂອບອ້ອມອາລີ ມີເມດຕາ ມັກຊ່ວຍເຫຼືອຄົນຕົກທຸກໄດ້ຍາກ ມັກສັງຄົມ ມີນິໄສໃຈດີ ໃຈເຢັນ ມີເມດຕາ ສະຕິປັນຍາດີ ມີເຫດຜົນ ອົບອຸ່ນຈິງໃຈ ມີໝັ້ນໃຈ ແລະ ກ້າຕັດສິນໃຈ ເບິ່ງແຍງບໍລິວານເກັ່ງ ໃຈກວ້າງໃຈເຖິງ ເວລາຊ່ວຍໃຜມັກຈະຊ່ວຍເຕັມທີ່ ເປັນຄົນໃຈຄໍກວ້າງຂວາງ ຕົງໄປຕົງມາ ເປີດເຜີຍ ຮັກອິດສະຫຼະ
ການງານ
ຈະສົ່ງຜົນໃຫ້ ຊະຕາຊີວິດສົດໃສ ການງານກ້າວໜ້າ ເຮັດສິ່ງໃດກໍຈະເລີນງອກງາມ ຊີວິດປະສົບຜົນສໍາເລັດໂດຍໄວ ແລະ ງ່າຍດາຍກວ່າຄົນອື່ນ ມີຄວາມຮູ້ຄວາມສາມາດໃນການຈັດການບັນຫາທຸກຢ່າງໄດ້ຢ່າງລົງຕົວ ຫາຜົນປະໂຫຍດໄດ້ຢ່າງແນບນຽນ ທັນຄົນ ບໍ່ເສຍຮູ້ໃຜ ພັດທະນາຕົນເອງຢູ່ສະເໝີ ທະເຍີທະຍານ ມີການວາງແຜນຊີວິດທຸກຢ່າງຢ່າງເປັນລະບົບ ແລະ ມີແບບແຜນຊັດເຈນ ເປັນຄົນສະຫຼາດ ໄຝ່ຮຽນຮູ້ໃຫ້ຕົນເອງມີຄວາມຮູ້ ການງານການຮຽນເປັນເລີດ ສະມາທິດີ ມີສະຕິໃນການເຮັດວຽກ ຜົນງານຈຶ່ງອອກມາດີ ຜູ້ໃຫຍ່ສົ່ງເສີມດີຫຼາຍ ຖະໜັດຫາຊ່ອງທາງທຳມາຫາກິນ ຊີວິດວຽກງານມີຄວາມຈະເລີນກ້າວໜ້າດີຂຶ້ນເລື້ອຍໆ ລູກນ້ອງຈະເຄົາລົບ ແລະ ຍຳເກງໃນບາລະມີ ວຽກງານຈະເລີນກ້າວໜ້າ ເລື່ອນຂັ້ນເລື່ອນຕໍາແໜ່ງໄວ ເຈົ້ານາຍເຫັນຜົນງານ ມີຄວາມມຸ່ງໝັ້ນຂະຫຍັນຫາລາຍໄດ້ຫາວຽກ ຂະຫຍັນທຳມາຫາກິນ ມີຫຼັກເກນແບບແຜນຂອງຕົນເອງຢ່າງຊັດເຈນ ເປັນຄົນສູ້ວຽກ
ການເງິນ
ຈະສົ່ງຜົນໃຫ້ ຊີວິດປະສົບຜົນສໍາເລັດຢ່າງໝັ້ນຄົງ ສະຫຼາດໃນທາງທຳມາຫາກິນ ສາມາດສ້າງລາຍໄດ້ຫຼາຍທາງພ້ອມກັນ ເງິນທອງບໍ່ຂາດມື ຊີວິດສຸກສະບາຍ ບໍ່ມີວັນອຶດຕາຍ ຮູ້ຈັກໃຊ້ຈ່າຍ ຄິດວິເຄາະການໃຊ້ເງິນຢ່າງເປັນລະບົບລະບຽບ ວາງແຜນການໃຊ້ເງິນໄດ້ເປັນຢ່າງດີ ເກັບເງິນເກັ່ງ ເຂົ້າໃຈວາງແຜນຊີວິດ ຮູ້ຈັກພໍປະມານພໍພຽງ ໃຊ້ສະຕິໃນການດຳເນີນຊີວິດ ບໍ່ຟຸມເຟືອຍ ຮູ້ຈັກເກັບອົດອອມ ມີຖານະຄວາມເປັນຢູ່ໝັ້ນຄົງ ມີຄວາມໝັ້ນຄົງທາງການເງິນຈາກການສະໜັບສະໜູນຂອງຜູ້ໃຫຍ່ ຮູ້ຊ່ອງທາງທຳມາຫາກິນ ຢິບຈັບຫຍັງກໍເປັນເງິນເປັນຄຳ ມີຄາລົມເຈລະຈາດີໃນການຫາເງິນ
ຄວາມຮັກ
ຈະສົ່ງຜົນໃຫ້ ໄດ້ຮັບຄວາມເມດຕາຈາກຜູ້ໃຫຍ່ຢູ່ເລື້ອຍໆ ມີຜູ້ອຸປະຖໍາບໍ່ຂາດ ຄວາມຮັກສົມຫວັງ ສົດຊື່ນ ມັກຈະເລືອກຄູ່ຄອງທີ່ມີໜ້າທີ່ການງານ ແລະ ຖານະການເງິນທີ່ດີ ເນັ້ນຄູ່ຄອງທີ່ໝັ້ນຄົງດູແລໄດ້ ມີຜູ້ໃຫຍ່ອຸປະຖໍາ ຊະຕາຊີວິດສົດໃສລຸ້ງໂລດ ໃຈເຢັນຕໍ່ຄູ່ຄອງ ໃຫ້ໄດ້ຮັບອະພິສິດ ແລະ ການອຸປະຖໍາຈາກຜູ້ໃຫຍ່ຢູ່ສະເໝີ
ໂຊກລາບ
ຈະສົ່ງຜົນໃຫ້ ມີໂຊກລາບແບບບໍ່ຄາດຄິດເຂົ້າມາສະເໝີ ບາງຄົນຄືມີເທບຄຸ້ມຄອງ ຖ້າປະຕິບັດທໍາຈະມີສະມາທິຊັ້ນສູງໄດ້ງ່າຍ ເຮັດບຸນເລື້ອຍໆ ຈະມີໂຊກລາບແບບບໍ່ຄາດຝັນເລື້ອຍໆ ມີໂຊກຈາກການສະໜັບສະໜູນ ແລະ ໂອກາດທາງການງານ
💡 ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກແຫ່ງຄວາມໂຊກດີ ດາວພະຫັດ ເລກ5 ດາວແຫ່ງຄວາມເປັນຄູ ຄວາມຮູ້ ສິນລະປະວິທະຍາການ ເມື່ອໂຄຈອນມາຢູ່ກັບດາວພະເກດ ເລກ9 ດາວສິ່ງສັກສິດ ດາວລຶກລັບ ດາວມະຫັດສະຈັນ ດາວປ່ຽນຮ້າຍກາຍເປັນດີ ແລະ ເຮັດໃຫ້ດີເພີ່ມທະວີຄູນ ເປັນຄົນມີຄວາມສະຫຼາດສະຫຼຽວ ທັນຄົນ ມີຈິດໃຈເຢືອກເຢັນ ມີສະຕິມີປັນຍາ ມີຄວາມກ້າວໜ້າໃນຊີວິດ ແລະ ການງານ ມີຄວາມສາມາດພິເສດ ຮູ້ສິ່ງໃດແລ້ວຮູ້ຈິງເຖິງແກ່ນແທ້ ຮູ້ເລິກຮູ້ຮອບ ເມື່ອໃຊ້ໄປເປັນເວລາຍາວນານ ມັກໄດ້ເປັນນັກປາດເມທີ ຜູ້ມີຄວາມຮູ້ ຄວາມສາມາດໃຫ້ຄວາມນັບຖື ຈິດໃຈໜັກນິ້ງ ໝັ້ນຄົງ ສຸຂຸມ ເຢືອກເຢັນ ຕັ້ງໝັ້ນ ແລະ ມີສະມາທິ ເປັນຜູ້ມີສໍານຶກລະອຽດອ່ອນ ມີເຊັ້ນສ໌, ມີລາງສັງຫອນແມ້ນຍໍາ ເປັນຄົນຈິດໃຈດີ ໂອບອ້ອມອາລີ ມີນໍ້າໃຈງົດງາມ ມີຄວາມຖະໜັດ ແລະ ສົນໃຈໃນເລື່ອງໂຫລາສາດ ປັດຊະຍາ ສາສະໜາ ພິທີກໍາ ແລະ ໃນມູມໜຶ່ງຂອງຊີວິດກໍເປັນຄົນຫົວກ້າວໜ້າ ທັນເທັກໂນໂລຢີ ນໍາສະໄໝ ມີເກນໄດ້ເດີນທາງໄກ ໄປຕ່າງປະເທດ ຫຼື ຄົບຄ້າສະມາຄົມກັບຕ່າງປະເທດ ຫຼື ໝູ່ເພື່ອນຕ່າງຖິ່ນຕ່າງທີ່ ເຂົ້າກັບຜູ້ອື່ນໄດ້ງ່າຍ ດ້ວຍຄວາມມີນໍ້າໃຈ ເປັນຜູ້ໃຫ້ ເປັນຜູ້ເສຍສະຫຼະ ມີແຕ່ຄົນຮັກ ມີແຕ່ຄົນຊື່ນຊົມນັບໜ້າຖືຕາ ເຂົ້າຫາຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ກໍເມດຕາອຸປະຖໍາຄໍ້າຊູເບິ່ງແຍງດີຫຼາຍ ເມື່ອເດີນທາງໄກມັກຈະມີໂຊກ ເດີນທາງໄກ ໄປຕ່າງທີ່ແລ້ວຈະໄດ້ດີ ມີໂຊກລາບລອຍມາແບບແປກໆ ພົບເຈີສິ່ງດີງາມມະຫັດສະຈັນໃນຊີວິດ ໄດ້ພົບເຈີຄູບາອາຈານທີ່ດີ ແລະ ເປັນຜູ້ທໍາບຸນແລ້ວເຫັນຜົນໄວທັນຕາ ວາດສະໜາດີ ດວງດີ ລວມເຖິງສຸກກາຍສຸຂະພາບໃຈດີແຂງແຮງອີກດ້ວຍ ໃຊ້ໄດ້ທຸກເພດທຸກໄວ ຄູ, ໝໍ, ແພດໝໍ ພະຍາບານ, ລາດຊະການໃຊ້ໄດ້ດີ ນັກຮຽນນັກສຶກສາຄວນໃຊ້ໃຫ້ຫຼຸດຄວາມຄຶກຄະນອງ ແລະ ມີເຫດຜົນໃນການໃຊ້ຊີວິດຫຼາຍຂຶ້ນ ໄຕ່ຕອງຫຼາຍຂຶ້ນ ພຣະ ຄູບາ ຫຼື ຜູ້ປະຕິບັດທໍາ ຄົນທໍາບຸນກໍຄວນໃຊ້ ແລະ ເໝາະສົມ ພໍ່ຄ້າ ແມ່ຄ້າ ນັກລົງທຶນກໍໃຊ້ໄດ້ດີຫຼາຍ ມີໂຊກເຮັງຕະຫຼອດ ພຽງແຕ່ຈັດຕໍາແໜ່ງໃຫ້ຖືກຕ້ອງ ທີ່ສໍາຄັນເໝາະກັບພໍ່ແມ່ຂອງເຮົາ ຄົນໄວກະສຽນໄວເຊົາເຮັດວຽກແລ້ວ ຫຼື ຜູ້ສູງອາຍຸ ເບີນີ້ກ່ຽວໃນເລື່ອງຂອງຄວາມໃຈເຢັນ ມີເຫດຜົນ ທີ່ສໍາຄັນຄືເຂົ້າວັດປະຕິບັດທໍາ ບໍ່ໂວຍວາຍດ່າລູກຫຼານ ໃຈເຢັນ ລວມເຖິງມີສຸຂະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນຄົນແກ່ປາກຈັດ ເບີນີ້ໂດຍພາບລວມແລ້ວຈຶ່ງເປັນເລກດີຫຼາຍ ມີພະລັງງານດ້ານໂຊກຫຼາຍ ຫຍັງດີໆ ເຮັງໆ ຈະເຂົ້າມາໃນຊີວິດຫຼາຍຂຶ້ນເລື້ອຍໆ ໃນໄລຍະທີ່ຍັງໃຊ້ເບີນີ້ເປັນປະຈໍາ ຊີວິດມີການກ້າວໜ້າພັດທະນາຕົນເອງຢູ່ສະເໝີ ມີປັນຍາລະອຽດເລິກເຊິ່ງ ເມື່ອສຶກສາສິ່ງໃດມັກລົງເລິກເຖິງແກ່ນແທ້ ທໍາບຸນເຫັນຜົນໄວທັນຕາ ສຸຂະພາບແຂງແຮງທັງກາຍ ແລະ ໃຈ ບັ້ນປາຍຊີວິດຈະສຶກສາທໍາສະແຫວງຫາຄວາມວິນເວກຫຼຸດພົ້ນສັດຈະທໍາຂອງຊີວິດ
ຄວາມໝາຍຄູ່ເລກຊຸດທີ 2
ຄູ່ເລກ 56/65 "ເປັນຄູ່ເລກພະລັງແຫ່ງປັນຍາ ແລະ ໂຊກລາບ" ຄູ່ເລກແຫ່ງ "ວາດສະໜາບາລະມີ" ແລະ "ວາດສະໜາແຫ່ງຄວາມໂຊກດີ" ວາດສະໜາດີ ເຮັດການງານສິ່ງໃດກໍມັກຈະປະສົບຜົນສໍາເລັດ ເປັນການລວມຂອງດວງປັນຍາແລະດາວການເງິນຄວາມສຸກ ມາໄວ້ດ້ວຍກັນ ເປັນຄູ່ທີ່ສົ່ງເສີມສົ່ງຜົນໃຫ້ຊີວິດມີແຕ່ຄວາມສຸກສະບາຍ ສໍາເລັດໄວ ສໍາເລັດງ່າຍ ເຮັດກິດຈະການງານໃດໆກໍເຮັດສໍາເລັດລຸລ່ວງໄປດ້ວຍດີ ເຖິງແມ່ນຈະໃຊ້ໃນໄວຮຽນກໍໄດ້ຮັບໂອກາດດີຫຼາຍຈາກທຸກທິດທາງ ຈະໃຊໄວສູງອາຍຸກໍມີແຕ່ຄວາມອຸດົມສົມບູນ ດ້ວຍພະລັງງານຂອງດາວພະຫັດແລະດາວສຸກ ສົ່ງຜົນໃຫ້ມີສະຕິມີປັນຍາ ຊີວິດມີຄວາມສຸກສະບາຍ ເຖິງແມ່ນຊີວິດຮັກກໍມັກໄດ້ຄູ່ດີ ມີຄວາມສຸກສົມຫວັງໃນຄວາມຮັກ ໃຜຢູ່ໃກ້ແລ້ວກໍມີຄວາມສຸກ ມີແຕ່ຄົນຮັກ ມີສະເໜ່ໃນຕົວສະຫຼາດທຳມາຫາເງິນ ຫາເງິນເກັ່ງ ເຮັດໄດ້ທຸກອາຊີບ ຈະເຮັດຫຍັງກໍໄດ້ ບໍ່ຕົກຕ່ຳ ບໍ່ອັບຈົນ ມີຜູ້ອຸປະຖໍາຄໍ້າຊູ ອີກທັງຈະມີໂອກາດດີໆເຂົ້າມາໃນຊີວິດຫຼາຍ ມີໂອກາດຈະປະສົບຜົນສໍາເລັດໃນຊີວິດໄວ ກ້າວໜ້າກ້າວໄກ ສະຫຼາດຫຼັກແຫຼມ ອີກທັງຍັງເປັນເລກທີ່ມີໂຊກລາບ ມີຄຸນທໍາໃນຕົນເອງອີກດ້ວຍ ຈຶ່ງຖືວ່າເປັນເລກດີຄວນໃຊ້ຢ່າງຍິ່ງ ມີຄວາມສຸກ ບໍ່ມີຕົກຕ່ຳ ບໍ່ມີອັບຈົນ ເຮັດວຽກໄດ້ທຸກສາຂາອາຊີບ ມີຄວາມຄິດສ້າງສັນ ລົງມືເຮັດຫຍັງສໍາເລັດທັງສິ້ນ ສະຫຼາດໃນທາງທຳມາຫາກິນສາມາດສ້າງລາຍໄດ້ຫຼາຍທາງພ້ອມກັນ ເງິນທອງບໍ່ຂາດມື ຮູ້ເທົ່າທັນຄົນ ໃຈບຸນມັກຊ່ວຍເຫຼືອຜູ້ອື່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ ມີສະເໜ່ນ່າຮັກ ຮູ້ຈັກໃຊ້ຄໍາເວົ້າ ມີໂຊກລາບ ແລະ ໂອກາດທີ່ດີເຂົ້າມາສະເໝີ ມີຜູ້ອຸປະຖໍາບໍ່ຂາດ ຄວາມຮັກສົມຫວັງ ສົດຊື່ນ ຊີວິດມັກປະສົບຜົນສໍາເລັດໂດຍໄວ ມີຄວາມສາມາດຈັດການບັນຫາໄດ້ຢ່າງດີ ແກ້ໄຂບັນຫາເກັ່ງແລະໄວຈັດສັນຜົນປະໂຫຍດໄດ້ລົງຕົວ ປັນຍາຫຼັກແຫຼມ ປະສານງານທຸກຢ່າງໄດ້ຢ່າງດີ ມີປັນຍາເລິກເຊິ່ງ ລວຍແລະມີຄວາມສຸກ ສາມາດເຂົ້າໃຈທັງທາງໂລກ ແລະ ທາງທໍາ ຖືເປັນເລກໂຊກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 3
ຄູ່ເລກຍອດນັກວາງແຜນ ເປັນຄູ່ເລກຂອງນັກບໍລິຫານ ຜູ້ໃຊ້ວິໄສທັດດີຫຼາຍ ລະອຽດຮອບຄອບ ມອງການໄກ,ວາງແຜນໄລຍະຍາວເກັ່ງ ລະມັດລະວັງຕົນເອງດີ ບໍ່ຖືກໃຜຕົວະງ່າຍໆ ບໍ່ໄວ້ໃຈໃຜງ່າຍໆ ມີຄວາມທະເຍີທະຍານມຸ່ງໝັ້ນໃນການຫາລາຍໄດ້ ເລກນີ້ຈຶ່ງເດັ່ນໃນເລື່ອງຂອງການເງິນຫຼາຍ ມີຄົນຊ່ວຍເຫຼືອການງານດີ ວາງແຜນພັດທະນາຕົນເອງຢ່າງເປັນຂັ້ນຕອນ ໝັ້ນຄົງ ມີແຜນສຳຮອງສະເໝີ ແລະ ມັກເປັນໄປຕາມແຜນທີ່ວາງໄວ້ ຈຶ່ງຈັດວ່າເປັນສຸດຍອດຂອງຄູ່ເລກນັກວາງແຜນ ມີນິໄສມັກຄຳນວນສິ່ງຕ່າງໆ ວ່າຄຸ້ມຄ່າກັບການລົງທຶນຫຼືບໍ່ ຈຶ່ງມີຄຳວ່າຜົນປະໂຫຍດໃນທຸກເລື່ອງ ດ້ວຍຄວາມທີ່ເປັນຄົນລະອຽດຖີ່ຖ້ວນເລືອກຫຼາຍ ທັງເລື່ອງຄວາມຮັກກໍເລືອກຫຼາຍເຊັ່ນກັນ ຖ້າບໍ່ໝັ້ນຄົງ ຈະບໍ່ຕົກລົງປົງໃຈກັບຄົນນັ້ນ ເໝາະຫຼາຍກັບວຽກບັນຊີ-ການເງິນ, ຈັດການເອກະສານ, ນັກກົດໝາຍ, ວຽກນະໂຍບາຍ, ວຽກວາງແຜນ, ວຽກນັກບໍລິຫານ, ເຈົ້າຂອງກິດຈະການ, ການລົງທຶນຕ່າງໆ
ຄວາມໝາຍຄູ່ເລກຊຸດທີ 4
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກ 55 ໃຈດີມີຄຸນທໍາ ມີສະຕິຮອບຄອບ ປັນຍາດີ "ພະລັງປັນຍາແຫ່ງຄວາມເຢັນ ຈິງໃຈ ແລະ ອົບອຸ່ນ" ຄູ່ນີ້ໜູນນໍາໃຫ້ປາດເປື້ອງເລືອງຊື່ ມີປັນຍາພາຕົນສຶກສາຫາຄວາມຮູ້ ຈຶ່ງມີຊີວິດທີ່ລຸ່ງໂລດສົດໃສ ເຮັດສິ່ງໃດມີແຕ່ຄວາມຈະເລີນກ້າວໜ້າຫຼາຍຂຶ້ນ ມີນິໄສໃຈດີ ມີຜູ້ໃຫຍ່ອຸປະຖໍາ ມີຄຸນທໍາປະຈໍາໃຈ ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າໃນຊີວິດ ມີມາດດີ ເບິ່ງໜ້າເຊື່ອຖື ມີຄວາມສຸຂຸມສຸພາບຮຽບຮ້ອຍ ບໍ່ລຸ່ມລ່າມ ບຸກຄະລິກພາບເບິ່ງດີມີພູມຖານ ໜ້າເຊື່ອຖື ດາວພະຫັດສົ່ງຜົນໃຫ້ໃຈເຢັນ ໃຈດີ ໃຈສະບາຍ ມີຈິດໃຈໂອບອ້ອມອາລີ ມີເມດຕາ ມີລັກສະນະດີ ເຄດິດດີ ຄົບຫາກັບຜູ້ໃຫຍ່ ຜູ້ມີຄວາມຮູ້ ຄວາມດີ ເປັນທີ່ໜ້າໄວ້ວາງໃຈ ມີຄົນເຊື່ອຖື ມັກນໍາພາໃຫ້ຊີວິດ ເປັນໃຫຍ່ເປັນໂຕ ໃນໜ້າທີ່ການງານ ມີຄວາມຮູ້ດີຫຼາຍ ສະຕິປັນຍາດີສຽບແຫຼມ ມີໂອກາດໄດ້ເຮັດບຸນເພີ່ມກຸສົນເລື້ອຍໆ ສົນໃຈໃນການສຶກສາດ້ານຕ່າງໆ ຊອບໃນເລື່ອງໂຫລາສາດ ສາສະໜາ ປັດຊະຍາ ບໍ່ມັກລົບກວນຜູ້ອື່ນ ເປັນຄົນມີມາລະຍາດ, ຮູ້ຈັກຄິດ ມີເຫດມີຜົນ ຮັກຄວາມຖືກຕ້ອງ ຈິງໃຈ ຊື່ສັດ ມີເມດຕາຊ່ວຍເຫຼືອຜູ້ອື່ນ ມີຄວາມສະຫງົບສຸກໃນຊີວິດ ຮູ້ຈັກຄິດ ຮູ້ຈັກວາງ ມີຄວາມສຸກໃນຊີວິດ ເປັນເລກດີ ໃຈເຢັນ ມີສະຕິ ມີເຫດມີຜົນ ຄົນທີ່ໃຈຮ້ອນ ຫຼືຂາດຄວາມຢັບຢັ້ງຄິດໃນຊີວິດຄວນໃຊ້ເປັນຢ່າງຫຼາຍ ເໝາະສົມກັບສາມີທີ່ເຈົ້າຊູ້ ຫຼື ດັບຄວາມເຈົ້າຊູ້ລົງໄດ້ດ້ວຍ ແລະ ຕ້ອງເບິ່ງບໍລິບົດເລກອື່ນໆໃຫ້ດີຄູ່ກັນ
ຄວາມໝາຍຄູ່ເລກຊຸດທີ 6
ຄູ່ແຫ່ງການເລື່ອນຂັ້ນ 35 53 ຄູ່ເລກສົມພົນ ເລກນີ້ເປັນຄູ່ພະລັງງານທີ່ມີອໍານາດ ວາດສະໜາເດັ່ນດັງ ເຂັ້ມແຂງທັງກາຍ ແລະ ໃຈ ມີບາລະມີ ມີລາສີ ມີຄວາມເປັນຜູ້ນໍາ ວຽກງານຈະເລີນກ້າວໜ້າ ເສັ້ນໃຫຍ່ ມີແບັກດີ ມີຄົນໜູນຫຼັງ ມີຜູ້ໃຫຍ່ໜູນດີ ມີສາຍສໍາພັນດີ ເຮັດວຽກອັນໃດມັກເຂົ້າຕາຜູ້ໃຫຍ່ສະເໝີ ຈຶ່ງເປັນເຫດໃຫ້ໄດ້ຮັບອະພິສິດກ່ອນຄົນອື່ນ ສາຍສໍາພັນດີ ນາຍຮັກ ຮັກເພື່ອນຝູງ ທັງຍັງສົ່ງຜົນໃຫ້ຜູ້ໃຊ້ມີຄວາມຂະຫຍັນໝັ່ນພຽນ ໂດດເດັ່ນ ມີມາດຂຶມ ເປັນຕົວຂອງຕົນເອງ ອອກຄໍາສັ່ງລູກນ້ອງໄດ້ ໝັ້ນໃຈໃນຕົນເອງ ລູກນ້ອງເຄົາລົບຍຳເກງເຊື່ອຟັງ ເລກນີ້ເໝາະສົມສໍາລັບຄົນທີ່ຕ້ອງການຄວາມເດັດຂາດ ສຽບຄົມ ຄວາມກ້າໃນການຕັດສິນໃຈ ຄົນທີ່ໂລເລຄວນຫາເລກນີ້ມາໃຊ້ງານ ແລະ ເໝາະສົມຢ່າງຍິ່ງກັບວຽກຂ້າລາດຊະການ, ທະຫານ, ຕໍາຫຼວດ, ເຈົ້າຂອງກິດຈະການ, ຜູ້ບໍລິຫານ, ວິສະວະກອນ, ຫົວໜ້າໜ່ວຍງານຕ່າງໆ, ຜູ້ທີ່ມີລູກນ້ອງ, ສະຖາປະນິກ, ຂາຍລົດຍົນ, ວຽກກ່ຽວກັບຍານພາຫະນະ, ນັກວິຊາການ
ຄວາມໝາຍຄູ່ເລກຊຸດທີ 7
ເປັນຄູ່ເລກມະຫາສະເໜ່ ເລກທີ່ບາງຕຳລາຍອມຮັບ ແລະ ບາງຕຳລາບໍ່ຮັບ ວ່າເປັນຄູ່ມຸງຄຸນ ສະນັ້ນເລກຄູ່ນີ້ຕ້ອງອາໄສການຈັດລຽງຕຳແແໜ່ງທີ່ດີຈຶ່ງເກີດປະໂຫຍດທາງໂລກ ເນັ້ນສະເໜ່ເມດຕາ ສໍາລັບບາງອາຊີບ ບາງຄົນທີ່ຄວນໃຊ້ເທົ່ານັ້ນ ເນື່ອງຈາກເປັນເລກທີ່ສະເໜ່ແຮງຫຼາຍ ຈຶ່ງມີຂໍ້ຈຳກັດໃນການໃຊ້ ຄ້າຂາຍດີຫຼາຍ ມີສະເໜ່ຢ່າງມະຫາສານ ມີພະລັງດຶງດູດ ເມື່ອເລກ 2 ຄື ດວງຈັນ ກັບ ເລກ 3 ຄື ດາວອັງຄານ ມາຮວມຕົວຫັນ ກາຍເປັນເລກ "ສະເໜ່ເລົ້າຮ້ອນຊວນຫຼົງໄຫຼ" "ມະຫາສະເໜ່ ດັ່ງຕ້ອງມົນນໍ້າມັນພາຍ" ໃຜເຫັນເປັນຕ້ອງຫຼຽວຫຼັງ. ຍິ່ງໄດ້ເວົ້າລົມກັບເຈົ້າຂອງເລກ 23 32 ຈະຍິ່ງຕິດໃຈໃນລູກຫຼິ້ນ ໃນຄາລົມຄົມຄາຍ ປັບຕົວເຂົ້າກັບຄົນອ້ອມຂ້າງໄດ້ງ່າຍຫຼາຍ ມະນຸດສຳພັນດີເລີດ ເຮັດໃຫ້ເປັນຈຸດເດັ່ນ ເປັນທີ່ສົນໃຈຂອງຄົນທີ່ໄດ້ພົບເຈີໄດ້ສະເໝີ ເຊັ່ນ: ອາຊີບດາລານັກສະແດງ ບລັອກເກີ ເພາະສະນັ້ນ ຄົນທີ່ມີບຸກຄະລິກເຊັ່ນນີ້ ຈຶ່ງເປັນທີ່ຊື່ນຊອບຂອງຄົນທົ່ວໄປ ທັງຮູບຮ່າງໜ້າຕາ, ທ່າທາງ, ການເວົ້າການຈາ, ເບິ່ງແລ້ວດີມີສະເໜ່ ໃຊ້ຊີວິດຕິດຄວາມຫູຫຼາ, ເປັນສະເໜ່ດຶງດູດແກ່ຄົນອ້ອມຂ້າງຫຼາຍຫຼັກແຫຼມສະຫຼາດໃນການເຮັດວຽກ ຫາເງິນຄຳເກັ່ງຫຼາຍ ເປັນຄົນເປີດເຜີຍຈິງໃຈ ຂະຫຍັນ ມັກລຸຍ ແກ້ໄຂວຽກສະເພາະໜ້າເກັ່ງ ມີໄຫວພິບດີ ສາມາດເຮັດວຽກໄດ້ຢ່າງສຳເລັດໂດຍງ່າຍບໍ່ຕ້ອງອອກແຮງ (ແຕ່ຖ້າເລກ 23 32 ວາງຕິດເລກເສຍ ຄວາມໝາຍຈະປ່ຽນທັນທີ ສົ່ງຜົນດ້ານລົບ ເຊັ່ນ: ຫວັ່ນໄຫວງ່າຍ, ບໍ່ແນ່ນອນທາງອາລົມ ແລະ ການຕັດສິນໃຈ ຈະມີບັນຫາຄວາມຮັກເພາະສະເໜ່ແຮງຫຼາຍໄປ ມີຮັກຊ້ອນຊ່ອນເງື່ອນ, ຄວາມຮັກຊ້ອນ, ມີກິກ, ມືທີ່ສາມ ທັງຕົນເອງ ແລະ ຄູ່ຄອງ ຜິດສິນທຳໄດ້ງ່າຍ ຕົກຕ່ຳເພາະກາມ ຫ້າມໃຈຕົນເອງບໍ່ໄດ້ ມີຂ່າວເສຍຫາຍເລື່ອງເພດກົງກັນຂ້າມ ຄວນວາງເລກແຮງໆແບບນີ້ໃຫ້ຖືກຕຳແໜ່ງ ແລະ ຫ້າມຕິດເລກເສຍ)
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.