ລະບົບທຳນາຍເບີໂທລະສັບ
ຜົນການວິເຄາະທຳນາຍເບີ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ເປັນຄົນວູ້ວາມຄິດໄວເຮັດໄວ ຂາລຸຍໃຈຮ້ອນປະໝາດບໍ່ມີສະຕິ ປາກໄວຈົນເກີນໄປມັກຈະນຳບັນຫາໃຫ້ ເວົ້າຕົງ ເວົ້າແຮງ ຄິດແນວໃດເວົ້າແນວນັ້ນ ເວົ້າຈິງເຮັດຈິງ ເວົ້າຈາຫ້ວນໆ ຂີ້ຫງຸດຫງິດ ອາລົມຮ້ອນ ຊອບເວົ້າຈາໂຜງຜາງສຽງດັງ ຈົນຄົນອື່ນເຂົ້າໃຈຜິດ ຄິດວ່າຈະຫາເລື່ອງຢູ່ເລື້ອຍໆ ແຕ່ຄວາມຈິງແລ້ວເປັນຄົນທີ່ຮັກເພື່ອນຝູງຫຼາຍ ບ້າພະລັງ ແລະ ບ້າບິ່ນ ກ້າໄດ້ກ້າເສຍ ມັກແຂ່ງຂັນທ້າທາຍ ກ້າຄິດ ກ້າເຮັດ ແຕ່ເປັນຄົນໃຈຮ້ອນ ບໍ່ມີຄວາມຮອບຄອບ ຂາດສະຕິຍັບຍັ້ງຊັ່ງໃຈ ເປັນຄົນໃຈໃຫຍ່ໃຈເຖິງ ກ້າໄດ້ກ້າເສຍ ມັກສ່ຽງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ໃຊ້ອາລົມຫຼາຍກວ່າເຫດຜົນ
ການງານ
ຈະສົ່ງຜົນໃຫ້ ການງານກ້າວໜ້າ ອາດໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ ປະສົບຄວາມສຳເລັດດີຫຼາຍ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ຜູ້ໃຊ້ມີຄວາມກະຕືລືລົ້ນສູງໃນການເຮັດວຽກ ມັກເຮັດວຽກທີ່ມີຄວາມສ່ຽງທຸກຮູບແບບ ດຸໝັ່ນຂະຫຍັນ ວຽກໃນການລົງທຶນ ມັກການແຂ່ງຂັນທ້າທາຍ ບໍ່ຊໍ້າຊາກຈໍາເຈ ມີເຊັ້ນສ໌ໃນການເອົາຕົວລອດໃນທຸກສະຖານະການ ບໍ່ເຄີຍຈົນມູມ ມັກເຮັດທຸລະກິດສີເທົາ ຄວາມສ່ຽງໂດຍບໍ່ສົນໃຈວິທີການ ຂໍພຽງແຕ່ໄດ້ເງິນ ມັກຈະໄດ້ເປັນເຈົ້າຂອງທຸລະກິດສີເທົາ ຫຼື ວຽກທີ່ຕ້ອງມີການແຂ່ງຂັນສູງຫຼາຍ
ການເງິນ
ຈະສົ່ງຜົນໃຫ້ ມີໂຊກເຂົ້າມາສະເໝີ ຍິ່ງເຮັດບຸນສູດມົນຍິ່ງດວງດີເປັນສອງເທົ່າ ເຮັດບຸນເຫັນຜົນໄວຫຼາຍ ຮັ່ງມີໄວວາບໍ່ວ່າຈະເຮັດຫຍັງກໍດີໄປໝົດ ມີແນວໂນ້ມທີ່ຈະໃຊ້ຈ່າຍຫຼາຍຕາມອາລົມ ຫາເງິນເກັ່ງແຕ່ກໍໃຊ້ເກັ່ງ ເຫັນຫຍັງຊອບກໍຊື້ ບໍ່ຄ່ອຍຄິດຫຼາຍເລື່ອງການໃຊ້ຈ່າຍເງິນຄໍາ ໃຊ້ຈ່າຍຟຸມເຟືອຍ ໃຜຫ້າມເລື່ອງການໃຊ້ເງິນກໍມັກຈະບໍ່ພໍໃຈ
ຄວາມຮັກ
ຈະສົ່ງຜົນໃຫ້ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ ເປັນຄົນທຸ້ມເທໃນຄວາມຮັກ ຈິງຈັງຈິງໃຈ ຊື່ສັດຕໍ່ຄວາມຮູ້ສຶກ ລະວັງເວລາໂມໂຫໃຈຮ້າຍອາລົມຮຸນແຮງ ແລະ ການປະຊົດປະຊັນ ລະວັງທະເລາະກັບຄົນຮັກໄດ້ງ່າຍ ຄວາມຮັກມີບັນຫາຮັກຊ້ອນ ມັກພົບເຈີແຕ່ຄົນມີເຈົ້າຂອງເຂົ້າມາ ຖ້າບໍ່ເຜີໃຈກໍບໍ່ທຸກ
ໂຊກລາບ
ຈະສົ່ງຜົນໃຫ້ ປະສົບຄວາມສຳເລັດ ແລະ ມີໂຊກລາບແບບປາດຖະໜາຢູ່ເລື້ອຍໆ ມີດວງບໍ່ດີກ່ຽວກັບເລື່ອງອຸບັດຕິເຫດທຸກຮູບແບບ ຄອບຄົວມີບັນຫາແຕກແຍກ ຊີວິດຄູ່ບໍ່ປົກກະຕິສຸກ ດວງຂຶ້ນລົງຈົນໜ້າຕົກໃຈ. ຊີວິດປ່ຽນແປງ ບາງທີກໍໂຊກດີເກີນຄາດ ແຕ່ບາງທີກໍໂຊກຮ້າຍເຫຼືອເກີນ ມີໂຊກຈາກການຕໍ່ສູ້ ແລະ ຄວາມພະຍາຍາມ ລະວັງໂຊກທີ່ມາພ້ອມກັບຄວາມສ່ຽງ ມັກມີໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ
💡 ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກຄູ່ 99 ໃນເບີມືຖື ຖືເປັນຄູ່ເລກມະຫາມຸງຄຸນ ເລກແຫ່ງພະລັງບຸນບາລະມີ ແທນໂຊກລາບ ຄວາມເຮັງ ມີດວງດີມາແຕ່ດັ້ງເດີມ ເປັນຜູ້ມາພ້ອມດວງ ເປັນຜູ້ທີ່ໄດ້ສ້າງບຸນສ້າງບາລະມີມາດີ ຈຶ່ງມີໂອກາດໄດ້ໃຊ້ເລກຄູ່ນີ້ (ຫາກໃນເບີທ່ານມີຄູ່ເສຍປົນຢູ່oe ເລກຄູ່ນີ້ກໍມາຄອຍຄໍ້າຊູຊ່ວຍໄວ້ສະເໝີ) ເລກຄູ່ນີ້ເປັນເລກມີຄູ ມີສິ່ງສັກສິດຄຸ້ມຄອງສະເໝີ ເປັນເລກມະຫາມຸງຄຸນຢ່າງຍິ່ງຍວດ ຜູ້ຄົນມັກຍຳເກງໃຫ້ຄວາມເຄົາລົບເຊື່ອຟັງໂດຍບໍ່ຕ້ອງບັງຄັບ ຜູ້ໃຊ້ເລກນີ້ມີອຳນາດໃນຈິດໃຈເລິກໆ ຫຼື ພະລັງຈິດດີ ເປັນຜູ້ມີຄຸນທໍາ ມີຈັນຍາທໍາ ສະສົມບາລະມີ ແລະ ວາດສະໜາໄດ້ດີຍອດຢ້ຽມ ໃນບາງຄົນທີ່ໃຊ້ເລກນີ້ມັກສົນໃຈໃນເລື່ອງຂອງພະສາດສະໜາ, ທຳມະ, ການປະຕິບັດທຳ, ໂຫລາສາດ, ການພະຍາກອນ, ສົນໃຈຈົນສາມາດແຕກສານວິຊາຕ່າງໆໄດ້ດ້ວຍຕົນເອງ, ເພາະເປັນຜູ້ມັກສຶກສາຄົ້ນຄວ້າ. ເນື່ອງຈາກເປັນເລກມີຄູ, ຫາກເຮັດບຸນຍ່ອມເຫັນຜົນເປັນສອງເທົ່າ, ແລະ ເຮັດບາບກໍດິ່ງລົງເປັນສອງເທົ່າເຊັ່ນກັນ ຈຶ່ງເໝາະສົມກັບຜູ້ທີ່ເຮັດວຽກສາຍຂາວ, ບໍ່ເໝາະກັບສີເທົາ ແລະ ສີດໍາ ມີວາຈາສັກສິດ ເວົ້າແລ້ວເກີດຂຶ້ນຈິງດັ່ງປາກເວົ້າ ກ່າວສິ່ງໃດແລ້ວມັກເກີດຂຶ້ນຈິງ ເລກຄູ່ 99 ມີພະລັງທີ່ສາມາດດຶງດູດແຕ່ສິ່ງດີໆເຂົ້າມາສູ່ຊີວິດສະເໝີ ມີແຕ່ໂຊກດີ ມີກຳລັງຈິດໜັກແໜ້ນ ໝັ້ນໃຈໃນຕົນເອງ ມີດວງແຂງແຄ້ວຄາດປອດໄພສະເໝີ ການງານກໍກ້າວໜ້າ ອາດຈະໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ “ເລກນີ້ປະສົບຄວາມສຳເລັດດີ ມີໂຊກດີ ເຮັງ ມາພ້ອມດວງ” ເລກນີ້ປຽບເໝືອນເລກຄູ່ມຸງຄຸນມະຫາມຸງຄຸນ ລວມຄວາມເຮັງ ສະສົມບຸນມາຫຼາຍ ສະສົມບາລະມີມາຫຼາຍ ຈຶ່ງຈະມີໂອກາດໄດ້ໃຊ້ງານ
ຄວາມໝາຍຄູ່ເລກຊຸດທີ 2
ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້
ຄວາມໝາຍຄູ່ເລກຊຸດທີ 3 ⚠️
ເລກຄູ່ 13 31 ເປັນເລກ ຜ່າຕັດ, ອຸບັດຕິເຫດ, ອາລົມຮ້ອນ, ຜິດຖຽງກັນ, ບໍ່ຮອບຄອບ ຜູ້ໃຊ້ຕ້ອງລະວັງເລື່ອງອຸບັດຕິເຫດໃນການຂັບຂີ່ພາຫະນະ ການຜ່າຕັດ ພະຍາດກ່ຽວກັບດວງຕາ ແລະ ຜິວໜັງ, ກ້າມເນື້ອ. ເປັນຄົນລຸຍນັກສູ້ຕົວຈິງ, ເວົ້າຈາໂຜງຜາງຕົງໄປຕົງມາເຮັດໃຫ້ຄົນອື່ນຕົກໃຈເລື້ອຍໆ, ໃຈຮ້ອນ, ວູ້ວາມ ຄິດປຸບເຮັດປັບ ຕັດສິນໃຈໄວ ເຮັດຫຍັງວ່ອງໄວ ມີໄພຈາກຄຳເວົ້າຂອງຕົນເອງ ມີຄວາມທະເຍີທະຍານໃນການພັດທະນາຕົນເອງ ແກ້ໄຂບັນຫາເກັ່ງທັງໃນເລື່ອງຄວາມຄິດ ແລະ ການເຮັດວຽກ ຊີວິດຈຶ່ງມີການປ່ຽນແປງຢູ່ສະເໝີທັງໃນທາງດີ ແລະ ບໍ່ດີ ຖ້າມີໂຊກກໍໄດ້ຢ່າງບໍ່ຄາດຄິດ ດວງຕົກຢ່າງບໍ່ຄາດຄິດ ຜູ້ທີ່ໃຊ້ເລກນີ້ຈະມີພະລັງ ເຄື່ອນໄຫວໄວ ແຕ່ຕ້ອງຝຶກຝົນຕົນເອງໃຫ້ມີສະຕິ ເພາະມີໄພຈາກຄວາມຮີບຮ້ອນບໍ່ລະວັງຕົວ ເປັນເລກຂາລຸຍເຫັນເລືອດເຫັນເນື້ອ ຄົນທີ່ຈະໃຊ້ໄດ້ມີພຽງໝໍຜ່າຕັດ ຕຳຫຼວດທະຫານກອງໜ້າຂາລຸຍ ນັກກິລາ ແຕ່ບໍ່ຄວນໃຊ້ເພາະອາຍຸຈະບໍ່ຍືນ
ຄວາມໝາຍຄູ່ເລກຊຸດທີ 4 ⚠️
ຜູ້ໃຊ້ເລກນີ້ເປັນຄົນກ້າໄດ້ກ້າເສຍ ຂະຫຍັນຂັນແຂງ ທັງຮ່າງກາຍແລະຈິດໃຈ ຈັດຢູ່ໃນກຸ່ມມັກໃຊ້ກຳລັງເຮັດຫຍັງກໍໄວ ເປັນຄົນສຽງດັງຟັງແຈ້ງ ຂຶງຂັງ ຈິງຈັງຄືກັບນັກເລງ ມີພອນສະຫວັນການເຮັດວຽກໄດ້ດີຫລາຍ ເປັນຄົນທີ່ຄິດແລະລົງມືເຮັດທັນທີ ຊີວິດມັກຕ້ອງໃຊ້ຍາດເຫື່ອເພື່ອແລກມາ ເຊີ່ງຄວາມສຳເລັດ ເປັນຄົນມີຄວາມອົດທົນ ການເງິນດີ ຖ້າຄິດຈະໃຊ້ເລກນີ້ເພື່ອເຮັດທຸລະກິດ ໃຫ້ຮອດຈຸດມຸ່ງຫມາຍແບບໄວທັນໃຈ ໃຊ້ໄດ້ ແຕ່ຄວນລະວັງ ເລື່ອງອາລົມໃຫ້ຫລາຍໆ ດ້ານຄວາມຮັກຖືວ່າເປັນຄົນທຸ່ມເທແລະຊື່ສັດ ຕໍ່ຄວາມຮູ້ສຶກແຕ່ຂ້ອນຂ້າງສູງ ຄວນເສີມດ້ວຍເລກສະຕິໄວ້ໃນເບີ ເພື່ອຈະໄດ້ໄຕ່ຕອງ ທຸກຢ່າງໃຫ້ຮອບຄອບ ຂໍ້ດີຂອງການໃຊ້ເລກນີ້ ໃນການເຮັດທຸລະກິດຄືຄວາມຂະຫຍັນຫມັ່ນພຽນ ກ້າໄດ້ກ້າເສຍ ຮັກບໍລິວານລູກນ້ອງ ຄູ່ເລກແຫ່ງອາລົມຮ້ອນ 33 ເປັນເລກພະລັງງານສູງ ຂາລຸຍ ອາລົມປຽບເປັນນັກຮົບ ມີພະລະກໍາລັງຫຼວງຫຼາຍ ຂີ້ຫງຸດຫງິດ ໃຈຮ້ອນໃຈໄວ ແຂງແກ່ນທັງທາງຮ່າງກາຍ ແລະ ຈິດໃຈທໍລະຫົດອົດທົນ ບໍ່ເວົ້າຫຼາຍແຕ່ລົງມືເຮັດເລີຍ ໃຈໄວ ຂາດຄວາມຮອບຄອບຢ່າງຫຼາຍ ກ້າໄດ້ກ້າເສຍ ມຸທະລຸ ຄຽດງ່າຍຫາຍໄວ ເອົາໃຈບໍ່ຖືກ ເວົ້າຕົງ ຄໍາເວົ້າບໍ່ມີສະເໜ່ ຈິງຈັງກັບຄໍາເວົ້າ ເປັນຄົນຈິງໃຈ ຂະຫຍັນເອົາການເອົາງານ ຮັກໃຜຮັກຈິງ ຖ້າເປັນຊາຍໃຊ້ກໍປຽບດັ່ງນັກຮົບ ຖ້າຍິງໃຊ້ກໍອອກກ້າວແກ່ນຫ້າວໆ ເລກນີ້ເໝາະກັບວຽກຊ່າງ ນັກກິລາ ວຽກຝີມືທີ່ລົງມືເຮັດ ເລກນີ້ເຖິງແມ່ນເປັນເລກບໍ່ດີດ້ານອາລົມແຕ່ຖ້າເປັນບຸກຄົນມີພອນສະຫວັນກໍ່ເກັ່ງຈົນຫາຕົວຈັບໄດ້ຍາກຫຼາຍ ທຸລະກິດຫຼືອາຊີບທີ່ເຫມາະສົມໄດ້ແກ່ ຄອມພິວເຕີ ທະຫານ ຕຳຫລວດ ນັກກິລາທຸກປະເພດ ແລະ ແພດໝໍ (ຄູ່ເລກເສຍ ຫຼື ບໍ່ດີ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 5 ⚠️
ຄູ່ເລກ 38 83 ເລກເຈົ້າຄິດເຈົ້າແຄ້ນ ເອົາອາລົມເປັນໃຫຍ່ ຜູ້ໃຊ້ມັກຈະເປັນຄົນອາລົມຮ້ອນ ໃຈໃຫຍ່ ໃຈກວ້າງ ຮັກເພື່ອນຮັກຝູງ (ແຕ່ສ່ວນໃຫຍ່ເປັນໝູ່ເພື່ອນກິນຫຼາຍກວ່າ ຫາໝູ່ເພື່ອນດີຈິງໃຈໜ້ອຍ) ເປັນຄົນກະສັບກະເສັງ ຄ່ອງແຄ່ວວ່ອງໄວ ຢູ່ຊື່ໆບໍ່ໄດ້ ຕ້ອງຫາຫຍັງເຮັດຕະຫຼອດເວລາ ເອີ້ນວ່າໄຮເປີກໍໄດ້ ເປັນຄົນຂີ້ເບື່ອ ເບື່ອງ່າຍ ບໍ່ຊອບຄວາມຊໍ້າຊາກ ເດີມໆມັກການທ່ອງທ່ຽວຜະຈົນໄພ ການຮູ້ຈັກສັງຄົມໃໝ່ໆ ມັກຫຍັງທີ່ຕື່ນເຕັ້ນ ທ້າທາຍ ການແຂ່ງຂັນ ມັກຄວາມໄວຄວາມແຮງ ເຮັດຫຍັງເຮັດໄວ ແຕ່ກໍຜິດພາດໄດ້ງ່າຍໆ ເພາະໃຈຮ້ອນນີ້ເອງ ຮັກໃຜແລ້ວທຸ່ມ ທຸ່ມຈົນໄດ້ ພໍໄດ້ຮັກກັນ ກໍເບື່ອງ່າຍໜ້ອຍໜຶ່ງ ແຕ່ກ່ອນຈະເບື່ອຄູ່ຮັກ ຄວາມຮັກກໍມັກຈະຕ້ອງທະເລາະມີປາກມີສຽງ ເພາະວ່າເປັນຄົນບໍ່ຍອມຄົນ ຊໍ້າຮ້າຍອາພັບຮັກໜັກໜາ ມັກຈະພົບເຈີຄົນມີເຈົ້າຂອງໃຫ້ເຈັບຊໍ້າລະກໍາໃຈ ຄົນມີເຈົ້າຂອງເຂົ້າມາໃນຊີວິດເຮົາຕະຫຼອດ (ຫຼືຜູ້ໃຊ້ເບີນີ້ກໍດັນເປັນຄົນເຈົ້າຊູ້ເອງ ເພາະຄວາມໃຈກວ້າງຂວາງ
ປ໋າໃຫຍ່ ຈ່າຍເງິນລ້ຽງເດັກ ເລກນີ້ເປັນພໍ່ບຸນທຸ້ມ) ການເງິນ: 38 83 ສະຫຼາດຫຼາຍ ແກ້ບັນຫາເກັ່ງ ຫາເງິນເກັ່ງ ແຕ່ເກັບບໍ່ໄດ້ ເພາະໃຊ້ເງິນເກັ່ງຄືຫາ ຖ້າບໍ່ມີເລກດີເລກປັນຍາເຂົ້າຊ່ວຍເກັບເງິນຍາກ ຕັ້ງຕົວລໍາບາກພໍສົມຄວນ ສຸຂະພາບ: 8 ໝາຍເຖິງທ້ອງ, ເມື່ອພົບດາວອັງຄານ ຈຶ່ງມັກຈະເຮັດໃຫ້ມີອາການທ້ອງອືດທ້ອງເຟີ້ເລື້ອຍໆ ຫຼືໂລກຫຍັງທີ່ເກີດໃນທ້ອງເຮົາໄດ້. ມັນຈະເປັນ, ໃຫ້ລະມັດລະວັງ ແລະ ການຂັບຂີ່ລົດ, ກໍມັກຈະຂັບລົດໄວ, ຊີກຊົນໄດ້ງ່າຍ ເພາະໃຈຮ້ອນ ຄົນໃຊ້ 38 83 ມັກຈະຫື່ນດ້ວຍ ເຊັກສ໌ຈັດເປັນພິເສດ ຖ້າໃຜໃກ້ເສື່ອມສະມັດຖະພາບເພດກໍເອົາໄປໃຊ້ໄດ້ ແຕ່ຖ້າຢູ່ໃນທະບຽນລົດລະກໍມັກຈະກຸ໊ກໆກິ໊ກໆກັນເທິງລົດ ອັນນີ້ບໍ່ເໝາະສົມ ກໍເບິ່ງອ່ານກັນໄວ້ເປັນຂໍ້ມູນຄ່າວໆ ຄວາມຈິງແລ້ວ ການທໍານາຍເບີຕ້ອງເບິ່ງເລກທັງໝົດ ເບິ່ງແຕ່ສອງຕົວເບິ່ງໄດ້ຄ່າວໆເທົ່ານັ້ນ ອັນນີ້ເອົາໄວ້ໃຫ້ເປັນຕົວຢ່າງ ເລກທີ່ມີຄວາມໝາຍດີ ປົນບໍ່ດີ ຢ່າງເລກ 38 83 ກໍຖືວ່າເປັນເລກບໍ່ດີ ຫາເລກດີໆມາໃຊ້ຈະດີກວ່າ. ໃນເບີຖ້າມີເລກ 5 ປະກອບ ຄວາມໝາຍຂ້າງຕົ້ນຈະເບົາລົງໄປບ້າງ. ຖ້າໃຊ້ເບີປະມານໜຶ່ງ-ສາມປີກໍຈະເລີ່ມເຫັນເຄົ້າລາງຂອງຄໍາທໍານາຍ. ຖ້າໃຊ້ມາຄົບເຈັດປີຈະເຫັນຄໍາທໍານາຍເກືອບທັງໝົດ, ໂດຍສະເພາະເລື່ອງອາລົມຄວາມຫງຸດຫງິດງ່າຍ (ເບີມີເລກບໍ່ດີ ຄວນປ່ຽນ)
ຄວາມໝາຍຄູ່ເລກຊຸດທີ 6 ⚠️
ເປັນຄູ່ເລກອຳນາດມືດ ເລກສີເທົາ ສະຫຼາດແພວພາວ ຫາເງິນເກັ່ງ ມັກຄວາມສ່ຽງ ໃຈໃຫຍ່ໃຈເຖິງ ກ້າກິນກ້າໃຊ້ ກ້າໄດ້ກ້າເສຍ ໂຜງຜາງ ເງິນຄໍາຫາໄດ້ຫຼາຍກໍຈິງ ແຕ່ກໍໃຊ້ຫຼາຍເຊັ່ນກັນ ຮຽນຮູ້ຫຍັງໄດ້ໄວແຕ່ເບື່ອງ່າຍ ບໍ່ເຮັດໃຫ້ຕະຫຼອດລອດຝັ່ງ ມັກສ່ຽງ ມັກລອງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ມັກຄົບຫາໝູ່ເພື່ອນ ມີເຊັ້ນສ໌ສັງຫອນແມ່່ນພາໃຫ້ລອດພົ້ນໃນຍາມຄັບຂັນ ຮູ້ເລຫຼ່ຽມ-ກົນໂກງ, ສະຫຼາດທັນຄົນ ແລະ ຮັກອິດສະຫຼະ ຕ້ອງການຄວາມເປັນສ່ວນຕົວສູງ ໃຫ້ລະວັງຄວາມຫູເບົາ ຂາດສະຕິ ໃຈຮ້ອນວູ່ວາມ ຄວາມປະໝາດ ຈະເຮັດໃຫ້ເສຍການໃຫຍ່ ຄວນໝັ່ນເຂົ້າຫາຄູບາອາຈານ ຫຼື ທີ່ປຶກສາດີໆໄວ້ຊ່ວຍແນະນໍາຈະດີຫຼາຍ ແລະ ຄວນໝັ່ນສ້າງບຸນກຸສົນ, ຈະບັງເກີດໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ ມັກຈະເປັນເຈົ້າຂອງທຸລະກິດ ຫຼື ເຮັດວຽກໃນດ້ານທີ່ຕ້ອງບໍລິຫານຄວາມສ່ຽງ ວຽກທີ່ມີການແຂ່ງຂັນທຸກຊະນິດ, ວຽກສິນເຊື່ອ, ຮັບຈໍານໍາ, ຮັບຈໍານອງ, ປ່ອຍກູ້, ແລ່ນເຕັ້ນ, ລ໊ອບບີ້, ເຈົ້າມືຊີວິດຈະມີຄົນອ້ອມຂ້າງວຸ້ນວາຍກ່ຽວພັນກັບອະບາຍມຸກຕ່າງໆ ແນະນໍາວ່າຫາກບໍ່ໄດ້ເຮັດວຽກໃນກຸ່ມທີ່ໃຊ້ອຳນາດບາລະມີ ຄວນປ່ຽນເບີ ໃຊ້ເບີນີ້ ລວຍໄດ້ (ເໝາະກັບບາງອາຊີບ ເໝາະກັບຜູ້ໃຊ້ບາງຄົນ ແລະ ຢ່າໂລບຈົນເກີນໄປອາດຈະເສຍຫາຍໄດ້)
ຄວາມໝາຍຄູ່ເລກຊຸດທີ 7 ⚠️
ເປັນຄູ່ເລກອຳນາດມືດ ເລກສີເທົາ ສະຫຼາດແພວພາວ ຫາເງິນເກັ່ງ ມັກຄວາມສ່ຽງ ໃຈໃຫຍ່ໃຈເຖິງ ກ້າກິນກ້າໃຊ້ ກ້າໄດ້ກ້າເສຍ ໂຜງຜາງ ເງິນຄໍາຫາໄດ້ຫຼາຍກໍຈິງ ແຕ່ກໍໃຊ້ຫຼາຍເຊັ່ນກັນ ຮຽນຮູ້ຫຍັງໄດ້ໄວແຕ່ເບື່ອງ່າຍ ບໍ່ເຮັດໃຫ້ຕະຫຼອດລອດຝັ່ງ ມັກສ່ຽງ ມັກລອງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ມັກຄົບຫາໝູ່ເພື່ອນ ມີເຊັ້ນສ໌ສັງຫອນແມ່່ນພາໃຫ້ລອດພົ້ນໃນຍາມຄັບຂັນ ຮູ້ເລຫຼ່ຽມ-ກົນໂກງ, ສະຫຼາດທັນຄົນ ແລະ ຮັກອິດສະຫຼະ ຕ້ອງການຄວາມເປັນສ່ວນຕົວສູງ ໃຫ້ລະວັງຄວາມຫູເບົາ ຂາດສະຕິ ໃຈຮ້ອນວູ່ວາມ ຄວາມປະໝາດ ຈະເຮັດໃຫ້ເສຍການໃຫຍ່ ຄວນໝັ່ນເຂົ້າຫາຄູບາອາຈານ ຫຼື ທີ່ປຶກສາດີໆໄວ້ຊ່ວຍແນະນໍາຈະດີຫຼາຍ ແລະ ຄວນໝັ່ນສ້າງບຸນກຸສົນ, ຈະບັງເກີດໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ ມັກຈະເປັນເຈົ້າຂອງທຸລະກິດ ຫຼື ເຮັດວຽກໃນດ້ານທີ່ຕ້ອງບໍລິຫານຄວາມສ່ຽງ ວຽກທີ່ມີການແຂ່ງຂັນທຸກຊະນິດ, ວຽກສິນເຊື່ອ, ຮັບຈໍານໍາ, ຮັບຈໍານອງ, ປ່ອຍກູ້, ແລ່ນເຕັ້ນ, ລ໊ອບບີ້, ເຈົ້າມືຊີວິດຈະມີຄົນອ້ອມຂ້າງວຸ້ນວາຍກ່ຽວພັນກັບອະບາຍມຸກຕ່າງໆ ແນະນໍາວ່າຫາກບໍ່ໄດ້ເຮັດວຽກໃນກຸ່ມທີ່ໃຊ້ອຳນາດບາລະມີ ຄວນປ່ຽນເບີ ໃຊ້ເບີນີ້ ລວຍໄດ້ (ເໝາະກັບບາງອາຊີບ ເໝາະກັບຜູ້ໃຊ້ບາງຄົນ ແລະ ຢ່າໂລບຈົນເກີນໄປອາດຈະເສຍຫາຍໄດ້)
ໝາຍເຫດ: ເບີນີ້ບໍ່ຈັດເປັນເບີມຸງຄຸນ ເພາະມີຄູ່ເລກເສຍຢູ່ນຳ ທຳນາຍຕາມສາດພະລັງຕົວເລກສາດໄທ ແລະ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.