ລະບົບທຳນາຍເບີໂທລະສັບ
ຜົນການວິເຄາະທຳນາຍເບີ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ ຜູ້ໃຊ້ຮູ້ເທົ່າທັນຄົນ ໃຈບຸນ ມັກຊ່ວຍເຫຼືອຜູ້ອື່ນ ມີຄວາມອົບອຸ່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ ເປັນຄົນເບິ່ງໂລກໃນແງ່ດີ ມີຄວາມໂອບອ້ອມອາລີ ມີເມດຕາ ມັກຊ່ວຍເຫຼືອຄົນຕົກທຸກໄດ້ຍາກ ມັກສັງຄົມ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່ ຜູ້ໃຊ້ມີບຸກຄະລິກເປັນຜູ້ໃຫຍ່ ເວົ້າຈາມີເຫດຜົນ ຟັງເບິ່ງໜ້າເຊື່ອຖື ຜູ້ໃຊ້ມີຄວາມໜ້າຮັກອ່ອນຫວານ ຊ່າງເຈລະຈາ ໃຈດີ ເອື້ອເຟື້ອ ມະນຸດສຳພັນດີ ມັກເຂົ້າສັງຄົມ
ການງານ
ຈະສົ່ງຜົນໃຫ້ ມັກຄ້າຂາຍຂອງຫຼູຫລາ ລາຄາແພງໄດ້ດີ ຊີວິດປະສົບຜົນສໍາເລັດໂດຍໄວ ແລະ ງ່າຍດາຍກວ່າຄົນອື່ນ ມີຄວາມຮູ້ຄວາມສາມາດໃນການຈັດການບັນຫາທຸກຢ່າງໄດ້ຢ່າງລົງຕົວ ຫາຜົນປະໂຫຍດໄດ້ຢ່າງແນບນຽນ ເປັນຄົນສະຫຼາດ ໄຝ່ຮຽນຮູ້ໃຫ້ຕົນເອງມີຄວາມຮູ້ ການງານການຮຽນເປັນເລີດ ສະມາທິດີ ມີສະຕິໃນການເຮັດວຽກ ຜົນງານຈຶ່ງອອກມາດີ ຜູ້ໃຫຍ່ສົ່ງເສີມດີຫຼາຍ ຖະໜັດຫາຊ່ອງທາງທຳມາຫາກິນ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ຊະຕາຊີວິດສົດໃສ ການງານກ້າວໜ້າ ເຮັດສິ່ງໃດກໍຈະເລີນງອກງາມ ສະຫຼາດສະຫຼຽວຮອບຮູ້ ສະຕິປັນຍາດີ ສຸຂຸມຮອບຄອບ ຮຽນຮູ້ໄວ ຂະຫຍັນຫາຄວາມຮູ້ໃສ່ຕົນເອງເພີ່ມເຕີມຢູ່ສະເໝີ ມີໂຊກໃນດ້ານວຽກງານດີຫຼາຍ ຍອດນັກເຈລະຈາດີ ຜູ້ຄົນຕ່າງຫຼົງໃຫຼຕິດໃຈໃນການການເຈລະຈາວຽກງານ ການຕິດຕໍ່ປະສານງານດີເລີດ
ການເງິນ
ຈະສົ່ງຜົນໃຫ້ ເງິນຄໍາຫາງ່າຍ ມີກິນມີໃຊ້ຕະຫຼອດບໍ່ຂາດມື ສະຫຼາດໃນທາງທຳມາຫາກິນ ສາມາດສ້າງລາຍໄດ້ຫຼາຍທາງພ້ອມກັນ ເງິນທອງບໍ່ຂາດມື ຊີວິດສຸກສະບາຍ ບໍ່ມີວັນອຶດຕາຍ ເຂົ້າໃຈວາງແຜນຊີວິດ ຮູ້ຈັກພໍປະມານພໍພຽງ ໃຊ້ສະຕິໃນການດຳເນີນຊີວິດ ບໍ່ຟຸມເຟືອຍ ຮູ້ຈັກເກັບອົດອອມ ຊີວິດປະສົບຜົນສໍາເລັດຢ່າງໝັ້ນຄົງ ວາງແຜນບໍລິຫານຈັດການເລື່ອງການເງິນໄດ້ຢ່າງລົງຕົວ ມີປັນຍາແລະຄວາມສະຫຼາດໃນການຫາເງິນ ບໍ່ອຶດຕາຍ ຜູ້ໃຊ້ເວົ້າແລ້ວຄົນເມດຕາ ຫາເງິນຄຳເກັ່ງ ລາຍໄດ້ເຂົ້າຄືດີຫຼາຍ ມັກມີໂຊກກ່ຽວກັບເງິນຄຳ
ຄວາມຮັກ
ຈະສົ່ງຜົນໃຫ້ ເປັນຄົນມີສະເໜ່ໃນຕົວ ມີຜູ້ອຸປະຖໍາບໍ່ຂາດ ຄວາມຮັກສົມຫວັງ ສົດຊື່ນ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ ໄດ້ຮັບຄວາມເມດຕາຈາກຜູ້ໃຫຍ່ຢູ່ເລື້ອຍໆ ຮັກແບບມີສະຕິ ຮັກແບບມີເຫດຜົນ ບໍ່ໃຊ້ອາລົມຢູ່ເໜືອເຫດຜົນ ດັບຄວາມເຈົ້າຊູ້ໄດ້ດີ ຜູ້ໃຫຍ່ເອັນດູ ເປັນທີ່ຮັກຂອງມິດສະຫາຍ ຄວາມຮັກດີ, ຄົນຮັກເອົາອົກເອົາໃຈ ໄດ້ຄູ່ຄອງດີໜ້າຮັກ ເຮັດຫຍັງກໍມີຄົນຄອຍຊ່ວຍເຫຼືອສະເໝີ
ໂຊກລາບ
ຈະສົ່ງຜົນໃຫ້ ມີໂຊກລາບວາດສະໜາດີ ມີໂຊກຟຸກໆ ມີເງິນມີຄໍາເຂົ້າມາບໍ່ຂາດມື ມີໂຊກລາບແບບບໍ່ຄາດຄິດເຂົ້າມາສະເໝີ ບາງຄົນຄືມີເທບຄຸ້ມຄອງ ຖ້າປະຕິບັດທໍາຈະມີສະມາທິຊັ້ນສູງໄດ້ງ່າຍ ມີໂຊກຈາກການໃຊ້ປັນຍາ ແລະ ການສະໜັບສະໜູນ
💡 ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກ 69/96 ເປັນຄູ່ເລກກະແສໃບພັດແຫ່ງການເງິນ ເປັນເລກທີ່ບັນດາຊິນແສໝໍດູຄົນດັງມັກໃຊ້ເສີມໃນເບີໂທລະສັບ ເພື່ອໜູນໃຫ້ເກີດພະລັງງານຢິນ-ຢາງ, ມີພະລັງງານການເງິນໝູນຄ່ອງ ເງິນສະພັດ. ຍັງສົ່ງເສີມໃຫ້ຜູ້ໃຊ້ງານມີຊື່ສຽງດີ ມີຄົນຮັກໃຄ່ ມີຄົນນິຍົມຊົມຊອບ. ມີໂຊກລາບວາດສະໜາດີ ມີໂຊກຟຸກໆ. ພະລັງງານຢິນ-ຢາງນີ້ສົ່ງຜົນໃຫ້ມີເງິນມີຄໍາເຂົ້າມາບໍ່ຂາດມືຫາເງິນໄດ້ຫຼາຍທາງ ຫາເງິນຄ່ອງ ຊີວິດມີຄວາມສຸກ ບໍ່ຕ້ອງກັງວົນໃນດ້ານການໃຊ້ຈ່າຍ ຈະມີເຂົ້າມາສະເໝີໆ. ໄດ້ມີໂອກາດຮ່ວມກິດຈະການງານບຸນເລື້ອຍໆ ເດີນທາງໄປເຮັດບຸນຕ່າງຖິ່ນຕ່າງທີ່ ຫຼືມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ. ເປັນຄົນອາລົມດີ ມີສິນລະປະໃນຊີວິດ ມີຄວາມຄິດສ້າງສັນທີ່ຍອດຢ້ຽມ. ເປັນຄົນມີລົດນິຍົມດີ, ເລີດຫູຼ, ແຕ່ງຕົວດີ, ວາຈາອ່ອນຫວານ, ປາກຫວານ, ຈິນຕະນາການດີ, ມີຄວາມໂຣແມນຕິກໃນຕົນເອງ, ມີສະເໜ່, ເປັນທີ່ຮັກໃຄ່ຂອງໝູ່ເພື່ອນ. ຫາເງິນເກັ່ງ. ດ້ວຍລົດນິຍົມດີ, ແຕ່ງຕົວດີຈະສົ່ງເສີມໃຫ້ເບິ່ງມີເຄຣດິດດີ, ມີພູມຖານ, ເບິ່ງໄຮໂຊ. ມັກຄ້າຂາຍຂອງແພງ ຂອງຫຼູຫລາ ລາຄາແພງໄດ້ດີ ເປັນຄູ່ເລກທີ່ດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 2
ຄູ່ເລກ 56/65 "ເປັນຄູ່ເລກພະລັງແຫ່ງປັນຍາ ແລະ ໂຊກລາບ" ຄູ່ເລກແຫ່ງ "ວາດສະໜາບາລະມີ" ແລະ "ວາດສະໜາແຫ່ງຄວາມໂຊກດີ" ວາດສະໜາດີ ເຮັດການງານສິ່ງໃດກໍມັກຈະປະສົບຜົນສໍາເລັດ ເປັນການລວມຂອງດວງປັນຍາແລະດາວການເງິນຄວາມສຸກ ມາໄວ້ດ້ວຍກັນ ເປັນຄູ່ທີ່ສົ່ງເສີມສົ່ງຜົນໃຫ້ຊີວິດມີແຕ່ຄວາມສຸກສະບາຍ ສໍາເລັດໄວ ສໍາເລັດງ່າຍ ເຮັດກິດຈະການງານໃດໆກໍເຮັດສໍາເລັດລຸລ່ວງໄປດ້ວຍດີ ເຖິງແມ່ນຈະໃຊ້ໃນໄວຮຽນກໍໄດ້ຮັບໂອກາດດີຫຼາຍຈາກທຸກທິດທາງ ຈະໃຊໄວສູງອາຍຸກໍມີແຕ່ຄວາມອຸດົມສົມບູນ ດ້ວຍພະລັງງານຂອງດາວພະຫັດແລະດາວສຸກ ສົ່ງຜົນໃຫ້ມີສະຕິມີປັນຍາ ຊີວິດມີຄວາມສຸກສະບາຍ ເຖິງແມ່ນຊີວິດຮັກກໍມັກໄດ້ຄູ່ດີ ມີຄວາມສຸກສົມຫວັງໃນຄວາມຮັກ ໃຜຢູ່ໃກ້ແລ້ວກໍມີຄວາມສຸກ ມີແຕ່ຄົນຮັກ ມີສະເໜ່ໃນຕົວສະຫຼາດທຳມາຫາເງິນ ຫາເງິນເກັ່ງ ເຮັດໄດ້ທຸກອາຊີບ ຈະເຮັດຫຍັງກໍໄດ້ ບໍ່ຕົກຕ່ຳ ບໍ່ອັບຈົນ ມີຜູ້ອຸປະຖໍາຄໍ້າຊູ ອີກທັງຈະມີໂອກາດດີໆເຂົ້າມາໃນຊີວິດຫຼາຍ ມີໂອກາດຈະປະສົບຜົນສໍາເລັດໃນຊີວິດໄວ ກ້າວໜ້າກ້າວໄກ ສະຫຼາດຫຼັກແຫຼມ ອີກທັງຍັງເປັນເລກທີ່ມີໂຊກລາບ ມີຄຸນທໍາໃນຕົນເອງອີກດ້ວຍ ຈຶ່ງຖືວ່າເປັນເລກດີຄວນໃຊ້ຢ່າງຍິ່ງ ມີຄວາມສຸກ ບໍ່ມີຕົກຕ່ຳ ບໍ່ມີອັບຈົນ ເຮັດວຽກໄດ້ທຸກສາຂາອາຊີບ ມີຄວາມຄິດສ້າງສັນ ລົງມືເຮັດຫຍັງສໍາເລັດທັງສິ້ນ ສະຫຼາດໃນທາງທຳມາຫາກິນສາມາດສ້າງລາຍໄດ້ຫຼາຍທາງພ້ອມກັນ ເງິນທອງບໍ່ຂາດມື ຮູ້ເທົ່າທັນຄົນ ໃຈບຸນມັກຊ່ວຍເຫຼືອຜູ້ອື່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ ມີສະເໜ່ນ່າຮັກ ຮູ້ຈັກໃຊ້ຄໍາເວົ້າ ມີໂຊກລາບ ແລະ ໂອກາດທີ່ດີເຂົ້າມາສະເໝີ ມີຜູ້ອຸປະຖໍາບໍ່ຂາດ ຄວາມຮັກສົມຫວັງ ສົດຊື່ນ ຊີວິດມັກປະສົບຜົນສໍາເລັດໂດຍໄວ ມີຄວາມສາມາດຈັດການບັນຫາໄດ້ຢ່າງດີ ແກ້ໄຂບັນຫາເກັ່ງແລະໄວຈັດສັນຜົນປະໂຫຍດໄດ້ລົງຕົວ ປັນຍາຫຼັກແຫຼມ ປະສານງານທຸກຢ່າງໄດ້ຢ່າງດີ ມີປັນຍາເລິກເຊິ່ງ ລວຍແລະມີຄວາມສຸກ ສາມາດເຂົ້າໃຈທັງທາງໂລກ ແລະ ທາງທໍາ ຖືເປັນເລກໂຊກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 3
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍຄູ່ເລກຊຸດທີ 4
ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້
ຄວາມໝາຍຄູ່ເລກຊຸດທີ 5
ຄູ່ເລກແຫ່ງຄວາມໂຊກດີ ດາວພະຫັດ ເລກ5 ດາວແຫ່ງຄວາມເປັນຄູ ຄວາມຮູ້ ສິນລະປະວິທະຍາການ ເມື່ອໂຄຈອນມາຢູ່ກັບດາວພະເກດ ເລກ9 ດາວສິ່ງສັກສິດ ດາວລຶກລັບ ດາວມະຫັດສະຈັນ ດາວປ່ຽນຮ້າຍກາຍເປັນດີ ແລະ ເຮັດໃຫ້ດີເພີ່ມທະວີຄູນ ເປັນຄົນມີຄວາມສະຫຼາດສະຫຼຽວ ທັນຄົນ ມີຈິດໃຈເຢືອກເຢັນ ມີສະຕິມີປັນຍາ ມີຄວາມກ້າວໜ້າໃນຊີວິດ ແລະ ການງານ ມີຄວາມສາມາດພິເສດ ຮູ້ສິ່ງໃດແລ້ວຮູ້ຈິງເຖິງແກ່ນແທ້ ຮູ້ເລິກຮູ້ຮອບ ເມື່ອໃຊ້ໄປເປັນເວລາຍາວນານ ມັກໄດ້ເປັນນັກປາດເມທີ ຜູ້ມີຄວາມຮູ້ ຄວາມສາມາດໃຫ້ຄວາມນັບຖື ຈິດໃຈໜັກນິ້ງ ໝັ້ນຄົງ ສຸຂຸມ ເຢືອກເຢັນ ຕັ້ງໝັ້ນ ແລະ ມີສະມາທິ ເປັນຜູ້ມີສໍານຶກລະອຽດອ່ອນ ມີເຊັ້ນສ໌, ມີລາງສັງຫອນແມ້ນຍໍາ ເປັນຄົນຈິດໃຈດີ ໂອບອ້ອມອາລີ ມີນໍ້າໃຈງົດງາມ ມີຄວາມຖະໜັດ ແລະ ສົນໃຈໃນເລື່ອງໂຫລາສາດ ປັດຊະຍາ ສາສະໜາ ພິທີກໍາ ແລະ ໃນມູມໜຶ່ງຂອງຊີວິດກໍເປັນຄົນຫົວກ້າວໜ້າ ທັນເທັກໂນໂລຢີ ນໍາສະໄໝ ມີເກນໄດ້ເດີນທາງໄກ ໄປຕ່າງປະເທດ ຫຼື ຄົບຄ້າສະມາຄົມກັບຕ່າງປະເທດ ຫຼື ໝູ່ເພື່ອນຕ່າງຖິ່ນຕ່າງທີ່ ເຂົ້າກັບຜູ້ອື່ນໄດ້ງ່າຍ ດ້ວຍຄວາມມີນໍ້າໃຈ ເປັນຜູ້ໃຫ້ ເປັນຜູ້ເສຍສະຫຼະ ມີແຕ່ຄົນຮັກ ມີແຕ່ຄົນຊື່ນຊົມນັບໜ້າຖືຕາ ເຂົ້າຫາຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ກໍເມດຕາອຸປະຖໍາຄໍ້າຊູເບິ່ງແຍງດີຫຼາຍ ເມື່ອເດີນທາງໄກມັກຈະມີໂຊກ ເດີນທາງໄກ ໄປຕ່າງທີ່ແລ້ວຈະໄດ້ດີ ມີໂຊກລາບລອຍມາແບບແປກໆ ພົບເຈີສິ່ງດີງາມມະຫັດສະຈັນໃນຊີວິດ ໄດ້ພົບເຈີຄູບາອາຈານທີ່ດີ ແລະ ເປັນຜູ້ທໍາບຸນແລ້ວເຫັນຜົນໄວທັນຕາ ວາດສະໜາດີ ດວງດີ ລວມເຖິງສຸກກາຍສຸຂະພາບໃຈດີແຂງແຮງອີກດ້ວຍ ໃຊ້ໄດ້ທຸກເພດທຸກໄວ ຄູ, ໝໍ, ແພດໝໍ ພະຍາບານ, ລາດຊະການໃຊ້ໄດ້ດີ ນັກຮຽນນັກສຶກສາຄວນໃຊ້ໃຫ້ຫຼຸດຄວາມຄຶກຄະນອງ ແລະ ມີເຫດຜົນໃນການໃຊ້ຊີວິດຫຼາຍຂຶ້ນ ໄຕ່ຕອງຫຼາຍຂຶ້ນ ພຣະ ຄູບາ ຫຼື ຜູ້ປະຕິບັດທໍາ ຄົນທໍາບຸນກໍຄວນໃຊ້ ແລະ ເໝາະສົມ ພໍ່ຄ້າ ແມ່ຄ້າ ນັກລົງທຶນກໍໃຊ້ໄດ້ດີຫຼາຍ ມີໂຊກເຮັງຕະຫຼອດ ພຽງແຕ່ຈັດຕໍາແໜ່ງໃຫ້ຖືກຕ້ອງ ທີ່ສໍາຄັນເໝາະກັບພໍ່ແມ່ຂອງເຮົາ ຄົນໄວກະສຽນໄວເຊົາເຮັດວຽກແລ້ວ ຫຼື ຜູ້ສູງອາຍຸ ເບີນີ້ກ່ຽວໃນເລື່ອງຂອງຄວາມໃຈເຢັນ ມີເຫດຜົນ ທີ່ສໍາຄັນຄືເຂົ້າວັດປະຕິບັດທໍາ ບໍ່ໂວຍວາຍດ່າລູກຫຼານ ໃຈເຢັນ ລວມເຖິງມີສຸຂະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນຄົນແກ່ປາກຈັດ ເບີນີ້ໂດຍພາບລວມແລ້ວຈຶ່ງເປັນເລກດີຫຼາຍ ມີພະລັງງານດ້ານໂຊກຫຼາຍ ຫຍັງດີໆ ເຮັງໆ ຈະເຂົ້າມາໃນຊີວິດຫຼາຍຂຶ້ນເລື້ອຍໆ ໃນໄລຍະທີ່ຍັງໃຊ້ເບີນີ້ເປັນປະຈໍາ ຊີວິດມີການກ້າວໜ້າພັດທະນາຕົນເອງຢູ່ສະເໝີ ມີປັນຍາລະອຽດເລິກເຊິ່ງ ເມື່ອສຶກສາສິ່ງໃດມັກລົງເລິກເຖິງແກ່ນແທ້ ທໍາບຸນເຫັນຜົນໄວທັນຕາ ສຸຂະພາບແຂງແຮງທັງກາຍ ແລະ ໃຈ ບັ້ນປາຍຊີວິດຈະສຶກສາທໍາສະແຫວງຫາຄວາມວິນເວກຫຼຸດພົ້ນສັດຈະທໍາຂອງຊີວິດ
ຄວາມໝາຍຄູ່ເລກຊຸດທີ 6
45/54 ເປັນຄູ່ເລກແຫ່ງສະຕິປັນຍາ ຜູ້ໃຊ້ຈະເປັນຄົນມີວິຊາຄວາມຮູ້ຫຼາຍ ເດັ່ນດ້ານວິຊາການ ມີເຫດມີຜົນ ສະແຫວງຫາຄວາມຮູ້ດ້ານຕ່າງໆຢູ່ສະເໝີ ມີຄວາມຮູ້ຄວາມສາມາດຫຼາຍ ມີວາຈາທີ່ເປັນເຫດຜົນ ໜ້າເຊື່ອຖື ມີມາດເບິ່ງເປັນຜູ້ໃຫຍ່ ມີຄວາມສຸຂຸມລຸ່ມເລິກ ມີຄວາມຮູ້ໜັກແໜ້ນ ຜູ້ໃຫຍ່ຮັກໄຄ່ເມດຕາ ນິຍົມຊົມຊອບ ມີຄວາມສາມາດໃນການແບ່ງປັນຄວາມຮູ້ ເວົ້າໃຫ້ຄວາມຮູ້ ເວົ້າແລ້ວໜ້າເຊື່ອຖື ມີເຊັ້ນສ໌ແມ່ນຍໍາ ມີຈິດກ້າແຂງ ສະມາທິດີ ມີຄວາມເຂົ້າໃຈໃນທາງສາສະໜາ ມີສະຕິປັນຍາ ເຮັດການຄ້າກໍດີ ເປັນນັກເວົ້າກໍເໝາະສົມ ເຮັດອາຊີບຫຍັງກໍໄດ້ ເພາະເປັນຄົນສະຫຼາດຫຼັກແຫຼມ ເປັນເລກດີເລກປັນຍາ ສະຫຼາດທຳມາຫາກິນ ແລະ ມີຄວາມຮູ້ໃນດ້ານວຽກທີ່ເຮັດ ສະຫຼາດທຳມາຫາກິນ ເຮັດການຄ້າດີ ມີສະຕິ ມີເຫດຜົນ ຄູ່ເລກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ເປັນເລກຄູ່ມິດ ຄູ່ເລກເມດຕາມະຫານິຍົມ ພະລັງງານດ້ານບວກສູງ ຜູ້ໃຊ້ມີສະເໜ່ອ່ອນຫວານ ໜ້າຮັກອ່ອນໂຍນ ຊ່າງເຈລະຈາ ສາມາດໃຊ້ຄຳເວົ້າຜູກມິດກັບຄົນທົ່ວໄປໄດ້ດີ ເປັນທີ່ຮັກຂອງຄົນທຸກກຸ່ມ ໃຈດີ ມັກຊ່ວຍເຫຼືອຄົນ ມີມະນຸດສຳພັນທີ່ດີຫຼາຍ ນອບນ້ອມມີກິລິຍາດີ ຮັກເພື່ອນ ແລະ ທຸກຄົນທີ່ຢູ່ອ້ອມຕົວຫາເງິນເກັ່ງ ເຮັດວຽກເກັ່ງ ລາຍໄດ້ດີຕໍ່ເນື່ອງ ມີຄົນຄອຍຊ່ວຍເຫຼືອຕະຫຼອດ ສາມາດເຮັດວຽກທີ່ກ່ຽວຂ້ອງກັບການເຈລະຈາໄດ້ດີຢ່າງດີຍອດຢ້ຽມ ເວົ້າຈູງໃຈຄົນເກັ່ງ ຖ້າຜູ້ຊາຍໃຊ້ກໍຈະໄດ້ຜູ້ຍິງຊ່ວຍເຫຼືອ ຊ່ວຍສົ່ງເສີມ ຖ້າຜູ້ຍິງໃຊ້ກໍຈະໄດ້ຜູ້ຊາຍອຸປະຖຳ ເປັນລັກສະນະຂອງຄູ່ມິດ ບໍ່ແມ່ນຄູ່ຊູ້ສາວ ສາມາດເປັນນັກເວົ້າສ້າງແຮງບັນດານໃຈໃຫ້ຕົນເອງ ແລະ ຜູ້ອື່ນໄດ້ ເວົ້າເພາະປາກຫວານມີສະເໜ່ ດ້ານຄວາມຮັກດີຫຼາຍ ຄົນຮັກເອົາອົກເອົາໃຈດີຫຼາຍ ຄູ່ຄອງດີ ສະຫຼຸບຄົນໃຊ້ເລກຄູ່ນີ້ບໍ່ຕ້ອງເພິ່ງຂອງຂັງ ຫຼື ຄາຖາເມດຕາມະຫານິຍົມເລີຍ ເໝາະກັບວຽກຕິດຕໍ່, ຄ້າຂາຍ, ລວມທັງການເຈລະຈາທຸກປະກາ
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.