ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ເລກຄູ່ 99 ໃນເບີມືຖື ຖືເປັນຄູ່ເລກມະຫາມຸງຄຸນ ເລກແຫ່ງພະລັງບຸນບາລະມີ ແທນໂຊກລາບ ຄວາມເຮັງ ມີດວງດີມາແຕ່ດັ້ງເດີມ ເປັນຜູ້ມາພ້ອມດວງ ເປັນຜູ້ທີ່ໄດ້ສ້າງບຸນສ້າງບາລະມີມາດີ ຈຶ່ງມີໂອກາດໄດ້ໃຊ້ເລກຄູ່ນີ້ (ຫາກໃນເບີທ່ານມີຄູ່ເສຍປົນຢູ່oe ເລກຄູ່ນີ້ກໍມາຄອຍຄໍ້າຊູຊ່ວຍໄວ້ສະເໝີ) ເລກຄູ່ນີ້ເປັນເລກມີຄູ ມີສິ່ງສັກສິດຄຸ້ມຄອງສະເໝີ ເປັນເລກມະຫາມຸງຄຸນຢ່າງຍິ່ງຍວດ ຜູ້ຄົນມັກຍຳເກງໃຫ້ຄວາມເຄົາລົບເຊື່ອຟັງໂດຍບໍ່ຕ້ອງບັງຄັບ ຜູ້ໃຊ້ເລກນີ້ມີອຳນາດໃນຈິດໃຈເລິກໆ ຫຼື ພະລັງຈິດດີ ເປັນຜູ້ມີຄຸນທໍາ ມີຈັນຍາທໍາ ສະສົມບາລະມີ ແລະ ວາດສະໜາໄດ້ດີຍອດຢ້ຽມ ໃນບາງຄົນທີ່ໃຊ້ເລກນີ້ມັກສົນໃຈໃນເລື່ອງຂອງພະສາດສະໜາ, ທຳມະ, ການປະຕິບັດທຳ, ໂຫລາສາດ, ການພະຍາກອນ, ສົນໃຈຈົນສາມາດແຕກສານວິຊາຕ່າງໆໄດ້ດ້ວຍຕົນເອງ, ເພາະເປັນຜູ້ມັກສຶກສາຄົ້ນຄວ້າ. ເນື່ອງຈາກເປັນເລກມີຄູ, ຫາກເຮັດບຸນຍ່ອມເຫັນຜົນເປັນສອງເທົ່າ, ແລະ ເຮັດບາບກໍດິ່ງລົງເປັນສອງເທົ່າເຊັ່ນກັນ ຈຶ່ງເໝາະສົມກັບຜູ້ທີ່ເຮັດວຽກສາຍຂາວ, ບໍ່ເໝາະກັບສີເທົາ ແລະ ສີດໍາ ມີວາຈາສັກສິດ ເວົ້າແລ້ວເກີດຂຶ້ນຈິງດັ່ງປາກເວົ້າ ກ່າວສິ່ງໃດແລ້ວມັກເກີດຂຶ້ນຈິງ ເລກຄູ່ 99 ມີພະລັງທີ່ສາມາດດຶງດູດແຕ່ສິ່ງດີໆເຂົ້າມາສູ່ຊີວິດສະເໝີ ມີແຕ່ໂຊກດີ ມີກຳລັງຈິດໜັກແໜ້ນ ໝັ້ນໃຈໃນຕົນເອງ ມີດວງແຂງແຄ້ວຄາດປອດໄພສະເໝີ ການງານກໍກ້າວໜ້າ ອາດຈະໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ “ເລກນີ້ປະສົບຄວາມສຳເລັດດີ ມີໂຊກດີ ເຮັງ ມາພ້ອມດວງ” ເລກນີ້ປຽບເໝືອນເລກຄູ່ມຸງຄຸນມະຫາມຸງຄຸນ ລວມຄວາມເຮັງ ສະສົມບຸນມາຫຼາຍ ສະສົມບາລະມີມາຫຼາຍ ຈຶ່ງຈະມີໂອກາດໄດ້ໃຊ້ງານ
ຄວາມໝາຍຄູ່ເລກຊຸດທີ 2
ເລກ 69/96 ເປັນຄູ່ເລກກະແສໃບພັດແຫ່ງການເງິນ ເປັນເລກທີ່ບັນດາຊິນແສໝໍດູຄົນດັງມັກໃຊ້ເສີມໃນເບີໂທລະສັບ ເພື່ອໜູນໃຫ້ເກີດພະລັງງານຢິນ-ຢາງ, ມີພະລັງງານການເງິນໝູນຄ່ອງ ເງິນສະພັດ. ຍັງສົ່ງເສີມໃຫ້ຜູ້ໃຊ້ງານມີຊື່ສຽງດີ ມີຄົນຮັກໃຄ່ ມີຄົນນິຍົມຊົມຊອບ. ມີໂຊກລາບວາດສະໜາດີ ມີໂຊກຟຸກໆ. ພະລັງງານຢິນ-ຢາງນີ້ສົ່ງຜົນໃຫ້ມີເງິນມີຄໍາເຂົ້າມາບໍ່ຂາດມືຫາເງິນໄດ້ຫຼາຍທາງ ຫາເງິນຄ່ອງ ຊີວິດມີຄວາມສຸກ ບໍ່ຕ້ອງກັງວົນໃນດ້ານການໃຊ້ຈ່າຍ ຈະມີເຂົ້າມາສະເໝີໆ. ໄດ້ມີໂອກາດຮ່ວມກິດຈະການງານບຸນເລື້ອຍໆ ເດີນທາງໄປເຮັດບຸນຕ່າງຖິ່ນຕ່າງທີ່ ຫຼືມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ. ເປັນຄົນອາລົມດີ ມີສິນລະປະໃນຊີວິດ ມີຄວາມຄິດສ້າງສັນທີ່ຍອດຢ້ຽມ. ເປັນຄົນມີລົດນິຍົມດີ, ເລີດຫູຼ, ແຕ່ງຕົວດີ, ວາຈາອ່ອນຫວານ, ປາກຫວານ, ຈິນຕະນາການດີ, ມີຄວາມໂຣແມນຕິກໃນຕົນເອງ, ມີສະເໜ່, ເປັນທີ່ຮັກໃຄ່ຂອງໝູ່ເພື່ອນ. ຫາເງິນເກັ່ງ. ດ້ວຍລົດນິຍົມດີ, ແຕ່ງຕົວດີຈະສົ່ງເສີມໃຫ້ເບິ່ງມີເຄຣດິດດີ, ມີພູມຖານ, ເບິ່ງໄຮໂຊ. ມັກຄ້າຂາຍຂອງແພງ ຂອງຫຼູຫລາ ລາຄາແພງໄດ້ດີ ເປັນຄູ່ເລກທີ່ດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 3
ຜູ້ໃຊ້ເປັນຄົນລ່າເລີງ ມີຄວາມອ່ອນຫວານ ແຈ່ມໃສ ມັກສະໜຸກສະໜານ ຊ່າງເວົ້າຊ່າງເຈລະຈາ ເວົ້າມ່ວນອ່ອນຫວານ ເວົ້າເພາະປາກຫວານ ອ່ອນໂຍນ ໄຝ່ຝັນໃນສິນລະປະ ມັກໃນສິ່ງສວຍງາມ ໂລແມນຕິກ ເອົາໃຈເກັ່ງ ເຂົ້າກັບຜູ້ອື່ນໄດ້ງ່າຍ ເປັນທີ່ຮັກຂອງຜູ້ຄົນ ສັງຄົມກວ້າງຂວາງ ຫາເງິນເກັ່ງ ໄດ້ດີເພາະປາກ ເວົ້າເກັ່ງຂາຍເກັ່ງ ລູກຄ້າມັກຕິດອົກຕິດໃຈ ການເງິນໝູນຄ່ອງ ທຳມາຄ້າຂຶ້ນ ມີຫົວການຄ້າ ສາມາດສ້າງລາຍໄດ້ຫຼາຍໆທາງພ້ອມກັນ ເປັນຄົນທີ່ມີສະເໜ່ຫຼາຍ ຄົນໃກ້ຊິດຮັກໃຄ່ ຮໍໂມນແຂງແຮງ ເໝາະແກ່ການຄ້າຂາຍທຸກປະເພດ ເພາະເວົ້າດີເວົ້າເກັ່ງ ໃຫ້ຂາຍຫຍັງກໍຂາຍໄດ້ ເໝາະກັບການຂາຍທຸກຊະນິດ ລວມເຖິງວຽກທີ່ຕ້ອງໃຊ້ສຽງທຸກຊະນິດ ເຊັ່ນ: ຄ້າຂາຍ, ນັກຮ້ອງ, ພິທີກອນ, ດີເຈ, ຜູ້ບັນຍາຍ, ຊື້ມາຂາຍໄປ ຖ້າມີຄູ່ແລ້ວກໍຈະອ່ອນຫວານ ໂຣແມນຕິກກັບຄູ່ຄອງ ເປັນເລກຊີວິດຄູ່ດີ ຖ້າຍັງໂສດກໍຈະເປັນຄົນມີສະເໜ່
ຄວາມໝາຍຄູ່ເລກຊຸດທີ 4
ເຈລະຈາປາໄສເກັ່ງ ມີເຫດຜົນມີຫຼັກການຄວາມຄິດດີຫຼາຍ ຜູ້ໃຫຍ່ຮັກເມດຕາ ເອັນດູໃຫ້ການຊ່ວຍເຫຼືອດີຫຼາຍ ເປັນຄົນມີຄວາມຮູ້ ມີເຄດິດດີ ມີເສັ້ນສາຍ ການງານເກັ່ງໄຫວພິບດີປັນຍາເປັນເລີດ ເຮັດວຽກເກັ່ງຄ່ອງແຄ້ວວ່ອງໄວ ຮຽນຮູ້ຫຍັງກໍ່ໄວໄປໝົດ ຖ້າຢູ່ໃນໄວຮຽນກໍເປັນຜູ້ສະຫຼາດໃນການຄຳນວນ ເດັ່ນເລື່ອງສະຕິປັນຍາ ຫົວດີຫົວໄວ ຄວາມໜ້າເຊື່ອຖື ແລະ ວຽກທີ່ຕ້ອງໃຊ້ຄຳເວົ້າ ໃຊ້ເຄດິດໃນການເຈລະຈາ ມີຄວາມໜ້າເຊື່ອຖື ເໝາະສົມຫຼາຍກັບວຽກວິຊາການ, ການຮຽນ, ວຽກລັດຖະການ, ວຽກທີ່ຕ້ອງໃຊ້ການເຈລະຈາຊື່ສຽງ, ວຽກທີ່ມີກຽດກໍເໝາະສົມ
ຄວາມໝາຍຄູ່ເລກຊຸດທີ 5
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍຄູ່ເລກຊຸດທີ 6
45/54 ເປັນຄູ່ເລກແຫ່ງສະຕິປັນຍາ ຜູ້ໃຊ້ຈະເປັນຄົນມີວິຊາຄວາມຮູ້ຫຼາຍ ເດັ່ນດ້ານວິຊາການ ມີເຫດມີຜົນ ສະແຫວງຫາຄວາມຮູ້ດ້ານຕ່າງໆຢູ່ສະເໝີ ມີຄວາມຮູ້ຄວາມສາມາດຫຼາຍ ມີວາຈາທີ່ເປັນເຫດຜົນ ໜ້າເຊື່ອຖື ມີມາດເບິ່ງເປັນຜູ້ໃຫຍ່ ມີຄວາມສຸຂຸມລຸ່ມເລິກ ມີຄວາມຮູ້ໜັກແໜ້ນ ຜູ້ໃຫຍ່ຮັກໄຄ່ເມດຕາ ນິຍົມຊົມຊອບ ມີຄວາມສາມາດໃນການແບ່ງປັນຄວາມຮູ້ ເວົ້າໃຫ້ຄວາມຮູ້ ເວົ້າແລ້ວໜ້າເຊື່ອຖື ມີເຊັ້ນສ໌ແມ່ນຍໍາ ມີຈິດກ້າແຂງ ສະມາທິດີ ມີຄວາມເຂົ້າໃຈໃນທາງສາສະໜາ ມີສະຕິປັນຍາ ເຮັດການຄ້າກໍດີ ເປັນນັກເວົ້າກໍເໝາະສົມ ເຮັດອາຊີບຫຍັງກໍໄດ້ ເພາະເປັນຄົນສະຫຼາດຫຼັກແຫຼມ ເປັນເລກດີເລກປັນຍາ ສະຫຼາດທຳມາຫາກິນ ແລະ ມີຄວາມຮູ້ໃນດ້ານວຽກທີ່ເຮັດ ສະຫຼາດທຳມາຫາກິນ ເຮັດການຄ້າດີ ມີສະຕິ ມີເຫດຜົນ ຄູ່ເລກດີຫຼາຍ
ຄວາມໝາຍຄູ່ເລກຊຸດທີ 7
ຄູ່ເລກ 44 ສະຫຼາດໄຫວພິບດີ, ເຈລະຈາເກັ່ງ, ທັນສະໄໝ ຜູ້ໃຊ້ເລກນີ້ຈະເປັນຄົນມີຄວາມຮູ້ໄຫວພິບ ສະຕິປັນຍາດີຫຼາຍ ທັນສະຖານະການ ທັນເຫດການຂ່າວສານ ເປັນນັກວາງແຜນຊັ້ນຍອດ ສະຫຼາດຫຼັກແຫຼມ ສະຫຼາດຫຼາຍ ເຈົ້າແຫ່ງປັນຍາ ແຫຼມຄົມ ເປັນນັກເວົ້ານັກຄິດນັກເຈລະຈາ ເປັນນັກເວົ້າ ມີຄວາມທັນສະໄໝ ຄວາມຄິດດີ ມີໄອເດຍໃໝ່ໆ ກ້າຄິດກ້າເຮັດ ພັດທະນາຕົນເອງແລະສິ່ງຕ່າງໆໄດ້ດີ ໄດ້ມີໂອກາດພົບປະຜູ້ຄົນ ເດີນທາງ ເຂົ້າກັບຄົນອື່ນໄດ້ງ່າຍ ປັບຕົວໄວ ເຂົ້າສັງຄົມໄດ້ດີ ມີເພື່ອນຝູງຫຼາຍ ເປັນຄົນເກັ່ງ ສາມາດເຮັດວຽກຍາກໄດ້ ເຖິງແມ່ນບໍ່ຖະໜັດ ຫົວໄວ ເປັນເລກສຸດຍອດໃນເລື່ອງຫົວໄວໄຫວພິບ ເຈລະຈາຄ້າຂາຍ ຂໍ້ມູນຂ່າວສານ ປະຊາສໍາພັນ ເປັນເບີດີທີ່ໄດ້ໃຊ້ກັບອາຊີບທີ່ເໝາະສົມດີທີ່ສຸດ ເຊັ່ນ: ການເຮັດການຄ້າ ທີ່ຕ້ອງເຈລະຈາຄ້າຂາຍ ທີ່ຕ້ອງເວົ້າລົມ ວຽກກ່ຽວກັບເອກະສານ, ຄອມພິວເຕີ, ເທັກໂນໂລຢີ, ນັກຂ່າວ, ນັກປະຊາສໍາພັນ, ການຂາຍຂອງທຸກປະເພດ, ຫຼິ້ນຮຸ້ນ, ລົງທຶນ, ນັກການທູດ, ເຊວຂາຍ, ນັກບັນຊີ, ທະນາຍຄວາມ, ຄ້າຂາຍຂອງໄອທີກໍໄດ້ ເຮັດໄດ້ຫຼາຍຢ່າງເພາະເປັນເລກເກັ່ງ ແລະ ຄວາມສາມາດ