ລະບົບທຳນາຍເບີໂທລະສັບ
ຜົນການວິເຄາະທຳນາຍເບີ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ ເປັນຄົນໃຈຄໍກວ້າງຂວາງ ຕົງໄປຕົງມາ ເປີດເຜີຍ ຮັກອິດສະຫຼະ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ຜູ້ໃຊ້ມີຄວາມໜ້າຮັກອ່ອນຫວານ ຊ່າງເຈລະຈາ ໃຈດີ ເອື້ອເຟື້ອ ມະນຸດສຳພັນດີ ມັກເຂົ້າສັງຄົມ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ
ການງານ
ຈະສົ່ງຜົນໃຫ້ ການງານກ້າວໜ້າ ອາດໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ ປະສົບຄວາມສຳເລັດດີຫຼາຍ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນໂລກທຸລະກິດຈະມີໂຊກດ້ານການເຮັດວຽກໄດ້ເງິນຫຼາຍ ແລະ ມັກໄດ້ຮັບໄຊຊະນະ ມີຄວາມມຸ່ງໝັ້ນຂະຫຍັນຫາລາຍໄດ້ຫາວຽກ ຂະຫຍັນທຳມາຫາກິນ ມີຫຼັກເກນແບບແຜນຂອງຕົນເອງຢ່າງຊັດເຈນ ເປັນຄົນສູ້ວຽກ ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ ມີສະຕິປັນຍາ ແລະ ໄຫວພິບດີ ຮຽນຮູ້ໄວ ເຮັດວຽກໄວຈົນຄົນອື່ນຕາມບໍ່ທັນ ເຮັດທຸລະກິດນໍາເຂົ້າສົ່ງອອກ ຫຼື ຂາຍສິນຄ້າອອລາຍ ຫຼື ຂາຍໃນເນັດເກັ່ງ ມີໂຊກໃນດ້ານວຽກງານດີຫຼາຍ ຍອດນັກເຈລະຈາດີ ຜູ້ຄົນຕ່າງຫຼົງໃຫຼຕິດໃຈໃນການການເຈລະຈາວຽກງານ ການຕິດຕໍ່ປະສານງານດີເລີດ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ
ການເງິນ
ຈະສົ່ງຜົນໃຫ້ ມີໂຊກເຂົ້າມາສະເໝີ ຍິ່ງເຮັດບຸນສູດມົນຍິ່ງດວງດີເປັນສອງເທົ່າ ເຮັດບຸນເຫັນຜົນໄວຫຼາຍ ຮັ່ງມີໄວວາບໍ່ວ່າຈະເຮັດຫຍັງກໍດີໄປໝົດ ຮູ້ຊ່ອງທາງທຳມາຫາກິນ ຢິບຈັບຫຍັງກໍເປັນເງິນເປັນຄຳ ມີຄາລົມເຈລະຈາດີໃນການຫາເງິນ ຫາເງິນໄດ້ຈາກການເດີນທາງ ແລະ ການເຮັດທຸລະກິດນໍາເຂົ້າ-ສົ່ງອອກລະຫວ່າງປະເທດ ໂອກາດຫາເງິນຈາກການຕິດຕໍ່ຕ່າງປະເທດ ຜູ້ໃຊ້ເວົ້າແລ້ວຄົນເມດຕາ ຫາເງິນຄຳເກັ່ງ ລາຍໄດ້ເຂົ້າຄືດີຫຼາຍ ມັກມີໂຊກກ່ຽວກັບເງິນຄຳ ຫາເງິນໄດ້ຈາກຫຼາຍໆຢ່າງທີ່ເຮັດ ແລະ ສ່ວນໃຫຍ່ລາຍໄດ້ມັກເກີດຈາກຄຳເວົ້າ
ຄວາມຮັກ
ຈະສົ່ງຜົນໃຫ້ ມີຄວາມສໍາພັນທີ່ເຕັມໄປດ້ວຍຄວາມກ້າວໜ້າ ແລະ ການຮຽນຮູ້ ເປັນທີ່ຮັກຂອງມິດສະຫາຍ ຄວາມຮັກດີ, ຄົນຮັກເອົາອົກເອົາໃຈ ໄດ້ຄູ່ຄອງດີໜ້າຮັກ ເຮັດຫຍັງກໍມີຄົນຄອຍຊ່ວຍເຫຼືອສະເໝີ ເວົ້າຈາດີ ມີຄວາມໄພເລາະອ່ອນຫວານ ມັກມີຄົນມາຫຼົງຮັກຢາກເວົ້າລົມດ້ວຍສະເໝີ ເພາະມີສະເໜ່ທາງຄຳເວົ້າ
ໂຊກລາບ
ຈະສົ່ງຜົນໃຫ້ ປະສົບຄວາມສຳເລັດ ແລະ ມີໂຊກລາບແບບປາດຖະໜາຢູ່ເລື້ອຍໆ ມີໂຊກມີດວງດ້ານການແຂ່ງຂັນ ແຂ່ງຫຍັງກໍ່ມັກຈະໄດ້ຮັບໄຊຊະນະຢູ່ສະເໝີ
💡 ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກຄູ່ 99 ໃນເບີມືຖື ຖືເປັນຄູ່ເລກມະຫາມຸງຄຸນ ເລກແຫ່ງພະລັງບຸນບາລະມີ ແທນໂຊກລາບ ຄວາມເຮັງ ມີດວງດີມາແຕ່ດັ້ງເດີມ ເປັນຜູ້ມາພ້ອມດວງ ເປັນຜູ້ທີ່ໄດ້ສ້າງບຸນສ້າງບາລະມີມາດີ ຈຶ່ງມີໂອກາດໄດ້ໃຊ້ເລກຄູ່ນີ້ (ຫາກໃນເບີທ່ານມີຄູ່ເສຍປົນຢູ່oe ເລກຄູ່ນີ້ກໍມາຄອຍຄໍ້າຊູຊ່ວຍໄວ້ສະເໝີ) ເລກຄູ່ນີ້ເປັນເລກມີຄູ ມີສິ່ງສັກສິດຄຸ້ມຄອງສະເໝີ ເປັນເລກມະຫາມຸງຄຸນຢ່າງຍິ່ງຍວດ ຜູ້ຄົນມັກຍຳເກງໃຫ້ຄວາມເຄົາລົບເຊື່ອຟັງໂດຍບໍ່ຕ້ອງບັງຄັບ ຜູ້ໃຊ້ເລກນີ້ມີອຳນາດໃນຈິດໃຈເລິກໆ ຫຼື ພະລັງຈິດດີ ເປັນຜູ້ມີຄຸນທໍາ ມີຈັນຍາທໍາ ສະສົມບາລະມີ ແລະ ວາດສະໜາໄດ້ດີຍອດຢ້ຽມ ໃນບາງຄົນທີ່ໃຊ້ເລກນີ້ມັກສົນໃຈໃນເລື່ອງຂອງພະສາດສະໜາ, ທຳມະ, ການປະຕິບັດທຳ, ໂຫລາສາດ, ການພະຍາກອນ, ສົນໃຈຈົນສາມາດແຕກສານວິຊາຕ່າງໆໄດ້ດ້ວຍຕົນເອງ, ເພາະເປັນຜູ້ມັກສຶກສາຄົ້ນຄວ້າ. ເນື່ອງຈາກເປັນເລກມີຄູ, ຫາກເຮັດບຸນຍ່ອມເຫັນຜົນເປັນສອງເທົ່າ, ແລະ ເຮັດບາບກໍດິ່ງລົງເປັນສອງເທົ່າເຊັ່ນກັນ ຈຶ່ງເໝາະສົມກັບຜູ້ທີ່ເຮັດວຽກສາຍຂາວ, ບໍ່ເໝາະກັບສີເທົາ ແລະ ສີດໍາ ມີວາຈາສັກສິດ ເວົ້າແລ້ວເກີດຂຶ້ນຈິງດັ່ງປາກເວົ້າ ກ່າວສິ່ງໃດແລ້ວມັກເກີດຂຶ້ນຈິງ ເລກຄູ່ 99 ມີພະລັງທີ່ສາມາດດຶງດູດແຕ່ສິ່ງດີໆເຂົ້າມາສູ່ຊີວິດສະເໝີ ມີແຕ່ໂຊກດີ ມີກຳລັງຈິດໜັກແໜ້ນ ໝັ້ນໃຈໃນຕົນເອງ ມີດວງແຂງແຄ້ວຄາດປອດໄພສະເໝີ ການງານກໍກ້າວໜ້າ ອາດຈະໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ “ເລກນີ້ປະສົບຄວາມສຳເລັດດີ ມີໂຊກດີ ເຮັງ ມາພ້ອມດວງ” ເລກນີ້ປຽບເໝືອນເລກຄູ່ມຸງຄຸນມະຫາມຸງຄຸນ ລວມຄວາມເຮັງ ສະສົມບຸນມາຫຼາຍ ສະສົມບາລະມີມາຫຼາຍ ຈຶ່ງຈະມີໂອກາດໄດ້ໃຊ້ງານ
ຄວາມໝາຍຄູ່ເລກຊຸດທີ 2
ຜູ້ໃຊ້ເລກນີ້ຊີວິດມັກປະສົບຄວາມສຳເລັດ ມີໄຊຊະນະໃນການແຂ່ງຂັນຕ່າງໆ ດວງເຮັງດ້ານການແຂ່ງຂັນ ມັກແຂ່ງຂັນສອບເຂົ້າ ນັກກິລາແຂ່ງຂັນຫຍັງມັກໄດ້ໄຊຊະນະ ຄ່ອງແຄ່ວວ່ອງໄວ ເຮັດຫຍັງກໍ່ໄວ ຄິດໄວເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ມີຄວາມໄຝ່ຮູ້ໃນເລື່ອງເທັກໂນໂລຢີ ແລະ ສາດລຶກລັບບູຮານ ເລື່ອງທີ່ອະທິບາຍຍາກເໜືອທໍາມະຊາດ ມີເຊັ້ນສ໌ມີລາງສັງຫອນແມ່ນຍໍາ ມີວັດຖຸມົງຄຸນໄວ້ຄຸ້ມຕົວ ມີລາບລອຍ ມີຄວາມຂະຫຍັນໝັ່ນພຽນ ສູ້ວຽກ ເຮັດວຽກເກັ່ງ ວ່ອງໄວ ທັນສະໄໝ ເໝາະສໍາລັບຄົນໄວເຮັດວຽກ ຫຼື ຄົນທີ່ມີຄວາມຊ້າ ແລະ ຢາກຈະກະຕືລືລົ້ນຫຼາຍຍິ່ງຂຶ້ນ ສຸຂະພາບຮໍໂມນເພດແຂງແຮງ ຖ້າເປັນຄົນສູງອາຍຸໃຊ້ຈະມີຄວາມກະສັບກະເສງ, ຄ່ອງແຄ່ວວ່ອງໄວ, ເປັນເລກດີເໝາະສົມ. ເໝາະກັບວຽກກ່ຽວກັບລົດ, ຍານພາຫະນະ, ນັກກິລາ, ນັກແຂ່ງ, ໂຮງງານອາໄຫຼ່ລົດ ແລະຄົນທີ່ຕ້ອງການຄວາມຄ່ອງແຄ່ວ, ແລະອື່ນໆ
ຄວາມໝາຍຄູ່ເລກຊຸດທີ 3
ເປັນຄູ່ເລກມະຫາສະເໜ່ ເລກທີ່ບາງຕຳລາຍອມຮັບ ແລະ ບາງຕຳລາບໍ່ຮັບ ວ່າເປັນຄູ່ມຸງຄຸນ ສະນັ້ນເລກຄູ່ນີ້ຕ້ອງອາໄສການຈັດລຽງຕຳແແໜ່ງທີ່ດີຈຶ່ງເກີດປະໂຫຍດທາງໂລກ ເນັ້ນສະເໜ່ເມດຕາ ສໍາລັບບາງອາຊີບ ບາງຄົນທີ່ຄວນໃຊ້ເທົ່ານັ້ນ ເນື່ອງຈາກເປັນເລກທີ່ສະເໜ່ແຮງຫຼາຍ ຈຶ່ງມີຂໍ້ຈຳກັດໃນການໃຊ້ ຄ້າຂາຍດີຫຼາຍ ມີສະເໜ່ຢ່າງມະຫາສານ ມີພະລັງດຶງດູດ ເມື່ອເລກ 2 ຄື ດວງຈັນ ກັບ ເລກ 3 ຄື ດາວອັງຄານ ມາຮວມຕົວຫັນ ກາຍເປັນເລກ "ສະເໜ່ເລົ້າຮ້ອນຊວນຫຼົງໄຫຼ" "ມະຫາສະເໜ່ ດັ່ງຕ້ອງມົນນໍ້າມັນພາຍ" ໃຜເຫັນເປັນຕ້ອງຫຼຽວຫຼັງ. ຍິ່ງໄດ້ເວົ້າລົມກັບເຈົ້າຂອງເລກ 23 32 ຈະຍິ່ງຕິດໃຈໃນລູກຫຼິ້ນ ໃນຄາລົມຄົມຄາຍ ປັບຕົວເຂົ້າກັບຄົນອ້ອມຂ້າງໄດ້ງ່າຍຫຼາຍ ມະນຸດສຳພັນດີເລີດ ເຮັດໃຫ້ເປັນຈຸດເດັ່ນ ເປັນທີ່ສົນໃຈຂອງຄົນທີ່ໄດ້ພົບເຈີໄດ້ສະເໝີ ເຊັ່ນ: ອາຊີບດາລານັກສະແດງ ບລັອກເກີ ເພາະສະນັ້ນ ຄົນທີ່ມີບຸກຄະລິກເຊັ່ນນີ້ ຈຶ່ງເປັນທີ່ຊື່ນຊອບຂອງຄົນທົ່ວໄປ ທັງຮູບຮ່າງໜ້າຕາ, ທ່າທາງ, ການເວົ້າການຈາ, ເບິ່ງແລ້ວດີມີສະເໜ່ ໃຊ້ຊີວິດຕິດຄວາມຫູຫຼາ, ເປັນສະເໜ່ດຶງດູດແກ່ຄົນອ້ອມຂ້າງຫຼາຍຫຼັກແຫຼມສະຫຼາດໃນການເຮັດວຽກ ຫາເງິນຄຳເກັ່ງຫຼາຍ ເປັນຄົນເປີດເຜີຍຈິງໃຈ ຂະຫຍັນ ມັກລຸຍ ແກ້ໄຂວຽກສະເພາະໜ້າເກັ່ງ ມີໄຫວພິບດີ ສາມາດເຮັດວຽກໄດ້ຢ່າງສຳເລັດໂດຍງ່າຍບໍ່ຕ້ອງອອກແຮງ (ແຕ່ຖ້າເລກ 23 32 ວາງຕິດເລກເສຍ ຄວາມໝາຍຈະປ່ຽນທັນທີ ສົ່ງຜົນດ້ານລົບ ເຊັ່ນ: ຫວັ່ນໄຫວງ່າຍ, ບໍ່ແນ່ນອນທາງອາລົມ ແລະ ການຕັດສິນໃຈ ຈະມີບັນຫາຄວາມຮັກເພາະສະເໜ່ແຮງຫຼາຍໄປ ມີຮັກຊ້ອນຊ່ອນເງື່ອນ, ຄວາມຮັກຊ້ອນ, ມີກິກ, ມືທີ່ສາມ ທັງຕົນເອງ ແລະ ຄູ່ຄອງ ຜິດສິນທຳໄດ້ງ່າຍ ຕົກຕ່ຳເພາະກາມ ຫ້າມໃຈຕົນເອງບໍ່ໄດ້ ມີຂ່າວເສຍຫາຍເລື່ອງເພດກົງກັນຂ້າມ ຄວນວາງເລກແຮງໆແບບນີ້ໃຫ້ຖືກຕຳແໜ່ງ ແລະ ຫ້າມຕິດເລກເສຍ)
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກສະເໜ່ເຈົ້າຄວາມຄິດ ຜູ້ໃຊ້ເລກນີ້ມັກມີຄວາມຄິດສ້າງສັນ ຈິນຕະນາການດີ ໄອເດຍດີ ມີຜົນງານສ້າງສັນເປັນທີ່ຍອມຮັບດີຫຼາຍ ອອກແບບໄດ້ຢ່າງມີສະໄຕເປັນຂອງຕົນເອງ ມີສຸນທະລີຍະພາບແຕ່ງຕົວເກັ່ງ ມີຄວາມກະຕືລືລົ້ນ ມີສະເໜ່ ມີໄຫວພິບດີ ຮຽນຮູ້ໄວ ເຂົ້າໃຈໄວ ຖ້າຈິນຕະນາການຫຍັງກໍ່ເຫັນພາບໃນໃຈຊັດເຈນ ມີສໍານຶກທາງໃຈດີ ມີສັງຫອນແລ້ວເກີດຂຶ້ນຈິງ ເໝາະກັບວຽກນັກປະພັນ ນັກຂຽນ ນັກອອກແບບສິນຄ້າ ວຽກທີ່ກ່ຽວຂ້ອງກັບສິລະປະທຸກຂະແໜງ ນັກຮ້ອງ, ນັກສະແດງ, ຖ່າຍພາບ, ທຸລະກິດສາຍການບິນ, ປະຊາສໍາພັນ, ວຽກຕິດຕໍ່ຕ່າງປະເທດ ຕ່າງຊາດຕ່າງພາສາເປັນຕົ້ນ ຈາກສະຖິຕິຜູ້ໃຊ້ເລກນີ້ມັກສໍານຶກຫຍັງໄດ້ໄວ ສໍານຶກຫຍັງໄດ້ງ່າຍ, ມີເຊັ້ນສ໌, ໄວຕໍ່ຄວາມຮູ້ສຶກ, ຝັນແມ້ນ, ມີໂຊກລາບແປກໆເຂົ້າມາສະເໝີ, ເປັນຄົນອາລົມດີ, ຄິດບວກ
ຄວາມໝາຍຄູ່ເລກຊຸດທີ 5
ຜູ້ໃຊ້ເປັນຄົນຮັກຄວາມກ້າວໜ້າ ແລະ ມັກພັດທະນາຕົນເອງຢູ່ສະເໝີ ສະຕິປັນຍາດີ ສະຫຼາດສະຫຼຽວ ເປັນນັກເວົ້າ ເວົ້າດີ ຮອບຮູ້ ສະຫຼາດຫຼັກແຫຼມ ເຮັດຫຍັງຄ່ອງແຄ້ວວ່ອງໄວ ຄົນອື່ນເຮັດຕາມບໍ່ທັນ ສະໝອງລໍ້າເລີດ ທັນຂ່າວທັນຂໍ້ມູນ ໄຮເທັກ ສົນໃຈໃນດ້ານພາສາ ພາສາຕ່າງຊາດຕ່າງພາສາຈະເດັ່ນຫຼາຍ ມັກສຶກສາຈົນແຕກສານ ຖ້າໃຊ້ໃນໄວຮຽນ ມັກເກັ່ງພາສາຕ່າງຊາດ ຫຼືກ່ຽວຂ້ອງກັບຕ່າງຊາດສະເໝີ ຊ່າງເວົ້າຊ່າງເຈລະຈາ ໃຊ້ໃນໄວເຮັດວຽກຫຼືໄວຜູ້ສູງອາຍຸ ຈະມັກສູດມົນ ມົນຄາຖາ ວ່າຄາຖາແລ້ວຂຶ້ນແລ້ວຂັງ ເປັນເລກທີ່ເໝາະສົມກັບທຸກເພດທຸກໄວ ເໝາະກັບການເວົ້າ ວຽກທີ່ຕ້ອງເວົ້າ ການຕິດຕາມຂໍ້ມູນຂ່າວສານ ຕິດຕໍ່ກັບຕ່າງປະເທດ ມີເຊັ້ນສ໌ແມ້ນຍໍາ ການເດີນທາງໄກ ເທັກໂນໂລຢີໃໝ່ໆປະຫວັດສາດ ໂຫລາສາດ ເລື່ອງລຶກລັບ ແລະ ໃນຂະນະດຽວກັນກໍຊອບໃນເລື່ອງເທັກໂນໂລຢີຄວາມທັນສະໄໝດ້ວຍ ເລກນີ້ລວມຄວາມເຖິງຄວາມເປັນສະໄໝໃໝ່ທັນສະໄໝ ແລະຄວາມບູຮານລຶກລັບໄວ້ໃນຄົນດຽວກັນ
ຄວາມໝາຍຄູ່ເລກຊຸດທີ 6
ເປັນເລກຄູ່ມິດ ຄູ່ເລກເມດຕາມະຫານິຍົມ ພະລັງງານດ້ານບວກສູງ ຜູ້ໃຊ້ມີສະເໜ່ອ່ອນຫວານ ໜ້າຮັກອ່ອນໂຍນ ຊ່າງເຈລະຈາ ສາມາດໃຊ້ຄຳເວົ້າຜູກມິດກັບຄົນທົ່ວໄປໄດ້ດີ ເປັນທີ່ຮັກຂອງຄົນທຸກກຸ່ມ ໃຈດີ ມັກຊ່ວຍເຫຼືອຄົນ ມີມະນຸດສຳພັນທີ່ດີຫຼາຍ ນອບນ້ອມມີກິລິຍາດີ ຮັກເພື່ອນ ແລະ ທຸກຄົນທີ່ຢູ່ອ້ອມຕົວຫາເງິນເກັ່ງ ເຮັດວຽກເກັ່ງ ລາຍໄດ້ດີຕໍ່ເນື່ອງ ມີຄົນຄອຍຊ່ວຍເຫຼືອຕະຫຼອດ ສາມາດເຮັດວຽກທີ່ກ່ຽວຂ້ອງກັບການເຈລະຈາໄດ້ດີຢ່າງດີຍອດຢ້ຽມ ເວົ້າຈູງໃຈຄົນເກັ່ງ ຖ້າຜູ້ຊາຍໃຊ້ກໍຈະໄດ້ຜູ້ຍິງຊ່ວຍເຫຼືອ ຊ່ວຍສົ່ງເສີມ ຖ້າຜູ້ຍິງໃຊ້ກໍຈະໄດ້ຜູ້ຊາຍອຸປະຖຳ ເປັນລັກສະນະຂອງຄູ່ມິດ ບໍ່ແມ່ນຄູ່ຊູ້ສາວ ສາມາດເປັນນັກເວົ້າສ້າງແຮງບັນດານໃຈໃຫ້ຕົນເອງ ແລະ ຜູ້ອື່ນໄດ້ ເວົ້າເພາະປາກຫວານມີສະເໜ່ ດ້ານຄວາມຮັກດີຫຼາຍ ຄົນຮັກເອົາອົກເອົາໃຈດີຫຼາຍ ຄູ່ຄອງດີ ສະຫຼຸບຄົນໃຊ້ເລກຄູ່ນີ້ບໍ່ຕ້ອງເພິ່ງຂອງຂັງ ຫຼື ຄາຖາເມດຕາມະຫານິຍົມເລີຍ ເໝາະກັບວຽກຕິດຕໍ່, ຄ້າຂາຍ, ລວມທັງການເຈລະຈາທຸກປະກາ
ຄວາມໝາຍຄູ່ເລກຊຸດທີ 7
ເປັນຄູ່ສະເໜ່ແຫ່ງວາຈາ ອົບອຸ່ນ ປັບຕົວເກັ່ງ ມີສະເໜ່ຄ້າຂາຍເກັ່ງ ມີວາຈາອ່ອນຫວານ ມີສະເໜ່ທາງຄຳເວົ້າແຮງຫຼາຍ ໃຜໄດ້ຍິນໄດ້ຟັງ ມັກຊື່ນຊົມຊື່ນຊອບ ຜູ້ໃຊ້ເລກນີ້ຈະໄດ້ດີເພາະຄຳເວົ້າ ມີຄວາມໂຣແມນຕິກ ມີຄົນມາຂໍຄຳແນະນຳຄຳປຶກສາເລື້ອຍໆ ສະຫຼາດທຳມາຫາກິນ ເຈລະຈາຄ້າຂາຍດີ ມີໂອກາດຫາເງິນຫາລາຍໄດ້ໄດ້ຫຼາຍສາຍ ໃຜຢູ່ໃກ້ແລ້ວມີຄວາມສຸກ ເຂົ້າເຖິງຈິດໃຈຂອງຜູ້ອື່ນ ປາກພາດີ ມີຄົນເອົາຂອງກິນມາຝາກເລື້ອຍໆ ເຮັດອາຫານເກັ່ງ ເວົ້າຈາເປັນເງິນເປັນຄຳ ຂາຍຂອງທີ່ກ່ຽວຂ້ອງກັບປະເພດນໍ້າ ຫຼື ເຄື່ອງດື່ມໄດ້ ກ່ຽວຂ້ອງກັບອາຫານໄດ້ດີຫຼາຍ ຫຼື ວຽກທີ່ຕ້ອງເວົ້າລົມເຈລະຈາໄດ້ທຸກປະເພດ ລາຍໄດ້ມັກເກີດຈາກຄຳເວົ້າ ເປັນເລກດີ ເດັ່ນເລື່ອງຄ້າຂາຍ ເຈລະຈາ ແລະ ວາຈາພານຳພາໂຊກດີມາໃຫ້ ໄດ້ດີເພາະຄຳເວົ້າ (ເວົ້າຈາດີມີແຕ່ຄົນຮັກ ມີແຕ່ຄວາມກ້າວໜ້າໃນຊີວິດ) ເໝາະເປັນຢ່າງຫຼາຍກັບອາຊີບຮ້ານອາຫານ ຫຼື ທີ່ຕ້ອງກ່ຽວຂ້ອງກັບຂອງກິນ ອາຊີບກ່ຽວກັບນໍ້າ ຂາຍນໍ້າ ຫຼື ຜະລິດຕະພັນທີ່ເປັນນໍ້າ ເສີມສວຍເສີມຄວາມງາມກໍໃຊ້ໄດ້ດີ ຫຼື ຄົນທີ່ຢາກເປັນຄົນເວົ້າເພາະເຈລະຈາມ່ວນຫູ ອາລົມດີຂຶ້ນກໍຄວນໃຊ້ເລກນີ້
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.