ລະບົບທຳນາຍເບີໂທລະສັບ

020

ຜົນການວິເຄາະທຳນາຍເບີ

99261945
ຜົນລວມ: 45 | ເຄືອຂ່າຍ: Unitel

ຄວາມໝາຍສະເພາະດ້ານ

ບຸກຄະລິກພາຍນອກ

ຈະສົ່ງຜົນໃຫ້ ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ຜູ້ໃຊ້ມີບຸກຄະລິກເປັນຜູ້ໃຫຍ່ ເວົ້າຈາມີເຫດຜົນ ຟັງເບິ່ງໜ້າເຊື່ອຖື

ການງານ

ຈະສົ່ງຜົນໃຫ້ ການງານກ້າວໜ້າ ອາດໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ ປະສົບຄວາມສຳເລັດດີຫຼາຍ ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ ທັນຄົນ ບໍ່ເສຍຮູ້ໃຜ ພັດທະນາຕົນເອງຢູ່ສະເໝີ ທະເຍີທະຍານ ມີການວາງແຜນຊີວິດທຸກຢ່າງຢ່າງເປັນລະບົບ ແລະ ມີແບບແຜນຊັດເຈນ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ມີສະຕິປັນຍາ ແລະ ໄຫວພິບດີ ຮຽນຮູ້ໄວ ເຮັດວຽກໄວຈົນຄົນອື່ນຕາມບໍ່ທັນ ເຮັດທຸລະກິດນໍາເຂົ້າສົ່ງອອກ ຫຼື ຂາຍສິນຄ້າອອລາຍ ຫຼື ຂາຍໃນເນັດເກັ່ງ ສະຫຼາດສະຫຼຽວຮອບຮູ້ ສະຕິປັນຍາດີ ສຸຂຸມຮອບຄອບ ຮຽນຮູ້ໄວ ຂະຫຍັນຫາຄວາມຮູ້ໃສ່ຕົນເອງເພີ່ມເຕີມຢູ່ສະເໝີ

ການເງິນ

ຈະສົ່ງຜົນໃຫ້ ມີໂຊກເຂົ້າມາສະເໝີ ຍິ່ງເຮັດບຸນສູດມົນຍິ່ງດວງດີເປັນສອງເທົ່າ ເຮັດບຸນເຫັນຜົນໄວຫຼາຍ ຮັ່ງມີໄວວາບໍ່ວ່າຈະເຮັດຫຍັງກໍດີໄປໝົດ ຫາເງິນໄດ້ຈາກການເດີນທາງ ແລະ ການເຮັດທຸລະກິດນໍາເຂົ້າ-ສົ່ງອອກລະຫວ່າງປະເທດ ຫາເງິນໄດ້ຈາກຫຼາຍໆຢ່າງທີ່ເຮັດ ແລະ ສ່ວນໃຫຍ່ລາຍໄດ້ມັກເກີດຈາກຄຳເວົ້າ ຮູ້ຈັກໃຊ້ຈ່າຍ ຄິດວິເຄາະການໃຊ້ເງິນຢ່າງເປັນລະບົບລະບຽບ ວາງແຜນການໃຊ້ເງິນໄດ້ເປັນຢ່າງດີ ເກັບເງິນເກັ່ງ ໂອກາດຫາເງິນຈາກການຕິດຕໍ່ຕ່າງປະເທດ ວາງແຜນບໍລິຫານຈັດການເລື່ອງການເງິນໄດ້ຢ່າງລົງຕົວ ມີປັນຍາແລະຄວາມສະຫຼາດໃນການຫາເງິນ ບໍ່ອຶດຕາຍ

ຄວາມຮັກ

ຈະສົ່ງຜົນໃຫ້ ເວົ້າຈາດີ ມີຄວາມໄພເລາະອ່ອນຫວານ ມັກມີຄົນມາຫຼົງຮັກຢາກເວົ້າລົມດ້ວຍສະເໝີ ເພາະມີສະເໜ່ທາງຄຳເວົ້າ ມັກຈະເລືອກຄູ່ຄອງທີ່ມີໜ້າທີ່ການງານ ແລະ ຖານະການເງິນທີ່ດີ ເນັ້ນຄູ່ຄອງທີ່ໝັ້ນຄົງດູແລໄດ້ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ ມີຄວາມສໍາພັນທີ່ເຕັມໄປດ້ວຍຄວາມກ້າວໜ້າ ແລະ ການຮຽນຮູ້ ຮັກແບບມີສະຕິ ຮັກແບບມີເຫດຜົນ ບໍ່ໃຊ້ອາລົມຢູ່ເໜືອເຫດຜົນ ດັບຄວາມເຈົ້າຊູ້ໄດ້ດີ ຜູ້ໃຫຍ່ເອັນດູ

ໂຊກລາບ

ຈະສົ່ງຜົນໃຫ້ ປະສົບຄວາມສຳເລັດ ແລະ ມີໂຊກລາບແບບປາດຖະໜາຢູ່ເລື້ອຍໆ ມີໂຊກຈາກການໃຊ້ປັນຍາ ແລະ ການສະໜັບສະໜູນ

💡 ຄວາມໝາຍຄູ່ເລກ

ຄວາມໝາຍຄູ່ເລກຊຸດທີ 1

99261945

ເລກຄູ່ 99 ໃນເບີມືຖື ຖືເປັນຄູ່ເລກມະຫາມຸງຄຸນ ເລກແຫ່ງພະລັງບຸນບາລະມີ ແທນໂຊກລາບ ຄວາມເຮັງ ມີດວງດີມາແຕ່ດັ້ງເດີມ ເປັນຜູ້ມາພ້ອມດວງ ເປັນຜູ້ທີ່ໄດ້ສ້າງບຸນສ້າງບາລະມີມາດີ ຈຶ່ງມີໂອກາດໄດ້ໃຊ້ເລກຄູ່ນີ້ (ຫາກໃນເບີທ່ານມີຄູ່ເສຍປົນຢູ່oe ເລກຄູ່ນີ້ກໍມາຄອຍຄໍ້າຊູຊ່ວຍໄວ້ສະເໝີ) ເລກຄູ່ນີ້ເປັນເລກມີຄູ ມີສິ່ງສັກສິດຄຸ້ມຄອງສະເໝີ ເປັນເລກມະຫາມຸງຄຸນຢ່າງຍິ່ງຍວດ ຜູ້ຄົນມັກຍຳເກງໃຫ້ຄວາມເຄົາລົບເຊື່ອຟັງໂດຍບໍ່ຕ້ອງບັງຄັບ ຜູ້ໃຊ້ເລກນີ້ມີອຳນາດໃນຈິດໃຈເລິກໆ ຫຼື ພະລັງຈິດດີ ເປັນຜູ້ມີຄຸນທໍາ ມີຈັນຍາທໍາ ສະສົມບາລະມີ ແລະ ວາດສະໜາໄດ້ດີຍອດຢ້ຽມ ໃນບາງຄົນທີ່ໃຊ້ເລກນີ້ມັກສົນໃຈໃນເລື່ອງຂອງພະສາດສະໜາ, ທຳມະ, ການປະຕິບັດທຳ, ໂຫລາສາດ, ການພະຍາກອນ, ສົນໃຈຈົນສາມາດແຕກສານວິຊາຕ່າງໆໄດ້ດ້ວຍຕົນເອງ, ເພາະເປັນຜູ້ມັກສຶກສາຄົ້ນຄວ້າ. ເນື່ອງຈາກເປັນເລກມີຄູ, ຫາກເຮັດບຸນຍ່ອມເຫັນຜົນເປັນສອງເທົ່າ, ແລະ ເຮັດບາບກໍດິ່ງລົງເປັນສອງເທົ່າເຊັ່ນກັນ ຈຶ່ງເໝາະສົມກັບຜູ້ທີ່ເຮັດວຽກສາຍຂາວ, ບໍ່ເໝາະກັບສີເທົາ ແລະ ສີດໍາ ມີວາຈາສັກສິດ ເວົ້າແລ້ວເກີດຂຶ້ນຈິງດັ່ງປາກເວົ້າ ກ່າວສິ່ງໃດແລ້ວມັກເກີດຂຶ້ນຈິງ ເລກຄູ່ 99 ມີພະລັງທີ່ສາມາດດຶງດູດແຕ່ສິ່ງດີໆເຂົ້າມາສູ່ຊີວິດສະເໝີ ມີແຕ່ໂຊກດີ ມີກຳລັງຈິດໜັກແໜ້ນ ໝັ້ນໃຈໃນຕົນເອງ ມີດວງແຂງແຄ້ວຄາດປອດໄພສະເໝີ ການງານກໍກ້າວໜ້າ ອາດຈະໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ “ເລກນີ້ປະສົບຄວາມສຳເລັດດີ ມີໂຊກດີ ເຮັງ ມາພ້ອມດວງ” ເລກນີ້ປຽບເໝືອນເລກຄູ່ມຸງຄຸນມະຫາມຸງຄຸນ ລວມຄວາມເຮັງ ສະສົມບຸນມາຫຼາຍ ສະສົມບາລະມີມາຫຼາຍ ຈຶ່ງຈະມີໂອກາດໄດ້ໃຊ້ງານ

ຄວາມໝາຍຄູ່ເລກຊຸດທີ 2

99261945

ຄູ່ເລກສະເໜ່ເຈົ້າຄວາມຄິດ ຜູ້ໃຊ້ເລກນີ້ມັກມີຄວາມຄິດສ້າງສັນ ຈິນຕະນາການດີ ໄອເດຍດີ ມີຜົນງານສ້າງສັນເປັນທີ່ຍອມຮັບດີຫຼາຍ ອອກແບບໄດ້ຢ່າງມີສະໄຕເປັນຂອງຕົນເອງ ມີສຸນທະລີຍະພາບແຕ່ງຕົວເກັ່ງ ມີຄວາມກະຕືລືລົ້ນ ມີສະເໜ່ ມີໄຫວພິບດີ ຮຽນຮູ້ໄວ ເຂົ້າໃຈໄວ ຖ້າຈິນຕະນາການຫຍັງກໍ່ເຫັນພາບໃນໃຈຊັດເຈນ ມີສໍານຶກທາງໃຈດີ ມີສັງຫອນແລ້ວເກີດຂຶ້ນຈິງ ເໝາະກັບວຽກນັກປະພັນ ນັກຂຽນ ນັກອອກແບບສິນຄ້າ ວຽກທີ່ກ່ຽວຂ້ອງກັບສິລະປະທຸກຂະແໜງ ນັກຮ້ອງ, ນັກສະແດງ, ຖ່າຍພາບ, ທຸລະກິດສາຍການບິນ, ປະຊາສໍາພັນ, ວຽກຕິດຕໍ່ຕ່າງປະເທດ ຕ່າງຊາດຕ່າງພາສາເປັນຕົ້ນ ຈາກສະຖິຕິຜູ້ໃຊ້ເລກນີ້ມັກສໍານຶກຫຍັງໄດ້ໄວ ສໍານຶກຫຍັງໄດ້ງ່າຍ, ມີເຊັ້ນສ໌, ໄວຕໍ່ຄວາມຮູ້ສຶກ, ຝັນແມ້ນ, ມີໂຊກລາບແປກໆເຂົ້າມາສະເໝີ, ເປັນຄົນອາລົມດີ, ຄິດບວກ

ຄວາມໝາຍຄູ່ເລກຊຸດທີ 3

99261945

ເປັນຄູ່ສະເໜ່ແຫ່ງວາຈາ ອົບອຸ່ນ ປັບຕົວເກັ່ງ ມີສະເໜ່ຄ້າຂາຍເກັ່ງ ມີວາຈາອ່ອນຫວານ ມີສະເໜ່ທາງຄຳເວົ້າແຮງຫຼາຍ ໃຜໄດ້ຍິນໄດ້ຟັງ ມັກຊື່ນຊົມຊື່ນຊອບ ຜູ້ໃຊ້ເລກນີ້ຈະໄດ້ດີເພາະຄຳເວົ້າ ມີຄວາມໂຣແມນຕິກ ມີຄົນມາຂໍຄຳແນະນຳຄຳປຶກສາເລື້ອຍໆ ສະຫຼາດທຳມາຫາກິນ ເຈລະຈາຄ້າຂາຍດີ ມີໂອກາດຫາເງິນຫາລາຍໄດ້ໄດ້ຫຼາຍສາຍ ໃຜຢູ່ໃກ້ແລ້ວມີຄວາມສຸກ ເຂົ້າເຖິງຈິດໃຈຂອງຜູ້ອື່ນ ປາກພາດີ ມີຄົນເອົາຂອງກິນມາຝາກເລື້ອຍໆ ເຮັດອາຫານເກັ່ງ ເວົ້າຈາເປັນເງິນເປັນຄຳ ຂາຍຂອງທີ່ກ່ຽວຂ້ອງກັບປະເພດນໍ້າ ຫຼື ເຄື່ອງດື່ມໄດ້ ກ່ຽວຂ້ອງກັບອາຫານໄດ້ດີຫຼາຍ ຫຼື ວຽກທີ່ຕ້ອງເວົ້າລົມເຈລະຈາໄດ້ທຸກປະເພດ ລາຍໄດ້ມັກເກີດຈາກຄຳເວົ້າ ເປັນເລກດີ ເດັ່ນເລື່ອງຄ້າຂາຍ ເຈລະຈາ ແລະ ວາຈາພານຳພາໂຊກດີມາໃຫ້ ໄດ້ດີເພາະຄຳເວົ້າ (ເວົ້າຈາດີມີແຕ່ຄົນຮັກ ມີແຕ່ຄວາມກ້າວໜ້າໃນຊີວິດ) ເໝາະເປັນຢ່າງຫຼາຍກັບອາຊີບຮ້ານອາຫານ ຫຼື ທີ່ຕ້ອງກ່ຽວຂ້ອງກັບຂອງກິນ ອາຊີບກ່ຽວກັບນໍ້າ ຂາຍນໍ້າ ຫຼື ຜະລິດຕະພັນທີ່ເປັນນໍ້າ ເສີມສວຍເສີມຄວາມງາມກໍໃຊ້ໄດ້ດີ ຫຼື ຄົນທີ່ຢາກເປັນຄົນເວົ້າເພາະເຈລະຈາມ່ວນຫູ ອາລົມດີຂຶ້ນກໍຄວນໃຊ້ເລກນີ້

ຄວາມໝາຍຄູ່ເລກຊຸດທີ 4

99261945

ຄູ່ເລກຍອດນັກວາງແຜນ ເປັນຄູ່ເລກຂອງນັກບໍລິຫານ ຜູ້ໃຊ້ວິໄສທັດດີຫຼາຍ ລະອຽດຮອບຄອບ ມອງການໄກ,ວາງແຜນໄລຍະຍາວເກັ່ງ ລະມັດລະວັງຕົນເອງດີ ບໍ່ຖືກໃຜຕົວະງ່າຍໆ ບໍ່ໄວ້ໃຈໃຜງ່າຍໆ ມີຄວາມທະເຍີທະຍານມຸ່ງໝັ້ນໃນການຫາລາຍໄດ້ ເລກນີ້ຈຶ່ງເດັ່ນໃນເລື່ອງຂອງການເງິນຫຼາຍ ມີຄົນຊ່ວຍເຫຼືອການງານດີ ວາງແຜນພັດທະນາຕົນເອງຢ່າງເປັນຂັ້ນຕອນ ໝັ້ນຄົງ ມີແຜນສຳຮອງສະເໝີ ແລະ ມັກເປັນໄປຕາມແຜນທີ່ວາງໄວ້ ຈຶ່ງຈັດວ່າເປັນສຸດຍອດຂອງຄູ່ເລກນັກວາງແຜນ ມີນິໄສມັກຄຳນວນສິ່ງຕ່າງໆ ວ່າຄຸ້ມຄ່າກັບການລົງທຶນຫຼືບໍ່ ຈຶ່ງມີຄຳວ່າຜົນປະໂຫຍດໃນທຸກເລື່ອງ ດ້ວຍຄວາມທີ່ເປັນຄົນລະອຽດຖີ່ຖ້ວນເລືອກຫຼາຍ ທັງເລື່ອງຄວາມຮັກກໍເລືອກຫຼາຍເຊັ່ນກັນ ຖ້າບໍ່ໝັ້ນຄົງ ຈະບໍ່ຕົກລົງປົງໃຈກັບຄົນນັ້ນ ເໝາະຫຼາຍກັບວຽກບັນຊີ-ການເງິນ, ຈັດການເອກະສານ, ນັກກົດໝາຍ, ວຽກນະໂຍບາຍ, ວຽກວາງແຜນ, ວຽກນັກບໍລິຫານ, ເຈົ້າຂອງກິດຈະການ, ການລົງທຶນຕ່າງໆ

ຄວາມໝາຍຄູ່ເລກຊຸດທີ 5

99261945

ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້

ຄວາມໝາຍຄູ່ເລກຊຸດທີ 6

99261945

ຜູ້ໃຊ້ເປັນຄົນຮັກຄວາມກ້າວໜ້າ ແລະ ມັກພັດທະນາຕົນເອງຢູ່ສະເໝີ ສະຕິປັນຍາດີ ສະຫຼາດສະຫຼຽວ ເປັນນັກເວົ້າ ເວົ້າດີ ຮອບຮູ້ ສະຫຼາດຫຼັກແຫຼມ ເຮັດຫຍັງຄ່ອງແຄ້ວວ່ອງໄວ ຄົນອື່ນເຮັດຕາມບໍ່ທັນ ສະໝອງລໍ້າເລີດ ທັນຂ່າວທັນຂໍ້ມູນ ໄຮເທັກ ສົນໃຈໃນດ້ານພາສາ ພາສາຕ່າງຊາດຕ່າງພາສາຈະເດັ່ນຫຼາຍ ມັກສຶກສາຈົນແຕກສານ ຖ້າໃຊ້ໃນໄວຮຽນ ມັກເກັ່ງພາສາຕ່າງຊາດ ຫຼືກ່ຽວຂ້ອງກັບຕ່າງຊາດສະເໝີ ຊ່າງເວົ້າຊ່າງເຈລະຈາ ໃຊ້ໃນໄວເຮັດວຽກຫຼືໄວຜູ້ສູງອາຍຸ ຈະມັກສູດມົນ ມົນຄາຖາ ວ່າຄາຖາແລ້ວຂຶ້ນແລ້ວຂັງ ເປັນເລກທີ່ເໝາະສົມກັບທຸກເພດທຸກໄວ ເໝາະກັບການເວົ້າ ວຽກທີ່ຕ້ອງເວົ້າ ການຕິດຕາມຂໍ້ມູນຂ່າວສານ ຕິດຕໍ່ກັບຕ່າງປະເທດ ມີເຊັ້ນສ໌ແມ້ນຍໍາ ການເດີນທາງໄກ ເທັກໂນໂລຢີໃໝ່ໆປະຫວັດສາດ ໂຫລາສາດ ເລື່ອງລຶກລັບ ແລະ ໃນຂະນະດຽວກັນກໍຊອບໃນເລື່ອງເທັກໂນໂລຢີຄວາມທັນສະໄໝດ້ວຍ ເລກນີ້ລວມຄວາມເຖິງຄວາມເປັນສະໄໝໃໝ່ທັນສະໄໝ ແລະຄວາມບູຮານລຶກລັບໄວ້ໃນຄົນດຽວກັນ

ຄວາມໝາຍຄູ່ເລກຊຸດທີ 7

99261945

45/54 ເປັນຄູ່ເລກແຫ່ງສະຕິປັນຍາ ຜູ້ໃຊ້ຈະເປັນຄົນມີວິຊາຄວາມຮູ້ຫຼາຍ ເດັ່ນດ້ານວິຊາການ ມີເຫດມີຜົນ ສະແຫວງຫາຄວາມຮູ້ດ້ານຕ່າງໆຢູ່ສະເໝີ ມີຄວາມຮູ້ຄວາມສາມາດຫຼາຍ ມີວາຈາທີ່ເປັນເຫດຜົນ ໜ້າເຊື່ອຖື ມີມາດເບິ່ງເປັນຜູ້ໃຫຍ່ ມີຄວາມສຸຂຸມລຸ່ມເລິກ ມີຄວາມຮູ້ໜັກແໜ້ນ ຜູ້ໃຫຍ່ຮັກໄຄ່ເມດຕາ ນິຍົມຊົມຊອບ ມີຄວາມສາມາດໃນການແບ່ງປັນຄວາມຮູ້ ເວົ້າໃຫ້ຄວາມຮູ້ ເວົ້າແລ້ວໜ້າເຊື່ອຖື ມີເຊັ້ນສ໌ແມ່ນຍໍາ ມີຈິດກ້າແຂງ ສະມາທິດີ ມີຄວາມເຂົ້າໃຈໃນທາງສາສະໜາ ມີສະຕິປັນຍາ ເຮັດການຄ້າກໍດີ ເປັນນັກເວົ້າກໍເໝາະສົມ ເຮັດອາຊີບຫຍັງກໍໄດ້ ເພາະເປັນຄົນສະຫຼາດຫຼັກແຫຼມ ເປັນເລກດີເລກປັນຍາ ສະຫຼາດທຳມາຫາກິນ ແລະ ມີຄວາມຮູ້ໃນດ້ານວຽກທີ່ເຮັດ ສະຫຼາດທຳມາຫາກິນ ເຮັດການຄ້າດີ ມີສະຕິ ມີເຫດຜົນ ຄູ່ເລກດີຫຼາຍ

ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.

ຈອງເບີ:

ລະບົບຈະພາທ່ານໄປຍັງ WhatsApp ເພື່ອລົມກັບຮ້ານໂດຍກົງ